ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເນ​ໂຕ້ຢູ່​ໃນ​ທ່າກຽມ​ພ້ອມ ດ້ວຍ​ການສົ່ງ ທະຫານ ເຮືອ​ບິນ​ລົບໄປພາກຕາເວັນອອກ ເພື່ອ​ຕອບ​ໂຕ້ການ​ຂົ່ມ​ຂູ່​ຂອງຣັດເຊຍຄືນ


ອົງ​ການ​ເນ​ໂຕ້ກຽມ​ພ້ອມ ດ້ວຍ​ການ​ສົ່ງ​ທະ​ຫານ ເຮືອ​ບິນ​ລົບ ໄປ​ຍັງ​ພາກ​ຕາ​ເວັນ​ອອກ ເພື່ອ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່ ຂອງ​ຣັດ​ເຊຍ

ສະມາຊິກອົງ​ການເນ​ໂຕ້ຫຼາຍປະເທດ ກຳລັງສົ່ງທະຫານ ແລະອຸປະ ກອນໄປໃຫ້ບັນດາພັນທະມິດໃນເຂດຢູ​ໂຣບຕາເວັນອອກຂະນະທີ່ຄວາມເຄັ່ງ ຕຶງກັບຣັດເຊຍເພີ້ມທະວີຂຶ້ນ. ສະຫະລັດ​ ໄດ້​ໃຫ້ທະຫານ​ຫລາຍ​ພັນ​ຄົນ​ຢູ່​ໃນສະ​ພາບ​ທີ່​ກຽ​ມ​ພ້ອມ​ຢ່າງ​ສູງ. ມົສກູມີທະຫານ 100,000 ກວ່າຄົນຢູ່ໃນເຂດຊາຍແດນ​ຕິດ​ກັບຢູເຄຣນ, ແລະຝ່າຍຕາເວັນຕົກຢ້ານວ່າການບຸກລຸກ​ຂອງຣັດເຊຍ ອາດເກີດ​ຂຶ້ນ​ໄດ້​ໃນທຸກ​ເມື່ອ ຊຶ່ງວັງເຄ​ຣັມ​ລິນ ໄດ້ປະຕິເສດຕໍ່​ຄຳ​ເວົ້າ​ນີ້. Henry Ridgwell, ນັກ​ຂ່າວ​ວີ​ໂອ​ເອ​ສຶກ​ສາເບິ່ງວ່າ ການຕອບໂຕ້ ທາງທະ ຫານຂອງເນ​ໂຕ້ ມີ​ຄວາມຫມາຍຄືແນວໃດ ຊຶ່ງ​ບົວ​ສະ​ຫວັນ ​ຈະ​ນຳ​ເອົາລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການສະແດງໃຫ້​ເຫັນຄວາມສາມັກຄີ. ເຮືອ​ບິນ​ລົບ F-16 4 ລຳ​ຂອງ​ເດັນມາກໄດ້​ລົງ​ຈອດ ​ຢູ່ທີ່​ປະ​ເທດລິດ​ທົວ​ເນຍ (Lithuania) ​ໃນ​ອາທິດ​ແລ້ວ​ນີ້ ​ເພື່ອ​ເພີ້ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ພາລະກິດກວດ​ກາ​ທາງ​ອາກາດ​ຂອງກຸ່ມເນ​ໂຕ້​ໃນ​ເຂດທະ​ເລ​ບາ​ລ​ຕິກ.

ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ໄດ້​ຍຶດ​ເອົາ​ແຫຼມໄຄ​ຣເມຍ ດ້ວຍ​ການ​ໃຊ້​ກຳ​ລັງໃນ​ປີ 2014 ເປັນ​ຕົ້ນ​ມາ, ອົງ​ການເນ​ໂຕ້​ໄດ້​ສົ່ງ​ກຳ​ລັງ​ທະ​ຫານ​ປະ​ມານ 5 ພັນ​ຄົນໄປ​ປະ​ຈຳ​ຢູ່​ໃນ​ຂົງ​ເຂດ​ຢູໂຣບ​ຕາ​ເວັນ​ອອກ - ໃນ​ອັນ​ທີ່​ບັນ​ດາ​ປະ​ເທດພັນ​ທະ​ມິດ​ເວົ້າ​ວ່າເປັນ "ການ​ປະ​ຈຳ​ການ ທີ່​ເສີມ​ຂະ​ຫຍາຍຄວາມ​ເຂັ້ມ​ແຂງໄວ້​ພາຍ​ໜ້າ."

ສະ​ຫະ​ລັດ​ໄດ້​ໃຫ້ກຳລັງ​ທະຫານຂອງ​ຕົນ 8,500 ຄົນ​ຢູ່​ໃນ​ສະພາບ​ທີ່​ກຽມ​ພ້ອມ.

ປະທານາທິບໍດີໂຈ ໄບ​ເດັນ​ກ່າວ​ວ່າ: "ຂ້າ​ພະ​ເຈົ້າຈະຍ້າຍທະຫານສະຫະລັດໄປເຂດຢູ​ໂຣບຕາເວັນອອກ ແລະໄປ​ຢູ່ໃນປະເທດເນ​ໂຕ້ຕ່າງໆ ໃນໄລຍະອັນ​ໃກ້ໆ​ນີ້."

ຝຣັ່ງໄດ້ປະກາດແຜນການທີ່ຈະສົ່ງທະຫານຫຼາຍຮ້ອຍຄົນໄປຍັງໂຣມາເນຍ, ໃນຂະນະທີ່ສະເປນ, ເນເທີແລນ ແລະເຢຍຣະມັນກໍາ​ລັງພິຈາລະນາທີ່ ຈະສົ່ງທະຫານ, ເຮືອບິນ ແລະກຳ​ປັ່ນລົບໄປເພີ້ມອີກ.

ອັງກິດ​ໄດ້​ສະໜອງ​ອາວຸດ​ຕ້ານ​ລົດ​ຖັງ​ປະມານ 2 ພັນ​ກະ​ບອກ ​ໃຫ້​ແກ່​ຢູ​ເຄ​ຣນ - ແລະຄາດ​ວ່າ​ຈະ​ມີການ​ສົ່ງ​ທະ​ຫານໄປ​ປະ​ຈຳ​ຢູ່​ບັນດາ​ປະ​ເທດ​ພັນທະ​ມິດເນ​ໂຕ້ຕື່ມ​ອີກໃນ​ອາທິດ​ນີ້.

ທ່ານເບນ ວໍ​ເລ​ສ (Ben Wallace) ລັດຖະມົນຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອັງກິດກ່າວ​ວ່າ: "ຂ້າພະເຈົ້າຄິດວ່າ ມັນເປັນສິ່ງສໍາຄັນເມື່ອເວົ້າ​ເຖິງການສົ່ງ​ທະ​ຫານ​ໄປປະຈຳ​ການ ຢູ່ບ່ອນທີ່​ວ່າ ພວກ​ເຮົາໄດ້​ສົ່ງສັນ​ຍານໃຫ້ປະທານາ ທິບໍດີ [ວ​ລາ​ດິ​ເມຍ] ປູ​ຕິນ​ຮູ້ວ່າສິ່ງທີ່ທ່ານຢ້ານກົວທີ່​ສຸດ, ກໍ​ຄືເນ​ໂຕ້ຫຍັບ​ເຂົ້າ​ໄປໃກ້ກັບຣັດເຊຍຫຼາຍຂຶ້ນ ຊຶ່ງຈະເປັນຜົນເນື່ອງ​ມາຈາກຄວາມຜິດພາດທາງ ຍຸດທະສາດ ຂອງການບຸກ​ລຸກ​ເຂົ້າ​ໄປ​ໃນເຂດອະ​ທິປະໄຕ ຂອງ​ປະ​ເທດເຊັ່ນ ຢູເຄຣນນັ້ນ.”

ເນ​ໂຕ້ບໍ່​ມີ​ແຜນ​ທີ່​ຈະ​ສົ່ງ​ກຳ​ລັງທະ​ຫານ​ສູ້​ລົບ​ໄປ​ຍັງ​ຢູ​ເຄ​ຣນ.

ທ່ານ​ນາງ​ຈູ​ລີ ນໍ​ແມນ (Julie Norman), ອາຈານສອນວິ​ຊາການເມືອງໃນ ມະ​ຫາວິທະຍາໄລລອນດອນກ່າວຜ່ານທາງ Skype ວ່າ: "ທະ​ຫານ​ຂອງເນ​ໂຕ້ຢູ່ໃນປະ​ເທດທີ່ຢູ່​ໃກ້ເຂດຊາຍແດນເຫຼົ່ານັ້ນແມ່ນໄປ​ຢູ່​ຫັ້ນຫຼາຍແທ້ໆ ເພື່ອ​ການກຽມພ້ອມ ແລະເພື່ອຄວາມສາມາດໃນການປ້ອງ ກັນ ແລະການສະ​ກັດ​ກັ້ນ ແທນທີ່ຈະເປັນ​ຄວາມຄາດຫວັງໄວ້ວ່າ ຈະ​ມີການ ຂັດແຍ້ງ ຫຼືການສູ້ລົບ​ກັນເກີດ​ຂຶ້ນໂດຍກົງໂລດ."

ອົງການເນໂຕ້ກ່າວວ່າ ຕົນກຳລັງຕອບໂຕ້ຕໍ່ການບຸກ​ລຸກຂອງຣັດເຊຍ. ສ່ວນ​ມົ​ສ​ກູເອີ້ນການຕອບໂຕ້ນັ້ນວ່າ "ເປັນໂຣກ​ປະ​ສາດ​." ຣັດ​ເຊຍ​ມີ​ທະຫານ​ປະມານ 100 ພັນ​ຄົນ ທີ່​ໄປ​ປະ​ຈຳ​ການ​ຢູ່ໃກ້​ຊາຍ​ແດນ​ຢູ​ເຄຣນ. ຫຼາຍພັນ ຄົນໄດ້ເດີນທາງໄປຮອດເບລາຣຸສເພື່ອທຳການຊ້ອມລົບຮ່ວມກັນໃນອາທິດນີ້.

ທ່ານນາງ​ອີ​ແວ​ລ​ລີນ ຟາ​ຄ​າ​ສ (Evelyn Farkas), ອະດີດ ຮອງລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ​ສະ​ຫະ​ລັດ ຮັບ​ຜິ​ດ​ຊອບ​ເລື້ອງ ຣັດ​ເຊຍ, ຢູ​ເຄ​ຣນ, ເຂດຢູ​ເຣ​ເຊຍ ກ່າວ​ຈາກອົງ​ການ​ແຊັ​ດ​ທຳວ່າ:
"ເນໂຕ້ເອງກໍ່ຕ້ອງຕອບໂຕ້ຕໍ່ໄພຂົ່ມຂູ່ໃຫມ່ຂອງຣັດເຊຍທີ່ສ້າງຂຶ້ນ ໂດຍການ ເອົາກໍາລັງໄປວາງໄວ້ເພີ່ມຢູ່ໃນເບລາຣຸສ, ເຊິ່ງແນ່ນອນວ່າ ມີຊາຍແດນຕິດ ກັບໂປແລນ, ລັດເວຍ ແລະລິດທົວເນຍ, ເຊິ່ງເປັນພັນທະມິດຂອງເນໂຕ້."

​ພາບ​ຖ່າຍ​ຈາກວີ​ດິ​ໂອ​ສະ​ໜອງ​ໃຫ້​ໂດຍພະ​ແນກ​ຂ່າວ​ສານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຣັດ​ເຊຍ, ວັນ​ທີ 29 ມັງ​ກອນ, 2022, ລົດ​ຂອງ​ຣັດ​ເຊຍ​ກຽມ​ພ້ອມ​ທີ່​ຈະ​ຂັບ​ອອກ​ຈາກ​ທາງ​ລົດ​ໄຟພາຍ​ຫລັງ​ໄດ້​ໄປ​ເຖິງເບ​ລາ​ຣຸ​ສ
​ພາບ​ຖ່າຍ​ຈາກວີ​ດິ​ໂອ​ສະ​ໜອງ​ໃຫ້​ໂດຍພະ​ແນກ​ຂ່າວ​ສານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຣັດ​ເຊຍ, ວັນ​ທີ 29 ມັງ​ກອນ, 2022, ລົດ​ຂອງ​ຣັດ​ເຊຍ​ກຽມ​ພ້ອມ​ທີ່​ຈະ​ຂັບ​ອອກ​ຈາກ​ທາງ​ລົດ​ໄຟພາຍ​ຫລັງ​ໄດ້​ໄປ​ເຖິງເບ​ລາ​ຣຸ​ສ

ທ່ານ​ນາງ​ນໍ​ແມນກ່າວ​ວ່າ ການ​ເອົາ​ທະ​ຫານ​ຂອງເນ​ໂຕ້ໄປ​ປະ​ຈຳ​ໄວ້ ອາດ​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ກັບ​ປະທານາທິບໍດີ​ຣັດ​ເຊຍເພີ້ມຂຶ້ນ​ອີກ.

ທ່ານ​ນາງ​ນໍ​ແມ່ນ​ກ່າວ​ຜ່ານ​ທາງ Skype ວ່າ: “ຄວາມຮຽກຮ້ອງຕ້ອງການທີ່ສຳຄັນຂອງປູ​ຕິນໃນເລື້ອງທັງໝົດນີ້ ກໍ​ຄືການ ດຶງເອົາກຳລັງທະຫານ ແລະອາວຸດຂອງເນ​ໂຕ້ໃນປະ​ເທດ​ຕ່າງໆ​ ຢູ່​ເຂດຕາ ເວັນອອກບ່ອນ​ດຽວກັນນັ້ນລົງ. ດັ່ງນັ້ນ, ຄວາມຈິງທີ່ວ່າ ມີການເອົາ​ທະ​ຫານ​ໄປເພີ່ມ ສິ່ງນັ້ນຈະບໍ່​ຖືກມອງວ່າເປັນ​ການກະທໍາໃນການປ້ອງກັນຕົວ, ແຕ່ ເປັນການ​ກະ​ທຳ​ແບບ​ຝ່າ​ຝືນ ແລະການເກາະ​ຜິດໂດຍຣັດເຊຍ."

​ຂະ​ນະດຽວ​ກັນ​, ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດຢ່າງ​ຫ້າວ​ຫັນ​ເພື່ອ​ຫຼີກ​ເວັ້ນ​ການ​ທຳສົງ​ຄາມ​ຍັງ​ດຳ​ເນີນ​ຕໍ່​ໄປຢູ່. ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ, ທ່ານ​ບໍ​ຣີ​ສ ຈອນ​ສັນມີ​ກຳ​ນົດ​ຈະ​ໄປ​ຢ້ຽມ​ຢາມຢູ​ເຄ​ຣນໃນ​ອາ​ທິດ​ນີ້ ແລະຈະ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ.

XS
SM
MD
LG