ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ກຽມ​ພ້ອ​ມ​ລະ​ດັບ​ສູງ: ອົງ​ການເນ​ໂຕ້ ສົ່ງ​ທ​ະ​ຫານ ເຮືອ​ບິນ​ລົບ ໄປ​ພາກ​ຕາ​ເວັນ​ອອກ ​ເພື່ອຮັບ​ມື​ກັບ​ການ​ຂົ່ມ​ຂູ່​ຂອງ​ຣັດ​ເຊຍ


ສາ​ລະ​ວັດ​ທະ​ຫານ​ຄົນ​ນຶ່ງ ຢືນ​ຍາມ​ຢູ່​ຕໍ່​ໜ້າ​ເຮືອ​ບິນ​ລົບ​​ F-16 ຂອງກອງ​ທັບ​ອາ​ກາດ​ເດັນ​ມາກ ໃນ​ລະ​ຫວ່າງ​ພິ​ທີ​ຕ້ອນ​ຮັບ ທີ່​ຖານ​ທັບ​ອາ​ກາດ Siauliai ປະ​ມານ 230 ​ກິ​ໂລ​ແມັດ ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ຫຼວງວິ​ລ​ນັ​ສ ປະ​ເທດ​ລີທົວ​ເນຍ ວັນ​ທີ 28 ມັງ​ກອນ 2022.
ສາ​ລະ​ວັດ​ທະ​ຫານ​ຄົນ​ນຶ່ງ ຢືນ​ຍາມ​ຢູ່​ຕໍ່​ໜ້າ​ເຮືອ​ບິນ​ລົບ​​ F-16 ຂອງກອງ​ທັບ​ອາ​ກາດ​ເດັນ​ມາກ ໃນ​ລະ​ຫວ່າງ​ພິ​ທີ​ຕ້ອນ​ຮັບ ທີ່​ຖານ​ທັບ​ອາ​ກາດ Siauliai ປະ​ມານ 230 ​ກິ​ໂລ​ແມັດ ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ຫຼວງວິ​ລ​ນັ​ສ ປະ​ເທດ​ລີທົວ​ເນຍ ວັນ​ທີ 28 ມັງ​ກອນ 2022.

ປະເທດສະມາຊິກຂອງອົງການ NATO ກໍາລັງສົ່ງກອງກໍາລັງທະຫານ, ເຮືອ ບິນ​ລົບແລະກໍາປັ່ນລົບ ໄປທີ່ປະເທດພັນທະມິດ​ໃນຢູໂຣບຕາເວັນອອກ ເນື່ອງຈາກຄວາມເຄັ່ງຕຶງກັບຣັດເຊຍທີ່ເພີ້ມສູງຂຶ້ນ ຈາກການທີ່ມົສກູສົ່ງທະຫານຂອງຕົນຫຼາຍກວ່າ 100,000 ຄົນ ໄປປະຈໍາການຢູ່ເຂດຊາຍແດນທີ່ຕິດກັບຢູເຄຣນ. ປະເທດຕາເວັນຕົກມີຄວາມກັງວົນວ່າ ການຮຸກຮານຂອງຣັດເຊຍ ແມ່ນໃກ້ຈະເກີດຂຶ້ນແລ້ວ, ແຕ່ວັງເຄຣມລິນ ປະຕິເສດໄດ້​ປະ​ຕິ​ເສດ​ຕໍ່​ເລື້ອງດັ່ງກ່າວ.

ເຮືອບິນ​ລົບ F-16 ຂອງເດັນມາກ 4 ລໍາໄດ້ລົງຈອດທີ່​ປະ​ເທດລີທົວເນຍ ເມື່ອອາທິດແລ້ວນີ້ ເພື່ອໃຫ້ການສະໜັບສະໜຸນພາລະກິດລາດ​ຕະ​ເວນທາງອາກາດຂອງອົງການ NATO ໃນເຂດທະເລບາລຕິກ. ນັບຕັ້ງແຕ່ຣັດເຊຍ ໃຊ້ກໍາລັງ ຢຶດເອົາເຂດໄຄຣເມຍ ໃນປີ 2014, ອົງການ NATOໄດ້ສົ່ງກອງກໍາລັງທະ ຫານປະມານ 4,000 ຫາ 5,000 ຄົນເຂົ້າໄປໃນ ປະ​ເທດແອັສໂທເນຍ, ລັດເວຍ, ລີທົວເນຍ ແລະ ໂປແລນ ໃນ​ອັນ​ທີ່ພັນທະມິດ ຮ້ອງປະຕິບັດການນີ້ວ່າ “ການເພີ້ມ​ກຳ​ລັງເພື່ອປັບປຸງ​ເຂດ​ແນວໜ້າ.”

ສະຫະລັດ ໄດ້ກຽມທະຫານໄວ້ 8,500 ຄົນ. ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ບອກກັບນັກຂ່າວ ໃນວັນສຸກທີ່ຜ່ານມາວ່າ “ຂ້າພະເຈົ້າຈະເຄື່ອນຍ້າຍກອງທະຫານສະຫະລັດ ໄປຢູໂຣບຕາເວັນອອກ ແລະປະເທດສະມາຊິກຂອງອົງການ NATO ໃນຊ່ວງເວລາອັນໃກ້ນີ້.”

ສະຫະລັດ ມີທະຫານຫຼາຍໝື່ນຄົນປະຈໍາການຢູ່ໃນຢູໂຣບແລ້ວ, ໂດຍສ່ວນຫຼາຍແມ່ນຢູ່ໃນປະເທດເຢຍຣະມັນ ແລະອັງກິດ. ໃນແຜນການອັນນຶ່ງ ອາດຈະເຫັນພວກທະຫານເຫຼົ່ານັ້ນ ຄ່ອຍໆຖືກ​ສົ່ງໄປຫາປະເທດສະມາຊິກ​ທາງ​ພາກຕາເວັນອອກຂອງອົງການ NATO.

ຝຣັ່ງ ໄດ້ປະກາດແຜນທີ່ຈະສົ່ງທະຫານຫຼາຍຮ້ອຍຄົນ ໄປປະເທດໂຣມາເນຍ, “ດັ່ງທີ່ປະທານາທິ ບໍດີ ມາກຣົງ ໄດ້ຮຽກຮ້ອງໃນອາທິດແລ້ວນີ້, ພວກເຮົາໄດ້ມີສ່ວນຮ່ວມຢ່າງຫຼວງຫຼາຍ ໃນການຮັກສາຄວາມປອດໄພ ຕໍ່ປະເທດພາຄີຢູໂຣບຂອງພວກເຮົາ ໃນພາລະກິດຂອງອົງການ NATO ຢູ່ເຂດທະເລບາລຕິກ ແລະພວກເຮົາກໍຍັງຈະດໍາເນີນການແບບນັ້ນຢູ່ຕໍ່ໄປ,” ລັດຖະມົນຕີ ກະ ຊວງປ້ອງກັນປະເທດຂອງຝຣັ່ງ ທ່ານຟລໍຣັງ ປາກລີ (Florence Parly) ກ່າວໃນລະຫວ່າງການຢ້ຽມຢາມ ​ນະ​ຄອນບູ​ຄາ​ແຣັດ (Bucharest) ໃນວັນທີ 27 ມັງກອນທີ່ຜ່ານມາ.

“ໃນຄວາມມຸ້ງໝາຍອັນດຽວກັນ, ທ່ານໄດ້ຊີ້ໃຫ້ເຫັນເຖິງຄວາມພ້ອມ ຂອງພວກເຮົາທີ່ຈະກ້າວຕໍ່ໄປ ແລະລະຫວ່າງຂອບເຂດການປະຕິບັດງານຂອງອົງການ NATO ທີ່ມີສ່ວນຮ່ວມໃນພາລະກິດໃໝ່ ການເພີ້ມ​ກຳ​ລັງເພື່ອປັບປຸງ​ເຂດ​ແນວໜ້າຫຼື EEP, ໂດຍສະເພາະຢ່າງຍິ່ງຢູ່ໃນໂຣມາເນຍ, ຖ້າຫາກອົງການ NATO ຕັດສິນໃຈກ່ຽວກັບມັນ,” ທ່ານກ່າວເສີມ.

ປະເທດ ສະເປນ, ເນເທີແລນ ແລະເຢຍຣະມັນ ແມ່ນກໍາລັງພິຈາລະນາທີ່ຈະສົ່ງກອງກໍາລັງທະຫານ, ເຮືອບິນລົບ ແລະກໍາປັ່ນລົບ ໄປປະເທດພັນທະມິດ​ໃນ​ຢູ​ໂຣບຕາເວັນອອກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG