ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຫົວຮຸນແຮງເຮັສໂບລລາ ນໍາໃຊ້ອາວຸດຊະນິດໃໝ່ ແລະຍຸດທະສາດທີ່ທັນສະໄໝ ຕໍ່ສູ້ກັບ ອິສຣາແອລ


ກອງກໍາລັງອິສຣາແອລ ຍິງປືນໃຫຍ່ຈາກຖານຂອງພວກເຂົາເຈົ້າ ໃສ່ບໍລິເວນຊາຍແດນກັບເລບານອນ ລຸນຫຼັງມີການໂຈມຕີດ້ວຍລູກຈະຫຼວດ ຈາກເລບານອນ.
ກອງກໍາລັງອິສຣາແອລ ຍິງປືນໃຫຍ່ຈາກຖານຂອງພວກເຂົາເຈົ້າ ໃສ່ບໍລິເວນຊາຍແດນກັບເລບານອນ ລຸນຫຼັງມີການໂຈມຕີດ້ວຍລູກຈະຫຼວດ ຈາກເລບານອນ.

ໃນອາທິດນີ້, ກຸ່ມຫົວຮຸນແຮງ ເຮັສໂບລລາ ຂອງເລບານອນ ໄດ້ທໍາການໂຈມ ຕີຄ້າຍທະຫານໃນພາກເໜືອຂອງອິສຣາແອລ ໂດຍໃຊ້ເຮືອບິນບໍ່ມີຄົນຂັບ ທີ່ໄດ້ ຍິງລູກສອນໄຟສອງລູກ. ການ​ໂຈມ​ຕີດັ່ງກ່່າວ ​ໄດ້​ເຮັດ​ໃຫ້​ທະຫານໄດ້​ຮັບ​ບາດ​ເຈັບ 3 ຄົນ, ນຶ່ງ​ໃນ​ນັ້ນ​ໄດ້ຮັບບາດເຈັບສາຫັດ, ອີງຕາມ​ການກ່າວຂອງ​ທະຫານ​ ອິສຣາ​ແອ​ລ.

ກຸ່ມຫົວຮຸນແຮງ ເຮັສໂບລລາ ໄດ້ທໍາການຍິງລູກສອນໄຟຢ່າງຕໍ່ເນື່ອງຂ້າມຊາຍ ແດນຕິດກັບ ອິສຣາແອລ ໃນຊ່ວງໄລຍະຫຼາຍກວ່າ 7 ເດືອນທີ່ຜ່ານມາ, ແຕ່ໃນວັນພະຫັດວານນີ້ເບິ່ງຄືວ່າ ຈະເປັນການໂຈມຕີທາງອາກາດຄັ້ງທໍາອິດ ທີ່ປະສົບຄວາມສໍາເລັດ ທີ່ພວກເຂົາໄດ້ຍິງອອກຈາກເຂດນ່ານຟ້າລະຫວ່າງ ອິສຣາແອລ.

ກຸ່ມ​ດັ່ງກ່າວ​ ໄດ້​ເພີ້ມ​ທະວີ​ການ​ໂຈມ​ຕີ​ຕໍ່ ​ອິສຣາ​ແອ​ລ ​ໃນບໍ່ເທົ່າໃດ​ອາທິດ​ຜ່ານ​ມາ​ນີ້, ​ໂດຍ​ສະ​ເພາະແລ້ວ ​ນັບ​ຕັ້ງ​ແຕ່ອິສຣາແອລໄດ້ທໍາ​ການ​ບຸກ​ໂຈມ​ຕີເຂົ້າໄປ ໃນ​ເມືອງຣາຟາ ທີ່ຕັ້ງຢູ່ທາງ​ພາກ​ໃຕ້​ຂອງແຫຼມກາຊາ. ກຸ່ມດັ່ງກ່າວໄດ້​ບຸກ​ໂຈມ​ຕີ​ເຂົ້າ​ໃນ ​ອິ​ສ​ຣາແອລ ຫຼາຍຂຶ້ນ ແລະ​ໄດ້ທໍາການໂຈມຕີດ້ວຍ​ອາ​ວຸດຊະນິດ​ໃໝ່ ແລະທັນສະໄໝ​ຂຶ້ນກວ່າເກົ່າ.

ທ່ານຟາຍຊາລ ອັບດຸລ-ຊາເທີ (Faisal Abdul-Sater), ນັກວິເຄາະທາງ ດ້ານການເມືອງຊາວເລບານອນ ທີ່ຕິດຕາມກຸ່ມເຮັສໂບລລາ ຢ່າງໃກ້ຊິດກ່າວວ່າ “ນີ້ແມ່ນວິທີການສົ່ງຂໍ້ຄວາມຢູ່ພາກພື້ນດິນໄປຫາສັດຕູ ອິສຣາແອລ, ເຊິ່ງມີ ຄວາມຫມາຍວ່າ ນັ້ນແມ່ນສ່ວນນຶ່ງທີ່ພວກເຮົາມີ, ແລະຖ້າຈໍາເປັນພວກເຮົາ ສາມາດໂຈມຕີຫຼາຍກວ່າເກົ່າອີກ.”

ໃນຂະນະທີ່ການຍິງຂ້າມຊາຍແດນໄປມາ ມີການດໍາເນີນມານັບຕັ້ງແຕ່ຕົ້ນ ເດືອນຕຸລາ, ແຕ່ “ການໂຈມຕີທີ່ຊັບຊ້ອນ” ໂດຍກຸ່ມເຮັສໂບລລາ ໄດ້ເລີ້ມຕົ້ນ ຂຶ້ນພຽງບໍ່ເທົ່າໃດມື້ ລຸນຫຼັງການໂຈມຕີດ້ວຍໂດຣນ ແລະລູກສອນໄຟທີ່ບໍ່ເຄີຍ ມີມາກ່ອນໂດຍ ອີຣ່ານ ຕໍ່ ອິສຣາແອລ ໃນກາງເດືອນເມສາແລ້ວນີ້.

​ໃນຊ່ວງ​ສອງ​ອາທິດ​ທີ່​ຜ່ານ​ມາ, ກຸ່ມຫົວຮຸນແຮງເຮັສໂບລລາ ​ໄດ້​ເພີ້ມ​ທະວີ​ຄວາມ​ຮຸນ​ແຮງໃນການຕອບ​ໂຕ້ຕໍ່​ການ​ບຸກ​ໂຈມ​ຕີ​ຂອງ​ອິສຣາ​ແອ​ລ​ເຂົ້າ​ໄປ​ໃນ​ເມືອງຣາຟາ ທີ່ຕັ້ງຢູ່ທາງ​ພາກ​ໃຕ້​ຂອງແຫຼລມກາຊານັ້ນ ຫຼາຍຂຶ້ນກວ່າເກົ່າ, ​ອີງຕາມການກ່າວຂອງເຈົ້າ​ໜ້າ​ທີ່ເລ​ບາ​ນອນ​ທີ່​ລື້ງ​ເຄີຍ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ດັ່ງກ່າວ, ເຊິ່ງເຈົ້າ​ໜ້າ​ທີ່​ທ່ານນີ້​ ກ່າວໂດຍ​ບໍ່ໄດ້​ເປີດ​ເຜີຍຊື່ ເນື່ອງຈາກ​ລາວ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເປີດເຜີຍລາຍ​ລະ​ອຽດ​ຂໍ້​ມູນ​ທາງ​ການ​ທະ​ຫານ​ຕໍ່​ສື່​ມວນ​ຊົນ.

ອ່ານຂ່າວລຸ່ມນີ້ເປັນພາສາອັງກິດ

BEIRUT (AP) — The Lebanese militant group Hezbollah this week struck a military post in northern Israel using a drone that fired two missiles. The attack wounded three soldiers, one of them seriously, according to the Israeli military.

Hezbollah has regularly fired missiles across the border with Israel over the past seven months, but the one on Thursday appears to have been the first successful missile airstrike it has launched from within Israeli airspace.

The group has stepped up its attacks on Israel in recent weeks, particularly since the Israeli incursion into the southern city of Rafah in the Gaza Strip. It has struck deeper inside Israel and introduced new and more advanced weaponry.

“This is a method of sending messages on the ground to the Israeli enemy, meaning that this is part of what we have, and if needed we can strike more,” said Lebanese political analyst Faisal Abdul-Sater who closely follows Hezbollah.

While the cross-border exchanges of fire have been ongoing since early October, “complex attacks” by Hezbollah began a few days after Iran’s unprecedented drone and missile barrage attack on Israel in mid-April.

In the past two weeks, Hezbollah has escalated further in response to the Israeli incursion into the city of southern Rafah in the Gaza Strip, a Lebanese official familiar with the group’s operations said. The official spoke anonymously because he was not authorized to detail military information to the media.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG