ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປິ່ນ​ປົວ​ ທີ່ໃຊ້ DNA ແລະແບບແນ​ໃສ່​ຈຸດ​ເຈາະ​ຈົງອື່ນ ຊ່ວຍໃຫ້​ຄວບ​ຄຸມ ແລະ​ປົວໂຣກ​ມະ​ເຮັງ ໄດ້​ດີ​ຂຶ້ນ


DNA Can Point The Way Toward Curing or Controlling Cancer
please wait

No media source currently available

0:00 0:02:44 0:00

ການ​ປິ່ນ​ປົວແບບ​ໃຊ້ DNA ແລະແບບແນ​ໃສ່​ຈຸດ​ເຈາະ​ຈົງອື່ນໆ ຊ່ວຍໃຫ້​ຄວບ​ຄຸມ ແລະ​ປົວໂຣກ​ມະ​ເຮັງ ໄດ້​ດີ​ຂຶ້ນ

ການ​ປິ່ນ​ປົວ​ໂຣກ​ມະ​ເຮັງ ໄດ້​ກັບ​ກາຍ​ມາ​ເປັນ​ເລື້ອງ​ທີ່​ເຮັດ​ໄດ້​ແບບ​ເຈາະ​ຈົງຫລາຍ​ຂຶ້ນ ແລະ​ມີ​ຄວາມ​ເຈັບ​ປວດໜ້ອ​ຍ​ກວ່າ​ເກົ່າ. ນີ້​ກໍໝາຍ​ຄວາມ​ວ່າການ​ປິ່ນ​ປົວ​ໂຣກ​ມະ​ເຮັງ​ບາງ​ຢ່າງ ຈະ​ໃຊ້​ເວ​ລາ​ໜ້ອຍ​ລົງ ແລະ​ເຮັດ​ໃຫ້​ເກີດ​ຜົນ​ດີ​ຂຶ້ນຫລາຍກວ່າ​ເກົ່າ ດັ່ງ​ທີ່​ພວກ​ເຮົາ​ຈະ​ໄດ້​ຍິນ​ຢູ່​ໃນ​ລາຍ​ງານຂອງ Carol Pearson, ນັກ​ຂ່າວ​ວີ​ໂອ​ເອ ຊຶ່ງບົວ​ສະ​ຫວັນ ຈະນຳ​ມາ​ສະ​ເໜີໃຫ້​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ:

ການ​ປິ່ນ​ປົວ​ໂຣກ​ມະ​ເຮັງ​ມັກ​ຈະ​ລ​ວມ​ມີ​ວິ​ທີເຄ​ມີບຳ​ບັດ, ການ​ສາຍ​ລັງສີ, ຫລື ທັງ​ສອງ​ຢ່າງ​ນຳ​ກັນ. ແຕ່​ວ່າ ວິ​ທີ​ເຄ​ມີ​ບຳ​ບັດ ແລະ​ການ​ສາຍ​ລັງສີນີ້ ໄດ້​ທຳ​ລາຍແຊ​ລ​ທີ່​ມີ​ຄວາມ​ແຂງ​ແຮງ ໄປ​ພ້ອມ​ໆກັບ​ແຊ​ລ​ທີ່​ເປັນ​ອັນ​ຕະ​ລາຍ ແລະ​ກໍ​ມີຜົນ​ຮ້າຍຂ້າງ​ຄຽງ​ຢູ່​ຢ່າງ​ຫລວງ​ຫລາຍ.

ບາງ​ຄັ້ງ​ ການ​ຜ່າ​ຕັດ​ກໍ​ເປັນ​ທາງ​ເລືອກ​ທີ່​ດີ​ທີ່​ສຸດ ແຕ່​ວ່າຄົນ​ສ່ວນ​ໃຫຍ່ ກໍ​ໄດ້​ຮັບການ​ປົວ​ແບບເຄ​ມີບຳ​ບັດ ແລະ​ການ​ສາຍ​ລັງສີ ​ປະ​ກອບ​ໄປ​ນຳ​ສ່ວນ​ໃດ​ສ່ວນ​ນຶ່ງເພີ້ມ​ອີກດ້ວຍ.

ໂດຍ​ລວມ​ແລ້ວ, ການ​ປິ່ນ​ປົວໂຣກ​ມະ​ເຮັງ​ກຳ​ລັງກາຍມາ​ເປັນ​ການ​ສຸມ​ໃສ່​ຈຸດທີ່​ຢູ່​ໃນເປົ້າ​ໝາຍ​ແລ້ວ. ຕົວ​ຢ່າງ​ເຊັ່ນ ແມ່​ຍິງ​ທີ່​ເປັນໂຣກ​ມະ​ເຮັງ​ນົມ​ໃນ​ຂັ້ນ​ຕົ້ນ ສາ​ມາດ​ໄດ້​ຮັບ​ການ​ສາຍ​ລັງສີ​ທີ່​ມີ​ຈຸດ​ສຸມ​ໃສ່​ສະ​ເພາະ​ພາຍ​ຫລັງທີ່​ໄດ້​ຕັດ​ເນື້ອງອກ​ອອກ​ໄປແລ້ວ.

ໂດຍ​ໄດ້​ຮັບ​ການ​ບຳ​ບັດ​ອັນ​ນັ້ນ ການ​ສາຍ​ລັງສີ​ອ່ອນໆ ​ທີ່​ເອົາ​ແສງສ່ອງມາ​ຈາກ​ຫລາຍ​ມຸມ, ໃຫ້​ກະ​ທົບ​ໃສ່​ແຕ່​ບ່ອນ​ທີ່​ແຊ​ລ​ທີ່​ອາດ​ຍັງ​ເລັດ​ລອດ​ຢູ່ ​ຫລັງ​ຈາກ​ການ​ຜ່າ​ຕັດນັ້ນ ແທນ​ທີ່​ຈະ​ເອົາ​ລັງສີ​ສ່ອງ​ໄປໃສ່​ທົ່ວໝົດທັງເຕົ້ານົມ​ເລີຍ. ອີກ​ຢ່າງ​ນຶ່ງ ແມ່​ຍິງກໍບໍ່​ຈຳ​ເປັນຕ້ອງໄດ້​ຮັບການປິ່ນ​ປົວ​ຫລາຍ​ຄັ້ງປານນັ້ນ. ​

ດ​ຣ. ຈູ​ເລຍ ໄວ​ທ໌ (Julia White) ຢູ່​ສູນ​ມະ​ເຮັງ​ຮອບ​ດ້ານ​ຂອງມະ​ຫາ​ວິ​ທະ​ຍາ​ໄລລັດໂອ​ຮາຍ​ໂອ (Ohio) ທີ່​ໄດ້ກວດ​ເບິ່ງ​ຜົນ​ຂອງວິ​ທີ​ປິ່ນ​ປົວ​ໂຣກ​ມະ​ເຮັງ​ທັງ​ສອງ​ຢ່າງນີ້ ໃຫ້​ຄຳ​ເຫັນ​ວ່າ:
"ການ​ປິ່ນ​ປົວ​ໂຣກ​ມະ​ເຮັງໄລ​ຍະສັ້ນເປັນ​ເວ​ລາ 5 ມື້ ແມ່ນດີ​ເທົ່າໆ ​ກັນ​ກັບ​ການສາຍ​ລັງ​ສີໃສ່​ທົ່ວ​ເຕົ້າ​ນົມ​ເປັນ​ເວ​ລາ 4 ຫາ 6 ອ​າ​ທິດ.”

ການ​ປິ່ນ​ປົວໂຣກ​ມະ​ເຮັງທີ່​ສຸມ​ໃສ່ຈຸດເປົ້າ​ໝາຍ​ອີກ​ອັນ​ນຶ່ງ​ກໍ​ຄື ການ​ໃຊ້ລະ​ບົບ​ພູມ​ຕ້ານ​ທານ​ຂອງ​ຮ່າງ​ກາຍ​ເອງ ເພື່ອ​ຕໍ່​ສູ້​ກັບ​ໂຣກ​ມະ​ເຮັງ. ດ​ຣ. ວິ​ລ​ລຽມ ແນລຊັນ (Dr. William Nelson) ຢູ່​ສູນ​ການ​ແພດ​ ຂອງມະ​ຫາ​ວິ​ທ​ະ​ຍາ​ໄລຈອນ​ສ໌ ຮອບ​ສ໌​ຄິນ (Johns Hopkins) ເວົ້າ​ວ່າ ການ​ບຳ​ບັດ​ໂດຍ​ໃຊ້​ພູມ​ຕ້ານ​ທານ​ຂອງ​ຮ່າງ​ກາຍ ຈະ​ກາຍ​ມາ​ເປັນ​ການ​ປິ່ນ​ປົວໂຣກ​ມະ​ເຮັງແບບ​ມາດ​ຕະ​ຖານ​. ທ່ານ​ກ່າວ​ດັ່ງ​ນີ້:
"ດຽວນີ້ ​ມັນ​ເປັນ​ທີ່​ຈະ​ແຈ້ງ​ຫລາຍ​ແລ້ວວ່າ ລະ​ບົບ​ພູມ​ຕ້ານ​ທານ​ຂອງ​ຮ່າງ​ກາຍ​ໄດ້​ເຫັນ​ແຊ​ລ​ຂອງ​ໂຣກ​ມະ​ເຮັງ, ມັນ​ສາ​ມາດ​ທີ່​ຈະ​ໂຈມ​ຕີ ແລະ​ທຳ​ລາຍ​ແຊ​ລ ໂຣກມ​ະເຮັງ​ໃນ​ແບບ​ທີ່ເປັນ​ປະ​ໂຫຍດ​ຫລາຍ."

ການ​ປິ່ນ​ປົວ​ອີກ​ແບບ​ນຶ່ງແມ່ນ​ກ່ຽວ​ຂ້ອງ​ກັບ​ການກວດ​ເບິ່ງ​ການ​ກໍ່​ຕົວ​ຂຶ້ນ​ ທາງ​ພັນ​ທຸ​ກຳຂອງແຊ​ລໂຣກມະ​ເຮັງ ແລະ​ໃຊ້​ຢາ​ທີ່​ເລືອກເອົາ​ມາ ​ເພື່ອ​ຂ້າແຕ່​ແຊ​ລ​ເຫລົ່າ​ນັ້ນຖິ້ມ. ດ​ຣ. ມາ​ເຊຍ ໂບ​ຣ​ສ (Marcia Brose) ຢູ່​ສູນ​ກາງ​ໂຣກ​ມະ​ເຮັງ ອາ​ແບ​ຣມ​ສັນ (Abramson) ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ເພັນ​ຊິລເວ​ເນຍທີ່​ມີ​ຄວາມ​ຊຳ​ນານໃນວິ​ທີນີ້ເອີ້ນ​ມັນ​ວ່າ ການກວດ​ທາງ​ພັນ​ທຸ​ກຳ ແລະ​ການ​ໃຊ້​ຢາແບບ ເຈາະ​ຈົງ​.

ທ່ານ​ນາງ ໂບ​ຣ​ສ (Brose) ໃຫ້​ຄຳ​ເຫັນ​ວ່າ:
"ພວກ​ເຮົາ​ເວົ້າ​ເຖິງ ການ​ແນ​ເປົ້າ​ໝາຍໃສ່​ແຊ​ລທີ່​ຢູ່​ໃຈ​ກາງ​ຂອງ​ສິ່ງ​ທີ່​ເຮັດ​ໃຫ້ມັນ ເກີດໂຣກມະ​ເຮັງຂຶ້ນ ໃນ​ຕອນ​ເລີ້ມຕົ້ນ​ນັ້ນ​ແທ້ໆ ແລະ​ນັ້ນ​ຄືການ​ປິ່ນ​ປົວ ການ​ໃຊ້​ຢາແບບເຈາະ​ຈົງ.”

ທ່ານ​ນາງ ໂບ​ຣ​ສ (Brose) ກ່າວ​ຜ່າ​ນ​ທາງ​ສ​ໄກ​ພ໌​ວ່າ ໂຣກມະ​ເຮັງຂອງ​ແຕ່​ລະ​ຄົນ​ແມ່ນ​ມີ​ລັກ​ສະ​ນະ​ສະ​ເພາະ​ຕົວ​ຂອງ​ໃຜ​ລາວ ຊຶ່ງ​ກໍ​ບໍ່​ຕ່າງ​ຫຍັງກັນ​ກັບ DNA ຂອງ​ເຂົາ​ເຈົ້າ. ການ​ທີ່​ຮູ້​ຈັກສິ່ງທີ່ກໍ່ຮ່າງສ້າງ​ຕົວເປັນໂຣກມະ​ເຮັງ ຊ່ວຍ​ພວກ​ທ່ານ​ໝໍ​ໃຫ້​ສາ​ມາດ​ກຳ​ນົດໄດ້​ວ່າ ຢາ​ອັນ​ໃດ​ຈະ​ໃຊ້​ໄດ້​ຜົນ​ຫລາຍ​ທີ່​ສຸດ. ທ່ານ​ນາງເວົ້າ​ວ່າອີກວ່າ ແຊ​ລ​ທີ່​ມີ​ຄວາມ​ແຂງ​ແຮງ​ ຈະ​ຖືກ​ປະ​ໄວ້ ໂດຍບໍ່​ໃຫ້​ຖືກ​ແຕະ​ຕ້ອງ ມີຄົນ​ເຈັບພຽງບໍ່ທໍ່ໃດຄົນ ​ທີ່ຈະໄດ້ຮັບຜົນຮ້າຍ​ຂ້າງ​ຄຽງໃດ​ນຶ່ງ.

ທ່ານ​ນາງ ໂບ​ຣ​ສ (Brose) ກ່າວ​ຕໍ່​ໄປ​ວ່າ:
"ແລະ​ຄົນ​ປ່ວຍ​ຄູ່​ນຶ່ງ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ປິ່ນປົວມາ, ຖ້າ​ຂ້າ​ພະ​ເຈົ້າ​ຫາກ​ຫລຸດ​ຂະ​
ໜາດຢາ​ລົງລະ​ດັບດຽວ​ເທົ່າ​ນັ້ນ ມັນບໍ່​ພຽງ​ແຕ່ຈະເຮັດ​ໃຫ້ຜົນ​ຂ້າງ​ຄຽງ​ໝົດ​ໄປ​ເທົ່າ​ນັ້ນ ການ​ປິ່ນ​ປົວກໍ​ຍັງ​ມີ​ປະ​ສິດ​ທິຜົນຄື​ຢູ່ເກົ່າ."

ແຕ່ທ່ານ​ນາງ ໂບ​ຣ​ສ (Brose) ກໍ​ໄດ້​ເຕືອນ​ວ່າ ການ​ປິ່ນ​ປົວ​ແບບນີ້ ບໍ່​ແມ່ນ​ຈະ​ໃຊ້ໄດ້​ຜົນກັບ​ໝົດ​ທຸກ​ຄົນ ຊຶ່ງ​ທ່ານ​ນາງ​ກ່າວ​ດັ່ງ​ນີ້:
“ດຽວນີ້, ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ຄິດ​ວ່າຜົນ​ກະ​ທົບ​ໃຫຍ່​ທີ່​ສຸດ​ທີ່​ຮູ້​ສຶກວ່າ​ມີ ກໍ​ແມ່ນ​ສຳ​ລັບ​ຄົນ​ເປັນ​ໂຣກ​ມະ​ເຮັງ​ທີ່ບໍ່​ໄດ້​ຮັບ​ການ​ປິ່​ນ​ປົວ, ຄົນ​ທີ່ປົວ​ດີ​ແລ້ວ ເປັນ​ໂຣກນັ້ນ​ກັບ​ຄືນ​ມາ​ເປັນ​ອີກ ຄັ້ງ​ແລ້ວ​ຄັ້ງ​ເລົ່າ ຫລືບໍ່ ກໍທີ່​ຈິງ​ແທ້ ​ແມ່ນໄດ້ເຮັດມະ​ເຮັງ​ແຜ່​ລາມ​ໄປ​ຫາ​ພາກ​ສ່ວນ​ອື່ນໆ​ໃນ​ຮ່າງ​ກາຍ."

ທ່ານ​ນາງ ໂບ​ຣ​ສ (Brose) ເວົ້າຕໍ່​ໄປ​ວ່າ ຄົນ​ປ່ວຍທີ່​ເປັນ​ໂຣກ​ມະ​ເຮັງ​ ​ຫລາຍ​ຄົນທີ່​ຖືກ​ກຳ​ນົດວ່າ ຢູ່​ໃນ​ຂັ້ນ​ສຸດ​ທ້າຍ​ແລ້ວ ບໍ່​ພຽງ​ແຕ່​ຍັງ​ມີ​ຊີ​ວິດ​ຢູ່ ແຕ່​ຍັງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ເປັນ​ເວ​ລາ​ຫລາຍ​ປີ​ອີກ ພາຍ​ຫລັງ​ໄດ້​ຮັບ​ການ​ປິ່ນ​ປົວແລ້ວ.

ທ່ານ​ນາງ​ກ່າວ​ດັ່ງ​ນີ້:
"ຂ້າພະເຈົ້າ​ຮັບ​ເອົາ​ຄົນ​ປ່ວຍ​ຜູ້​ນີ້ ທີ່​ຖືກບອກວ່າ ລາວ​ຈະ​ມີ​ຊີ​ວິດ​ຕໍ່​ໄປ​ໄດ້​ປະ​ມານ 3 ເດືອນ ແລະ​ລາວ​ເປັນ​ໂຣກ​ມະ​ເຮັງ​ປະ​ເພດທີ່​ຕາມ​ປົກ​ກະ​ຕິ​ແລ້ວ ບໍ່​ສາ​ມາດ​ປິ່ນ​ປົວ​ໄດ້, ແມ່ນ​ແຕ່​ໃຊ້​ວິ​ທີເຄ​ມີບຳ​ບັດ ຄົນ​ປ່ວຍ​ເຫລົ່າ​ນີ້ ກໍ​ບໍ່​ສາ​ມາດ​ດີ​ຂຶ້ນ​ໄດ້. ແລະ​ຂ້າ​ພະ​ເຈົ້າ​ພົບ​ແມ່​ຍິງ​ຜູ້​ນຶ່ງ ທີ່ມີ​ກ້ອນ​ເນື້ອ​ມະ​ເຮັງ​ນັ່ງຢູ່​ໃນ​ລໍ້ ແລະ​ໃຊ້ອາຍ​ອອກ​ຊີ​ເຈນ​ເພື່ອ​ຫັນ​ໃຈ​ຢູ່ ແລະ​ໃນ​ຊົ່ວ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າຄົນ​ຜູ້ນັ້ນ ຈະ​ເສຍ​ຊີ​ວິດ​ໄປ ພາຍ​ໃນ​ປີ​ນຶ່ງ, ແລະໃນ​ທີ່ນີ້ ສາມ​ປີ​ຕໍ່​ມາ, ແລະ​ລາວ​ກໍຍັງໄປ​ປີນ​ພູ​ກັບ​ພວກ​ລູກໆ​ຂອງ​ລາວຢູ່.”

ການ​ປິ່ນ​ປົວ​ແບບນີ້ ບໍ່​ແມ່ນ​ຈະ​ໃຊ້ໄດ້​ຜົນກັບ​ໝົດ​ທຸກ​ຄົນ ແຕ່​ວ່າ ນັກ​ຊ່ຽວ​ຊານ​ດ້ານ​ໂຣກ​ມະ​ເຮັງ​ຄິດ​ວ່າ ການ​ບຳ​ບັດ​ແບບ​ແນ​ໃສ່​ເປົ້າໝາຍແບບ​ເຈາະ​ຈົງ, ບໍ່​ວ່າ ຈະເປັນ​ການ​ສາຍ​ລັງ​ສີ​ເປັນ​ບາງ​ສ່ວນ, ການ​ບຳ​ບັດ​ໂດຍ​ໃຊ້​ພູມ​ຕ້ານ​ທານ​ຂອງ​ຮ່າງ​ກາຍ ຫລື​ການກວດ​ທາງພັນ​ທຸ​ກຳກໍ​ຕາມ ​ທີ່ຕິດ​ຕາມໄປ​ດ້ວຍ​ການ​ປິ່ນ​ປົວທີ່​ໃຊ້​ຢາແບບ​ເຈາະ​ຈົງ​ ຈະກາຍເປັນການ​ປິ່ນ​ປົວ​ໂຣກ​ມະ​ເຮັງ​ໃນ​ອະ​ນາ​ຄົດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

Traditional cancer treatments often include chemotherapy, radiation or both. But chemo and radiation kill healthy cells as well as malignant ones, and the side effects are legendary.

Sometimes surgery is the best option, but most people have some combination of chemo, radiation and surgery.

Overall, cancer treatment is becoming more focused. For example, women with early stage breast cancer can have focused radiation after the tumor is removed.

In these cases, weak radiation beams from many different angles, hit the place where the tumor was. Dr. Julia White at Ohio State University Comprehensive Cancer Center recently completed a study that showed these results. Plus, White says, partial radiation takes less time.

“The short five-day treatment is just as good as the whole breast irradiation for four to six weeks,” she said.

Immunotherapy

Dr. William Nelson, at Johns Hopkins Medicine, says immunotherapy where the body’s own immune system fights the cancer is going to get wider use.

“It’s now pretty clear that the immune system sees cancer cells, sees them as abnormal, and if we unleash the power of the immune system, it can attack and destroy the cancer cells in a very helpful way,” he said.

Precision medicine

Still another treatment involves testing the genetic makeup of cancer cells and using medicine designed to kill only those cells. Dr. Marcia Brose at the Abramson Cancer Center, University of Pennsylvania specializes in this technique, called genomic testing and precision medicine.

“We’re talking about targeting cells at the very core of what made them a cancer to begin with, and that’s what precision medicine is really about,” she said.

Brose spoke by Skype. Each patient’s cancer is unique, just like their DNA. Knowing the cancer’s makeup helps doctors determine what medicine will work best. Healthy cells are left alone, and, Brose says, few patients have any side effects.

“And the couple that I’ve had, if I just dropped the dose one level, not only is the side effect gone, but the treatment still remains effective,” she said.

Brose cautions that this treatment isn’t for everyone.

“Right now, where I think the biggest impact is being felt is for those patients whose cancer is not cured, that comes back over and over again, or actually spreads to other parts of the body,” she said.

Brose says many of her patients whose cancer was considered terminal are not only alive but also healthy.

“I get this patient in who’s been told he’s only going to around for three months, and he’s got a cancer that typically is not treatable, even with chemotherapy, these patients don’t do well,” she said. “And I meet a woman who has sarcoma who was in a wheelchair and on oxygen, and in my lifetime that person would be gone in a year, and here it is three years later, and she’s hiking with her kids.”

This treatment isn’t for everyone, but cancer specialists think targeted therapy, whether partial radiation, immunotherapy or the genomic testing followed by precision medicine is the future of cancer treatment.

XS
SM
MD
LG