ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ປະເທດ ຄອງໂກ ຍິງປະທະກັນ ຢ່າງຮຸນແຮງ ກັບພວກມືປືນ


ແຜນທີ່ຂອງປະເທດ ຄອງໂກ.
ແຜນທີ່ຂອງປະເທດ ຄອງໂກ.

ຕຳຫຼວດໃນນະຄອນຫຼວງຂອງ ສາທາລະນະລັດ ຄອງໂກ ໄດ້ຍິງປືນປຕໍ່ສູ້ກັນຢ່າງຮຸນ ແຮງ ກັບມືປືນທີ່ບໍສາມາດລະບຸຊື່ໄດ້ໃນວັນຈັນມື້ນີ້ ໃນການລະເບີດຄວາມຮຸນແຮງຄັ້ງ ໃຫຍ່ເປັນເທື່ອທຳອິດ ນັບຕັ້ງແຕ່ການເລືອກຕັ້ງຄືນໃໝ່ຂອງປະທານາທິບໍດີ Denis Sassou Nguesso ໃນເດືອນເດືອນທີ່ຜ່ານມາ.

ການຍິງກັນໄດ້ເກີດຂຶ້ນໃນໝູ່ບ້ານ Bacongo ແລະ Makeleke ຂອງເມືອງ Brazzaville. ຍັງບໍ່ທັນມີລາຍງານ ກ່ຽວກັບຜູ້ໄດ້ຮັບບາດເຈັບແຕ່ຢ່າງໃດ.

ທ່ານ Nguesso ໄດ້ເປັນປະທານາທິບໍດີຂອງປະເທດຄັ້ງທຳອິດໃນລະຫວ່າງປີ 1979 ແລະ 1992 ແລະ ຫຼັງຈາກໄດ້ຜ່າຍແພ້ການເລືອກຕັ້ງໄປແລ້ວ ກໍໄດ້ກັບຄືນມາກຳອຳນາດ ອີກໃນປີິ 1997. ທ່ານໄດ້ຮັບໄຊຊະນະໃນການເລືອກຕັ້ງທີ່ມີຄວາມຂັດແຍ້ງກັນໃນປີ 2002 ແລະ 2009 ກ່ອນນຳເອົາຄວາມເຫັນດີຂອງພວກລົງຄະແນນສຽງໄປລົບລ້າງການ ກີດກັ້ນໃນລັດຖະທຳມະນູນ ທີ່ຈະຫ້າມທ່ານບໍ່ໃຫ້ມີການເລືອກຕັ້ງໃນວັນທີ 20 ມີນາທີ່ ຜ່ານມາຍ້ອນການກຳຈັດອາຍຸ ແລະ ສະໄໝການດຳລົງຕຳແໜ່ງ.

ນາຍພົນທະຫານຜູ້ທີ່ໄດ້ຮັບອັນດັບ 3 ໃນການເລືອກຕັ້ງໄດ້ກ່າວຫາວ່າການເລືອກຕັ້ງ ແມ່ນເປັນການສໍ້ໂກງ ແລະ ໄດ້ຮຽກຮ້ອງມີການໃຫ້ຕໍ່ສູ້ກ່ຽວກັບ “ການລະເມີດຕໍ່ສັງຄົມ” ຫຼັງຈາກຜົນຂອງຄະແນນສຽງໄດ້ຖືກປະກາດອອກມາ.

Police in the Republic of Congo's capital exchanged heavy gunfire with unidentified gunmen Monday in the first major outbreak of violence since the re-election of President Denis Sassou Nguesso last month.

The shooting happened in Brazzaville's Bacongo and Makeleke neighborhoods.There were no immediate reports of injuries.

Nguesso first served as president between 1979 and 1992, and after losing an election returned to power in 1997.He won disputed elections in 2002 and 2009 before getting voter approval to remove constitutional blocks that would have barred him from the March 20 vote because of age and term limits.

An army general who finished third in the voting alleged fraud and called for a campaign of "civil disobedience" after the results were announced

XS
SM
MD
LG