ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

2 ພັກ​ ທີ່​ນິຍົມ​ຢູ​ໂຣບ ຂອງຢູເຄຣນ ​ນຳ​ໜ້າ ໃນການເລືອກຕັ້ງສະພາ


ຈາກບັດ​ຄະ​ແນນ​ສຽງ ທີ່ນັບໄປແລ້ວຫຼາຍກວ່າ 65 ​ເປີ​ເຊັນ ໃນ
​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ ເມື່ອວັນ​ອາທິດ​ຜ່ານ​ມາ ຢູ່​ໃນ​
ຢູ​ເຄຣນນັ້ນ 2 ພັກ​ທີ່​ນິຍົມ​ຢູ​ໂຣບ ​ແມ່ນ​ກຳລັງ​ນຳ​ໜ້າ.

​ກຳມະ​ການ​ຈາກສູນກາງເລືອກ​ຕັ້ງຂອງ​ຢູ​ເຄຣນ ລາຍ​ງານ​ວ່າ
ພັກ​ແນວ​ໂຮມ​ມະຫາຊົນ ຫຼື Popular Front ຂອງນາຍົກລັດ
ຖະມົນຕີ Arseniy Yatsenyuk ​ແມ່ນນຳໜ້າເປັນທີ​ນຶ່ງ ດ້ວຍ
​ຄະແນນ​ສຽງ​ເກືອບ 22 ​ເປີ​ເຊັນ ຕິດຕາມ​ມາ​ຢ່າງ​ໃກ້ຊິດ ​ໂດຍ​
ກຸ່ມທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງມາ​ແລ້ວ ນຳ​ໂດຍປະທາ​ນາ​ທິບໍດີ
Petro Poroshenko ດ້ວຍ​ຄະແນ​ນສຽງ 21 ​ເປີ​ເຊັນ.

ສ່ວນພັກ​ຊ່ວຍ​ຕົນ​ເອງ ຈາກເຂດພາກ​ຕາ​ເວັນ​ຕົກຂອງ​ຢູ​ເຄຣນ ​ແມ່ນ​ຢູ່​ອັນ​ດັບ​ທີ 3 ໂດຍໄດ້ຮັບ​ຄະ​ແນນ​ສຽງ​ປະມານ 11 ​ເປີ​ເຊັນ ​ໃນ​ຂະນະ​ທີ່ກຸ່ມພັກ​ຝ່າ​ຍຄ້ານຂອງ​ປະທາ
ນາທິບໍດີ Viktor Yanukovych ທີ່ສະ​ໜັບສະ​ໜຸນ​ໂດຍ​ມົສກູ ຊຶ່ງໄດ້ຖືກໂຄ່ນ​ລົ້ມໄປ
ແລ້ວນັ້ນ ​ແມ່ນ​ຢູ່​ອັນ​ດັບ​ທີ 4 ໂດຍໄດ້​ຄະ​ແນນ​ສຽງ​ເກືອບ 10 ​ເປີ​ເຊັນ.

ທັງທ່ານ Poroshenko ​ແລະ ທ່ານ Yatsenyuk ຕ່າງກໍ​ໃຫ້ການສະ ໜັບສະໜຸນຕໍ່ການ
ມີ​ສາຍ​ພົວພັນ​ອັນໃກ້ຊິດ​ກັບ​ສະຫະພາບ​ຢູ​ໂຣບ ​ແລະຕ່າງກໍ​ໄດ້​ໂຄສະນາ​ໃຫ້ທຳ​ການ​
ປະຕິ​ຮູບນັ້ນ ແມ່ນເບິ່ງກັນຢ່າງກວ້າງຂວາງ ວ່າ​ມີ​ຄວາມ​ຈຳ​ເປັນ ເພື່ອ​ຈະ​ນຳ​ພາປະ​ເທດ
ໃຫ້ລອດພົ້ນຈາກ​ວິ​ກິດ​ການລົ້ມລະລາຍ.

ປະທານາທິບໍດີ​ສະຫະລັດທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ອອກ​ຖະ​ແຫລ​ງ ສະບັບ​ນຶ່ງໃນວັນຈັນ​ວານ​ນີ້ ກ່າວຊົມ​ເຊີຍ ປະຊາຊົນຊາວຢູ​ເຄຣນ ທີ່ ໄດ້​ຈັດການ​ເລືອກ​ຕັ້ງ​ສະພາ​ ​ແລະການ​ປ່ອນ​ບັດ​ ດ້ວຍຄວາມ​ສຳ​ເລັດ ຢ່າງ “​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ດ້ວຍຄວາມສະຫງົບ.”

ເບິ່ງວີດີໂອ ລາຍງານ ການເລືອກຕັ້ງ ໃນຢູເຄຣນ:

US Ambassador Hails Ukraine's Election as Watershed Event
please wait

No media source currently available

0:00 0:02:55 0:00


With more than 65 percent of the votes counted from Sunday's parliamentary elections in Ukraine, two pro-Europe parties are in the lead.

Ukraine's Central Election Commission reports, Prime Minister Arseniy Yatsenyuk's Popular Front is in first place, with nearly 22 percent of the vote, followed closely by the electoral bloc headed by President Petro Poroshenko, with 21 percent of the vote.

The Self Help Party of western Ukraine was in third place with about 11 percent, while the Opposition Bloc party of ousted Moscow-backed president Viktor Yanukovych was fourth with nearly 10 percent.

Mr. Poroshenko and Mr. Yatsenyuk both back closer ties with the European Union and both have campaigned for reforms widely seen as needed to pull the country back from the brink of bankruptcy. Coalition talks are set to begin Monday.

U.S. President Barack Obama issued a statement Monday congratulating the people of Ukraine for holding successful parliamentary elections and casting their ballots "in an orderly and peaceful manner."

XS
SM
MD
LG