ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝົນຕົກໜັກ ພາໃຫ້ເກີິດນໍ້າຖ້ວມ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ ຢູ່ທາງພາກກາງຫວຽດນາມ


ເຮືອບິນເຮລິຄອບເຕີທະຫານລໍານຶ່ງ ກຳລັງກູ້ໄພລູກເຮືອ ທີ່ຫຼົ້ມຢູ່ ທ່າເຮືອ ກົວ ຫວຽດ ໃນແຂວງກວາງຕຣີ ຫວຽດນາມ ວັນທີ 11 ຕຸລາ 2020.
ເຮືອບິນເຮລິຄອບເຕີທະຫານລໍານຶ່ງ ກຳລັງກູ້ໄພລູກເຮືອ ທີ່ຫຼົ້ມຢູ່ ທ່າເຮືອ ກົວ ຫວຽດ ໃນແຂວງກວາງຕຣີ ຫວຽດນາມ ວັນທີ 11 ຕຸລາ 2020.

ເກີດຝົນຕົກໜັກ ແລະນໍ້າຖ້ວມ ຢູ່ພາກກາງຂອງຫວຽດນາມ ຊຶ່ງເຮັດໃຫ້ມີຜູ້ເສຍ ຊີວິດຢ່າງໜ້ອຍ 17 ຄົນ ແລະໄດ້ບັງຄັບໃຫ້ປະຊາຊົນຫຼາຍສິບພັນຄົນຍົກຍ້າຍ ໜີ ໃນຮອຍອາທິດທີ່ຜ່ານມາ ອີງຕາມລາຍງານຂ່າວຂອງລັດຖະບານ.

ບັນດາຮູບພາບຈາກຂົງເຂດໄດ້ສະແດງໃຫ້ເຫັນວ່າ ໝູ່ບ້ານຕ່າງໆ ຢູ່ໃນແຂວງ ກວາງຕຮີ ໄດ້ຈົມຢູ່ໃຕ້ນໍ້າເນື່ອງຈາກໄພນໍ້າຖ້ວມ ແລະໝູ່ບ້ານເຫຼົ່ານີ້ຍັງຖືືກຕັດ ຂາດ ຈາກການສົ່ງສະບຽງອາຫານ ໄປໃຫ້ພສກຊາວບ້ານຫຼາຍພັນຄົນ. ຫຼາຍ ກວ່າ 40,000 ຄົນ ໄດ້ຖືກຍົກຍ້າຍໄປຢູ່ບ່ອນສູງ.

ພວກເຈົ້າໜ້າທີ່ກ່າວວ່າ ເຂົາເຈົ້າຄາດວ່າ ສະພາບການຈະຮ້າຍແຮງຂຶ້ນ ເວລາ ພະຍຸອີກຫົວນຶ່ງຊື່ວ່າ ລິນຟ້າ ຈະພາໃຫ້ເກີດຝົນຕົກໜັກອີກຮອບນຶ່ງ.

ຫວຽດນາມມັກຈະຖືກລົມພາຍຸຮ້າຍແຮງພັດເຂົ້າຖະຫຼົ່ມ ທີ່ເຮັດໃຫ້ເກີດນໍ້າຖ່້ວມ ແລະດິນເຈື່ອນ ຊຶ່ງເຂດຊາຍຝັ່ງທາງພາກກາງຂອງປະເທດເປັນອັນຕະລາຍທີ່ ສຸດ. ຢ່າງໜ້ອຍ 132 ຄົນ ມີລາຍງານວ່າເສຍຊີວິດຫຼືຫາຍສາບສູນເນື່ອງຈາກ ໄພທຳມະຊາດໃນປີກາຍນີ້.

Heavy rains and flooding in central Vietnam have killed at least 17 people and forced the evacuation of tens of thousands of residents over the past week, according to state media.

Images from the region showed entire villages in the province of Quang Tri submerged due to the flooding, which also cut food supplies to thousands of residents. More than 40,000 people have been evacuated to higher ground.

Authorities say they expect the situation to worsen when another tropical storm, named Linfa, brings a new round of heavy rain.

Vietnam is prone to destructive storms that trigger floods and landslides, with central coast areas most vulnerable. At least 132 people were reported either dead or missing due to natural disasters last year.

XS
SM
MD
LG