ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນໍ້າຖ້ວມສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານ ຂອງລາວ


ໄພນໍ້າຖ້ວມທີ່ເມືອງທຸລະຄົມ ແຂວງວຽງຈັນ ທີ່ເກີດຂຶ້ນໃນໄລຍະ ເດືອນສິງຫາ ເຖິງກັນຍາ, 2011
ໄພນໍ້າຖ້ວມທີ່ເມືອງທຸລະຄົມ ແຂວງວຽງຈັນ ທີ່ເກີດຂຶ້ນໃນໄລຍະ ເດືອນສິງຫາ ເຖິງກັນຍາ, 2011

ເຈົ້າໜ້າທີ່ຂັ້ນສູງຂອງລາວຍອມຮັບວ່າໄພນໍ້າຖ້ວມຄັ້ງໃຫຍ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ແຜນ ການຂອງລັດຖະ ບານລາວ ທີ່ຈະຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ໄດ້ ພາຍໃນປີ 2015.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກໍາ-ປ່າໄມ້ຂອງລາວ ໄດ້ໃຫ້ການຍອມຮັບວ່າການທີ່
ລາວຕ້ອງຕົກຢູ່ ພາຍໃຕ້ສະພາວະນໍ້າຖ້ວມຢ່າງຕໍ່ເນື່ອງ ນັບຈາກທ້າຍເດືອນ ມິຖຸນາ ເປັນຕົ້ນມາຈົນເຖິງປະຈຸບັນບໍ່ພຽງແຕ່ ຈະເຮັດໃຫ້ເກີດຜົນເສຍຫາຍທາງເສດຖະກິດ
ໄປຢ່າງຫຼວງຫຼາຍເທົ່ານັ້ນ ຫາກແຕ່ກໍ່ຍັງໄດ້ສົ່ງຜົນກະທົບ ຕໍ່ເນື່ອງໄປເຖິງແຜນການ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງລັດຖະບານລາວອີກດ້ວຍ.

ທັງນີ້ ລັດຖະບານລາວໄດ້ວາງເປົ້າໝາຍໄວ້ວ່າ ຈະເສີມຂະຫຍາຍການຜະລິດສະບຽງອາ
ຫານ ແລະສິນຄ້າພາຍໃນປະເທດ ເພື່ອຮັບປະກັນໃຫ້ໄດ້ຢ່າງຄັກແນ່ວ່າ ປະຊາຊົນລາວ ມີຜົນຜະລິດດ້ານສະບຽງອາຫານຢ່າງພຽງພໍ ກັບການບໍລິໂພກພາຍໃນປະເທດ ແລະສາ ມາດເພີ້ມການສົ່ງອອກສິນຄ້າໄປຕ່າງປະເທດ ເພື່ອເຮັດໃຫ້ລາວບໍ່ຕ້ອງປະເຊີນກັບບັນຫາ ຂາດດຸນການຄ້າຕ່າງປະເທດອີກຕໍ່ໄປ ພາຍໃນປີ 2015.

ຜົນເສຍຫາຍຈາກໄພນໍ້າຖ້ວມທີ່ແຂວງຊຽງຂວາງ ໃນໄລຍະເດືອນ ສິງຫາ ແລະກັນຍາ, 2011
ຜົນເສຍຫາຍຈາກໄພນໍ້າຖ້ວມທີ່ແຂວງຊຽງຂວາງ ໃນໄລຍະເດືອນ ສິງຫາ ແລະກັນຍາ, 2011

ການທີ່ຈະເຮັດໃຫ້ສາມາດບັນລຸ
ເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ
ນັ້ນ ກໍຄືການສົ່ງເສີມເພື່ອເພີ້ມ
ຜົນຜະລິດສິນຄ້າກະສິກໍາແລະ
ສິນຄ້າປຸງແຕ່ງຊະນິດຕ່າງໆ
ເພື່ອສົ່ງອອກໄປຕ່າງປະເທດ
ໃຫ້ໄດ້ຫລາຍຂຶ້ນຢ່າງຕໍ່ເນື່ອງ
ຊຶ່ງລວມທັງການເພີ້ມຜົນຜະລິດ
ເຂົ້າເພື່ອສົ່ງອອກໃຫ້ໄດ້ລະຫວ່າງ
8 ແສນໂຕນໃນປີ 2015 ອີກ
ດ້ວຍ ດັ່ງທີ່ທ່ານສົມສະຫວາດ
ໄດ້ຖະແຫລງຊີ້ແຈງໃນຕອນນຶ່ງວ່າ:

“ດ້ານສະບຽງອາຫານເຖິງປີ 2015 ຜະລິດເຂົ້າໃຫ້ບັນລຸ 4.2 ລ້ານໂຕນ ສູ້ຊົນ
ຜະລິດ
ຊີ້ນໃຫ້ໄດ້ 221,500 ໂຕນຕໍ່ປີ ແລະສັດນໍ້າໃຫ້ໄດ້ 157,200 ໂຕນຕໍ່ປີ
ດ້ານ
ການຜະລິດເປັນສິນຄ້າ ສູ້ຊົນຜະລິດເຂົ້າເພື່ອສົ່ງອອກໃຫ້ໄດ້ປະມານ 8
ແສນເຖິງ
1 ລ້ານໂຕນ ຕໍ່ປີ.”

ແຕ່ຢ່າງໃດກໍຕາມ ສໍາລັບໃນ​ໄລຍະ 6 ​ເດືອນ​ທຳ​ອິດ​ຂອງ​ແຜນການ 2010–2011 ກໍ​ຄື​ນັບ
ຈາກ​ເດືອນຕຸລາ 2010​ ເຖິງມີນາ 2011 ທີ່​ຜ່ານ​ມາ​ນີ້ ກໍປາກົດວ່າ​ລາວ​ຕ້ອງປະ​ເຊີນ​ກັບ​ສະ
ພາວະ​ຂາດ​ດຸນ​ການຄ້າ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ເຖິງ 48% ຖ້າ​ທຽບ​ກັບ​ໄລຍະດຽວ​ກັນ​ກັບ​ແຜນ
ການ​ປີ 2009–2010.

ຊຶ່ງກໍ​ຄື​ໃນ​ຂະນະ​ທີ່​ລາວ​ໄດ້​ສົ່ງອອກ​ສິນຄ້າ​ໄປ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ 836 ລ້ານ
ໂດ​ລາ ຫຼື ​ເປັນ 68% ຂອງ​ແຜນການ​ຕະຫຼອດ​ປີນັ້ນ ​ກໍ​ປະກົດ​ວ່າ ​ໄດ້​ມີ​ການ​ນໍາ​ເຂົ້າສິນ
ຄ້າຈາກ​ຕ່າງປະ​ເທດ​ໃນ​ມູນ​ຄ່າລວມ​ເຖິງ 1,047 ​ລ້ານ​ໂດ​ລາ ຫຼືຄິດ​ເປັນ 83% ຂອງແຜນ
ການ​ຕະຫຼອດ​ປີ ຈຶ່ງ​ເຮັດ​ໃຫ້​ລາວ ຕ້ອງ​ປະ​ເຊີນກັບສະພາ​ວະ​ຂາດ​ດຸນ​ການ​ຄ້າ​ຕ່າງປະເທດ
ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 211 ​ລ້ານ​ໂດ​ລາ ​ນັ້ນ​ເອງ.

ຖະໜົນສາຍນຶ່ງໃນແຂວງວຽງຈັນ ພາຍຫລັງຖືກ ນໍ້າຖ້ວມ
ຖະໜົນສາຍນຶ່ງໃນແຂວງວຽງຈັນ ພາຍຫລັງຖືກ ນໍ້າຖ້ວມ

ຍິ່ງໄປກວ່ານັ້ນ ການທີ່ປາກົດວ່າ ມີເນື້ອທີ່ການກະສິກໍາກວ້າງກວ່າ
64,400 ເຮັກຕາໃນ 1,790 ໝູ່
ບ້ານໃນເຂດ 96 ເມືອງຂອງ
12 ແຂວງຈາກທັງໝົດ 17
ແຂວງໃນທົ່ວປະເທດນັ້ນ ຖືກ
ເສຍຫາຍຢ່າງໜັກ ນັ້ນໄດ້ເຮັດ
ໃຫ້ປະຊາຊົນຫຼາຍກວ່າ
429,900 ຄົນໄດ້ຮັບຄວາມ
ເດືອດຮ້ອນຢ່າງໜັກໜ່ວງຈາກ
ໄພນໍ້າຖ້ວມຄັ້ງໃຫຍ່ນີ້ອີກດ້ວຍ
ແລ້ວ ກໍຍ່ອມຈະສົ່ງຜົນກະທົບ
ຕໍ່ເນື່ອງໄປເຖິງຜົນຜະລິດທາງການກະສິກໍາຂອງລາວໃນປີນີ້ ຢ່າງຫລີກລ່ຽງບໍ່ໄດ້ເຊ່ນກັນ
ໂດຍປະມານການວ່າ ພື້ນທີ່ການກະເສດທີ່ຖືກນໍ້າຖ້ວມນັ້ນ ສາມາດຄິດເປັນຜົນເຂົ້າກິນທີ່
ເສຍຫາຍໄປຫລາຍກວ່າ 2 ແສນໂຕນ ເຄິ່ງ.

XS
SM
MD
LG