ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການບໍລິຈາກເງິນ ແລະສິ່ງຂອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມໃນລາວ ຫລາຍກວ່າ 3 ຕື້ກີບ


ຊີວິດອັນລໍາບາກຂອງປະຊາຊົນໃນໝູ່ບ້ານນຶ່ງຂອງລາວ ຍ້ອນສະພາບໄພນໍ້າຖ້ວມ ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ ນັບຕັ້ງແຕ່ ເດືອນສິງຫາຖິງກັນຍາ, 2011
ຊີວິດອັນລໍາບາກຂອງປະຊາຊົນໃນໝູ່ບ້ານນຶ່ງຂອງລາວ ຍ້ອນສະພາບໄພນໍ້າຖ້ວມ ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ ນັບຕັ້ງແຕ່ ເດືອນສິງຫາຖິງກັນຍາ, 2011

ກົມສັງຄົມສົງເຄາະໄດ້ຮັບການບໍລິຈາກເງິນ ແລະສິ່ງຂອງເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າ ຖ້ວມ ຄິດເປັນມູນຄ່າລວມກວ່າ 3 ຕື້ກີບ ໃນຂະນະທີ່ຄວາມເສຍຫາຍ ຈາກໄພນໍ້າຖ້ວມຍັງ ມີທ່າອ່ຽງທີ່ຈະເພີ່ມຂຶ້ນອີກ.

ທາງການກົມສັງຄົມສົງເຄາະ ກະຊວງແຮງງານແລະສະຫວັດດີການສັງຄົມ ລາຍງານວ່າ ການປະຕິບັດຕາມແຈ້ງການຂອງຄະນະເລຂາທິການລັດຖະບານ ກ່ຽວກັບການຈັດຕັ້ງ ປຸກລະດົມການບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພນໍ້າຖ້ວມຢູ່ໃນບັນດາ
ແຂວງພາກເໜືອ ແລະພາກກາງຂອງລາວເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດນັບຈາກວັນທີ່ 14
ກໍລະກົດ ຈົນເຖິງວັນທີ 21 ກັນຍາ ທີ່ຜ່ານມາກໍປະກົດວ່າໄດ້ຮັບການບໍລິຈາກສົມທົບຈາກ
217 ພາກສ່ວນທັງພາຍໃນແລະຈາກຕ່າງປະເທດ ໃນມູນຄ່າລວມຫຼາຍກວ່າ 3 ຕື້ກີບ.

ກົມກົມສັງຄົມສົງເຄາະໄດ້ຮັບການບໍລິຈາກເງິນ ແລະສິ່ງຂອງເພື່ອຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມໃນເດືອນກັນຍາ, 2011 ທີ່ຜ່ານມານີ້
ກົມກົມສັງຄົມສົງເຄາະໄດ້ຮັບການບໍລິຈາກເງິນ ແລະສິ່ງຂອງເພື່ອຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມໃນເດືອນກັນຍາ, 2011 ທີ່ຜ່ານມານີ້

ໂດຍໃນຈໍານວນດັ່ງກ່າວກໍມີທັງ
ການບໍລິຈາກເປັນເງິນສົດ ແລະ
ເປັນວັດຖຸສິ່ງຂອງເຊິ່ງຈົນເຖິງປັດ
ຈຸບັນນີ້ ທາງກົມສັງຄົມສົງເຄາະ
ກໍໄດ້ນໍາໄປສົ່ງມອບເພື່ອໃຫ້ການ
ຊ່ວຍເຫຼືອແກ່ຜູ້ປະສົບໄພນໍ້າ
ຖ້ວມໃນເຂດແຂວງຕ່າງໆ ເປັນ
ສ່ວນຫຼາຍແລ້ວ ກໍຄືການຊ່ວຍ
ເຫຼືອເປັນຢາປົວສຸຂະພາບ, ເຂົ້າ
ສານ, ອາຫານແຫ້ງ, ເຄື່ອງນຸ່ງ
ຮົ່ມ, ອຸປະກອນການຮຽນ-ການ
ສອນ ແລະເງິນສົດຄິດເປັນມູນ
ຄ່າລວມກັນຫຼາຍກວ່າ 780 ລ້ານ ກີບໃນແຂວງວຽງຈັນ, ບໍລິຄໍາໄຊ, ຊຽງຂວາງ, ໄຊຍະ
ບູລີ, ຄໍາມ່ວນ, ສະຫວັນນະເຂດ, ແລະຈໍາປາສັກ ຫາກແຕ່ກໍຍັງຖື ເປັນການຊ່ວຍເຫຼືອສະ
ເພາະໜ້າເທົ່ານັ້ນ. ໃນຂະນະທີ່ຄວາມຊ່ວຍເຫຼືອທີ່ຜູ້ປະສົບໄພ ຢາກໄດ້ ຮັບຫຼາຍທີ່ສຸດກໍຄື
ການຟື້ນຟູການຜະລິດ ດັ່ງທີ່ເຈົ້າໜ້າທີ່ໃນແຂວງຄໍາມ່ວນໄດ້ຊີ້ແຈງວ່າ:

ດຽວນີ້ນີ່ປະຊາຊົນເຂົາເຈົ້າກໍໝົດເຂົ້າກິນແລ້ວເຂົາກໍລໍຄອຍວ່າຮອດເດືອນສິບເອັດ ມານີ້ກະສິໄດ້ກິນເຂົ້າໃໝ່, ຂະຊັ້ນນີ້ມາຖືກນໍ້າຖ້ວມຄືແນວນີ້ກະມີວິທີນຶ່ງ ທີ່ພວກ
ເຮົາຈະກອບກູ້ໄພໄດ້ໄວທີ່ສຸດກະແມ່ນການເຮັດນາແຊງ ໃນບ່ອນທີ່ມີເງື່ອນໄຂ ຄັນ
ຊັ້ນນີ້ ໃນການງົບປະມານຈະຊື້ແນວພັນຊື້ປັດໃຈການຜະລິດດັ່ງກ່າວນີ້ກະປະມານ
ຊາວຫ້າຕື້.”

ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານນາ ຍົກລັດຖະມົນຕີ
ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານນາ ຍົກລັດຖະມົນຕີ

ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາ
ສໍານັກງານນາຍົກລັດຖະມົນຕີ ໃນຖານະໂຄສົກ
ລັດຖະບານລາວ ໄດ້ຖະແຫຼງຢືນຢັນວ່າ ໄພນໍ້າ
ຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນຈາກພາຍຸໂຊນຮ້ອນໄຫ່ໝ່າ
ແລະພາຍຸນົກເຕັນ ລວມທັງປະລິມານນໍ້າຝົນ ທີ່ຕົກ
ລົງມາຢ່າງຫຼວງຫຼາຍໃນໄລຍະນີ້ ໄດ້ເຮັດໃຫ້ເກີດການ
ເສຍຫາຍໄປແລ້ວ ຄິດເປັນມູນຄ່າລວມຫຼາຍກວ່າ
1,390 ຕື້ກີບ ຫຼື ເກືອບ 174 ລ້ານໂດລາ.

ຄວາມເສຍຫາຍດັ່ງກ່າວ ກໍມີທັງທີ່ເກີດຂຶ້ນກັບພື້ນທີ່
ການກະສິກໍາກວ້າງກວ່າ 64,400 ເຮັກຕາ ໃນຂະນະທີ່ຂົວ 42 ແຫ່ງ ແລະຖະໜົນ 323 ເສັ້ນທາງຖືກກະແສນໍ້າພັດທໍາລາຍໄປ. ສ່ວນໂຮງຮຽນ, ໂຮງໝໍ, ສະຖານທີ່ທ່ອງທ່ຽວ, ລະບົບສາຍສົ່ງກະແສໄຟຟ້າ ແລະຄອງຊົນລະປະທານໃນພື້ນທີ່ 1,790 ໝູ່ບ້ານໃນເຂດ
96 ເມືອງຂອງ 12 ແຂວງຈາກທັງໝົດ 17 ແຂວງໃນທົ່ວປະເທດນັ້ນກໍເສຍຫາຍຢ່າງໜັກ ເຊິ່ງກໍເຮັດໃຫ້ປະຊາຊົນຫຼາຍກວ່າ 429,900 ຄົນ ໄດ້ຮັບຄວາມເດືອດຮ້ອນຢ່າງໜັກໜ່ວງ
ໃນເວລານີ້ ກັບທັງຍັງມີຜູ້ເສຍຊີວິດໄປ ຍ້ອນໄພນໍ້າຖ້ວມດັ່ງກ່າວເຖິງ 30 ຄົນອີກດ້ວຍ.

ທ່ານ ນາງ ບຸນເພັງ ໄດ້ຖະແຫຼງຊີ້ແຈງອີກດ້ວຍວ່າ ການຟື້ນຟູສະພາບການດັ່ງກ່າວ ໃນຂັ້ນ
ເບື້ອງຕົ້ນຈະຕ້ອງໃຊ້ງົບປະມານບໍ່ໜ້ອຍກວ່າ 600 ຕື້ກີບ ເຊິ່ງຄາດວ່າ ຈະໄດ້ມາຈາກເງິນ
ສໍາຮອງຄົງຄັງຂອງລັດຖະບານ ເພື່ອນໍາໃຊ້ເຂົ້າໃນການບູລະນະແລະສ້ອມແປງຖະໜົນ,
ລະບົບຊົນລະປະທານ, ສາຍສົ່ງກະແສໄຟຟ້າ, ໂຮງຮຽນ, ໂຮງໝໍ ແລະສະຖານທີ່ຕ່າງໆ
ຂອງລັດຖະບານເປັນບຸລິມະສິດ.

ຍິ່ງໄປກ່ວານັ້ນ ເຂດທີ່ຢູ່ແຄມຝັ່ງນໍ້າຂອງ ຕັ້ງແຕ່ແຂວງສະຫວັນນະເຂດລົງໄປຫາແຂວງສາ
ລະວັນ ຈົນເຖິງແຂວງຈໍາປາສັກ ໂດຍສະເພາະແມ່ນແຂວງຈໍາປາສັກ ເນື່ອງຈາກວ່າ ຕ້ອງ
ຮອງຮັບປະລິມານນໍ້າຈາກເຂດເໜືອອີກດ້ວຍນັ້ນເອງ.

XS
SM
MD
LG