ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານອາຟຣິກາໃຕ້ ນໍາໃຊ້ຢາປົວເຊື້ອ​ໂຣກ HIV/AIDS ແບບ​ໃໝ່ ເມັດດຽວ


ຢາຕ້ານເຊື້ອໄວຣັສ ຫລື ARV ວາງຂາຍຢູ່ເທິງຮ້ານຂາຍຢາ ຂອງຄລີນິກ Ubuntu ຢູ່ເມືອງ Cape Town ໃນອາຟຣິກາໃຕ້.
ຢາຕ້ານເຊື້ອໄວຣັສ ຫລື ARV ວາງຂາຍຢູ່ເທິງຮ້ານຂາຍຢາ ຂອງຄລີນິກ Ubuntu ຢູ່ເມືອງ Cape Town ໃນອາຟຣິກາໃຕ້.
ລັດຖະບານອາຟຣິກາໃຕ້ ໄດ້ນໍາເອົາຢາປົວເຊື້ອ​ໂຣກ HIV/
AIDS ແບບ​ໃໝ່ ເມັດດຽວ ອອກຈໍາໜ່າຍໃນອາທິດ​ແລ້ວນີ້
ພ້ອມ​ກັບອ້າງວ່າ ມັນຈະເປັນການປິ່ນປົວໂຣກດັ່ງກ່າວ ທີ່ຖືກ
ທີ່ສຸດໃນໂລກ. ປະເທດນີ້ມີພົນລະເມືອງ ທີ່ດໍາລົງຊີວິດຢູ່ກັບ
ການຕິດເຊື້ອ HIV/AIDS ຫລາຍທີ່ສຸດໃນໂລກ ແລະມີ
ຄວາມຫວັງ ວ່າ ຢາເມັດທີ່ຜະລິດອອກໃໝ່ນີ້ ຈະຊ່ວຍໃຫ້
ພວກເຂົາເຈົ້າສາມາດປິ່ນປົວຄົນເຈັບທີ່ຕິດເຊື້ອໄວຣັສນີ້
ໄດ້ຫລາຍຄົນຂຶ້ນ. ຜູ້ສື່ຂ່າວວີໂອເອ Emilie Lob ມີລາຍ
ງານເລື້ອງນີ້ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານ.

ຢູ່ສູນປິ່ນປົວທີ່ໃຊ້ຢາຕ້ານເຊື້ອໄວຣັສ ຫລື ARV ປະສົມປະ
ສານກັນຫລາຍຢ່າງ ທີ່ນ້ອຍໆແຫ່ງນີ້ ຢູ່​ເຂດເໜືອຂອງເມືອງ
ຫລວງ Pretoria ຂອງປະເທດອາຟຣິກາໃຕ້ ຜູ້ຍິງຄົນນຶ່ງແຫງນ
​ໜ້າເບິ່ງຮູບໂຄສະນາຢາປົວເຊື້ອໄວຣັສ HIV/AIDs ໃໝ່. ຮູບ
ໂຄສະນາດັ່ງກ່າວຂຽນວ່າ “ຢາ ARV ນຶ່ງເມັດຕໍ່ມື້. ຢາ ARV 3
ຢ່າງຢູ່ໃນເມັດດຽວ, ກິນ 1 ເມັດ ຕໍ່ມື້.” ສໍາລັບຊາວອາຟຣິກາໃຕ້
ທີ່ຕິດເຊື້ອໄວ ຣັສ HIV ແລ້ວ ການມີຢານີ້ ສາມາດໝາຍຄວາມ
ວ່າ ຈະມີການປ່ຽນແປງຢູ່ໃນຊີວິດປະຈໍາວັນຂອງພວກເຂົາເຈົ້າ ໃຫ້ດີຂຶ້ນຢ່າງຫລວງຫລາຍ.

ລັດຖະບານອາຟຣິກາໃຕ້ ໄດ້ເລີ້ມອະນຸຍາດໃຫ້ມີການວາງຢາ ສໍາລັບຜະລິດຕະພັນໃໝ່ນີ້
ໃນວັນທີ 1 ເມສາ. ແທນທີ່ຈະ​ໄດ້ກິນຢາ​ເທື່ອ​ລະ 3 ເມັດ ສອງຄັ້ງຕໍ່ມື້, ບັດນີ້ ຄົນປ່ວຍທີ່ຕິດ
ເຊື້ອໄວຣັສ HIV ຈະໄດ້ກິນແຕ່ພຽງ 1 ເມັດ ນ້ອຍໆຕໍ່ມື້ ເທົ່ານັ້ນ.

ທ່ານ Dimarkatso Boikhutso ເຈົ້າໜ້າທີ່ແພດ ເວົ້າວ່າ ພວກຄົນເຈັບທີ່ໄດ້ປ່ຽນມາກິນ
ຢານີ້ ແມ່ນມີຄວາມພໍໃຈຫລາຍ. ທ່ານ Dimarkatso Boikhutso ເວົ້າວ່າ

“ສໍາລັບຄົນເຈັບ ທີ່ໄດ້ເລີ້ມໃຊ້ຢານີ້ປິ່ນປົວ ແມ່ນມີຄວາມດີໃຈ, ເພາະວ່າ
ມັນຊ່ວຍປະຢັດເວລາ ແລະກໍຍັງເຮັດໃຫ້ ປະຕິບັດຕາມລະບົບປິ່ນປົວໄດ້
ດີຂຶ້ນ.”


ຄິດກັນວ່າ ນອກ​ນີ້​ແລ້ວ ຢາເມັດໃໝ່ດັ່ງກ່າວຍັງຈະຊ່ວຍຫລຸດຜົນຂ້າງຄຽງລົງ ເມື່ອທຽບ
ກັບເມັດຢາອັນອື່ນ ທີ່ກິນປະສົມກັນ. ດັ່ງທີ່ທ່ານ Boikhutso ຊີ້ແຈງວ່າ:

ໃນເບື້ອງຕົ້ນ ພວກຄົນເຈັບກິນຢາ Stavudine ທີ່ມີຜົນຂ້າງຫລາຍ​ຢ່າງ ເຊັ່ນ lipodystrophy ຫລື ການສູນເສຍໄຂມັນໃນ ຮ່າງກາຍຈໍານວນ​ນຶ່ງ, ​ແລະ​
ຜົນ​ຂ້າງຄຽງ​ທີ່​ເອີ້ນ​ວ່າ peripheral neuropathy ກໍ​ຄື ເສັ້ນປະສາດໃນ
ຮ່າງກາຍອ່ອນ​ແອ​ລົງ. ​ແລ້ວ​ຢາ​ນັ້ນ ກໍຄ່ອຍ​ເຊົາ​ໃຊ້​ກັນໄປ. ມາບັດນີ້ ກໍ​ມີ
ຢາເມັດດຽວ ຊຶ່ງມີຜົນຂ້າງຄຽງໜ້ອຍກວ່າ.”


ໃນໄລຍະສາມເດືອນທໍາອິດນີ້ ຢາ​ໃຫມ່​ນີ້​ແມ່ນຈະເອົາໃຫ້ຄົນເຈັບໃໝ່​ ພ້ອມ​ກັບຜູ້ຍິງຖືພາ
ແລະຜູ້ຍິງລ້ຽງລູກດ້ວຍນໍ້ານົມ ກິນເປັນ​ສ່ວນ​ໃຫຍ່ ​ເພາະວ່າຢານີ້ ປ້ອງກັນການຕິດເຊື້ອ
ຈາກແມ່ໄປຫາລູກ​ໄດ້ ໂດຍຜ່ານການກິນນໍ້ານົມແມ່ນັ້ນ.

ອາຟຣິກາໃຕ້ ຍັງແມ່ນປະເທດທີ່ມີພົນລະເມືອງທີ່ຕິດເຊື້ອ​ໂຣກ HIV/AIDS ຫລາຍທີ່ສຸດ
ໃນໂລກ ແຕ່ວ່າອາ​ຟຣິກາ​ໃຕ້​ກໍ​ໄດ້​ທໍາຄວາມກ້າວໜ້າຢ່າງຫລວງຫລາຍ ໃນການປິ່ນປົວ​
ໂຣກດັ່ງກ່າວໃນສອງສາມປີມານີ້. ທຸກມື້ນີ້ ຊາວອາຟຣິກາໃຕ້ 1 ລ້ານ ເກົ້າແສນຄົນແມ່ນ
​ໄດ້​ຮັບ​ການປິ່ນປົວກິນ​ຢາ​ຕ້ານ​ເຊື້ອ​ໂຣກ ທີ່​ເອີ້ນ​ວ່າ ຢາ ARV ນັ້ນ ຊຶ່ງເປັນຈໍານວນ 10
ເທື່ອ ຫລາຍກວ່າຈໍານວນໃນປີ 2005.

ທ່ານ Aaron Mostsoaledi ລັດຖະມົນຕີກະຊວງສາທາລະນະສຸກຂອງອາຟຣິກາໃຕ້
ກ່າວ​ວ່າ ຢາ​ໃໝ່ເມັດດຽວທີ່ມີຫລາຍໆ​ຢາ​ປະສົມກັນ​ໃນ​ຂະໜາດທີ່ແນ່ນອນນີ້ ໜ້າຈະ
ເຮັດໃຫ້ຈໍານວນຄົນທີ່ໄດ້ຮັບການປິ່ນປົວນັ້ນ ເພີ້ມຂຶ້ນ.

“ມັນຈະເປັນຢາທີ່ມີລາຄາຖືກທີ່ສຸດ. ພວກເຮົາເຄີຍຈ່າຍ 150 ແຣນ ຫລື
16 ໂດລາ ຕໍ່ຄົນເຈັບຄົນນຶ່ງ ຕໍ່ເດືອນ. ໂດຍການໃຊ້ຢາທີ່ປະສົມປະສານ​
ກັນ​ໃນ​ຂະໜາດ​ທີ່​ແນ່ນອນນີ້ ​ເຮົາຈະ​ໄດ້​ຈ່າຍ​ແຕ່​ພຽງ 89 ແຣນ ຫລື 10
ໂດລາ ຕໍ່ເດືອນ. ຊຶ່ງໝາຍເຖິງຄວາມເປັນໄປໄດ້ ໃນການປິ່ນປົວຄົນໄດ້
ຫລາຍຄົນເພີ້ມຂຶ້ນອີກ ໂດຍໃຊ້ຊັບພະຍາກອນອັນດຽວກັນ.”


ອີງຕາມທ່ານ Mostsoaledi ແລ້ວ ຄ່າໃຊ້ຈ່າຍທີ່ເທົ່າກັບເດືອນລະ 10 ໂດລາ ຕໍ່ເດືອນ ​
ແມ່ນເປັນການປິ່ນປົວເຊື້ອ HIV/AIDs ທີ່ຖືກທີ່ສຸດໃນໂລກ ແລະ ລັດຖະບານກໍມີແຜນ
ທີ່ຈະວາງ​ຢາ​ນີ້ ​ໃຫ້ພວກຄົນເຈັບທີ່ມີບູລະມະສິດນັ້ນ ​ໃຫ້​ໄດ້​ຮອດ 180 ພັນຄົນ ໃນໄລຍະ
ສາມ​ເດືອນທໍາອິດ ຂອງການນໍາຢານີ້ອອກມາ ໃຊ້.

ນອກຈາກການປິ່ນປົວປະຊາຊົນທີ່ຕິດເຊື້ອ​ໂຮ​ກ HIV/AIDS ແລ້ວ ລັດຖະບານອາຟຣິກາ
ໃຕ້ ຍັງຈະສຸມນະໂຍບາຍຂອງຕົນ ໃສ່ການປ້ອງກັນພະຍາດດັ່ງກ່າວ ອີກດ້ວຍ.

ອາຟຣິກາໃຕ້ ມີພົນລະເມືອງ 5 ລ້ານ 6 ແສນຄົນ ທີ່ດໍາລົງຊີວິດຢູ່ກັບການຕິດເຊື້ອ HIV/AIDs. ຕົວເລກນີ້ ແມ່ນ 17 ເປີເຊັນ ຂອງປະຊາກອນໂລກທີ່ດໍາລົງຊີວິດຢູ່ກັບ
ການຕິດເຊື້ອດັ່ງກ່າວ.
XS
SM
MD
LG