ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ​ອະນາໄມໂລກ ຮຽກຮ້ອງ ທຸກປະເທດ ໃຫ້ຖື ການປ້ອງກັນພະຍາດ ເປັນບູລິມະສິດ ອັນດັບນຶ່ງ


ເດັກຍິງຄົນນຶ່ງກໍາລັງໄດ້ຮັບການຢອດຢາກັນພະຍາດເປ້ຍລ່ອຍ ຈາກພະນັກງານສັກຢາປ້ອງກັນພະຍາດ ຢູ່ນອກເຮືອນຂອງລາວ ຢູ່ໃນເມືອງແກັດຕາ (Quetta) ຂອງປາກິສຖານໃນວັນທີ 2, ມັງກອນ 2017.
ເດັກຍິງຄົນນຶ່ງກໍາລັງໄດ້ຮັບການຢອດຢາກັນພະຍາດເປ້ຍລ່ອຍ ຈາກພະນັກງານສັກຢາປ້ອງກັນພະຍາດ ຢູ່ນອກເຮືອນຂອງລາວ ຢູ່ໃນເມືອງແກັດຕາ (Quetta) ຂອງປາກິສຖານໃນວັນທີ 2, ມັງກອນ 2017.

ວັນ​ອັງຄານ​ມື້ນີ້ ​ເປັນມື້ເລີ່ມຕົ້ນຂີດໝາຍ​ຂອງອາທິດ​ແຫ່ງ​ການສັກ​ຢາ​ປ້ອງກັນ​ພະ
ຍາດ ຊຶ່ງ​ຈັດ​ຂຶ້ນ​ໂດຍ ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ເຕືອນ​ໃຫ້ ພໍ່​ແມ່ ​ທີ່​ມີ​ລູກເຕົ້າ ​ທັງໃຫຍ່ແລະນ້ອຍ ​ໃຫ້​ພາກັນ​ໄປສັກ​ຢາ​ເພື່ອ​ປ້ອງ​ກັນພະຍາດ​ທີ່​ເປັນ​ອັນຕະລາຍ​ຮ້າຍ
​ແຮງ​ຕ່າງໆ. ອົງການ​ອະນາ​ໄມ​ໂລກ ທີ່ເປັນ​ເຈົ້າພາບ​ຈັດ​ງານ​ນີ້ ໄດ້​ຊຸກຍູ້​ໃຫ້ລັດຖະບານ​
ຂອງ​ປະ​ເທດ​ຕ່າງໆ ລົງທຶນ​ໃສ່​ວຽກງານ​ການສ້າງ​ຄວາມຄຸ້ມ​ກັນນີ້ ​ເພື່ອ​ປ້ອງ​ກັນ​ພະຍາດ
ທັງຫຼາຍ ໂດຍຮຽກຮ້ອງໃຫ້ທໍາ​ການ​ປຸກ​ລະດົມ​ເພື່ອເຮັດ​ໃຫ້ການ​ສັກ​ຢາ​ປ້ອງ​ກັນ​ພະຍາດ
​ເປັນ​ບູລິ​ມະ​ສິດ​ອັນ​ສູງສົ່ງ ​ແລະ​ບອກ​ໃຫ້​ປະຊາຊົນພາກັນ​ໄປ​ສັກ​ຢາປ້ອງ​ກັນ​ພະຍາດ
​ແລະ​ເອົາ​ຄົນ​ໃນຄອບຄົວຂອງ​ພວກ​ເຂົາ​ເຈົ້າ​ໄປ​ຮັບ​ການ​ສັກ​ຢານັ້ນນຳອີກ​. ​ແຄໂຣລ ​ເພຍ
​ຊັນ (Carol Pearson) ມີ​ລາຍ​ງານ ກ່ຽວກັບເລື່ອງ​ນີ້ ຊຶ່ງ​ບົວ​ສະຫັວນ ຈະ​ນໍາ​ມາສະເໜີ
ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

​ຢາສັກ​ປ້ອງ​ກັນ​ພະຍາດ​ໄດ້​ກອບ​ກູ້​ເອົາ​ຊີວິດ​ຂອງ​ຫລາຍ​ລ້ານ​ຄົນໄວ້ ນັບ​ແຕ່​ເດັກນ້ອຍໆ ຂຶ້ນໄປຈົນ​ເຖິງ​ຜູ້​ເຖົ້າໆ ​ໃນ​ແຕ່ລະ​ປີ. ​

ດຣ. ຟລາ​ເວ​ຍ ບັສ​ເຕຣ​ໂອ (Flavia Bustreo), ອະດີດ​ຜູ້​ຊ່ວຍ​ອໍານວຍ​ການ​ໃຫຍ່​ດ້ານ
ຄອບຄົວ, ສຸຂະພາບ​ຂອງ​ແມ່ຍິງ ​ແລະ​ເດັກນ້ອຍ ຂອງ​ອົງການ​ອະນາ​ໄມ​ໂລກ ​ໃຫ້​ຄໍາ​ເຫັນ​ວ່າ:"ການສ້າງ​ພູມຄຸ້ມ​ກັນ ​ແລະການ​ສັກ​ຢາ​ປ້ອງ​ກັນ​ພະຍາດ ​ເປັນ​ເຄື່ອງມືທາງ​ດ້ານ​ສາ​ທະ​ລະນສຸກ ທີ່​ມີ​ພະລັງ​ສູງ​ທີ່​ສຸດ ທີ່​ພວກ​ເຮົາ​ມີໄວ້."

​ອົງການ​ອະນາ​ໄມ​ໂລກ ຫລື WHO ​ເວົ້າວ່າ ​ໃນ​ຮອບ 35 ປີ​ຜ່ານ​ມາ ມີ​ເດັກນ້ອຍ​ເສຍ​
ຊີ​ວິດ 13 ລ້ານ​ຄົນ​ ຍ້ອນ​ພະຍາດ​ຕ່າງໆ - ຊຶ່ງ​ໃນ​ນັ້ນ ພະຍາດ​ຫລາຍໆ ຊະນິດ ​ເຊັ່ນ​ໂຣກໝາກສຸກ ໝາກໃສ, ​ໄຂ້ຫວັດ​ໃຫຍ່, ​ໄອ​ໄກ່, ​ໂຣກ​ເປ້ຍ​ລ່ອຍ ​ແລະ​ໂຣກອື່ນໆ ອີກ​ຫລາຍ​ຢ່າງ ​ແມ່ນ​ສາມາດ​ປ້ອງ​ກັນ​ໄດ້.

ອົງການ​ອະນາ​ໄມ​ໂລກ ​ໄດ້​ແນ​ໃສ່ເຮັດ​ໃຫ້ຄົນ​ ຫລາຍ​ເຖິງ 1 ຕື້ຄົນ ຢູ່​ໃນ 27 ປະ​ເທດ
​ໃນ​ທະວີ​ບອາ​ຟຣິກາ ​ໄດ້​ຮັບ​ການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໄຂ້ໝາ​ເຫລືອງ ທີ່​ເກີດ​ຈາກຍຸງ​
ກັດ ທີ່​ສາມາດ​ເປັນ​ອັນຕະລາຍ​ຮ້າຍ​ແຮງເຖິງ​ຊີວິດ​ໄດ້.

ດຣ. ​ເຄນ ​ເຣດຄຣອສ (Ken Redcross) ນັກ​ຊ່ຽວຊານ​ດ້ານ​ການ​ແພດ​ກ່າວ​ວ່າ "ມັນ
​ເປັນ​ອັນຕະລາຍ​ເຖິງ​ຊີວິດ​ກໍ​ເພາະວ່າ ມັນ​ສາມາດ​ເຮັດ​ໃຫ້​ຕັບ​ຫລົ້ມ​ເຫ​ລວ. ມັນ​ສາ
ມາດ​ເຮັດ​ໃຫ້​ໝາກ​ໄຂ່ຫລັງ​ຫລົ້ມ​ເຫ​ລວ. ມັນ​ສາມາດ​ເຮັດ​ໃຫ້​ແມ່ນ​ແຕ່​ກະທັ່ງ​ເກີດ
​ສິ່ງ​ທີ່​ເອີ້ນວ່າ ການ​ເຮັດ​ໃຫ້​ເລືອດ​ກ້າມ ​ແບບ​ຜິດ​ປົກກະຕິ ກໍ​ເປັນ​ໄດ້."


ຢູ່​ໃນ​ປະ​ເທດ​ບຣາຊິນ, ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ ທີ່​ຈະ​ສັກ​ຢາ​ກັນ​ພະຍາດ​ໃຫ້​ແກ່​ຄົນ​ຫລາຍ​ເຖິງ 24 ລ້ານ​ຄົນ ​ແມ່ນ​ບໍ່​ໄດ້ຜົນ ​ເພາະວ່າ​ ບາງ​ຄົນ​ ກໍ​ຢ້ານ​ວ່າ ຢາ​ປ້ອງ​ກັນ​ພະຍາດ​ນັ້ນ ບໍ່ປອດ​ໄພ. ພວກ​ເຈົ້າໜ້າທີ່​ພະຍາຍາມ ທີ່​ຈະ​ຕ້ານ​ຢັນ ຄືນ ​ຕໍ່ການ​ໃຫ້​ຂໍ້​ມູນ​ທີ່​ຜິດພາດ​ນັ້ນ. ດຣ. ​ເຣດຄຣອສ ​ເວົ້າວ່າ ​ຢາ​ປ້ອງ​ກັນ​ພະຍາດບໍ່ພຽງ​ແຕ່​ປອດ​ໄພເທົ່າ​ນັ້ນ ​ແຕ່​ມັນ​ຍັງ​ມີ​ປະສິດທິພາບ​ອີກ​ດ້ວຍ.

ດຣ. ​ເຣດຄຣອສ ​ກ່າວ​ເພີ້ມອີກ​ວ່າ "ມັນເຮັດ​ໃຫ້​ມີ​ພູມ​ຄຸ້ມ​ກັນ​ໄດ້​ເຖິງ 90 ​ເປີ​ເຊັນ. ​
ແລະ​ອັນ​ນັ້ນ ​ແມ່ນ​ໃຫຍ່​ຫລວງ ​ເມື່ອ​ມີ​ການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ດໍາ​ເນີນ​ໄປ."


ທຸກ​ມື້ນີ້ ​ເດັກນ້ອຍ​ໃນ​ທົ່ວ​ໂລກ 85 ​ເປີ​ເຊັນ ​ແມ່ນ​ໄດ້​ຮັບ​ການ​ສັກ​ຢາປ້ອງ​ກັນ​ພະຍາດ
ໝາກສຸກ ໝາກ​ໄສ ​ແລະ​ພະຍາດ​ທີ່​ເປັນ​ອັນຕະລາຍ​ຮ້າຍ​ແຮງ​ອື່ນໆ ​ແຕ່​ວ່າ ພວກ​ນັກ​
ຊ່ຽວຊານ​ເວົ້າວ່າ ​ເຖິງ​ຂະໜາດນັ້ນ ມັນ​ກໍ​ຍັງ​ບໍ່ດີພຽງພໍ​ເທື່ອ.

ດຣ. ​Flavia Bustreo ອະທິບາຍວ່າ "ພວກ​ເຮົາ​ຕ້ອງການຢາກໃຫ້ມີການສັກຢາ
ປ້ອງກັນພະຍາດທີ່ກວາມເອົາ 90 ເປີເຊັນຂອງປະຊາຊົນທັງໝົດ ເພື່ອຈະເຮັດໃຫ້
ເກີດໃນສິ່ງທີ່ພວກເຮົາເອີ້ນວ່າ "ຜົນກະທົບເປັນຝູງ​ໄປ," ຊຶ່ງໝາຍຄວາມວ່າ ເຮົາບໍ່
ພຽງ​ແຕ່ຈະຄຸ້ມກັນເດັກນ້ອຍທີ່ໄດ້ຮັບການສັກຢາ​ປ້ອງ​ກັນ​ພະຍາດເທົ່າ​ນັ້ນ ​ແຕ່ເຮົາ
ຍັງ​ຊ່ວຍຄຸ້ມກັນເດັກນ້ອຍພວກທີ່ບໍ່ໄດ້ຮັບການ​ສັກ​ຢາ​ປ້ອງ​ກັນ​ພະຍາດນໍາອີກ ຍ້ອນ
ວ່າການ​ຕິດແປດ​ຂອງ​ພະຍາດຕ່າງໆ ໄດ້ຫລຸດລົງ."


ອົງການ​ອະນາ​ໄມ​ໂລກ ພວມຮຽກຮ້ອງໃຫ້ບັນດາປະເທດຕ່າງໆ ເພີ້ມທະວີການເຮັດໃຫ້ມີ
ພູມຄຸ້ມກັນ​ເພີ້ມຂຶ້ນ. ນຶ່ງໃນເປົ້າໝາຍຫລາຍໆອັນຂອງອົງການ​ດັ່ງກ່າວ​ສໍາລັບ ປີ 2020 ນັ້ນກໍຄື ເຮັດໃຫ້ການດໍາເນີນຄວາມພະຍາຍາມຂອງສາກົນໃນການລົບລ້າງໂຣກເປ້ຍ
ລ່ອຍໃຫ້ໝົດໄປ​ຢ່າງ​ສໍາ​ເລັດຜົນ, ຊຶ່ງປັດຈຸບັນນີ້ ຍັງເຫລືອຢູ່ແຕ່ໃນ 3 ປະເທດເທົ່ານັ້ນ... ເພື່ອຄວບຄຸມພະຍາດທີ່ສາມາດປ້ອງກັນໄດ້ ດ້ວຍການສັກຢາປ້ອງກັນພະຍາດ ແລະ
ການພັດທະນາຢາປ້ອງກັນພະຍາດຊະນິດໃໝ່ສໍາລັບເຊື້ອເອັສໄອວີ HIV ຫລື ໂຣກ
ເອດສ໌ ແລະພະຍາດອື່ນໆ ທີ່ຍັງເປັນໄພລະບາດໃນໂລກສະໄໝໃໝ່ນີ້ຢູ່.

ເບິ່ງວີດິໂອກ່ຽວກັບ​ຂ່າວ​ນີ້ເປັນພາສາອັງກິດ

XS
SM
MD
LG