ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຂາດເຂີນນໍ້າສະອາດ ໃນສະຖານ ພະຍາບານ ພາໃຫ້ຄົນເຈັບ ເສຍຊີວິດ ຢ່າງຫລວງຫລາຍ


ພວກອົບພະຍົບໃນ ຣະວານດາ ລຽນແຖວຖ້າຮັບອາຫານ ນໍ້າ ສະບູ ແລະເຄື່ອງໃຊ້ທີ່ຈຳເປັນອື່ນໆທີ່ຂາດເຂີນ.
ພວກອົບພະຍົບໃນ ຣະວານດາ ລຽນແຖວຖ້າຮັບອາຫານ ນໍ້າ ສະບູ ແລະເຄື່ອງໃຊ້ທີ່ຈຳເປັນອື່ນໆທີ່ຂາດເຂີນ.

ລາຍງານໃໝ່ເລື້ອງນຶ່ງພົບເຫັນວ່າ ພວກເດັກນ້ອຍຫາກໍເກີດໃໝ່ ແລະ ບັນດາຜູ້ເປັນ
ແມ່ ທີ່ໃຫ້ກຳເນີດຫລາຍຮ້ອຍພັນຄົນ ພວມຕາຍໄປ ໃນແຕ່ລະປີ ຍ້ອນການຮັກສາສຸ
ຂະພາບທີ່ຂາດນໍ້າສະອາດແລະຂາດອະນາໄມ. ອົງການອະ ນາໄມໂລກ ແລະກອງ
ທຶນເດັກນ້ອຍ ຂອງສະຫະປະຊາຊາດ ໄດ້ພິມອອກເປັນ ເທື່ອທຳອິດການຊັ່ງຊາຕີລາ
ຄາຢູ່​ໃນ​ທົ່ວໂລກຢ່າງຄົບຖ້ວນກ່ຽວ​ກັບສະພາບການ ນີ້. Lisa Schein ສົ່ງລາຍງານ
ນີ້ມາໃຫ້ວີໂອເອ ຈາກບ່ອນທີ່ລາຍງານດັ່ງກ່າວ ເລີ້ມຕົ້ນ ດັ່ງສາລີຈະນຳລາຍລະອຽດ ມາສະເໜີທ່ານ.

ຂໍ້ມູນທີ່ໄດ້ລວບລວມມາຈາກ 125 ປະເທດ ສະແດງໃຫ້ເຫັນວ່າ ນຶ່ງໃນ ຈຳນວນສີ່
ບ່ອນ ຂອງສະຖານທີ່ພະຍາບານໃນທົ່ວໂລກ ແມ່ນຂາດເຂີນນໍ້າຂັ້ນ ພື້ນຖານ ສ້າງ
ຄວາມກະທົບກະເທືອນໃຫ້ແກ່ຜູ້ຄົນ 2 ພັນລ້ານຄົນ. ນອກຈາກ ນັ້ນແລ້ວ ມັນຍັງພົບ
ເຫັນວ່າ ນຶ່ງໃນຈຳນວນສະຖານທີ່ພະຍາບານ ຍັງບໍ່ມີອະ ນາໄມແລະຂາດເຂີນສ້ວມ
ຖ່າຍຂັ້ນພື້ນຖານທີ່ເປັນຜົນສະທ້ອນແກ່ຜູ້ຄົນ 1 ພັນ 5 ຮ້ອຍລ້ານຄົນ.

ອົງການອະນາໄມໂລກ ແລະກອງທຶນສຳລັບເດັກນ້ອຍ ຂອງສະຫະປະຊາຊາດ ກ່າວ
ວ່າ ນໍ້າສະອາດ ແລະການບໍລິການດ້ານອະນາໄມ ຫລື WASH ໃນສະ ຖານທີ່ພະ
ຍາບານອາດສາມາດປ້ອງກັນການແຜ່ລາມຂອງເຊື້ອໂຣກ ແລະຊ່ອຍ ຊີວິດຄົນໄວ້ໄດ້. ແຕ່ບໍ່ເປັນຈັ່ງໂຊກ ມີຫລາຍບ່ອນເກີນໄປ ໂດຍສະເພາະຢູ່ໃນ ປະເທດທີ່ພວມພັດທະ
ນາ ແມ່ນຂາດເຂີນການບໍລິການ ຂັ້ນພື້ນຖານທີ່ວ່ານີ້.

ທຸກໆປີໃດ ລາຍງານນີ້ເວົ້າວ່າ ພວກແມ່ຍິງ 17 ລ້ານຄົນ ໃນພວກປະເທດເຫຼົ່າ ນີ້ ພາກັນ
ອອກລູກຢູ່ສະຖານທີ່ພະຍາບານ ບ່ອນທີ່ມີການສ່ຽງຕໍ່ການຕິດພະຍາດ ໃນລະດັບສູງ.
ທ່ານ ທອມ ສເລເມເກີ້ ເປັນນັກສະຖິຕິອາວຸໂສ ທັງເປັນນັກຊ່ຽວ ຊານຂອງ WASH ປະ
ຈຳ ຢູນີເຊຟ ກ່າວວ່າ ການຈັດຕັ້ງ ໃຫ້ມີສຸຂະອະນາໄມ ທີ່ດີ ໃນສະຖານທີ່ພະຍາບານ ອາດສາມາດເປັນໄດ້ ໂດຍໄວ ທັງງ່າຍ ແລະບໍ່ ແພງ. ທ່ານກ່າວວ່າ “ການປັບປຸງ
ເຮັດໃຫ້ມືສະອາດຖືກຫລັກອະນາໄມອາດເປັນ ສິ່ງທີ່ດີທີ່ສຸດອັນນຶ່ງ ທີ່ທ່ານຈະສາມາດ
ເຮັດໄດ້ເພື່ອປ້ອງກັນແລະຄວບຄຸມການຕິດແລະແຜ່ຂະຫຍາຍເຊື້ອໂຣກ. ນອກຈາກນັ້ນ ມັນກໍເປັນການກະທຳທີ່ບໍ່ສິ້ນເປືອງ. ມັນສາມາດເຮັດ ໄດ້ແມ່ນກະທັ່ງຢູ່ໃນບ່ອນທີ່ບໍ່ມີຄົນ
ຫລາຍ. ແຕ່ຢູ່ໃນລາຍງານນັ້ນ ພວກເຮົາເຫັນ ແຕ່ພຽງສະຖານພະຍາບານເຄິ່ງດຽວ ຢູ່ໃນ
ໂລກ ທີ່ມີບ່ອນລ້າງມື ຫລືທຳຄວາມ ສະອາດທີ່ດີພໍ.”

ລາຍງານດັ່ງກ່າວໃຫ້ຂໍ້ສັງເກດວ່າ ສະຖານທີ່ລ້າງມື ແບບງ່າຍໆອາດສາມາດ ເຮັດຂຶ້ນ
ໄດ້ໃນລາຄາພຽງ 10 ເຊັນ ສຳລັບຄົນເຈັບຜູ້ນຶ່ງ ແລະແຈລທີ່ເຫລົ້າ ເປັນພື້ນສຳລັບລ້າງ
ມື ກໍສາມາດມີໃຫ້ໄດ້.

ທ່ານນາງ ແມກີ ມັນກຳມາຣີ ຈາກພະແນກນໍ້າ ແລະອະນາໄມ ແລະໜ່ວຍສາ ທາລະ
ນະສຸກຂອງອົງການອະນາໄມໂລກ ຖືວ່າປະເທດການາໄດ້ເອົາໃຈໃສ່ຈັດ ຕັ້ງຍຸທະສາ
ແຫ່ງຊາດຂຶ້ນມາ ເພື່ອປັບປຸງ WASH ໃນສະຖານທີ່ພະຍາບານ ຂອງຕົນ. ທ່ານນາງ
ໄດ້ບອກວີໂອເອວ່າ ປັດໄຈນຶ່ງ ທີ່ພາໃຫ້ໄດ້ຮັບຜົນສຳເລັດ ກໍແມ່ນມາຈາກວຽກງານທີ່ດີ
ເລີດ ທີ່ລັດຖະບານໄດ້ເຮັດ ທີ່ນຳເອົາປະຊາຄົມເຂົ້າ ມາປະກອບສ່ວນ ໃນໂຄງການດັ່ງ
ກ່າວ ຊຶ່ງທ່ານນາງເວົ້າວ່າ: “ພວກເຂົາເຈົ້າມີສະຖານີວິທະຍຸທ້ອງຖິ່ນ 200 ແຫ່ງ. ແລະ
ສະຖານີວິທະຍຸດັ່ງ ກ່າວ ຈະສາມາດເປັນກົນໄກ ໃຫ້ສະມາຊິກຂອງປະຊາຄົມ ເພື່ອສະ
ແດງເຖິງ ຄວາມຮູ້ສຶກເປັນຫ່ວງ ເພື່ອເວົ້າເຖິງການບໍລິການທີ່ມີຢູ່ ແລະເພື່ອຂໍຄວາມຄິດ ຄວາມເຫັນ ເພາະສະນັ້ນຈຶ່ງວ່າ ມັນສະແດງໃຫ້ເຫັນວ່າປະຊາທິປະໄຕ ແລະ ລັດຖະບານ
ທີ່ດີ ເຮັດວຽກແບບໃດ ໂດຍສະເພາະຢູ່ໃນຂັ້ນທ້ອງຖິ່ນ ນັ້ນແມ່ນຈະ ສາມາດເປັນປັດໄຈ
ທີ່ຈູງໃຈ ອັນສຳຄັນໃນການປັບປຸງການຮັບໃຊ້ບໍລິການ.

ພວກນັກຄົ້ນຄວ້າຂອງ ອົງການອະນາໄມໂລກ ແລະຢູນີເຊຟໃຫ້ຂໍ້ສັງເກດວ່າ ມີ ຜູ້ເສຍ
ຊີວິດ\ຫລາຍກວ່າ 1 ລ້ານຄົນ ໃນແຕ່ລະປີ ທີ່ເຊື່ອມໂຍງໃສ່ກັບການອອກ ລູກທີ່ສະອາດ. ພວກເຂົາເຈົ້າກ່າວວ່າ ມີການຕິດເຊື້ອພະຍາດເຖິງ 26 ເປີເຊັນ ທີ່ພາໃຫ້ຕາຍຍ້ອນ ເວ
ລາອອກລູກມາ ແລະພວກຜູ້ເປັນແມ່ກໍຕາຍໄປເຖິງ 11 ເປີເຊັນ.

ພວກເຂົາເຈົ້າເອີ້ນວ່າ ສະຖິຕິດັ່ງກ່າວ ເປັນໜ້າຕື່ນຕົກໃຈ ໂດຍສະເພາະເວລາ ການ
ຕາຍທັງຫຼາຍ ແມ່ນປ້ອງກັນໄດ້ ໂດຍການໃຫ້ການບໍລິການນໍ້າສະອາດ ສ້ວມຖ່າຍ
ແລະການລ້າງມືໃຫ້ສະອາດ ໃນສະຖານທີ່ພະຍາບານ.

ລາຍງານໃໝ່ເລື້ອງນຶ່ງພົບເຫັນວ່າ ພວກເດັກນ້ອຍຫາກໍເກີດໃໝ່ ແລະ ບັນດາຜູ້ເປັນ
ແມ່ ທີ່ໃຫ້ກຳເນີດຫລາຍຮ້ອຍພັນຄົນ ພວມຕາຍໄປ ໃນແຕ່ລະປີ ຍ້ອນການຮັກສາສຸ
ຂະພາບທີ່ຂາດນໍ້າສະອາດແລະຂາດອະນາໄມ.

A new report finds hundreds of thousands of newborns and mothers giving birth are dying each year because health care facilities lack clean water, sanitation and hygiene. The World Health Organization and U.N. children's fund have published the first comprehensive global assessment of this situation. Lisa Schlein reports for VOA from the launch of the report in Geneva.

Data compiled from 125 countries show one in four health care facilities around the world lacks basic water services, affecting 2 billion people. It also finds one in five health care facilities have no sanitation or basic toilet facilities, affecting 1.5 billion people.

The World Health Organization and U.N. children's fund say clean water, sanitation and hygiene services (WASH) in health facilities can prevent the spread of infections and save lives. Unfortunately, they say too many facilities, especially in the least developed countries, do not have these basic services.

Each year, the report says 17 million women in these countries give birth in health care facilities where the risk of infection is high. Tom Slaymaker is a Senior Statistician and WASH specialist at UNICEF. He says creating good sanitary and hygienic conditions in health care facilities can be achieved quickly, easily and cheaply.

"Improving hand hygiene is probably the single most important thing you can do to prevent and control infections and the spread of antimicrobial resistance. It also is a very low-cost intervention. It is relatively easy to achieve even in low-capacity settings. But in the report, we see only half of health care facilities worldwide have hand hygiene facilities at the point of care."

The report notes simple handwashing stations can be installed for 10 cents a patient, and alcohol-based hand gels can easily be put in place.

Maggie Montgomery, from the WHO's Water, Sanitation, Hygiene and Health unit, cites Ghana as a country that has put together a national strategy for improving WASH in its health care facilities. She tells VOA one factor in its success lies in the excellent job the government has done in engaging communities in the project.

"They have over 200 local radio stations. And these radio stations act as a mechanism for community members to voice concerns, to do informal reviews of services, to get feedback. So, it really also shows you how democracy and good governance, especially at the local level, can be a major driving factor in improving services."

WHO and UNICEF researchers note more than 1 million deaths each year are linked with unclean births. They say infections account for 26 percent of neonatal deaths and 11 percent of maternal mortality.

They call these statistics alarming, especially as many of the deaths are preventable by providing safe water, toilets and handwashing in health care facilities.
XS
SM
MD
LG