ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈະມີ ອ່າງລ້າງມື ທີ່ປະຢັດນໍ້າ ອອກມາໃຊ້ ໃນໂຄງການ ສຸຂະອະນາໄມ ຕ່າງໆ ໄວໆນີ້


ການຝຶກອົບຮົມ ວິທີລ້າງມືໃຫ້ແກ່ເດັກນ້ອຍ ຢູ່ໃນເມືອງ ຄລາຣາ ຢູ່ທາງພາກເໜືອ ຂອງນະຄອນຫລວງ ມົນໂຣເວຍ (Monrovia) ຂອງປະເທດ ໄລເບີເຣຍ, ໃນເຂດອາຟຣິກາ ຕາເວັນຕົກ ທີ່ສະໜັບສະໜຸນ ທາງດ້ານອຸປະກອນ ແລະເງິນທຶນໂດຍອົງການ Oxfam.
ການຝຶກອົບຮົມ ວິທີລ້າງມືໃຫ້ແກ່ເດັກນ້ອຍ ຢູ່ໃນເມືອງ ຄລາຣາ ຢູ່ທາງພາກເໜືອ ຂອງນະຄອນຫລວງ ມົນໂຣເວຍ (Monrovia) ຂອງປະເທດ ໄລເບີເຣຍ, ໃນເຂດອາຟຣິກາ ຕາເວັນຕົກ ທີ່ສະໜັບສະໜຸນ ທາງດ້ານອຸປະກອນ ແລະເງິນທຶນໂດຍອົງການ Oxfam.

ການລ້າງມື ແມ່ນວິທີການທີ່ງ່າຍທີ່ສຸດວິທີນຶ່ງ ເພື່ອປ້ອງກັນພະຍາດບາງຢ່າງ. ແຕ່ວ່າ
ຢູ່ໃນຄ້າຍອົບພະຍົບ ແລະບ່ອນພັກເຊົາຊົ່ວຄາວຕ່າງໆ ການອໍານວຍເຮັດໃຫ້ຄົນມີຊ່ອງ
ທາງເຂົ້າເຖິງສະບູ, ນໍ້າສະອາດ ແລະສຸຂະອະນາໄມ ອາດເຮັດໃຫ້ສິ້ນເປືອງແຫລ່ງ
ຊັບພະຍາກອນຕ່າງໆໄດ້. ພວກເຈົ້າໜ້າທີ່ຢູ່ອົງການ ອັອກສ໌ແຟມ (Oxfam) ທີ່ເປັນ
ອົງການສາກົນລະດັບໂລກເວົ້າວ່າ ພວກເຂົາເຈົ້າມີວິທີການແກ້ໄຂບັນຫາທີ່ອາດຈະພາ
ໃຫ້ສາມາດຜ່ານຜ່າບັນຫາທ້າທາຍບ າງຢ່າງ ເຫລົ່ານັ້ນໄດ້. ນັກຂ່າວວີໂອເອ ເຟດ ລາ
ປີດັສ (Faith Lapidus) ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນຈະນໍາມາສະເໜີ
ທ່ານໃນອັນດັບຕໍ່ໄປ.

ອົງການອັອກສ໌ແຟມ (Oxfam) ເມື່ອມໍ່ໆມານີ້ ໄດ້ສໍາເລັດການທົດລອງຢູ່ພາກສະໜາມ
ໃນສູນອົບພະຍົບ ນູຕາ (Nduta) ຂອງປະເທດແທນຊາເນຍ ໃນການໃຊ້ອ່າງລ້າງມືແບບ
ມີຂາຄໍ້າທີ່ມີການປະດິດສ້າງໃໝ່ທີ່ມີຄ່າໃຊ້ຈ່າຍໃນການຜະລິດຂ້ອນຂ້າງວ່າຖືກ ແລະສາ
ມາດເຮັດໃຫ້ຄວາມສ່ຽງຕໍ່ການຕິດເຊື້ອພະຍາດຫລຸດລົງ.

ທ່ານ ຟອຍເຢັກເຄ ໂທລານີ (Foyeke Tolani) ທີ່ປຶກສາດ້ານການສົ່ງເສີມສາທາລະນະ
ສຸກຂອງອົງການອັອກສ໌ແຟມ ໃຫ້ຄໍາເຫັນວ່າ
"ພວກເຮົາຮູ້ດີວ່າ ເມື່ອຄົນບໍ່ລ້າງມື ພວກເຂົາເຈົ້າຂ້ອນຂ້າງວ່າ ຈະເປັນພະຍາດໄດ້ ເຊັ່ນ
ໂຣກຖອກທ້ອງ ແລະພະຍາດອື່ນໆ ທີ່ກ່ຽວຂ້ອງກັບນໍ້າ ແລະສຸຂະອະນາໄມ. ມັນໄດ້ມີ
ການພິສູດໃຫ້ເຫັນ ແລະບັນທຶກໄວ້ແລ້ວວ່າ ຢູ່ໃນສະພາບເຊັ່ນນັ້ນ ພະຍາດຖອກທ້ອງ
ທີ່ຈິງແລ້ວແມ່ນກວມເອົາປະມານ 30 ຫາ 40 ເປີເຊັນ ຂອງການຕາຍທັງໝົດ ຖ້າບໍ່ໄດ້
ຮັບການແກ້ໄຂຢ່າງຖືກຕ້ອງ."

ຢູ່ໃນສູນອົບພະຍົບຫລາຍໆແຫ່ງ ຊາວອົບພະຍົບແຂວນຖັງປລາສຕິກນ້ອຍໆ ທີ່ມີເຊືອກ
ຈ່ອງໄວ້ແລະມີໄມ້ງັດທີ່ຢຽບເອົາເພື່ອປ່ອຍໃຫ້ສະບູ ແລະນໍ້າຢອດລົງມາໃສ່ມືຂອງເຂົາເຈົ້າ.

ແຕ່ກົງກັນຂ້າມ, ອ່າງລ້າງມືແບບມີຂາຄໍ້າຂອງອົງການອັອກສ໌ແຟມທີ່ບັນຈຸນໍ້າໄດ້ 30 ລິດ
ແມ່ນໃຊ້ງ່າຍ ແລະບໍ່ເປືອງນໍ້າຫລາຍ.

ທ່ານ ແມັດທີວ ໄວທ໌ (Matthew White) ຜູ້ອອກແບບອ່າງລ້າງມືແບບມີຂາຄໍ້າເວົ້າວ່າ
"ການໃຊ້ກັອກນໍ້າເຫລົ່ານີ້ລ້າງມືໃນແຕ່ລະຄັ້ງ ແມ່ນໃຊ້ນໍ້າຫລາຍເຖິງ 100 ມິລລີລິດ ຊຶ່ງ
ມັນມີປະສິດທິພາບຫລາຍ. ສະນັ້ນ ເຈົ້າໃຊ້ມັນລ້າງມືໄດ້ປະມານ 300 ຄັ້ງ ຊຶ່ງຈະພຽງພໍ
ສໍາລັບຄອບຄົວນຶ່ງທີ່ມີ 4 ຄົນ ໃຊ້ໄດ້ ກຸ້ມນຶ່ງອາທິດ ຫລືພໍສໍາລັບຄົນກຸ່ມໃຫຍ່ໃຊ້ໄດ້ໃນມື້
ນຶ່ງ. ນັ້ນກໍໝາຍຄວາມວ່າ ເຈົ້າຕ້ອງການເຕີມນໍ້າພຽງມື້ລະເທື່ອເທົ່ານັ້ນ ຊຶ່ງມີຄວາມສໍາ
ຄັນຫລາຍ ສໍາລັບການບໍລິຫານບາງອັນ ເຊັ່ນຢູ່ໃນສູນອົບພະຍົບ."


ມັນປະກອບເຂົ້າກັນໄດ້ງ່າຍອີກດ້ວຍ. ມັນຕັ້ງຢູ່ເທິງບ່ອນວາງເຕົ້ານໍ້າທີ່ມີສາມຂາ ແລະມີ
ລະບົບຂັບນໍ້າເສຍອອກ ເພື່ອກໍາຈັດນໍ້າຫົ້ງ ທີ່ດຶງດູດເອົາຍຸງມາຫາ ແລະກໍມີກັອກນໍ້າ ທີ່
ແຕະພຽງບາດດຽວເທົ່ານັ້ນ ເພື່ອເຮັດໃຫ້ຄວາມສ່ຽງຕໍ່ການຕິດເຊື້ອມີໜ້ອຍທີ່ສຸດ.

ອົງການອັອກສ໌ແຟມຢາກເຫັນວ່າ ອ່າງລ້າງມືແບບມີຂາຄໍ້າໃຊ້ຄຽງຄູ່ກັນໄປກັບຫ້ອງສ້ວມ
ທີ່ເຮັດດ້ວຍແຜ່ນປລາສຕິກໜາ ທີ່ພວກເຂົາເຈົ້າແຈກຢາຍໃຫ້ຄົນໃຊ້ນັ້ນ.

ທ່ານ ຈັສຕິນ ຮາທຣີ (Justin Hartree) ເຈົ້າໜ້າທີ່ດ້ານຄຸນນະພາບຂອງອຸປະກອນໃນ
ອົງການອັອກສ໌ແຟມ ໃຫ້ຄໍາເຫັນວ່າ
"ພວກເຮົາໄດ້ສົ່ງຫ້ອງສ້ວມ ທີ່ເຮັດດ້ວຍແຜ່ນປລາສຕິກໜາຫລາຍພັນອັນຈາກສູນສະ
ໜອງເຄື່ອງອຸປະກອນໃນແຕ່ລະປີ ໄປໃຫ້ໂຄງການສຸຂະອະນາໄມຕ່າງໆ ແລະຢູ່ທີ່ນັ້ນ
ບັນຫາຂອງພວກເຂົາເຈົ້າກໍຄື ພວກເຂົາເຈົ້າ ບໍ່ໄດ້ເອົາບ່ອນລ້າງມືທີ່ມີຄຸນນະພາບດີໄປ
ໃຫ້ໃນທັນທີ ທັນໃດໂລດ. ເຈດຕະນາຂອງພວກເຮົາກໍຄື ເຮັດໃຫ້ສິ່ງນີ້ມີໄວ້ພ້ອມທີ່ຈະ
ສົ່ງອອກໄປໂລດ. ສະນັ້ນ ເມື່ອເຈົ້າສັ່ງສ້ວມທີ່ເຮັດດ້ວຍແຜ່ນປລາສຕິກໜາ ທ່ານຕ້ອງ
ໄດ້ສັ່ງເອົາອັນນີ້ໄປນໍາພ້ອມໂລດ; ມັນຈະມີບ່ອນລ້າງມືຢູ່ສະເໝີ ຫາກບ່ອນໃດທີ່ທ່ານ
ເຮັດໂຄງການສ້ວມທີ່ເຮັດດ້ວຍແຜ່ນ ປລາສຕິກໜາ."


ພາຍຫລັງທີ່ມີການທົດລອງຢ່າງສໍາເລັດຜົນແລ້ວ ອົງການອັອກສ໌ແຟມ ກໍາລັງ ຊອກຫາ
ທາງຜະລິດອ່າງລ້າງມືແບບນີ້ເປັນງວດໃຫຍ່ໆ ໃນທ້າຍປີນີ້ ພາຍຫລັງທີ່ມີການທົດລອງ
ໃຊ້ອີກຄັ້ງນຶ່ງຢູ່ປະເທດອູການດາແລ້ວ. ໃນທີ່ສຸດ ພວກເຂົາເຈົ້າຫວັງວ່າ ຄ່າໃຊ້ຈ່າຍສໍາ
ລັບໜ່ວຍນຶ່ງຈະຕົກປະມານ 40 ໂດລາ.

ເບິ່ງວີດິໂອກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG