ເທັກໂນໂລຈີເພື່ອໃຊ້ອ່ານລະຫັດກຳມະພັນຂອງບຸກຄົນ ທີ່ເອີ້ນວ່າການຈັດລຳດັບ
DNA ນັ້ນ ແມ່ນກໍາລັງຍ້າຍອອກຈາກຫ້ອງທົດລອງທີ່ມີເຄື່ອງອຸປະກອນຄົບຊຸດ
ທັງຫຼາຍໄປຫາອຸປະກອນທີ່ຖືໄປມາໄດ້. ດຽວນີ້ ບັນດາທ່ານໝໍທັງຫຼາຍ ສາມາດທີ່
ຈະນຳເອົາເຄື່ອງອຸປະກອນພວກນີ້ໄປຍັງໂຮງໝໍຕ່າງໆ ທີ່ຢູ່ໃນເຂດຫ່າງໄກສອກຫຼີກ
ເພື່ອຕໍ່ຕ້ານກັບພະຍາດຊໍ່າເຮື້ອ ເຊັ່ນ ວັນນະໂຣກ ຫລືໂຣກປອດແຫ້ງຢູ່ໃນເຂດທີ່ມີ
ການລະບາດຂອງໂຣກນີ້ ຊຶ່ງວັນນະສອນ ມີລາຍງານຈາກ ຈອດຈ໌ ພູຕິກ (George
Putic) ນັກຂ່າວຂອງ VOA ມາສະເໜີທ່ານໃນອັນດັບຕໍ່ໄປ.
ອີງຕາມອົງການອານາໄມໂລກ ໃນປີ 2016, ພຽງແຕ່ຢູ່ໃນມາດາກາສກາເທົ່ານັ້ນ
ພະຍາດວັນນະໂຣກ ຫລືໂຣກປອດແຫ້ງໄດ້ ສັງຫານຊີວິດຂອງ 13,000 ຄົນ, ແຕ່ວ່າ
ການຕໍ່ສູ້ຕ້ານກັບພະຍາດທີ່ເປັນອັນຕະລາຍຮ້າຍແຮງເຊັ່ນນີ້ ແມ່ນມີຄວາມຫຍຸ້ງຍາກ
ລຳບາກ ຢູ່ໃນທຸກປະເທດທີ່ຍາກຈົນ.
ແບັກເທເຣຍຂອງໂຣກປອດແຫ້ງຫຼາຍສາຍພັນ ແມ່ນມີການພັດທະນາຄວາມຕ້ານທານ
ຕໍ່ຢາທີ່ມັກໃຊ້ຫລາຍທີ່ສຸດນັ້ນຢ່າງແຮງ, ສະນັ້ນ ການກວດເບິ່ງເພື່ອໃຫ້ຮູ້ວ່າ ສາຍພັນ
ໃດເຮັດໃຫ້ຜູ້ປ່ວຍແຕ່ລະຄົນຕິດເຊື້ອນັ້ນ ແມ່ນສຳຄັນຍິ່ງ.
ພວກນັກຊ່ຽວຊານຈາກມະຫາວິທະຍາໄລອັອກສຟອດ, ຈາກສະຖາບັນປາສເຕີຣ໌
ແຫ່ງມາດາກາສກາ ແລະມະຫາວິທະຍາໄລສໂທນນີ ບຣຸກ ໃນສະຫະລັດ ແມ່ນກຳລັງ
ຝຶກພວກພະນັກງານແພດໃຫ້ຮູ້ຈັກວິທີໃຊ້ເຄື່ອງອຸປະກອນອ່ານ DNA ທີ່ຖືໄປມາໄດ້
ທີ່ເອີ້ນວ່າ ອັອກສຟອດ ນາໂນພອຣ໌ ມິນນິອັນ (Oxford Nanopore MinION).
ທ່ານນາງຊາຣາ ຮູສດາລລີ (Sarah Hoosdally) ຈາກມະຫາວິທະຍາໄລອັອກສຟອດ
(Oxford University ) ກ່າວວ່າ: “ມັນມີເຫຍື່ອຫຸ້ມເຊລ ທີ່ມີຮູນ້ອຍໆ ທີ່ເອີ້ນອີກຊື່ນຶ່ງ
ວ່ານາໂນພອຣ໌ ທີ່ມີກະແສຄື້ນແລ່ນຜ່ານ ແລະເມື່ອໃດທີ່ DNA ແລ່ນຜ່ານຮູດັ່ງ
ກ່າວນັ້ນແລ້ວມັນກໍຈະລົບກວນກະແສຄື້ນດັ່ງກ່າວ ແລະປະກົດການນັ້ນສາມາດ
ອ່ານວ່າເປັນລະຫັດກຳມະພັນຂອງເຊື້ອໂຣກນັ້ນໄດ້.”
ໂດຍທີ່ຖືກນຳໄປສຸບໃສ່ເຄື່ອງຄອມພິວເຕີ, ອຸປະກອນນາໂນພອຣ໌ ມິນນິອັນດັ່ງກ່າວນີ້
ສາມາດທີ່ຈະວິນິດໄສໂຣກໄດ້ຢ່າງວ່ອງໄວ ໂດຍບໍ່ຈຳເປັນຕ້ອງໃຊ້ອຸປະກອນທີ່ໃຊ້ຢູ່ໃນຫ້ອງທົດລອງທີ່ໃຫຍ່. ແຕ່ແນວໃດກໍຕາມ ການວິໄຈສາຍພັນຂອງເຊື້ອແບັກເທເຣຍເພື່ອວ່າຈະສາມາດນຳໄປປຽບທຽບກັບກຸ່ມສາຍພັນອັນອື່ນໆ ທີ່ເກັບໄວ້ ແລະການ
ວິໄຈລະບົບການຕ້ານທານຢາຂອງພວກມັນ ແມ່ນຕ້ອງໄດ້ໃຊ້ເວລາເພີ້ມ.
ທ່ານນາງຮູສດາລລີ ກ່າວອີກວ່າ: “ໃນປັດຈຸບັນນີ້ ທ່ານຕ້ອງໄດ້ເອົາເຊື້ອພະຍາດ
ດັ່ງກ່າວໄປປູກເຊື້ອຢູ່ໃນຫ້ອງທົດລອງ ແລະການເຮັດແນວນັ້ນ ມັນອາດຈະໃຊ້
ເວລາເປັນຫຼາຍອາທິດ. ສະນັ້ນ ການຊອກຫາເພື່ອຢາກຮູ້ວ່າ ເຊື້ອພະຍາດນຶ່ງ
ດື້ຢາຫລືບໍ່ ນັ້ນ ທີ່ຈິງແລ້ວຈະຕ້ອງໃຊ້ເວລາດົນນານ, ເຊິ່ງເຮັດໃຫ້ການປິ່ນປົວ
ຊັກຊ້າ ແລະກໍ ເຮັດໃຫ້ການແຜ່ຜາຍຂອງເຊື້ອໂຣກໄປຫາຄົນອື່ນໄດ້ງ່າຍ.”
ພ້ອມໆກັບການຝຶກອົບຮົມດັ່ງກ່າວນີ້, ພວກນັກວິທະຍາສາດ ປັດຈຸບັນ ແມ່ນກຳລັງ
ພະຍາຍາມທີ່ຈະພັດທະນາວິທີການຈັດລໍາດັບ DNA ໂດຍກົງ ຈາກການໃຊ້ນ້ຳລາຍ
ແລະຂີ້ມູກຂອງຜູ້ປ່ວຍ, ຊຶ່ງເຮັດໃຫ້ບໍ່ຈຳເປັນຕ້ອງມີການພັດທະນາການປູກເຊື້ອແບັກ
ເທເຣຍ.