ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມົນ​ລະ​ພິດ​ສັງ​ຫານ​ ຫລາຍກວ່າ 8 ລ້ານຄົນ​ ໃນ​ປີ 2017ແຕ່ຍັງ​ເປັນ​ບັນ​ຫາ ທີ່ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈຫລາຍ ຢູ່​ເກືອບ​ທົ່ວ​ໂລກ


ເດັກ​ນັກ​ຮຽນ​ພາ​ກັນ​ຖື​ປ້າຍ​ສະ​ແດງ​ຄວາມ​ຮູ້​ສຶກບໍ່​ພໍ​ໃຈ​ຕໍ່​ລະ​ດັບ ມົນ​ລະ​ພິດ​ສູງ​ຢ່າງ​ໜ້າ​ວິ​ຕົກຢູ່​ໃນ​ນະ​ຄອນ​ຫລວງ ນິວ​ເດ​ລີ ຂອງ​ອິນ​ເດຍ, ວັນ​ທີ 15 ພະ​ຈິກ, 2017
ເດັກ​ນັກ​ຮຽນ​ພາ​ກັນ​ຖື​ປ້າຍ​ສະ​ແດງ​ຄວາມ​ຮູ້​ສຶກບໍ່​ພໍ​ໃຈ​ຕໍ່​ລະ​ດັບ ມົນ​ລະ​ພິດ​ສູງ​ຢ່າງ​ໜ້າ​ວິ​ຕົກຢູ່​ໃນ​ນະ​ຄອນ​ຫລວງ ນິວ​ເດ​ລີ ຂອງ​ອິນ​ເດຍ, ວັນ​ທີ 15 ພະ​ຈິກ, 2017

ມົນ​ລະ​ພິດໄດ້​ສັງ​ຫານ​ຊີ​ວິດ​ຄົນ​ຫລາຍກວ່າ ໂຣກ​ເອດ​ສ໌, ວັນ​ນະ​ໂຣກ, ແລະ​ໄຂ້​ມາ​ເລ​ເຣຍລວມ​ເຂົ້າ​ກັນ ສາມ​ເທົ່າ, ອີງ​ຕາມ​ການ​ຄຳ​ນວນ​ຄັ້ງໃໝ່. ມັນ​ເປັນນຶ່ງ​ໃນ​ຫລາຍ​ສາ​ເຫດອັນ​ດັບ​ນຳ​ໜ້າ​ໝູ່ທີ່​ເຮັດ​ໃຫ້​ຄົນ​ເສຍ​ຊີ​ວິດ. ແຕ່​ວ່າມັນ​ກໍ​ເປັນ​ບັນ​ຫາທີ່​ຄົນ​ເມີນ​ເສີຍຢູ່​ເກືອບ​ທົ່ວ​ໂລກ ເຖິງ​ແມ່ນ​ວ່າ​ຈະ​ມີຈຳ​ນວນ​ຄົນ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ຫລວງຫລາຍ​ກໍ​ຕາມ. Steve Baragona, ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ລະ​ອຽດ ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ອາ​ກາດ​ ແລະ​ນ້ຳ​ທີ່ເປື້ອນ​ເປິ, ພິ​ດ​ທີ່​ເກີດ​ຈາກ​ສານ​ຕະ​ກົ່ວ ແລະ​ບ່ອນ​ເຮັດ​ວຽກ​ທີ່​ມີ​ມົນ​ລະ​ພິດໄດ້​ເຮັດ​ໃຫ້​ຄົນ​ເສຍ​ຊີ​ວິດຢູ່ປະ​ມານ 8.3 ລ້ານ​ຄົນ ໃນ​ປີ 2017.

ນັ້ນ​ເປັນ​ຈຳ​ນວນ​ທີ່ຫລາຍກວ່າການ​ຕາຍຍ້ອນ​ການ​ສູບ​ຢາ. ມັນ​ຫລາຍກວ່າ ການ​ດື່ມເຫລົ້າ ແລະ​ໃຊ້ຢາ​ເສບ​ຕິດ​ແບບ​ຜິດໆ. ມັນ​ເປັນ​ຈຳ​ນວນທີ່ຫລາຍກວ່າການ ເສ​ຍ​ຊີ​ວິດທີ່​ເກີດ​ຂຶ້ນຍ້ອນການ​ກິນ​ອາ​ຫານ​ທີ່ບໍ່​ມີ​ປະ​ໂຫຍດຕໍ່​ສຸ​ຂະ​ພາບ, ພະ​ຍາດ​ຕິດ​ແປດ​ຕ່າງໆ ທີ່​ສຳ​ຄັນ ແລະ​ສົງ​ຄາມ​ອີກ​ດ້ວຍ.

ແຕ່​ວ່າ ມັນ​ກໍໄດ້​ຮັບ​ຄວາມ​ສົນ​ໃຈ​ໜ້ອຍກວ່າການ​ເສຍ​ຊີ​ວິດ​ຍ້ອນສາ​ເຫດ​ເຫລົ່າ​ນັ້ນ ຢູ່​ໃນ​ຫລາຍ​ພາກ​ສ່ວນ​ຂອງ​ໂລກ.

ສິ່ງ​ທີ່​ກ່າ​ວ​ມານັ້ນ​ ແມ່ນ​ອີງ​ຕາມລາຍ​ງານ​ໃໝ່ຈາກອົງ​ການ​ພັນ​ທະ​ມິດ​ໂລກໃນ​ດ້ານສຸ​ຂະ​ພາບ ແລະ​ມົນ​ລະ​ພິດ, ຊຶ່ງ​ລວມ​ທັງບັນ​ດາ​ນັກ​ຄົ້ນ​ຄວ້າ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ປະ​ເທດ​ຕ່າງໆ, ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານທັງ​ຫຼາຍ ແລະ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ທ່ານ​ນາງ ເຣ​ໂຊ​ລ ຄຸບ​ຄາ (Rachael Kupka), ຫົວ​ໜ້າ​ຝ່າຍ​ບໍ​ລິ​ຫານຂອງ ອົງ​ການ​ພັນ​ທະ​ມິດ​ໂລກ ໃນ​ດ້ານສຸ​ຂະ​ພາບ ແລະ​ມົນ​ລະ​ພິດກ່າວ​ວ່າ:
"ມັນ​ສະ​ແດງ​ໃຫ້​ເຫັນ​ເຖິງວິ​ກິດ​ກາ​ນ​ດ້ານ​ສຸ​ຂະ​ພາບ​ໃນລະ​ດັບ​ໂລກ ທີ່​ຈິງ​ແລ້ວ ມັນ​ຍັງບໍ່​ໄດ້​ນັບ​ໝົດ​ເທື່ອ, ຍັງ​ບໍ່​ທັນ​ຖືກ​ແກ້​ໄຂ​ເທື່ອ, ຍັງບໍ່​ທັນ​ໄດ້​ຮັບ​ແຫລ່ງ​ຊັບ​ພະ​ຍາ​ກອນຊ່ວຍ​ເຫລືອຢ່າງພຽງ​ພໍ​ເທື່ອ."

​ບົດລາຍ​ງານນີ້ຍັງ​ກ່າວ​ອີກວ່າ ມົນ​ລະ​ພິດ​ທີ່​ມາ​ຈາກ​ແຫລ່ງດັ້ງ​ເດີມ​ເຊັ່ນ ເຕົາ​ໄຟ​ທີ່​ມີ​ຄວັນ​ຫລາຍ ແລະສຸ​ຂະ​ອະ​ນາ​ໄມທີ່ບໍ່​ດີ ແມ່ນກຳ​ລັງ​ຫລຸດ​ລົງ​ໃນ​ຂະ​ນະ​ທີ່ມົນ​ລະ​ພິດສະ​ໄໝໃໝ່ ທີ່​ມາ​ຈາກ​ໂຮງ​ຈັກ​ໂຮງ​ງານ​ຕ່າງໆ, ຈາກ​ພາ​ຫະ​ນະ ແລະ​ເຄ​ມີ ​ທີ່​ເປັນ​ພິດ ແມ່ນ​ມີ​ທ່າ​ອ່ຽງ​ເພີ້ມ​ສູງ​ຂຶ້ນ.

ທ່ານ​ນາງ ຄຸບ​ຄາ ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ລົງ​ທຶນ​ສາ​ກົນ​ແມ່ນ​ສຸມ​ໃສ່ມົນ​ລະ​ພິດ​ແບບດັ້ງ​ເດີມ.

ທ່ານ​ນາງກ່າວ​ດັ່ງ​ນີ້:
"ເພາະສະ​ນັ້ນນ້ຳ, ສຸ​ຂະ​ອະ​ນາ​ໄມ ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້ກ່າວໄປ​ແລ້ວ ແມ່ນ​ມີ​ການ​ລົງ​ທຶນ​ຢ່າງ​ຫລວງ​ຫລາຍ. ສະ​ນັ້ນຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ກຳ​ລັງ​ຫລຸດ​ລົງ​ມາ ແຕ່​ວ່າ​ບັນ​ຫາ​ອື່ນ ເມື່ອ​ເວົ້າ​ເຖິງມົນ​ລະ​ພິດ​ທີ່​ທັນ​ສະ​ໄໝແລ້ວ ແມ່ນບໍ່​ໄດ້​ຮັບ ແຫລ່ງຊັບ​ພະ​ຍາ​ກອນ​ຊ່ວຍ​ເຫລືອ ແລະຄວາມ​ສົນ​ໃຈແບບ​ດຽວ​ກັນ ຫລື​ ໃນ​ປະ​ລິ​ມານເທົ່າ​ກັນກັບ​ມົນ​ລະ​ພິດ​ແບບນັ້ນ​ເລີຍ."

ອິນ​ເດຍ ແລະ​ຈີນ ແມ່ນມີຄົນ​ເສຍ​ຊີ​ວິດ​ທີ່​ກ່ຽວ​ຂ້ອງ​ກັບ​ມົນ​ລະ​ພິດ​ຫລາຍ​ທີ່​ສຸດ, ຕິດ​ຕາມ​ມາດ້ວຍໄນ​ຈີ​ເຣຍ, ອິນ​ໂດ​ເນ​ເຊຍ ແລະ​ປາ​ກິ​ສ​ຖານ. ສະ​ຫະ​ລັດ ແມ່ນ​ນອນ​ຢູ່ໃນ​ອັນ​ດັບ​ທີ 7.

ທ່ານ​ນາງ ຄຸບ​ຄາກ່າວ​ຕໍ່​ໄປ​ວ່າ:
"ມີ​ຫລາຍປະ​ເທດ ຈາກ​ເກືອບ​ທຸກ​ພາກ​ພື້ນ​ຂອງ​ໂລກ ມີ​ຊື່​ຢູ່​ໃນອັນ​ດັບ 10 ​ປະ​ເທດ​ຕົ້ນໆ ຂອງລາຍ​ຊື່ປະ​ເທດ ​ທີ່ມີ​ການ​ຕາຍກ່ຽວ​ຂ້ອງ​ກັບ​ບັນ​ຫານີ້ສູງ​ທີ່ສຸດ. ພວກ​ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ກະ​ທົບ​ອີ່ຫລີ. ມັນ​ບໍ່​ກ່ຽວເລີຍວ່າ ທ່ານ​ຈະ​ຢູ່​ໃສ."

ມົນ​ລະ​ພິດ​ທາງ​ອາ​ກາດ​ເປັນ​ຕົວ​ສັງ​ຫານ​ຊີ​ວິດ​ຄົນ​ຫລາຍກວ່າ​ໝູ່​ທີ່​ສຸດ, ຊຶ່ງກວາມ ເອົາ 40 ເປີ​ເຊັນ ​ຂອງ​ຈຳ​ນວນ​ການ​ຕາຍ​ທັງ​ໝົດ.

ທ່ານ​ນາງ ຄຸບ​ຄ​າ​ກ່າວ​ມ້ວນ​ທ້າຍ​ວ່າ ຂ່າວ​ດີ​ກໍ​ຄື ໄດ້​ມີ​ມາດ​ຕະ​ການ​ໄວ້​ຮອງ​ຮັບ​ຢູ່​ແລ້ວ ທີ່​ຈະ​ຊ່ວຍ​ຫລຸດ​ຜ່ອນ​ຜົນ​ກະ​ທົບ​ເຫລົ່າ​ນີ້ລົງ​ໃຫ້​ໄດ້.

ທ່ານ​ນາງ​ເວົ້າ​ວ່າ:
"ພວກ​ເຮົາ​ໄດ້​ເຫັນ​ຈໍ​າ​ນວນ​ບັນ​ຫາ​ເປັນ​ແຕ່​ລະ​ປະ​ເທດ​ໄປ ທີ່ບໍ່​ມີ​ລັກ​ສະ​ນະ​ພິ​ເສດ​ເລີຍ. ມີ​ສິ່ງ​ທີ່​ມີ​ປະ​ສິດ​ພິ​ພາບທາງ​ດ້ານ​ລາ​ຄາທີ່​ປະ​ເທດ​ຕ່າງໆສາ​ມາດ​ເຮັດ​ໄດ້, ປະ​ຊາ​ຄົມ​ສາ​ມາດ​ເຮັດ​ໄດ້, ຕົວເມືອງ​ຕ່າງໆສາ​ມາດປະ​ຕິ​ບັດ​ໄດ້ ແລະ ​ເອົາ​ພາ​ລະ​ແບກ​ຫາບ​ໃນ​ເລື້ອງ​ພະ​ຍາດ ​ທີ່​ເກີດ​ຈາກ​ມົນ​ລະ​ພິດ​ຂອງ​ເຂົາ​ເຈົ້າ​ໃຫ້​ຫລຸດ​ລົງ​ມາ ໄດ້."

ບັນ​ດາ​ເຈົ້າ​ໜ້າ​ທີ່​ທັງ​ຫລາຍສາ​ມາດ​ຮັບ​ເອົາ ແລະບັງ​ຄັບ​ໃຫ້​ມີ​ການ​ປະ​ຕິ​ບັດ​ການ ​ຄວບ​ຄຸມ​ການ​ປ່ອຍ​ຄວັນ​ອອກ​ຈາກ​ພາ​ຫະ​ນະ ແລະທໍ່​ຄວັນ​ໄຟ​ຕ່າງໆ, ຮ​ຽກ​ຮ້ອງ​ໃຫ້​ມີອຸ​ປະ​ກອນປ້ອງ​ກັນ​ແບບສ່ວນ​ຕົວ​ໃຫ້ແກ່​ກຳ​ມະ​ກອນ ແລະ​ມີມາດ​ຕະການ​ອື່ນໆ​ໄວ້​ຮອງ​ຮັບຢູ່​ໃນ​ຫລາຍ​ປະ​ເທດແລ້ວ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ອ່ານ​ລາຍ​ງານນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

Pollution kills three times more people than AIDS, tuberculosis and malaria combined, according to new estimates. It's one of the leading causes of death. But it's a neglected issue in most of the world, despite the enormous toll. VOA's Steve Baragona has more.

Dirty air and water, lead poisoning,

and polluted workplaces killed an estimated eight-point three million people in 2017.

That's more than smoking. It's more than alcohol and drug abuse. It beats unhealthy diets, major infectious diseases, and war.

But it gets less attention than any of those in much of the world.

That's according to a new report by the Global Alliance on Health and Pollution, which includes researchers, national health ministries, NGOs, and the United Nations. Rachael Kupka is executive director.

Rachael Kupka, Global Alliance on Health and Pollution:
"It's pointing out that a global health crisis is, in fact, still undercounted, still under-addressed, still under-resourced."

The report says pollution from traditional sources like smoky cookstoves and poor sanitation are declining, while modern pollution from factories, vehicles and toxic chemicals are on the rise.

Kupka notes that international investment has focused on traditional pollution.

Rachael Kupka, Global Alliance on Health and Pollution:
"So water, sanitation like I mentioned, had a lot of investment in it. So the deaths are coming down, whereas the other issues in terms of modern pollution have not received the same or equivalent amount of resources and attention."

India and China had the most pollution-related deaths, followed by Nigeria, Indonesia and Pakistan. The United States was seventh.

Rachael Kupka, Global Alliance on Health and Pollution:
"There's countries from almost every region of the world present in that top 10 list. We really are all impacted. It doesn't matter where you are."

Air pollution was the leading killer, making up 40% of the global death toll.

Kupka says the good news is that measures already exist that can help reduce the impacts.

Rachael Kupka, Global Alliance on Health and Pollution:
"We see a suite of problems country by country that are not unique. There are cost-effective things that countries can do, communities can do, cities can do to implement and bring down their burden of disease from pollution."

Authorities can adopt and enforce emissions controls for vehicles and smokestacks, require personal protective gear for workers and other measures already in place in many countries.

XS
SM
MD
LG