ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເພີ້ມການຮັບມື ກັບອີໂບລາ ທັງຢູ່ ໃນປະເທດ ແລະ ອາຟຣິກາ


Health Officials: Ebola Unlikely to Spread in Dallas
please wait

No media source currently available

0:00 0:02:36 0:00

ລັດຖະບານທ່ານໂອບາມາ ຮຽກຮ້ອງໃຫ້ທຸກໆຄົນຕັ້ງຢູ່ໃນຄວາມ
ສະຫງົບ ກ່ຽວກັບກໍລະນີອີໂບລາ ທີ່ກວດພົບຢູ່ໃນສະຫະລັດ.

ທ່ານນາງ Lisa Monaco ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງ
ຊາດຂອງສະຫະລັດກ່າວວ່າ ຂ້າພະເຈົ້າຂໍຢ້ຳວ່າສະຫະລັດແມ່ນ ໄດ້ກະກຽມເພື່ອຮັບມືກັບວິກິດການນີ້ ທັງໃນປະເທດແລະລະດັບ
ຂົງເຂດ. ທຸກໆການລະເບີດຂອງອີໂບລາ ໃນຮອບ 40 ປີຜ່ານມານີ້ໄດ້ຖືກສະກັດກັ້ນໄວ້. ພວກເຮົາຮູ້ດີວ່າ ຈະເຮັດແບບໃດ ແລະກໍຈະເຮັດແບບນັ້ນອີກ.”

ສະຫະລັດພວມສົ່ງທະຫານ 2000 ຄົນໄປຍັງໄລບີເຣຍເພື່ອຊ່ອຍຄວບຄຸມການລະບາດ ຂອງອີໂບລາ ທີ່ໄດ້ເອົາຊີວິດຜູ້ຄົນໄປແລ້ວ ຫຼາຍກວ່າ 3000 ຄົນ ໃນເຂດອາຟຣິກາຕາ ເວັນຕົກ.

US Officials: Ebola Outbreak in US 'Extraordinarily Unlikely'
please wait

No media source currently available

0:00 0:02:22 0:00

ນອກນັ້ນ ສະຫະລັດຍັງໄດ້ພະຍາຍາມຊ່ອຍເຮັດໃຫ້ມີຄວາມຢ້ານກົວນ້ອຍລົງ ກ່ຽວກັບກໍ ລະນີອີໂບລາພາຍໃນປະເທດ. ທ້າວ Thomas Duncan ຊຶ່ງເປັນຄົນສັນຊາດໄລບີເລຍ ເວລານີ້ ມີອາການຮ້າຍແຮງແຕ່ກໍທຸ່ນທ່ຽງ ຢູ່ທີ່ໂຮງໝໍແຫ່ງນຶ່ງໃນລັດເທັກຊັສຫລັງຈາກໄດ້ ຕິດເຊື້ອອີໂບລາ ກ່ອນອອກເດີນທາງມາຍັງສະຫະລັດ.

ເຈົ້າໜ້າທີ່ໄດ້ຊ່ອຍຍົກຍ້າຍຄອບຄົວຂອງລາວ ຍ້ອນມີຄວາມເປັນຫ່ວງຢ້ານວ່າ ເຊື້ອອີໂບ ລາຈະແຜ່ລະບາດອອກໄປຕື່ມອີກ.

ຜູ້ພິພາກສາ Clay Jenkins ຈາກເຂດເມືອງ Dallas ເວົ້າວ່າ “ມັນເປັນເຂດທີ່ຢູ່ໃນເມືອງ Dallas ແລະເປັນບໍລິເວນ ທີ່ຫ່າງໄກຈາກຜູ້ຄົນ.”

ເຈົ້າໜ້າທີ່ກຳລັງຕິດຕາມເບິ່ງຢ່າງໜ້ອຍ 50 ຄົນ ທີ່ອາດໄດ້ສຳຜັດ ກັບທ້າວ Duncan.

Dr. Beth Bell ໂຄສົກຂອງສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ກ່າວ ວ່າ ເຈົ້າໜ້າທີ່ໄດ້ມີຄວາມລະມັດລະວັງເປັນພິເສດ ກັບພວກທີ່ໄດ້ສຳຜັດແຕ່ກໍກ່າວຕື່ມວ່າ ການລະມັດລະວັງເຫຼົ່ານີ້ບໍ່ໝາຍຄວາມວ່າເປັນລະດັບຂອງການມີຄວາມເປັນຫ່ວງຢ່າງສູງ ແຕ່ຢ່າງໃດເລີຍ.

The Obama administration is urging calm about the Ebola case diagnosed in the U.S.

Lisa Monaco - Homeland Security Advisor

"I want to emphasize that the United States is prepared to deal with this crisis, both at home and in the region. Every Ebola outbreak over the past 40 years has been stopped. We know how to do this and we will do it again"

The U.S. is sending nearly 2,000 troops to Liberia to help abate the Ebola outbreak, which has killed more than 3,000 people across western Africa.

The U.S. is also trying to allay fears concerning Ebola at home. A Liberian national, Thomas Duncan, is in serious but stable condition at a Texas hospital after contracting Ebola before leaving Liberia for the United States.

Authorities have helped resettle his family out of concerns of Ebola the virus could be spread.

Judge Clay Jenkins- Dallas County

"It's an area inside the city of Dallas and it is an area away from other people"

Officials are monitoring at least 50 people who may have come in contact with Duncan.

A spokeswoman with the U.S. based Centers for Disease Control (Dr. Beth Bell ) says officials are being "extremely cautious" with those contacts but added that such caution does not imply "a high level of concern."

XS
SM
MD
LG