ໃນເວລາທີ່ພວກນັກຊ່ຽວຊານດ້ານສຸຂະພາບພາກັນຄິດວ່າ ພວກເຂົາເຈົ້າໃກ້ຈະກໍາຈັດ
ໂຣກໝາກສຸກໃຫ້ໝົດໄປຈາກໂລກນີ້ໄດ້ແລ້ວ ຊໍ້າພັດມີການລະບາດຄັ້ງໃຫຍ່ ປາກົດຂຶ້ນ
ມາຢູ່ໃນຫລາຍໆປະເທດ--ໃນຢູໂຣບ, ໃນເຂດໃຕ້ທະເລຊາຍຊາຮາຣາຢູ່ທະວີບອາຟຣິກາ
ແລະໃນເອເຊຍ. ແລະບໍ່ພຽງແຕ່ຢູ່ໃນປະເທດ ທີ່ມີລາຍໄດ້ຕໍ່າເທົ່ານັ້ນ. ແມ່ນແຕ່ປະເທດ
ຝຣັ່ງກໍໄດ້ພົບກັບການແຜ່ລະບາດຄັ້ງໃຫຍ່, ເຖິງແມ່ນວ່າ ມີຢາວັກຊິນໄວ້ໃຫ້ຊອກຊື້ໄດ້
ງ່າຍໆ ແລະມີໂຄງລ່າງດ້ານການແພດດີຢູ່ກໍຕາມ.
ທ່ານນາງ Andrea Gay (ແອນເດຣຍ ເກ) ທີ່ອົງການໂຄງການລິເລີ້ມດ້ານພະຍາດ
ໝາກສຸກ ຊຶ່ງເປັນໂຄງການຮ່ວມງານລະຫວ່າງປະເທດ ເພື່ອການກໍາຈັດພະຍາດໝາກ
ສຸກ ເວົ້າວ່າ ທັງປະເທດທີ່ພັດທະນາແລ້ວແລະປະເທດພວມພັດທະນາ ຕ່າງກໍປະເຊີນ
ກັບບັນຫາໃນການຄວບຄຸມການຕິດເຊື້ອພະຍາດນີ້. ທ່ານນາງກ່າວວ່າ:
“ສ່ວນຫລາຍແລ້ວ ຢູ່ໃນບັນດາປະເທດກໍາລັງພັດທະນານັ້ນ ເດັກນ້ອຍບໍ່ໄດ້ຮັບ
ການສັກຢາວັກຊິນ ແມ່ນເປັນຍ້ອນວ່າ ພວກເຂົາເຈົ້າບໍ່ມີຢາເຫລົ່ານັ້ນ. ແຕ່ວ່າ
ຢູ່ໃນບັນດາປະເທດພັດທະນານັ້ນ ມີຢາວັກຊີນໄວ້ສະໜອງໃຫ້ຢ່າງຫລວງຫລາຍ.
ບັນຫາມັນແມ່ນເລື້ອງການເລືອກທີ່ຈະບໍ່ໃຊ້ຢາຫລາຍກວ່າ ການຂາດແຄນຢາ.”
ຄລິກບ່ອນນີ້ ເພື່ອເບິ່ງວີດີໂອພາສາລາວ
ທ່ານນາງເກ ກ່າວເພີ້ມເຕີມວ່າ ບັນດາແພດເດັກຕ້ອງໄດ້ມີສະຕິລະວັງໂຕຫລາຍຂຶ້ນ ແລະ
ບັນດາລັດຖະບານປະເທດຕ່າງໆ ກໍຈະຕ້ອງຕັ້ງໜ້າຫລາຍຂຶ້ນ ໃນການພະຍາຍາມຄວບຄຸມ
ການແຜ່ລະບາດຂອງພະຍາດໝາກສຸກ.
ເດັກນ້ອຍເປັນພວກທີ່ມີຄວາມອ່ອນໄຫວຫລາຍທີ່ສຸດຕໍ່
ໂຣກໝາກສຸກ ຊຶ່ງເປັນພະຍາດທີ່ມາຈາກເຊື້ອໂຣກທີ່ຕິດ
ແປດກັນງ່າຍແລະໄວທີ່ສຸດຜ່ານທາງລົມຫາຍໃຈ ຊຶ່ງສາ
ມາດນໍາໄປສູ່ອາການແຊກຊ້ອນຫລາຍຢ່າງ ເຊ່ນພາໃຫ້
ຕາບອດ ແລະສະໝອງໄຄ່ພອງ ແລະສາມາດກະທັ້ງພາ
ໃຫ້ຕາຍໄດ້ໃນກໍລະນີທີ່ຮ້າຍແຮງ. ພະຍາດໝາກສຸກ
ເອົາຊີວິດຂອງເດັກນ້ອຍໄປ 450 ຄົນໃນແຕ່ລະມື້.
ອົງການສະຫະປະຊາຊາດ ໄດ້ຕໍ່ສູ້ກັບພະຍາດໝາກສຸກມາເປັນເວລາຫລາຍປີແລ້ວ. ແລະ
ເປົ້າໝາຍຂອງອົງການ ໃນການຫລຸດຜ່ອນຄວາມຕາຍຍ້ອນພະຍາດນີ້ ແມ່ນໄດ້ບັນລຸຜົນ
ສໍາເລັດເປັນສ່ວນໃຫຍ່ ເມື່ອເກືອບສາມປີກ່ອນ. ທ່ານນາງ ແອນເດຣຍ ເກ ອະທິບາຍວ່າ:
"ໃນຕອນທ້າຍປີ 2008 ນັ້ນ ທຸກປະເທດໃນໂລກ ໄດ້ບັນລຸເປົ້າໝາຍໃນການຫລຸດ
ຜ່ອນການເສຍຊີວິດຍ້ອນໂຣກໝາກສຸກລົງ 90% ຫລືຫລາຍກວ່າ ຍົກເວັ້ນແຕ່
ອິນເດຍ. ແຕ່ວ່າ ອິນເດຍເປັນປະເທດໃຫຍ່ຫລາຍ ແລະກວມເອົາໂຕເລກຄົນເສຍ
ຊີວິດ ຍ້ອນໂຣກໝາກສຸກ ເປັນຈໍານວນຫລວງຫລາຍ ສະນັ້ນ ຈໍານວນຂອງພວກ
ເຂົາເຈົ້າ ຈຶ່ງເຮັດໃຫ້ຈໍານວນລວມທັງໝົດຫລຸດລົງ.”
ແຕ່ວ່າພວກນັກຊ່ຽວຊານເວົ້າວ່າ ການກໍາຈັດພະຍາດໝາກສຸກໃຫ້ໝົດໄປຈາກທຸກພາກສ່ວນ
ຂອງໂລກນັ້ນ ແມ່ນສໍາຄັນຫລາຍ. ຖ້າບໍ່ດັ່ງນັ້ນ ມັນກໍຈະສືບຕໍ່ໝູນວຽນກັບຄືນມາຈາກຂົງ
ເຂດຕ່າງໆ ທີ່ມັນຍັງມີຢູ່ນັ້ນ.
ທ່ານນາງເກ ຍັງເວົ້າຕື່ມອີກວ່າ ຄ່າສັກຢາກັນພະຍາດໝາກສຸກໃຫ້ເດັກນ້ອຍຄົນນຶ່ງ ແມ່ນ
ສິ້ນເປືອງເງິນພຽງປະມານນຶ່ງໂດລາເທົ່ານັ້ນ ແລະວ່າ ອຸປະສັກກໍແມ່ນການຂາດຄວາມມຸ່ງ
ໝັ້ນທາງການເມືອງ ໃນຫລາຍໆປະເທດ. ທ່ານນາງຊີ້ແຈງວ່າ:
"ທັງນີ້ກໍຍ້ອນວ່າ ພະຍາດໝາກສຸກໄດ້ກາຍມາເປັນພະຍາດ ທີ່ບໍ່ຄ່ອຍມີຫລາຍແລ້ວ
ແລະຜູ້ຄົນບໍ່ໄດ້ເຫັນພະຍາດນີ້ ແຕ່ວ່າພວກເຂົາເຈົ້າກັບໄດ້ເຫັນພະຍາດອັນອື່ນຫລາຍ
ຢ່າງ ສະນັ້ນ ເຂົາເຈົ້າຈຶ່ງພາກັນສຸມໃສ່ບັນດາສິ່ງທີ່ພວກເຂົາເຈົ້າເຫັນ ເລີຍພາກັນລືມໄປ
ວ່າ ຄັນເຮົາບໍ່ພາກັນສັກຢາວັກຊິນປ້ອງກັນມັນ ພວກເຮົາກໍຈະເຫັນພະຍາດໝາກສຸກ
ອີກ."
ອີງຕາມໂຄງການລິເລີ້ມກໍາຈັດພະຍາດໝາກສຸກ ແມ່ນຈະໃຊ້ເງິນປະມານ 212 ລ້ານໂດລາ ໃນລະຫວ່າງປີ 2012 ຫາປີ 2015 ເພື່ອຈະລົບລ້າງພະຍາດໝາກສຸກໃຫ້ໝົດໄດ້ພາຍ ໃນປີ 2020.