ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໗ ທັນວາ ໒໐໒໔

ເດັກນ້ອຍ ທີ່ບໍ່ໄດ້ກິນ ອາຫານດີ ມັກເຈັບເປັນງ່າຍ ແລະ ບໍ່ສະຫລາດ ເມື່ອໃຫຍ່ຂຶ້ນ (ວີດິໂອ ລາວ/ອັງກິດ)


ພາບຖ່າຍໃນວັນພຸດ ທີ 10 ສິງຫາ 2011 ສະແດງໃຫ້ເຫັນວ່າ ທ້າວ Ibrahim Abukar Abdi ອາຍຸສາມປີ ໄດ້ກິນອາຫານໂດຍການສົ່ງຜ່ານທໍ່ສົ່ງອາຫານຢູ່ໂຮງໝໍ Banadir ໃນນະຄອນ Mogadishu ຂອງໂຊມາເລຍ. ທ່ານໝໍເວົ້າວ່າ ລາວເປັນໂຣກຂາດອາຫານ ແລະໂຣກໝາກສຸກຢ່າງໜັກ.
ພາບຖ່າຍໃນວັນພຸດ ທີ 10 ສິງຫາ 2011 ສະແດງໃຫ້ເຫັນວ່າ ທ້າວ Ibrahim Abukar Abdi ອາຍຸສາມປີ ໄດ້ກິນອາຫານໂດຍການສົ່ງຜ່ານທໍ່ສົ່ງອາຫານຢູ່ໂຮງໝໍ Banadir ໃນນະຄອນ Mogadishu ຂອງໂຊມາເລຍ. ທ່ານໝໍເວົ້າວ່າ ລາວເປັນໂຣກຂາດອາຫານ ແລະໂຣກໝາກສຸກຢ່າງໜັກ.
ພວກນັກຊ່ຽວຊານເວົ້າວ່າ ການໃຫ້ທຶນເພື່ອຊື້ອາຫານທີ່ມີທາດ
ບໍາລຸງ ໃຫ້ເດັກນ້ອຍກິນ ແມ່ນຍຸດທະສາດທີ່ສ້າງປະໂຫຍດສູງ
ທີ່ສຸດ ສໍາລັບປະເທດໃດກໍຕາມທີ່ເຮັດໄດ້. ຖ້າຫາກວ່າເດັກນ້ອຍ
ອຶດຫິວ, ພວກເຂົາຈະເຈັບປ່ວຍໄດ້ງ່າຍຂຶ້ນ, ຕ້ອງການການປິ່ນ
ປົວ ດູແລສຸຂະພາບທີ່ແພງກວ່າທໍາມະດາ ແລະເວລາໃຫຍ່ຂຶ້ນມາ ກໍຈະຫາເງິນໄດ້ໜ້ອຍກວ່າຜູ້ໃຫຍ່ ທີ່ໄດ້ກິນອາຫານທີ່ມີທາດບໍາ
ລຸງ ທີ່ຖືກຕ້ອງດີ. Carol Pearson ຜູ້ສື່ຂ່າວ ໂອເອລາຍງານ
ກ່ຽວກັບຜົນປະໂຫຍດໃນດ້ານເສດຖະກິດ ຂອງການປ້ອງກັນ
ໂຣກຂາດອາຫານຂອງເດັກນ້ອຍ ຊຶ່ງວັນນະສອນ ຈະນໍາມາ
ສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ເບິ່ງວີດິໂອກ່ຽວກັບລາຍງານນີ້ເປັນພາສາລາວ:



ເດັກນ້ອຍອີທິໂອເປຍເຫລົ່ານີ້ ກໍາລັງໄດ້ຮັບການ ກວດເບິ່ງວ່າ ພວກເຂົາເປັນ
ໂຣກຂາດອາຫານຫລືບໍ່?

ໂຣກຂາດທາດອາຫານແມ່ນເປັນບັນຫາຂອງໂລກ. ມັນມີຢູ່ ແມ່ນແຕ່ໃນປະເທດຮັ່ງມີ ແລະ
ກໍມີຜົນກະທົບຢ່າງສູງ ຕໍ່ເດັກນ້ອຍຈໍານວນຫລວງ ຫລາຍຢູ່ຂົງເຂດເອເຊຍ ໂດຍສະເພາະ
ແມ່ນໃນເຂດເອເຊຍໃຕ້.

ຢູ່ໃນຫລາຍເຂດຂອງໂລກ, ເຊັ່ນຢູ່ເຂດໃຕ້ທະເລຊາຍຊາຮາຣາ ມັນເປັນໄພຂົ່ມຂູ່ຕໍ່ການ
ມີຊີວິດຢູ່ລອດຂອງເດັກນ້ອຍ.

ດຣ. Peter Salama ຜູ້ຕາງໜ້າຂອງ UNICEF ຫລືກອງທຶນເດັກຂອງສະຫະປະຊາ
ຊາດປະຈໍາອີທິໂອເປຍ. ດຣ. Salama ເວົ້າວ່າ:

“ເກືອບໝົດທຸກປະເທດຢູ່ໃນທະວີບອາຟຣິກາທຸກມື້ນີ້ ແມ່ນມີອັດຕາໂຣກຂາດ
ອາຫານທີ່ສູງຫລາຍ. ຄໍາຖາມກໍຄືວ່າມັນຈະສູງຂຶ້ນໄປອີກຫລາຍປານໃດ?”


ການສຶກສາຄົ້ນຄວ້າໃໝ່ ທີ່ພິມເຜີຍແຜ່ຢູ່ໃນວາລະສານການແພດ Lancet ສະແດງໃຫ້
ເຫັນວ່າ ໂຣກຂາດອາຫານກວມເອົາ 45 ເປີເຊັນ ຂອງສາເຫດການຕາຍຂອງເດັກນ້ອຍ ອາຍຸຕໍ່າກວ່າຫ້າປີ. ສ່ວນພວກເດັກນ້ອຍທີ່ມີຊີວິດຢູ່ ກໍແມ່ນຢຸດຂະຫຍາຍຕົວໝາຍຄວາມ
ວ່າຮ່າງກາຍ ແລະສະໝອງຂອງພວກເຂົາ ບໍ່ເຕີບໂຕເທົ່າທີ່ຄວນ.

ດຣ. Robert Black ຈາກມະຫາວິທະຍາໄລ Johns Hopkins ທີ່ນໍາພາການຄົ້ນຄວ້າ
ບັ້ນຕ່າງໆ ກ່າວຕໍ່ວີໂອເອ ຜ່ານທາງ Skype ວ່າ ບັນຫາແມ່ນເລີ້ມມາແຕ່ຢູ່ໃນທ້ອງແມ່. ດຣ. Black ໃຫ້ຄໍາເຫັນວ່າ:

ພວກແມ່ທີ່ເປັນໂຣກຂາດອາຫານ ກໍມີລູກນອ້ຍໃນທ້ອງທີ່ບໍ່ເຕີບໂຕ ເຊັ່ນກັນ, ສະນັ້ນ ການເຕີບໂຕຂອງລູກໃນທ້ອງທີ່ຖືກຈໍາກັດນັ້ນ ກໍແມ່ນເປັນບັນຫາ. ເດັກ
ທາຣົກທີ່ເກີດມາມີຮ່າງກາຍນ້ອຍໆ ຕັ້ງແຕ່ເປັນເດັກຢູ່ໃນທ້ອງ ແມ່ນມີອັດຕາ
ການເສຍຊີວິດເພີ້ມຂຶ້ນ, ມີອັດຕາການຢຸດຂະຫຍາຍຕົວສູງຂຶ້ນ ແລະມີບັນຫາ
ດ້ານພັດທະນາການ ຫລືການຈະເລີນເຕີບໂຕເພີ້ມຂຶ້ນໃນພາຍຫລັງ.”


ພວກນັກຄົ້ນຄວ້າເວົ້າວ່າ ຖ້າຫາກປະເທດຕ່າງໆ ດໍາເນີນມາດຕະການ ງ່າຍໆຈໍານວນ
ນຶ່ງ ປະເທດເຫລົ່ານັ້ນກໍຈະສາມາດຊ່ວຍຊີວິດຂອງເດັກນ້ອຍໄວ້ໄດ້ ຮອດນຶ່ງລ້ານຄົນໃນ
ແຕ່ລະປີ.

ພວກນັກຄົ້ນຄ້ວາສະເໜີມາດຕະການຕ່າງໆ ຊຶ່ງລວມມີ ການນໍາເອົາຢາບໍາລຸງສຸຂະພາບ
ທີ່ມີອາຊິດໂຟລິກ ແລະທາດຄາລຊຽມໃຫ້ແມ່ຍິງຖືພາກິນ, ສົ່ງເສີມໃຫ້ລ້ຽງລູກດ້ວຍນໍ້ານົມ
ແມ່ ແລະເອົາໄວຕາມິນເອ ແລະຢາບໍາລຸງສຸຂະພາບທີ່ມີທາດສັງກະສີໃຫ້ເດັກນ້ອຍກິນ.

ວາລະສານ Lancet ລາຍງານວ່າ ການຫລຸດອັດຕາໂຣກຂາດອາຫານຂອງເດັກນ້ອຍລົງ
20 ເປີເຊັນ ຈະສິ້ນເປືອງຄ່າໃຊ້ຈ່າຍຢູ່ 9 ພັນລ້ານ ໂດລາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ:




ທ່ານ Harold Alderman ຈາກສະຖາບັນຄົ້ນຄວ້າ ນະໂຍບາຍດ້ານອາຫານສາກົນ ທີ່
ນະຄອນຫລວງວໍຊິງຕັນ ເປັນຜູ້ນຶ່ງທີ່ຂຽນບົດຄວາມກ່ຽວກັບເລື້ອງນີ້ ໃນວາລະສານ Lancet. ທ່ານ Alderman ອະທິບາຍວ່າ:

“ເງິນໃນທຸກໆນຶ່ງໂດລາໃດ ທີ່ລົງທຶນໃສ່ດ້ານນີ້ ເຮົາຈະໄດ້ຮັບປະໂຫຍດທາງ
ເສດຖະກິດໃນມູນຄ່າປະມານ 8 ຫາ 10 ໂດລາຄືນມາ. ຕອນທີ່ຂ້າພະເຈົ້າ
ເຮັດການສຶກສາຄົ້ນຄວ້ານີ້ຂ້າພະເຈົ້າເວົ້າວ່າ ເບິ່ງແມ່ ບໍ່ມີໃຜຮູ້ຈັກວິທີທີ່ຈະ
ເວົ້າວ່າ ການຊ່ວຍຊີວິດຄົນໄວ້ນັ້ນ ມັນມີຄຸນຄ່າຫລາຍປານໃດ.”


ທ່ານ Alderman ເວົ້າວ່າ ລັດຖະບານປະເທດຕ່າງໆແມ່ນຈະໄດ້ຮັບຜົນປະໂຫຍດ ຖ້າ
ເຂົາເຈົ້າລ້ຽງດູເດັກນ້ອຍ ໃຫ້ໄດ້ຢູ່ດີກິນດີ. ທ່ານ Alderman ໃຫ້ຄໍາເຫັນເພີ້ມເຕີມວ່າ:

“ຂ້າພະເຈົ້າຮູ້ສຶກຂ້ອນຂ້າງງົງໜ້ອຍນຶ່ງວ່າ ເປັນຫຍັງລັດຖະບານຍັງຄິດວ່າ ການລົງທຶນໃສ່ອາຫານໃຫ້ເດັກນ້ອຍໄດ້ກິນດີນັ້ນ ແມ່ນເທົ່າກັນກັບເປັນການ
ເອົາເງິນທົດແທນໃຫ້ແກ່ຄົນທຸກ ແລະເວົ້າວ່າ ແຕ່ພວກເຮົາຈະໄປລົງທຶນຢ່າງ
ມີປະສິດທິຜົນຢູ່ຂະແໜງອື່ນ. ການລົງທຶນໃສ່ອາຫານນັ້ນແມ່ນເປັນການລົງ
ທຶນທີ່ ມີປະສິດທິຜົນແລ້ວ. ບໍ່ຕ້ອງສົງໄສເລີຍ. ຕົວເລກກໍສະແດງໃຫ້ເຫັນ
ຢູ້ຫັ້ນແລ້ວ.”


ທ່ານ Alderman ກ່າວມ້ວນທ້າຍວ່າ ການລົງທຶນໃສ່ອາຫານໃຫ້ເດັກນ້ອຍໄດ້ຢູ່ດີ ກິນດີ
ກິນອາຫານທີ່ມີທາດບໍາລຸງນັ້ນ ຈະຊ່ວຍປັບປຸງເສດຖະກິດຂອງປະເທດໃຫ້ດີຂຶ້ນ ເພາະ
ວ່າ ເດັກນ້ອຍທີ່ໄດ້ກິນອາຫານດີ ຈະຮຽນໄດ້ດີກວ່າ ແລະໃນທີ່ສຸດ ກໍຈະກາຍເປັນກໍາລັງ
ແຮງງານທີ່ເຂັ້ມແຂງ. ຖ້ອຍຖະແຫລງດັ່ງກ່າວ ແມ່ນໄດ້ຮັບການຢືນຢັນໂດຍການຄົ້ນ
ຄວ້າບັ້ນອື່ນ ທີ່ສະແດງໃຫ້ເຫັນວ່າ ຜູ້ໃຫຍ່ທີ່ບໍ່ໄດ້ກິນອາຫານທີ່ມີທາດບໍາລຸງຢ່າງພຽງພໍ
ແຕ່ຍັງນ້ອຍນັ້ນ ແມ່ນມີລາຍໄດ້ 20 ເປີເຊັນໜ້ອຍກວ່າ ຜູ້ທີ່ໄດ້ກິນອາຫານດີແລະພຽງພໍ.
XS
SM
MD
LG