ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຄົ້ນພົບ ຢາປ້ອງກັນພະຍາດ ທີ່ອາດ ໃຊ້ປ້ອງກັນ ໄຂ້ມາ​ເລ​ເຣຍ ໄດ້ແລ້ວ


Displaced children in Tigray are often in danger of malnutrition and in some areas, famine, pictured in Shire, Ethiopia, June 11, 2021. (Yan Boechat/VOA)
Displaced children in Tigray are often in danger of malnutrition and in some areas, famine, pictured in Shire, Ethiopia, June 11, 2021. (Yan Boechat/VOA)

ພວກ​ນັກວິທະຍາສາດ​ໃນ​ເຄັນ​ຢາ​ເຊື່ອ​ວ່າ ​ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນພົບ​ວິທີ​ການ​ໃໝ່​ ເພື່ອຕໍ່
ສູ້​ກັບໂຣກມາ​ເລ​ເຣຍແລ້ວ. ດັ່ງ​ທີ່ ​ແຟດ ​ແລ​ປີ​ດັສ (Faith Lapidus) ນັກ​ຂ່າວ​ວີ​ໂອເອ
ລາຍ​ງານມາ​ວ່າ ຢາ​ທີ່​ມີ​ຢູ່​ທົ່ວ​ໄປ​ ທີ່​ໄດ້​ຖືກ​ນໍາ​ໃຊ້ ເພື່ອ​ປິ່ນປົວພະຍາດ​ຫລາຍໆຊະນິດ ​
ແມ່ນເຮັດ​ໃຫ້​ເລືອດ​ຂອງ​ຄົນ​ເປັນ​ພິດ​ຕໍ່ຍຸງ​ກົ້ນຊີ້ ທີ່​ນໍາ​ເອົາ​ພະຍາດ​ອັນຕະລາຍ​ຮ້າຍ​ແຮງ​
ໄປ​ແຜ່​ຜາຍນັ້ນ.

ໂຣກໄຂ້ຍຸງ ຫລື​ໄຂ້ມາ​ເລ​ເຣຍຍັງ​ເປັນບັນຫາ​ທ້າ​ທາຍ​ຕໍ່ສຸຂະພາບ​ທີ່​ດື້ດ້ານ​ທີ່​ສຸດ​ປະ​ເພດ
​ນຶ່ງຂອງ​ໂລກ ຊຶ່ງ​ໄດ້​ເຮັດ​ໃຫ້ຄົນ ​ຫລາຍ​ກວ່າ 200 ລ້ານ​ຄົນ​ ​ຕິດ​ເຊື້ອ​ໃນ​ແຕ່ລະ​ປີ​ ແລະ​ກໍ​
ເຮັດ​ໃຫ້​ປະມານ​ເຄິ່ງລ້ານ​ຄົນເສຍ​ຊີວິດ​ ຊຶ່ງໃນນັ້ນສ່ວນໃຫຍ່​ແມ່ນ​ເດັກນ້ອຍ​ ຢູ່​ໃນ​ທະວີບ
ອາຟຣິກາ.

ພະຍາດ​ດັ່ງກ່າວ​ຖືກ​ນໍາ​ອອກ​ແຜ່ຜາຍ ​ເມື່ອຍຸງ​ໄປ​ກັດ​ຄົນ​ທີ່ຕິດ​ເຊື້ອພະຍາດນີ້ຢູ່ ແລ້ວກໍ
ດູູດເອົາ​ເລືອດ ​ແລະ​ກາ​ຝາກ ​ຈາກ​ນັ້ນກໍ​ໄປ​ກັດຄົນອື່ນໆອີກ.

ພວກ​ນັກວິທະຍາສາດ ທີ່​ກໍາລັງ​ປະຕິບັດ​ວຽກງານ ​ຮ່ວມ​ກັບສູນ​ຄຸ້ມ​ຄອງ​ພະຍາດ ​ຂອງ​
ສະຫະລັດ ແລະສະ​ຖາ​ບັນຄົ້ນຄວ້າ​ດ້ານ​ການຢາ​ຂອງ​ເຄັນ​ຢາ​ເຊື່ອ​ວ່າ ​ພວກ​ເຂົາ​ເຈົ້າ
ອາດ​ໄດ້​ຄົ້ນພົບ​ວິທີ​ການ​ໃໝ່​ ເພື່ອຕ້ານ​ກັບ​ການ​ແຜ່​ຂະຫຍາຍໂຣກ​ໄຂ້ມາ​ເລ​ເຣຍແລ້ວ
ຢູ່​ໃນ​ປະຊາ​ຄົມ​ນ້ອຍໆຫລາຍ​ແຫ່ງ.

ມັນ​ເປັນ​ຢາ​ທີ່ຊື່ວ່າ ​ໄອ​ເວີແມັກ​ຕິນ (ivermectin).

ດຣ. ​ເອ​ຣິກ ​ອົ​ກໂຄ​ໂມ, ນັກຄົ້ນຄວ້າ​ກ່ຽວກັບ​ແມງ​ໄມ້ ຢູ່​ໃນ​ສະ​ຖາ​ບັນ​ຄົ້ນຄວ້າ ດ້ານ​ການ​
ຢາ​ຂອງ​ເຄັນ​ຢາກ່າວ​ວ່າ “​ເປັນ​ເວລາ​ນານ​ມາ​ແລ້ວ ​ທີ່ຢານີ້​ໄດ້​ຖືກ​ໃຊ້​ເປັນ​ຢາທ່ານ​
ໝໍວາງ​ອອກ​ໃຫ້​ຄົນ​ເຈັບ ​ເພື່ອປົວ​ແມ່​ພະຍາດກາ​ຝາກ​ຢູ່​ໃນ​ລໍາໄສ້ ທີ່ສ່ວນ​ໃຫຍ່​ແລ້ວ​
ແມ່ນສຳລັບ​ເດັກ​ນ້ອຍ ​ແລະ​ແມ່ນ​ກະທັ້ງລໍາ​ໄສ້ຂອງ​ຜູ້​ໃຫຍ່ນໍາ ​ແລະ​ຢູ່​ຫລາຍເຂດ
ຂອງພາກ​ຕາ​ເວັນ​ຕົກ​ທະວີບອາ​ຟຣິກາ, ຊຶ່ງທີ່​ຈິງ​ແລ້ວ​ມັນເຄີຍ​ໄດ້​ຖືກ​ໃຊ້​ ເພື່ອ​ຄວບ​
ຄຸມພະ​ຍາດ​ທີ່​ເຮັດ​ໃຫ້​ຕາບອດ​ຍ້ອນ​ນໍ້າ ທີ່​ພວກ​ເຮົາ​ເອີ້ນວ່າ ​ໂຣກຕາບອດຍ້ອນ​ຕິດ
ແມ່​ພະຍາດກາ ​ຝາກ​ຢູ່​ໃນ​ນໍ້າ. ສະນັ້ນ ສິ່ງ​ທີ່​ພວກ​ເຮົາ​ຄົ້ນພົບ​ກໍ​ຄື ​ໃນ​ທັນທີ​ທັນ​ໃດ ທີ່​ມີ​
ຄົນ​ຜູ້​ນຶ່ງກິນ​ຢາ​ໄອ​ເວີແມັກ​ຕິນ (ivermectin) ​ແລ້ວ ຖ້າ​ຫາກ​ຍຸງ​ໄປ​ກັດ​ພວກ​ເຂົາ​ເຈົ້າ
ພວກ​ເຂົາ​ເຈົ້າກໍ​ຈະ​ກາຍ​ເປັນ​ຢາ​ພິດ​ໃຫ້​ແກ່​ຍຸງ​ໂຕນັ້ນ​ໂລດ."

​ເພື່ອ​ເຮັດ​ໃຫ້​ມີ​ປະ​ສິດທິ​ຜົນ​ສູງ ພວກ​ນັກຄົ້ນຄວ້າ​ເວົ້າວ່າ ຢາ​ດັ່ງກ່າວ​ຕ້ອງ​ເອົາໄປ​ແຈກ​
ຢາຍ​ແບບ​ທີ່ມີ​ການ​ຄວບ​ຄຸມ​ແລະ​ຄິດໄລ່​ເປັນ​ຢ່າງ​ດີ​ໃນ​ທົ່ວ​ທັງໝົດປະຊາ​ຄົມ.

ດຣ. ​ເອ​ຣິກ ​ອົ​ກໂຄ​ໂມ​ໃຫ້​ຄໍາແນະ​ນໍາ​ເພີ້ມ​ວ່າ "ສະນັ້ນ ຖ້າ​ຈະ​ໃຫ້​ດີ​ແທ້ ຢາໄອ​ເວີແມັກ​
ຕິນ (ivermectin) ​ແມ່ນ​ໃຫ້​ເອົາ​ໃຫ້​ຄົນ​ແບບ​ທີ່​ພວກ​ເຮົາ​ເອີ້ນກັນ​ວ່າ ການ​ຄວບ​ຄຸມ​
ຢາໃນ​ທົ່ວທົງໝົດ. ສະນັ້ນ ຕົວຢ່າງ​ເຊັ່ນ ຖ້າ​ຫາກ​ເຮົາ​ເລືອກ​ເອົາປະຊາ​ຄົມ​ນຶ່ງ, ໝູ່
ບ້ານ​ນຶ່ງ ຫລືເຂດ​ເມືອງ​ນຶ່ງ. ທຸກ​ຄົນຢູ່​ໃນ​ເມືອງ​ນັ້ນ​ໄດ້​ຮັບ​ຢາ​ພ້ອມ​ກັນ. ສະ​ນັ້ນ ມັນ
ໝາຍຄວາມ​ວ່າ ຢູ່​ໃນ​ໄລຍະ​ນັ້ນ​ໃນ​ເວລາ 28 ວັນ​ທີ່ຢາໄອ​ເວີແມັກ​ຕິນ (ivermectin) ​
ໃຊ້​ໄດ້​ຜົນ​ຢູ່​ນັ້ນ ​ເຮົາ​ກໍ​ຈະມີການ​ສ້າງ​ຜົນກະທົບ​ໃນ​ການກໍາຈັດພະຍາດ​ແບບ​ຕໍ່​ເນື່ອງ.
ທຸກ​ຄົນ​ທີ່​ມີ​ຍຸງ​ມາ​ຫາ ​ແລະ​ກັດ ​ໃນ​ເວລາ​ນັ້ນ ຍຸງ​ໂຕ​ນັ້ນກໍ​ຈະ​ຕາຍ​ໄປ​ແທ້ໆ."


​ເລື່ອງ​ນີ້ຈະ​ເປັນ​ຂ່າວ​ດີ​ສໍາລັບ​ຫລາຍ​ລ້ານ​ຄົນ ທີ່​ຕິດ​ເຊື້ອ​ໂຣກ​ໄຂ້​ມາ​ເລ​ເຣຍ​ໃນ​ແຕ່ລະ​ປີ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG