ລະດູໂຣກໄຂ້ຫວັດ ຫາກໍເລີ້ມໃນຊີກໂລກເໜືອ ແລະບັນດາ
ນາຍແພດກຳລັງຊັກຊວນໃຫ້ຜູ້ໃດກໍຕາມ ທີ່ມີອາຍຸສູງກວ່າ
6 ເດືອນຂຶ້ນໄປ ພາກັນໄປສັກຢາກັນໂຣກໄຂ້ຫວັດ. ແຕ່ການ
ສຶກສາຄັ້ງໃໝ່ສະເໜີແນະໃຫ້ຮູ້ວ່າ ຢາວັກຊິນດັ່ງກ່າວບໍ່ພຽງ
ແຕ່ກຳຈັດປັດເປົ່າໂຣກໄຂ້ຫວັດເທົ່ານັ້ນ ແຕ່ອາດຈະມີຜົນ
ດີອື່ນໆສຳລັບສຸຂະພາບເຊັ່ນກັນ. ສິງມີລາຍງານເລື້ອງນີ້
ຈາກຜູ້ສື່ຂ່າວວີໂອເອມາສະເໜີທ່ານ.
ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້:
ບັນດານັກຊ່ຽວຊານດ້ານການແພດກ່າວວ່າ ບໍ່ມີຫຍັງສັງຫານປະຊາຊົນຫຼາຍເທົ່າກັບໂຣກໄຂ້ຫວັດ. ພວກຄົນປ່ວຍທີ່ເປັນໂຣກຫົວໃຈ ເຊັ່ນນາງ Loreen Naylor ໂດຍສະເພາະ ແມ່ນ
ຕົກຢູ່ໃນອັນຕະລາຍຫລືເຈັບປວດໄດ້ງ່າຍໆ. ດ້ວຍເຫດນີ້ນາງຈຶ່ງສັກຢາກັນໂຣກໄຂ້ຫວັດ
ໃນທຸກໆປີ ຊຶ່ງນາງ Loreen Naylor ເວົ້າດັ່ງນີ້:
“ຂ້ອຍຄຶດວ່າ ມັນສຳຄັນຫຼາຍ ມັນເປັນຊ່ອງທາງນຶ່ງເພື່ອຄວບຄຸມດູແລສຸຂະພາບ
ຂອງຂ້ອຍເອງ ແລະເຮັດໃຫ້ໝັ້ນໃຈວ່າ ຂ້ອຍຈະບໍ່ເປັນຫວັດ."
ບັນດານາຍແພດກ່າວວ່າ ພວກຄົນປ່ວຍໂຣກຫົວໃຈ ທີ່ເປັນຫວັດ ປາກົດວ່າມີການສ່ຽງ
ໄພສູງ ທີ່ຈະເປັນໂຣກຫົວໃຈວາຍ ຫົວໃຈບໍ່ທຳງານ ຫຼືເປັນລົມສາລະບາດ.
ບັນດານັກຄົ້ນຄວ້າເຊື່ອວ່າ ໃນຂະນະທີ່ຮ່າງກາຍຂອງພວກເຮົາຕໍ່ສູ້ກັບໂຣກດັ່ງກ່າວທີ່
ເສັ້ນເລືອດແດງທີ່ໃຄ່ບວມແລະອັກເສບ ຈະເກີດຄວາມບໍ່ທຸ່ນທ່ຽງຫຼາຍຂຶ້ນ ແລະອາດເປັນ
ກ້ອນຕັນເສັ້ນເລືອດກໍເປັນໄດ້. ແຕ່ປາກົດວ່າ ຢາວັກຊິນປ້ອງກັນໄຂ້ຫວັດນີ້ອາດຊ່ອຍປ້ອງ
ກັນພວກຜູ້ຄົນທີ່ມີສຸຂະພາບດີ ຈາກໂຣກຫົວໃຈວາຍ ແລະລົມສາລະບາດໄດ້.
ທ່ານໝໍ Jacob Udell ທີ່ມະຫາວິທະຍາໄລ Women’s College Hospital ຢູ່ນະຄອນ
ໂຕຣອນໂຕ ປະເທດການາດາ ວິເຄາະຂໍ້ມູນຈາກການສຶກສາຄົ້ນຄວ້າມາກ່ອນ ທີ່ພົວພັນ
ກັບຄົນປ່ວຍ ຈຳນວນເກືອບ 7 ພັນຄົນ ເວົ້າວ່າ :
“ເວົ້າລວມແລ້ວ ການສ່ຽງໄດ້ລົດລົງປະມານ 33 ເປີເຊັນໃນການເປັນໂຣກຫົວໃຈ
ວາຍ ເປັນລົມສາລະບາດ ແລະໂຣກຮ້າຍແຮງຕ່າງໆ ກ່ຽວກັບຫົວໃຈໃນບັນດາ
ພວກທີ່ໄດ້ສັກຢາປ້ອງກັນໂຣກໄຂ້ຫວັດ ເມື່ອສົມທຽບໃສ່ກັບຄົນປ່ວຍທີ່ໄດ້ຮັບຢາ
ປອມ ຫຼືພຽງແຕ່ກັບພວກທີ່ໄດ້ຮັບການ ຮັກສາຂັ້ນມາດຕະຖານທຳມະດາເທົ່ານັ້ນ.’’
ສຳລັບພວກຜູ້ຄົນທີ່ຫາກໍເປັນໂຣກຫົວໃຈວາຍ ການທີ່ໄດ້ສັກຢາວັກຊິນກັນໂຣກໄຂ້ຫວັດ
ຈະຕັດການສ່ຽງທີ່ຈະເປັນໂຣກຫົວໃຈວາຍລົງ 50 ເປີເຊັນ. ດັ່ງນີ້ Dr.Udell ຈຶ່ງເວົ້າວ່າ
ການສັກຢາວັກຊິນດັ່ງກ່າວ ຈຶ່ງເປັນເລື້ອງທີ່ບໍ່ຕ້ອງຄຶດຫຍັງຫຼາຍ ແລະກ່າວຕໍ່ໄປວ່າ:
“ຂ້າພະເຈົ້າຂໍຊັກຊວນຜູ້ໃດກໍຕາມ ທີ່ມີຄວາມສົງໄສກ່ຽວກັບການສັກຢາວັກຊິນ
ດ້ວຍສາເຫດໃດກໍຕາມນັ້ນ ແມ່ນໃຫ້ມີທັດສະນະວ່າ ຈະມີຄວາມສາມາດໄດ້ຮັບ
ຜົນປະໂຫຍດທາງດ້ານຫົວໃຈ.”
ດຣ.ຢູແດນ ກ່າວວ່າ ທ່ານຢາກໃຫ້ມີການທົດລອງຂະໜາດໃຫຍ່ຕື່ມໃໝ່ ເພື່ອຢາກເຫັນວ່າ
ທ່ານຈະໄດ້ຮັບຜົນແບບດຽວກັນຫຼືບໍ. ຜົນການສຶກສາຄົ້ນຄວ້າຂອງທ່ານຫວ່າງບໍ່ດົນຜ່ານ
ມານີ້ ໄດ້ຖືກພິມເຜີຍແຜ່ໃນວາລະສານຂອງ ສະມາຄົມການແພດອາເມຣິກັນ ຫຼື Journal
of the American Medical Association.