ລິ້ງ ສຳຫລັບເຂົ້າຫາ

logo-print

ນັກວິທະຍາສາດ ເວົ້າວ່າ ການຈື່ໜ້າຄົນ ບໍ່ໄດ້ ແມ່ນ ພະຍາດ ແບບນຶ່ງ


ສະໝອງຂອງຄົນຊຶ່ງມີຫລາຍພາກສ່ວນ ຊຶ່ງທ່ານ ແບຣດ ດູເຊນ (Brad Duchaine), ນັກປະສາດວິທະຍາການຮັບຮູ້ ທີ່ ມະຫາວິທະຍາໄລດາດເມົ້າດ໌ ໃຫ້ຄໍາເຫັນວ່າ “ຂັ້ນຕອນຄົ້ນຄິດເພື່ອໃຫ້ຈື່ຈໍາໜ້າຄົນໄດ້ ແມ່ນຂຶ້ນກັບລອນສະໝອງ ຢູ່ຂ້າງຂວາ ເປັນການສະເພາະເລີຍ."

ໃນຂະນະທີ່ບາງຄົນຈົ່ມວ່າ ມີບັນຫາທີ່ວ່າຈື່ໜ້າຄົນໄດ້ ແຕ່ບໍ່ຈື່ຊື່ເຂົາເຈົ້ານັ້ນ
ຍັງມີພະຍາດທີ່ບໍ່ຄ່ອຍເກີດຂຶ້ນ ທີ່ເຮັດໃຫ້ບາງຄົນຮອດບໍ່ຈື່ໜ້າຄົນໄດ້ຈັກ
ໜ້ອຍເລີຍ. ພະຍາດຈື່ຈໍາໜ້າຄົນ ທີ່ເຄີຍຮູ້ຈັກບໍ່ໄດ້ ຍັງມີຊື່ອີກອັນນຶ່ງວ່າ
ໂຣກເບິ່ງໜ້າຄົນບໍ່ເຫັນເລີຍຊຶ່ງເປັນໂຣກປະສາດຜິດປົກກະຕິອັນນຶ່ງທີ່ເຮັດ
ໃຫ້ຄົນຈື່ໜ້າຄົນບໍ່ໄດ້, ບາງຄັ້ງກໍບໍ່ຈື່ແມ່ນແຕ່ຄົນຢູ່ໃນຄອບຄົວຂອງຕົນເອງ
ຊໍ້າ. ນັກຂ່າວວີໂອເອ ແຊດີ ວິດຄັອສ໌ກີ (Sadie Witkowski) ມີລາຍງານ
ກ່ຽວກັບ ເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ຖ້າຫາກທ່ານໄດ້ພົບກັບນາງເດຊູ ຣີດ (Dacia Reid) ຢູ່ຕາມຫົນທາງ, ທ່ານ
ກໍຄົງຈະບໍ່ຮູ້ວ່າ ສະໝອງຂອງລາວຖືກກະທົບແຕ່ຕອນຍັງນ້ອຍ. ແຕ່ວ່າ ທ່ານອາດຈະສັງເກດເຫັນໄດ້ ວ່າມີສິ່ງແປກໆບາງຢ່າງ ຫາກທ່ານໄດ້ພົບ
ລາວອີກເປັນຄັ້ງທີສອງ, ເມື່ອເຫັນວ່າລາວຈື່ທ່ານບໍ່ໄດ້.

ທ່ານ ແບຣດ ດູເຊນ (Brad Duchaine), ນັກປະສາດວິທະຍາການຮັບຮູ້ ທີ່
ມະຫາວິທະຍາໄລດາດເມົ້າດ໌ ໃຫ້ຄໍາເຫັນວ່າ

“ຂັ້ນຕອນຄົ້ນຄິດເພື່ອໃຫ້ຈື່ຈໍາໜ້າຄົນໄດ້ ແມ່ນຂຶ້ນກັບລອນສະໝອງຢູ່ຂ້າງ
ຂວາ ເປັນການພິເສດເລີຍ ແລະມັນຢູ່ທາງຂ້າງນີ້.”

ເຖິງແມ່ນວ່າ ໂດຍທົ່ວໄປແລ້ວ ລາວຈະມີຄວາມຈໍາດ້ານນີ້ກັບຄືນມາກໍຕາມ
ແຕ່ວ່າດຽວນີ້ ນາງຣີດ ກໍປະສົບກັບໂຣກຈໍາໜ້າຄົນທີ່ເຄີຍຮູ້ຈັກນັ້ນບໍ່ໄດ້
ຫລືພະຍາດເບິ່ງໜ້າຄົນບໍ່ອອກ.

ໂດຍໄດ້ຮັບການຊ່ວຍເຫລືອຈາກມູນນິທິວິທະຍາສາດແຫ່ງຊາດ, ນັກຈິຕະວິທະ
ຍາແບຣດ ດູເຊນ (Brad Duchaine) ແລະຜູ້ທີ່ໃຫ້ການຮ່ວມມືກັບທ່ານ ທີ່ມະ
ຫາວິທະຍາໄລດາດເມົ້າດ໌ ຈຶ່ງພວມພາກັນສຶກສາຄົ້ນຄວ້າຢູ່ ກ່ຽວກັບວ່າຄົນເຮົາຈື່ ແລະຄົ້ນຄິດຫາໜ້າຄົນໄດ້ຈັ່ງໃດ.

ທ່ານດູເຊນ ອະທິບາຍວ່າ “ຄວາມສົນໃຈຕົ້ນຕໍຂອງຂ້າພະເຈົ້າກໍຄື ພະຍາຍາມ ເຂົ້າໃຈກ່ຽວກັບລະບົບການຈັດຕັ້ງຂອງສະໝອງທໍາມະດາ ແລະພວກເຮົາໃຊ້
ສະໝອງທີ່ໄດ້ຖືກກະທົບເຫລົ່ານີ້ເພື່ອເຮັດການວິນິໄສເຖິງວິທີການທໍາງານຂອງ
ສະໝອງທໍາມະດາ.”

ເຖິງແມ່ນວ່າ ການເປັນໂຣກຈໍາໜ້າຄົນທີ່ຮູ້ຈັກມາກ່ອນບໍ່ໄດ້ ຈະຖືກອະທິບາຍ
ໃຫ້ຄົນຮູ້ເມື່ອ 150 ປີກ່ອນມາແລ້ວກໍຕາມ ແຕ່ມັນກໍບໍ່ຄ່ອຍມັກມີ ແລະບໍ່ຄ່ອຍ
ມີຄົນເຂົ້າໃຈມັນ ດີປານໃດ. ທ່ານດູເຊນ ໄດ້ເອົາຄົນປ່ວຍທີ່ເປັນໂຣກຜິດປົກກະ
ຕິດ້ານນີ້ 20 ຄົນມາໂຮມກັນ ເພື່ອສະສາງຂໍ້ມູນອັນນຶ່ງຂຶ້ນມາ ໂດຍໃຊ້ຜົນຂອງ
ການທົດສອບຄວາມຈື່ຈໍາຂອງພວກເຂົາເຈົ້າ ຫລາຍໆຄັ້ງ.

ຜູ້ທົດສອບຖາມນາງຣີດວ່າ “ເຈົ້າພ້ອມແລ້ວບໍ່?”
ນາງຕອບວ່າ “ອືມ, ພ້ອມແລ້ວ”

ເຊັ່ນດຽວກັນກັບຂັ້ນຕອນຈື່ຈໍາ “ໜ້າຄົນທີ່ມີຊື່ສຽງ”.

ນາງຣີດເບິ່ງໜ້າຂອງທ່ານ ຄລູນນີ, ດາລາສະແດງ ແລະເປັນຜູ້ສ້າງຮູບເງົາອາເມຣິ
ກັນ ທີ່ໂດ່ງດັງຄົນນຶ່ງ ຢູ່ໃນໜ້າຈໍຄອມພີວເຕີ ແຕ່ນາງບອກວ່າ “ອື! ຂ້ອຍບໍ່ຮູ້ຈັກ.”

ຈາກນັ້ນ ຜູ້ທົດສອບກໍເອົາຮູບຂອງທ່ານ ຈອດຈ໌ ບູສ, ອະດີດປະທານາທິບໍດີສະຫະ
ລັດຄົນນຶ່ງ ນາງກໍຕອບວ່າ “ອາ, ຂ້ອຍບໍ່ຮູ້ຈັກ.”

ຈາກນັ້ນ ຜູ້ທົດສອບກໍເອົາຮູບຂອງທ້າວ ຈອນ ທຣາໂວລຕາ ຄົນອາເມຣິກັນ ທີ່ເປັນດາລາສະແດງ ແລະສ້າງຮູບເງົາ ທັງເປັນນັກຮ້ອງ ແລະນັກເຕັ້ນລໍາ ທີ່
ມີຊື່ສຽງຄົນນຶ່ງ ໃຫ້ນາງຣີດເບິ່ງ ແລະລາວຕອບວ່າ “ອຶມ, ທຣາໂວລຕາ.”
“ເອີ, ເຈົ້າຕອບຖືກແລ້ວ.”

“ເບິ່ງຄາງຫັ້ນ. ເຈົ້າບໍ່ສາມາດທີ່ຈະປະິເສດ ວ່າບໍ່ຈື່ຄາງນັ້ນໄດ້ດອກ.”

ນອກນັ້ນ ພວກເຂົາເຈົ້າຍັງໄດ້ກວດສອບການຮັບຮູ້ດ້ານອື່ນໆ ແລະຄວາມຈື່ຈໍາ
ສິ່ງຂອງນໍາອີກ.

ທ່ານ ດູເຊນ ໃຫ້ຄໍາເຫັນເພີ້ມອີກວ່າ “ແລະເພາະສະນັ້ນ ໃຫ້ວາດພາບເບິ່ງວ່າ ພວກເຮົາພົບເຫັນຄົນໃດຄົນນຶ່ງທີ່ສະໝອງຖືກທໍາລາຍ ແລະພວກເຂົາເຈົ້າບໍ່
ສາມາດຈື່ໜ້າຄົນໄດ້ອີກແລ້ວ ແຕ່ວ່າ ເຂົາເຈົ້າກໍຍັງສາມາດຈື່ລົດ ທີ່ຈອດຢູ່ໃນ
ບ່ອນຈອດລົດ ແລະສາມາດຈື່ທັດສະນີຍະພາບຂອງສະຖານທີ່ ແລະສິ່ງຕ່າງໆ
ແບບນັ້ນໄດ້ຢູ່. ອັນນັ້ນເປັນການສະແດງໃຫ້ເຫັນວ່າ ການຄົ້ນຄິດເບິ່ງໜ້າຄົນ
ແມ່ນທໍາງານໂດຍພາກສ່ວນອື່ນຂອງສະໝອງ.”

ພວກນັກຄົ້ນຄວ້າສຶກສາເບິ່ງໂຄງສ້າງຂອງສະໝອງ ໂດຍໃຊ້ການກວດແບບ
ຊ່ອງໄຟຟ້າໂດຍໃຊ້ຄື້ນແມ່ເຫລັກ ຫລື ເອັມອາໄອ (MRI) ແລະກວດສອບເບິ່ງ
ກິດຈະກໍາທີ່ສະໝອງເຮັດ ໂດຍໃຊ້ການທໍາງານຂອງເຄື່ອງເອັມອາໄອ (MRI)
ໃນຂະນະທີ່ຄົນປ່ວຍເບິ່ງໜ້າຄົນ ຫລືເບິ່ງທັດສະນີຍະພາບຂອງສະຖານທີ່ ຢູ່.

ນາງມາຣີ ລູອີສ ຄີສເຊິເລີ, ນັກຄົ້ນຄວ້າທີ່ມະຫາວິທະຍາໄລດາດເມົ້າດ໌ ອະທິ
ບາຍວ່າ “ພວກເຂົາເຈົ້າຂາດພາກສ່ວນໃດນຶ່ງຂອງສະໝອງ ຫລືບໍ່ກໍພາກສ່ວນ
ໃດນຶ່ງໃນສະໝອງຂອງພວກເຂົາເຈົ້າຖືກທໍາລາຍ ແລະພວກເຮົາສາມາດເຫັນ
ການເປັນໄປແບບນັ້ນ ຢູ່ໃນການກວດເບິ່ງໂດຍໃຊ້ວິທີຊ່ອງເອັມອາໄອ (MRI).
ສະນັ້ນ, ຖ້າຫາກວ່າ ບໍ່ມີພາກສ່ວນນັ້ນຢູ່ໃນສະໝອງແລ້ວ ມັນກໍບໍ່ສາມາດເຮັດ
ຫຍັງໄດ້ເລີຍ. ແລ້ວ ພວກເຮົາກໍຈະສາມາດເຮັດການວິນິໄສວ່າ ສິ່ງທີ່ພາກສ່ວນ
ນັ້ນເຮັດແມ່ນຫຍັງ.”

ທ່ານ ດູເຊນ ກ່າວເພີ້ມອີກວ່າ “ພວກເຮົາຫວັງວ່າການພັດທະນາ ແລະຄວາມ
ເຂົ້າໃຈເຖິງຂັ້ນຕອນທໍາງານຂອງສະໝອງໃນການຈື່ຈໍາໜ້າຢ່າງແທ້ຈິງນັ້ນ ຈະ
ເຮັດໃຫ້ພວກເຮົາມີແບບວິທີເພື່ອຊ່ວຍເຂົ້າໃຈກ່ຽວກັບວິທີການທໍາງານຂອງພາກ
ສ່ວນອື່ນໆໃນສະໝອງອີກດ້ວຍ.”

ທ່ານດູເຊນກ່າວມ້ວນທ້າຍວ່າ ການຄົ້ນຄວ້າພະຍາດເບິ່ງໜ້າຄົນບໍ່ເຫັນແບບພື້ນ
ຖານນັ້ນ ຈະບໍ່ສາມາດນໍາໄປສູ່ການປິ່ນປົວໃດໆໄດ້ ແຕ່ວ່າ ນາງ ຣີດກໍຍັງຢາກເຂົ້າ
ຮ່ວມໃນການຄົ້ນຄວ້ານີ້ ຢູ່.

ໂດຍການຊ່ວຍເຫລືອຂອງນາງ, ພວກນັກຄົ້ນຄວ້າຈະເຂົ້າໃຈເຖິງວິທີການທີ່ຄົນ
ເຮົາ ຈື່ຈໍາໂລກ ແລະຄົນທີ່ຢູ່ອ້ອມຂ້າງເຮົາໄດ້.

ເບິ່ງວີດິໂອນີ້ເພີ້ມກ່ຽວກັບລາຍງານນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG