ເວົ້າທົ່ວໄປແລ້ວ ຊາວອາເມຣິກັນທຳມະດາສາມັນ ຈະພາກັນກິນຊີ້ນຫຼາຍໂດຍສະເພາະ ພວກຊີ້ນແດງ. ຊີ້ນຈະມີໂປຣຕີນຫຼາຍ ແຕ່ດັ່ງທີ່ Carol Pearson ນັກຂ່າວຂອງ VOA ລາຍງານໄປນັ້ນກໍແມ່ນວ່າ ຖ້າຫາກທ່ານຢາກມີຊີວິດຢູ່ຍືນຍາວ ແລະມີສຸຂພາບແຂງແຮງ ທ່ານຄວນຫາທາງໄປເອົາທາດໂປຣຕີນ ມາຈາກພວກພືດຜັກຫຼາຍກວ່າ. ວັນນະສອນຈະນຳລາຍ ລະອຽດຂອງເລື້ອງນີ້ ມາສະເຫນີທ່ານ ໃນອັນດັບຕໍ່ໄປ.
ວັນທີ 4 ກໍລະກົດ ເປັນຂອງຊາວອາເມຣິກັນ ບໍ່ຕ່າງຫຽັງກັນກັບhamburger. ບໍ່ຕ້ອງສົງໄສດອກວ່າ ຊາວອາເມຣິກັນ ມັກຮັບປະທານ burgers ຫຼາຍ ແຕ່ ການສຶກສາຄົ້ນຄ້ວາໃໝ່ ສະແດງໃຫ້ເຫັນວ່າ ພວກເຂົາເຈົ້າຄວນຈະມັກຮັກມັນໜ້ອຍລົງກວ່າເກົ່າ.
ທ່ານ ດຣ. Mingyang Song ແລະ ທ່ານ ດຣ. Andrew Chan ຈາກໂຮງພະຍາບານໃຫຍ່ Massachusetts ແລະມະຫາວິທະຍາໄລ Harvard ແມ່ນຈຳນວນນຶ່ງທີ່ທົດສອບຜົນກະທົບຂອງໂປຣຕີນທີ່ໄດ້ມາຈາກພວກສັດແລະພືດຜັກ ທີ່ມີ ຕໍ່ສຸກຂະພາບຂອງຜູ້ຄົນ. ພວກເພິ່ນພາກັນສຶກສາເບິ່ງຂໍ້ມູນຈາກແຫຼ່ງວິໄຈສຳຄັນ ແລະຍາວນານ 2 ແຫ່ງ ທີ່ພົວພັນກັບຜູ້ປະກອບສ່ວນຫຼາຍກວ່າ 130 ພັນ ຄົນ. ພວກນັກຄົ້ນຄວ້າທັງຫຼາຍ ໄດ້ຮວບຮວມເອົາ ຂໍ້ມູນຕ່າງໆ ຈາກການກິນຢູ່ ວິຖີຊີວິດແລະດ້ານສຸກຂະພາບຂອງພວກເຂົາເຈົ້າທີ່ເຂົ້າຮ່ວມ ແລະຫຼັງຈາກໄດ້ວິໄຈສຶກສາແລະວິເຄາະຢ່າງຄົບຖ້ວນລະອຽດແລ້ວ ກໍໄດ້ສະຫຼຸບດັ່ງນີ້.
ທ່ານໝໍ Andrew Chan ຈາກໂຮງພະຍາບານໃຫຍ່ Massachusetts ກ່າວວ່າ “ພວກໃດ ຮັບປະທານໂປຣຕີນຈາກຊີ້ນສັດ ເປັນຈຳນວນຫຼວງຫຼາຍ ແມ່ນມີຄວາມສ່ຽງຕໍ່ ຄວາມຕາຍສູງກວ່າ ໂດຍສະເພາະ ຄວາມຕາຍດ້ວຍໂຣກຫົວໃຈ.”
ສ່ວນ ດຣ. Mingyang Song ຈາກໂຮງພະຍາບານໃຫຍ່ Massachusetts ກ່າວວ່າ “ແລະວ່າການກິນທີ່ວ່ານີ້ ແມ່ນຍິ່ງຮຸນແຮງຫຼາຍ ໃນພວກຜູ້ຄົນ ທີ່ມີວິຖີຊີວິດ ທີ່ບໍ່ມີ ສຸຂະພາບດີ.”
ທາດໂປຣຕີນ ມີສ່ວນຊ່ອຍໃນການສ້າງແລະປົວແປງກ້າມເນື້ອແລະກະດູກ. ມັນມີຄວາມ ຈຳເປັນ ແຕ່ວ່າຊີ້ນແດງ ໂດຍສະເພາະແມ່ນມີ cholesterol ຫຼືໄຂມັນຫຼາຍ ຊຶ່ງເປັນສາເຫດຂອງຄວາມສ່ຽງຕໍ່ການເປັນໂຣກຫົວໃຈ. ພວກນັກຄົ້ນຄ້ວາ
ຄົ້ນພົບວ່າ ບັນຫາຂອງໂຣກຫົວໃຈ ແມ່ນມີສູງໃນບັນດາຜູ້ທີ່ບໍ່ພຽງແຕ່ຮັບປະທານຊີ້ນຫຼາຍ ແຕ່ກັບສູບຢາ ແລະ ດື່ມເຫຼົ້າຢ່າງໜັກ ແມ່ນພວກທີ່ມີໂຣກອ້ວນ ຫຼື ພວກນັ່ງດົນໆ.
ນອກນີ້ ພວກເຂົາເຈົ້າຍັງຄົ້ນພົບອີກວ່າ ການປ່ຽນແປງຈາກພວກໂປຣຕີນຈາກສັດ ມາເປັນ ໂປຣຕີນຈາກພວກພືດຜັກ ຈະຫຼຸດຜ່ອນຄວາມສ່ຽງຕໍ່ການເສຍຊີວິດກ່ອນໄວອັນຄວນ.
ທ່ານໝໍ Chan ກ່າວວ່າ “ເປັນທີ່ຈະແຈ້ງແລ້ວ ໃນຊ່ວງຍາວໄກນັ້ນ ການກິນຢູ່ທີ່ປະກອບດ້ວຍທາດໂປຣຕີນທີ່ມາຈາກພວກພືດຜັກນັ້ນ ແມ່ນມີແນວໂນ້ມທີ່ຈະມີຊີວິດທີ່ຢືນຍາວກວ່າ ພວກຜູ້ຄົນ ທີ່ຮັບປະທານທາດໂປຣຕີນທີ່ມາຈາກພວກສັດ.”
ເຊີນຫາອ່ານບົດສຶກສາຄົ້ນຄວ້າດັ່ງກ່າວນີ້ ຢູ່ໃນວາລະສານ JAMA International Medicine.