ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຖົງມື ວິທະຍາສາດ ສາມາດຊ່ວຍ ຄົນເປັນລົມສາລະບາດ ຟື້ນຟູ ສຸຂະພາບໄດ້


A Glove Allows Stroke Patients to Touch and Feel
please wait

No media source currently available

0:00 0:02:50 0:00

ຄົນທີ່ມີຊີວິດລອດ ຈາກການເປັນລົມສາລະບາດ ຫລື stroke ສ່ວນຫລາຍຕ້ອງໄດ້ສູ້ຊົນກັບ
ກັບຜົນຮ້າຍທີ່ຕາມມາຢ່າງຫລວງຫລາຍ. ມັນອາດໃຊ້ເວລາເຮັດກາຍະບໍາ ບັດເປັນຫລາຍໆ
ເດືອນ ກວ່າຈະສາມາດໃຊ້ແຂນຂາ ຫລືເລີ້ມມີຄວາມຮູ້ສຶກຄືນມາໄດ້. ເພາະສະນັ້ນ ຈຶ່ງໄດ້ມີການ
ສ້າງຕົ້ນແບບ ຂອງແຂນປອມຂຶ້ນມາ ເພື່ອຊ່ວຍໃຫ້ພວກ ທີ່ຢູ່ລອດຈາກການເປັນ stroke ມີ
ຄວາມຮູ້ສຶກໜາວ ຫລືຮ້ອນ, ແລະສາມາດຈໍາແນກໄດ້ລະຫວ່າງວັດຖຸຕ່າງໆ ເຊັ່ນແກ້ວກັບເຈ້ຍ ແຂງ. ດັ່ງທີ່ Faiza Elmasry ໄດ້ກ່າວ ຊຶ່ງຖືກອັດສຽງໄວ້ຢູ່ງານວາງສະແດງກ່ຽວກັບສະໝອງ ຫລື Brain Convention, ຢູ່ ນະຄອນປາຣີວ່າການປະດິດສ້າງໃໝ່ອັນນີ້ ໄດ້ນໍາອອກມາເຜີຍ ແຜ່ໃຫ້ຄົນຮູ້ ຢູ່ໃນ ງານວາງສະແດງດ້ານເທັກໂນໂລຈີ Faith Lapidus ນັກຂ່າວຂອງ VOA ມີລາຍ ງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີ ທ່ານໃນອັນດັບຕໍ່ໄປ.

ຖົງມືນີ້ອາດເປັນເຄື່ອງມືສໍາຄັນໃນການຟື້ນຟູສຸຂະພາບຂອງຄົນເຈັບທີ່ເປັນໂຣກລົມ
ສາລະບາດ ຫລື stroke.

ມັນເປັນການນໍາໃຊ້ເທັກໂນໂລຈີໃນການສໍາພັດທີ່ໃຊ້ເຄື່ອງກະຕຸ້ນແບບກົນຈັກ ແລະໄຟຟ້າ
ເພື່ອເຮັດໃຫ້ສະໝອງຮູ້ວ່າມີການສໍາພັດ, ມີຄວາມຮູ້ສຶກຮ້ອນ ແລະ ເຢັນ, ຮາບພຽງກ້ຽງດີ ຫລືບໍ່ .

Morgan Innovation, ຊຶ່ງເປັນບໍລິສັດດ້ານເທັກໂນໂລຈີຂອງອັງກິດ, ໄດ້ພັດທະນາ ອຸປະກອນ ນີ້ຂຶ້ນມາ ໂດຍໄດ້ຮ່ວມມືກັບນັກຄົ້ນຄວ້າ ຈາກມະຫາວິທະຍາໄລ Southampton.

ທ່ານ Howard Clarke ວິສະວະກອນ ແລະຜູ້ສ້າງຕັ້ງບໍລິສັດ Morgan Innovation
and Technology ກ່າວວ່າ:
"ຜູ້ຊົມໃຊ້ອຸປະກອນນີ້ ຈະເຫັນມັນຢູ່ໃນໜ້າຈໍ ແລະກໍຮູ້ຈັກວ່າເຂົາເຈົ້າກໍາລັງຈັບເອົາຫຍັງ ຂຶ້ນມາ. ຈາກນັ້ນສະໝອງຂອງເຂົາເຈົ້າກໍຝຶກແອບ ຫ້ສາມາດເກີດຄວາມ ຮູ້ສຶກຄືນມາໄດ້, ສະນັ້ນເຂົາເຈົ້າຈຶ່ງມີຄວາມຮູ້ສຶກ ຕໍ່ການແຕະຕ້ອງຫຼື ສຳພັດສິ່ງ ທີ່ເຂົາເຈົ້າກໍາລັງຮູ້ສຶກຢູ່ນັ້ນ ແບບໃໝ່ທີ່ແຕກຕ່າງກັນ, ເຂົາເຈົ້າກໍາລັງຝຶກແອບ ວິທີທາງສັ່ງການຂອງປະສາດຂອງຕົນຢູ່."

ນາງ Laura Poulater ພະນັກງານການແພດຜູ້ນຶ່ງກ່າວວ່າ:
"ຢູ່ທຸກຈຸດຂອງນີ້ວມື ທີ່ລາວຈະຂົ່ມລົງ ແລະເຮົາກໍຈະຮູ້ສຶກເຖິງຄວາມເຢັນ ຫລື ຄວາມ ຮ້ອນປ່ອຍອອກມາ ແລ້ວເຈົ້າກໍຈະຮູ້ສຶກວ່າ ຕົນສໍາພັດກັບແກ້ວ ເຖິງແມ່ນ ວ່າເຈົ້າຈະບໍ່ ໄດ້ສໍາພັດກັບແກ້ວແທ້ໆກໍຕາມ ແລະຈາກນັ້ນເຈົ້າກໍຈະຮູ້ສຶກວ່າ ສໍາ ພັດກັບເຈ້ຍແຂງ, ຖ້າເຈົ້າໃຊ້ນີ້ວຊີ້ ເຈົ້າກໍຈະສາມາດຮູ້ສຶກວ່າໄດ້ສໍາພັດເຈ້ຍແຂງ. ມັນເປັນໜ້າປະຫລາດ ໃຈຫລາຍ ແຕ່ວ່າ ຂ້ອຍກໍສາມາດວາດພາບອອກວ່າ ມັນຈະດີຫລາຍ."

ພວກນັກຄົ້ນຄວ້າເຊື່ອກັນວ່າ ອຸປະກອນໃນການສໍາພັດຕ່າງໆ ນັບມື້ ນັບມີຄວາມສໍາຄັນ
ເພາະວ່າ ຄົນເຈັບທີ່ເປັນ stroke ບໍ່ສາມາດໄດ້ຮັບກາຍະພາບບໍາບັດທີ່ເຂົາເຈົ້າຄວນໄດ້
ຮັບສະເໝີໄປ.

ທ່ານ Howard Clarke ກ່າວເພີ້ມອີກວ່າ "ສະນັ້ນ ສິ່ງທີ່ອຸປະກອນນີ້ ພະຍາຍາມຈະ
ເຮັດກໍຄື ທີ່ຈິງແລ້ວແມ່ນເຮັດໃຫ້ຄົນສາມາດເຮັດວຽກຢູ່ເຮືອນຂອງຕົນໄດ້, ນໍາເອົາ ຄວາມກະຕຸ້ນມາໃຫ້ເຂົາເຈົ້າ ແລະທັງຍັງເຮັດໃຫ້ນັກກາຍະພາບບໍາບັດສາມາດ ຕິດ ຕາມເບິ່ງຄົນເຈັບພວກນີ້ ຈາກທາງໄກເພື່ອເບິ່ງວ່າ ໃຜເຮັດກາຍະພາບບໍາບັດ ແລະ
ໃຜບໍ່ເຮັດ."


ຖົງມືປະເພດອື່ນກໍໄດ້ຖືກນໍາມາວາງໃຫ້ເບິ່ງເຊັ່ນກັນ ຢູ່ທີ່ງານວາງສະແດງ Brain
Convention ທີ່ນັກປະດິດຄິດສ້າງຈາກທຸກມຸມໂລກ ໄດ້ນໍາເອົາເທັກໂນໂລຈີໃໝ່ ທີ່ຊ່ວຍໃຫ້ຄົນທີ່ໄດ້ຮັບບາດເຈັບທາງສະໝອງຟື້ນຟູສຸຂະພາບໄດ້ ມາໃຫ້ຄົນຮູ້ນໍາ.

ອຸປະກອນໂຕຈິງ ຫລື VR ກໍຢູ່ໃນຈໍານວນນຶ່ງ ຂອງເຄື່ອງມືນະວະກຳ ທີ່ໄດ້ມີການ ປະດິດສ້າງຂຶ້ນມາ ຍ້ອນອຸດສາຫະກໍາການຜະລິດເຄື່ອງຫຼິ້ນຫຼືເກມ ທີ່ໄດ້ລົງທຶນ
ລາຍໆລ້ານໂດລາ ໃສ່ການພັດທະນາເທັກໂນໂລຈີດັ່ງກ່າວ.

ເຄື່ອງ VR ທີ່ສຸບໃສ່ຫົວຊຸດນີ້ ກໍາລັງສະແດງໃຫ້ເຫັນຈໍານວນລາຍການຕ່າງໆ ທີ່ໄດ້
ສ້າງຂຶ້ນມາ ເພື່ອຊ່ວຍຄົນເຈັບຟື້ນຟູຈາກການບາດເຈັບຂອງກະດູກສັນຫລັງ.

ນາງ KIKI COPPELMANS ນັກກາຍະບໍາບັດ ຈາກບໍລິສັດ inMotion VR ເວົ້າວ່າ:
"ຄົນເຮົາຈະສາມາດເຄື່ອນໄຫວເໜັງຕິງໄດ້ອີກ ແລະປະສົບກັບຄວາມເຈັບປວດ
ໜ້ອຍລົງ ແລະທ່ານຈະສາມາດເຫັນ ແລະຊ່ວຍໃຫ້ຄົນເຈັບຂອງທ່ານເຫັນຢູ່ໃນ ຄອມພິວເຕີ້ນ້ອຍ ວ່າພວກເຂົາເຈົ້າຈະສາມາດເໜັງຕິງໄດ້ໄປຫຼາຍກວ່ານັ້ນອີກ."


ອຸປະກອນ Vibramoov ອາໄສການສັ່ນສະເທືອນ ແລະການກະຕຸ້ນດ້ວຍກົນຈັກ. ມັນຈະກະຕຸ້ນໃຫ້ສົ່ງຂໍ້ຄວາມຫາກັນລະຫວ່າງສະໝອງ ກັບຮ່າງກາຍ.

ທ່ານ NICOLAS PLUMIER, ຜູ້ຮ່ວມສ້າງຕັ້ງບໍລິສັດ VIBRAMOOV ກ່າວວ່າ:
"ມີກິດຈະກໍາໃດນຶ່ງທີ່ມາຈາກສະໝອງ ໄປຫາການຫົດຕົວຂອງກ້າມເນື້ອທຸກສ່ວນ ເພື່ອເຮັດໃຫ້ມີການເໜັງຕີງ ແຕ່ກໍມີການສົ່ງຂໍ້ຄວາມໄປຈາກກ້າມເນື້ອຫາສະ
ໝອງເຊັ່ນກັນ ເພື່ອອະທິບາຍໃຫ້ສະໝອງຮູ້ຈັກວ່າ ການເຄື່ອນເໜັງທີ່ທ່ານກໍາລັງ
ມີຢູ່ນັ້ນ ແມ່ນການເໜັງຕີງປະເພດໃດ. ເຊັ່ນຂະໜາດຂອງການເໜັງຕີງ, ລະດັບ
ຄວາມໄວ, ທິດທາງຂອງການເຄື່ອນເໜັງ ແລະອື່ນໆ. ແລະຜ່ານການກະຕຸ້ນ ທາງດ້ານກົນຈັກນີ້ ພວກເຮົາຈະສາມາດຮູ້ໄດ້ ຂໍ້ມູນດ້ານ ທີ່ເຮັດໃຫ້ເຮົາຮູ້ໄດ້ວ່າ
ເຮົາຢູ່ໃນທ່າ, ສະຖານທີ່, ທິດທາງ ແລະການເໜັງຕີງ ເຖິງແມ່ນພວກເຮົາຈະບໍ່ ໄດ້ເຄື່ອນເໜັງຢ່າງໃດກໍຕາມ."

ອຸປະກອນອັນນີ້ໄດ້ຊ່ວຍຄົນເຈັບຢູ່ທົ່ວໂລກກະຕຸ້ນຄວາມຮູ້ສຶກ ແລະຄວາມຫວັງ ໃນການທີ່ຈະໄດ້ຟື້ນຄືນຈາກການເຈັບເປັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG