ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກວິທະຍາສາດທັງຫລາຍ ໃກ້ຈະຜະລິດຢາ ປົວພະຍາດ ໂຄວິດ-19 ໄດ້ແລ້ວ


ຊາຍໝຸ່ຄົນນຶ່ງໃສ່ເຄື່ອງປ້ອງກັນຕົວ ຫລື PPE ປິດໜ້າແລະຫົວໄວ້ໝົດເພື່ອປ້ອງກັນພະຍາດ COVID-19ໃນຂະນະທີ່ຍ່າງຂ້າມຖະໜົນ Oxford ຢູ່ໃຈກາງນະຄອນລອນດອນ (ວັນທີ 11 ມິຖຸນາ, 2020)
ຊາຍໝຸ່ຄົນນຶ່ງໃສ່ເຄື່ອງປ້ອງກັນຕົວ ຫລື PPE ປິດໜ້າແລະຫົວໄວ້ໝົດເພື່ອປ້ອງກັນພະຍາດ COVID-19ໃນຂະນະທີ່ຍ່າງຂ້າມຖະໜົນ Oxford ຢູ່ໃຈກາງນະຄອນລອນດອນ (ວັນທີ 11 ມິຖຸນາ, 2020)

ພວກນັກວິທະຍາສາດທັງຫລາຍຢູ່ທົ່ວໂລກກໍາລັງຊອກຫາຢາວັກຊິນທີ່ປ້ອງກັນພະຍາດໂຄວິດ-19 ໄດ້. ສ່ວນຄົນອື່ນໆ ແມ່ນກໍາລັງຊອກຫາການປິ່ນປົວທີ່ຈະ ເຮັດໃຫ້ເຊື້ອໄວຣັສດັ່ງກ່າວລະງັບລົງ ຈົນກວ່າວ່າ ຈະມີຢາວັກຊິນມາໄວ້ໃຫ້ໃຊ້. Carol Pearson ນັກຂ່າວວີໂອເອລາຍງານມາວ່າ ພວກນັກຄົ້ນຄວ້າຢູ່ໃນສະ- ວີເດັນ ມີຄວາມຫວັງໃນແງ່ດີກ່ຽວກັບວຽກງານຂອງເຂົາເຈົ້າ ໃນການປິ່ນປົວທີ່ ສາມາດເຮັດໃຫ້ການແຜ່ຜາຍຂອງພະຍາດນີ້ຊັກຊ້າລົງ, ເຮັດໃຫ້ອາການໄຄຂຶ້ນ ແລະຊ່ວຍຊີວິດຄົນໄວ້ໄດ້ ຊຶ່ງບົວສະຫວັນຈະນໍາລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ແກະໄທຊັນ (Tyson) ອາດຈະກາຍມາເປັນແກະທີ່ມີຊື່ສຽງໂດ່ງດັງ. ພວກນັກ ຄົ້ນຄວ້າຈາກສະຖາບັນຄາໂຣລິນສກາ (Karolinska) ຢູ່ນະຄອນສຕອກໂຮມ ໄດ້ສີດຢາປ້ອງກັນພະຍາດໃສ່ລາວ ດ້ວຍການສີດທາດໂປຣຕິນ ທີ່ມີໄວຣັສໂຄ ໂຣນາເຂົ້າໄປ ແລະໄດ້ແຍກເອົາທາດທີ່ຕ້ານທານຮ່າງກາຍອັນນ້ອຍໆ ທີ່ເອີ້ນ ວ່າ ທາດນາໂນບໍດີສ໌ (nanobodies) ຫລືທາດຕ້ານທານພະຍາດຢູ່ດ້ານດຽວ ນັ້ນ ອອກຈາກໝູ່.

ທາດຕ້ານທານຮ່າງກາຍ ແມ່ນທາດໂປຣຕິນທີ່ສ້າງຂຶ້ນມາໂດຍລະບົບພູມຕ້ານ ທານຮ່າງກາຍ ເມື່ອມັນຮູ້ສຶກວ່າຮ່າງກາຍຕິດເຊື້ອໄວຣັສ ຫລືຮ່າງກາຍທີ່ແປກ ອັນອື່ນ. ທາດໂປຣຕິນນີ້ ຈາກນັ້ນກໍຈະພະຍາຍາມຂ້າມັນຖິ້ມ.

ທາດນາໂນບໍດີສ໌ (nanobodies) ແມ່ນນ້ອຍກວ່າ ທາດຕ້ານທານຮ່າງກາຍ ທີ່ ມະນຸດຜະລິດຂຶ້ນມານັ້ນຫລາຍ. ແລະ ທາດນາໂນບໍດີສ໌ (nanobodies) ແມ່ນ ເກາະຢູ່ກັບພາກສ່ວນດຽວກັນຢູ່ໃນໄວຣັສຄືກັນກັບທາດຕ້ານທານຮ່າງກາຍເກາະ ຢູ່ນັ້ນ.

ທ່ານເຈີໂຣລ ແມັກຄິນເນີນີ (Gerald McInerney) ເປັນນັກວິທະຍສາດທ່ານ ນຶ່ງທີ່ເຮັດວຽກໃນໂຄງການນີ້.

ທ່ານ ເຈີໂຣລ ແມັກຄິນເນີນີ (Gerald McInerney) ຈາກສະຖາບັນ ຄາໂຣ ລິນສກາ (Karolinska) ກ່າວວ່າ:

“ສິ່ງເຫຼົ່ານີ້ຄືທາດຕ້ານທານຮ່າງກາຍທີ່ພວກເຮົາເອົາມາຈາກແຊລເລືອດຂອງໂຕ ແກະ ແລະພວກເຮົາສາມາດເຫັນໄດ້ວ່າ ທາດຕ້ານທານຮ່າງກາຍເຫລົ່ານັ້ນ ໄດ້ ເກາະໃສ່ພື້ນຜິວຫັ້ນໂລດ ຢູ່ຈຸດທີ່ທາດໂປຣຕິນໄວຣັສຢາກເຂົ້າໄປໃນ ແຊລນັ້ນ ພໍດີໂລດ. ແລະເພາະສະນັ້ນ ອັນນີ້ເຮັດໃຫ້ພວກເຮົາເຂົ້າໃຈຢ່າງສໍາຄັນ ໄດ້ວ່າ ພວກທາດຕ້ານທານຮ່າງກາຍເຫລົ່ານີ້ ປະຕິບັດງານຄືແນວໃດ ເພື່ອຈະຍຸຕິການ ຕິດເຊື້ອພະຍາດໄດ້”

ທ່ານ ແມັກຄິນເນີນີ (McInerney) ເວົ້າວ່າ ຜົນຂອງການຄົ້ນຄວ້າ ຈະພິມເຜີຍ ແຜ່ອອກໃນສອງສາມເດືອນຂ້າງໜ້ານີ້.

ການເຮັດວຽກນີ້ອາດຈະນໍາໄປສູ່ຢາຊະນິດນຶ່ງ ທີ່ຈະຊ່ວຍຫລຸດຜ່ອນ ປະລິມານ ຂອງໄວຣັສ ຢູ່ໃນເລືອດຂອງຄົນປ່ວຍໄດ້ ໃນຂະນະທີ່ລະບົບພູມຄຸ້ມກັນຮ່າງ ກາຍພັດທະນາການຕອບໂຕ້ຂອງຕົນເອງຂຶ້ນມາ ຕໍ່ການຕິດເຊື້ອນັ້ນ.

ທ່ານ ແມັກຄິນເນີນີ (McInerney) ອະທິບາຍອີກວ່າ:
“ທຸກຫລັກຖານລ້ວນແຕ່ສະແດງໃຫ້ເຫັນວ່າ ມັນຈະໃຊ້ການໃນຮ່າງກາຍຂອງຄົນ ໄດ້ ແຕ່ວ່າ ມັນເປັນລະບົບທີ່ສັບສົນຫລາຍ ເພາະສະນັ້ນພວກເຮົາຄອງຄອຍຖ້າ ເຮັດການທົດລອງເຫລົ່ານັ້ນຢູ່.”

ຢາວັກຊິນອັນນຶ່ງສາມາດໃຊ້ເວລາຫລາຍປີເພື່ອຈະພັດທະນາໄດ້ ຊຶ່ງເປັນເຫດ ຜົນທີ່ພວກນັກວິທະຍສາດຢູ່ສະຖາບັນຄາໂຣລິນສກາ (Karolinska) ໄດ້ສຸມ ໃສ່ໃນພັດທະນາການປິ່ນປົວຢູ່.

ມັນອາດສາມາດຊ່ວຍເຮັດໃຫ້ການລະບາດຢ່າງໜັກຍຸຕິລົງ ໃນຂະນະທີ່ຢາວັກ ຊິນທີ່ສະໜອງພູມຕ້ານທານໄລຍະຍາວ ກໍາລັງຖືກພັດທະນາຢູ່ນີ້.

ເບິ່ງວີດິໂອກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG