ລິ້ງ ສຳຫລັບເຂົ້າຫາ

logo-print

ມີການຂໍໃຫ້ ນັກວິທະຍາສາດທົ່ວໂລກ ເອົາຂໍ້ມູນກ່ຽວກັບ ການປະພຶດ ທີ່ປ້ອງກັນການ ຕິດເຊື້ອໂຣກ ໂຄວິດ-19 ໃຫ້ກັນຮູ້ນໍາ


ບັນດາພະຍາບານຈາກ ອົງການ National Nurses United ພາກັນຢືນຢູ່ຫ່າງກັນຂະນະທີ່ເຂົາເຈົ້າປະທ້ວງຢູ່ຕໍ່ໜ້າ ທໍານຽບຂາວໃນວັນທີ 21 ເມສາ, 2020 ເພື່ອຢາກໃຫ້ເອົາໃຈໃສ່ແຈກເຄື່ອງປ້ອງກັນຕົນເອງໃຫ້ແກ່ພະຍາບານ ຍ້ອນມີຫລາຍຄົນແລ້ວ ທີ່ຕິດເຊື້ອໄວຣັສ ຍ້ອນຂາດອຸປະກອນນີ້ (ພາບຖ່າຍໂດຍ AP Photo/Patrick Semansky)

ອາຈານຄົນນຶ່ງທີ່ສອນໃນມະຫາວິທະຍາໄລນິວຢອກ ໄດ້ຮຽກຮ້ອງໃຫ້ ນັກວິທະຍາສາດໃນທົ່ວໂລກ ເຂົ້າຮ່ວມການດໍາເນີນຄວາມພະຍາຍາມ ທີ່ຈະສາ ມາດຊ່ວຍບັນດານັກຊ່ຽວຊານດ້ານການແພດ ແລະຜູ້ນໍາໂລກ ໃຫ້ຄາດເດົາເບິ່ງ ການແຜ່ລະບາດຂອງໄວຣັສໂຄໂຣນາໄດ້ ແລະທັງຍັງສາມາດຄວບຄຸມການແຜ່ ລະບາດຂອງມັນໄດ້. Bronwyn Benito, ນັກຂ່າວ ວີໂອເອ ມີລາຍງານກ່ຽວ ກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ໂດຍມີຂໍ້ມູນທີ່ເກັບກໍາມາຈາກທຸກແຫ່ງຫົນຢູ່ໃນໂລກ ກ່ຽວກັບວ່າ ຜູ້ຄົນປ້ອງ ກັນຕົວເອງໄດ້ແນວໃດ ເພື່ອບໍ່ໃຫ້ຕິດເຊື້ອໄວຣັສ, ອາຈານຄົນນຶ່ງທີ່ສອນໃນ ມະຫາວິທະຍາໄລນິວຢອກ ເວົ້າວ່າ ການສຶກສາຄົ້ນຄວ້າຂອງພວກເຂົາເຈົ້າ ອາດຈະມີຜົນປະໂຫຍດໃນການຄາດເດົາເບິ່ງ ການປະພຶດທີ່ປົກປ້ອງຕົນເອງ ໃນຂະນະທີ່ປະເຊີນກັບການເຕືອນໄພທາງສຸຂະພາບຢູ່.

ທ່ານ ເຈ ແວນ ເບວູລ (Jay Van Bavel), ຮອງສາສະດາຈານ ໃນມະຫາ ວິທະຍາໄລ ນິວຢອກກ່າວວ່າ:
“ສິ່ງທີ່ພວກເຮົາຢາກຈະເຫັນກໍຄື ການລະດົມເອົາພວກທີ່ໃຫ້ການຮ່ວມມື ຢູ່ທົ່ວ ໂລກ ຫລາຍເທົ່າທີ່ຈະຫລາຍໄດ້ ຜູ້ທີ່ຍິນດີທີ່ຈະເກັບກໍາເອົາຕົວຢ່າງທີ່ຕາງໜ້າ ໃຫ້ຄົນຈໍານວນຫລາຍໄດ້. ພວກເຮົາຢາກຈະເຫັນວ່າ ແມ່ນຫຍັງທີ່ເປັນສິ່ງທີ່ພາ ໃຫ້ຄາດເດົາໄດ້ວ່າ ຜູ້ຄົນຈະເຮັດຕາມລະບຽບຮັກສາການຢູ່ຫ່າງກັນ, ລ້າງມືຫລື ທັງຍັງຈະເອົາຂໍ້ມູນທີ່ມີຄຸນນະພາບ ຫລືບໍ່ ແທນທີ່ຈະເອົາຄວາມຄິດເອົາເອງ ທີ່ ເປັນການສົມຮູ້ຮ່ວມ ຄິດກັນ ອອກໄປເຜີຍແຜ່ໃຫ້ໝູ່ຮູ້ນໍາ.”

ການຄົ້ນພົບດັ່ງກ່າວ ຍັງສາມາດທີ່ຈະຊ່ວຍ ບັນດາຜູ້ທໍາການຕັດສິນໃຈ ດ້ານ ຕ່າງໆທັງຫລາຍ ໃນການດີ້ນຮົນເພື່ອປົກປ້ອງຄົນບໍ່ໃຫ້ຕິດເຊື້ອ ໃນໄລຍະທີ່ມີ ການກັກຕົວ ຂະນະທີ່ຍັງພະຍາຍາມຮັກສາເສດຖະກິດໄວ້ບໍ່ໃຫ້ມັນພັງລົງຢູ່ນັ້ນ.

ອາຈານ ເຈ ແວນ ເບວູລ ກ່າວຕໍ່ໄປອີກວ່າ:
“ເປົ້າໝາຍຂອງພວກເຮົາກໍຄື ເຮັດວຽກເພື່ອເສີມໃຫ້ບັນດານັກຊ່ຽວຊານທາງ ການແພດທັງຫລາຍ ແລະສະໜອງເຄື່ອງມືທີ່ພວກເພິ່ນສາມາດໃຊ້ໃນການສື່ ສານຖ້ອຍຄໍາຂອງເພິ່ນຢ່າງມີປະສິດທິຜົນສູງຂຶ້ນ …ພວກເຮົາບໍ່ໄດ້ມີຂໍ້ສົງໄສ ຫລືທ້າທາຍຕໍ່ພວກເພິ່ນແມ່ນແຕ່ວິນາທີດຽວ, ພວກເຮົາມີແຕ່ໃຊ້ສິ່ງທີ່ພວກເຮົາ ສາມາດທີ່ຈະນໍາເອົາມາພິຈາລະນານໍາກັນ ເພື່ອຊ່ວຍເຂົາເຈົ້າ.”

ວິທີທາງດິຈິຕອລ ທີ່ເປັນແຫລ່ງການຊ່ວຍເຫລືອແບບເປີດ ແມ່ນບໍ່ທໍາມະດາ ບັນດານັກວິທະຍາສາດຢູ່ທົ່ວໂລກໄດ້ຖືກເຊື້ອເຊີນໃຫ້ມາຮ່ວມມືກັນຢູ່ໃນເອກະ ສານ ກູໂກລ (Google doc) ທີ່ມີການກະຈາຍບັນຫາໄປໃຫ້ຫລາຍຄົນ ຄົ້ນ ຫາຄໍາຕອບຊ່ວຍກັນນັ້ນ. ໃນ 24 ຊົ່ວໂມງທໍາອິດ, ມີທີມງານຄົ້ນຄວ້າ ຫລາຍ ກວ່າ 50 ທີມໄດ້ອາສາສະໝັກທີ່ຈະເຮັດນໍາ.

ອາຈານ ເຈ ແວນ ເບວູລອະທິບາຍວ່າ:
“ພວກເຮົາພະຍາຍາມທີ່ຈະໃຊ້ການຮ່ວມມືແລະເຮັດໃຫ້ມັນຢູ່ເໜືອຜົນປະໂຫຍດ ສ່ວນຕົວທີ່ຕາມປົກກະຕິແລ້ວ ມັກຄອບງໍາຂົງເຂດວິທະຍາສາດ ທີ່ທຸກຄົນສູ້ກັນ ເພື່ອຢາກໄດ້ຄຸນງາມຄວາມດີ ແລະແຂ່ງກັນເຮັດໃຫ້ການສຶກສາຄົ້ນຄວ້າຂອງຕົນ ສໍາເລັດລົງນັ້ນອີກ.”

ການສຶກສາຄົ້ນຄວ້າອັນນີ້ ໄດ້ສ້າງຂຶ້ນ ບົນພື້ນຖານການສຶກສາຄົ້ນຄວ້າ ຂອງ ທ່ານແວນ ເບວູລ ແລະຜູ້ໃຫ້ການຮ່ວມມືຂອງເພິ່ນທີ່ໄດ້ຖືກຮັບເອົາໄປພິມເຜີຍ ແຜ່ ຢູ່ໃນວາລະສານ Nature ຊຶ່ງແປວ່າ ທໍາມະຊາດນັ້ນ.

ແຕ່ວ່າ ແທນທີ່ຈະມີການພົວພັນພຽງແຕ່ກັບບັນດານັກວິທະຍາສາດທີ່ມາຈາກ ປະເທດຮັ່ງມີເທົ່ານັ້ນ, ການສຶກສາຄົ້ນຄວ້າໃໝ່ນີ້ ແມ່ນແນໃສ່ເພື່ອໃຫ້ໄດ້ມີຈໍາ ນວນຄົນໃຫ້ການຮ່ວມມືຫລາຍທີ່ສຸດ. ແລະພວກໃຫ້ການຮ່ວມມືທີ່ໄດ້ຮັບທຶນສະ ໜັບສະໜຸນດີ ກໍສາມາດຊ່ວຍພວກທີ່ບໍ່ໄດ້ຮັບທຶນຫລາຍປານໃດນັ້ນໄດ້.

ອາຈານ ແວນ ເບວູລ ກ່າວມ້ວນອີກວ່າ:
“ພວກເຮົາບໍ່ຕ້ອງການ 10,000 ຄົນຢູ່ໃນສະຫະລັດ ແລະໃນຂະນະທີ່ບໍ່ມີໃຜຢູ່ ໃນປະເທດອື່ນເລີຍ. ສິ່ງທີ່ພວກເຮົາຢາກໃຫ້ເຂົາເຈົ້າເຮັດກໍຄືໃຫ້ທຶນແກ່ການເກັບ ກໍາຂໍ້ມູນ ຢູ່ໃນປະເທດອື່ນ ຢູ່ທົ່ວໂລກ ບ່ອນທີ່ພວກເຮົາມີຄົນຢູ່ໃນພາກພື້ນບ່ອນ ນັ້ນ ທີ່ສາມາດແປ ແລະເກັບເອົາຂໍ້ມູນໄດ້.”

ຜົນຂອງການສຶກສາຄົ້ນຄວ້ານີ້ ຈະນໍາອອກເຜີຍແຜ່ໃນວິທີດຽວກັນກັບ ວິທີ່ທີ່ໃຊ້ ເກັບກໍາມັນມາ.

ອາຈານ ແວນ ເບວູລ ກ່າວມ້ວນທ້າຍວ່າ:
“ພວກເຮົາຈະພິມຂໍ້ມູນດັ່ງກ່າວຢ່າງເປີດເຜີຍຢູ່ໃນວາລະສານອັນນຶ່ງ ເພື່ອວ່າ ຄົນທີ່ບໍ່ໄດ້ມີສ່ວນກ່ຽວຂ້ອງ ໃນໂຄງການຂອງພວກເຮົາ ກໍສາມາດໃຊ້ມັນໄດ້ ໃນທັນທີ ທັນໃດ ແລະເລີ້ມວິໄຈມັນ ແລະກໍເອົາມັນໄປແບ່ງປັນໃຫ້ພວກອື່ນ ຢູ່ໃນຂົງເຂດວຽກງານອື່ນໃຫ້ຮູ້ນໍາ ຫລືໃຫ້ບັນດາສະມາຊິກຂອງລັດຖະບານ ຫລືສະມາຊິກຂອງປະຊາຊົນເຂົາເຈົ້າ ທີ່ມີຄວາມເໝາະສົມ.”

ທ່ານເວົ້າວ່າ ການລະບາດອອກມາ ໂດຍທີ່ບໍ່ມີໃຜຮູ້ວ່າເກີດຂຶ້ນມາໄດ້ແນວໃດ ນັ້ນ ວິທີທາງວິທະຍາສາດ ແລະການແກ້ໄຂບັນຫາທີ່ດີກວ່າ ຂ້ອນຂ້າງວ່າ ຈະເລີ້ມປາກົດອອກມາໃຫ້ເຫັນແລ້ວ ເພື່ອຊ່ວຍໃນໄລຍະທີ່ຈະມີວິກິດການໃນ ອະນາຄົດ ຂ້າງໜ້າ.

ເບິ່ງວີດິໂອກ່ຽວກັບເລື້ອງນີ້ເປັນພາສາອັງກິດ

XS
SM
MD
LG