ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການລະບາດ ຂອງໂຣກອະຫິ​ວາ ກໍາລັງເປັນ ບັນຫາໃຫຍ່ ໃນ ສປ ຄອງ​ໂກ


ສະມາຊິກຂອງສະພາກາແດງຄອງໂກອະທິບາຍກ່ຽວກັບອາການ, ໄພອັນຕະລາຍ ແລະການປ້ອງກັນບໍ່ໃຫ້ເປັນໂຣກອະຫິວາ ຢູ່ນະຄອນຫລວງ ກິນຊາຊາ ໃນວັນທີ 18 ມັງກອນ, 2018.
ສະມາຊິກຂອງສະພາກາແດງຄອງໂກອະທິບາຍກ່ຽວກັບອາການ, ໄພອັນຕະລາຍ ແລະການປ້ອງກັນບໍ່ໃຫ້ເປັນໂຣກອະຫິວາ ຢູ່ນະຄອນຫລວງ ກິນຊາຊາ ໃນວັນທີ 18 ມັງກອນ, 2018.

ບັນດາ​ເຈົ້າໜ້າທີ່​ສາທາ​ລະນະ​ສຸກ​ຂອງລັດຖະບານ ​ແລະຂອງ​ໂລກ​ພາກັນ​ປະ​ສົບ​ກັບ
​ບັນຫາ​ຫຍຸ້ງຍາກ​ໃນ​ການສະກັດ​ກັ້ນ​ການ​ແຜ່ລະບາ​ດຂອງ​ໂຣກອະຫິວາ ຢູ່​ໃນ​ສາທາ
ລະນະ​ລັດ ປະຊາທິປະ​ໄຕຄອງ​ໂກ. Kevin Enochs ນັກ​ຂ່າວ​ວີ​ໂອ​ເອ ລາຍ​ງານມາ
​ວ່າ ພວກ​ເຈົ້າໜ້າທີ່​ເຫລົ່ານີ້​ເວົ້າວ່າ ​ປະ​ເທດ​ດັ່ງກ່າວ​ ກໍາລັງ​ສູ້​ຊົນ ກັບ​ຝົນຕົກໜັກ
​ແລະ​ໄພ​ນໍ້າ​ຖ້ວມ ທີ່​ເຮັດ​ໃຫ້ການ​ແຜ່​ລະບາດ​ຂອງໂຣກດັ່ງກ່າວ​ ເພີ້ມຄວາມ​ຮ້າຍ​ແຮງ
​ຂຶ້ນ. ບົວ​ສະຫວັນ ມີ​ລາຍ​ລະອຽດເລື່ອງນີ້ມາສະ​ເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


​ສາທາລະນະ​ລັດ ປະຊາທິປະ​ໄຕຄອງ​ໂກ ​ໄດ້​ປະ​ເຊີນ​ກັບ​ບັນຫາທີ່​ເກີດ​ຈາກ​ການລະ
ບາດ​ຂອງ​ໂຣກອະຫິ​ວາ ​ນັບ​ຕັ້ງແຕ່​ເດືອນ​ກໍລະກົດ​ປີ​ກາຍ​ນີ້ເປັນຕົ້ນມາ.

ມີ​ລາຍ​ງານ​ວ່າ ມີ​ຄົນ​ປ່ວຍຫລາຍ​ກວ່າ 50 ພັນ​ລາຍ ຍ້ອນເປັນ​ພະຍາດ​ດັ່ງກ່າວ ​ແລະ​ມີ
​ຄົນ​ເສຍ​ຊີວິດ​ຍ້ອນ​ພະຍາດ​ນີ້ຫລາຍ​ກວ່າ ນຶ່ງ​ພັນ​ຄົນ ​ແລ້ວ.

​ໄພ​ນໍ້າ​ຖ້ວມ​ເມື່ອ​ມໍ່ໆມາ​ນີ້ ​ແລະຄວາມ​ລັ່ງ​ເລ​ໃຈຂອງ​ປະຊາຊົນ​ໃນ​ການ​ໄປ​ຂໍ​ຄວາມ​ຊ່ວຍ
​ເຫລືອ ​ແມ່ນ​ໄດ້​ເຮັດ​ໃຫ້​ບັນຫາ​ດັ່ງກ່າວ​ຮ້າຍ​ແຮງ​ຂຶ້ນ.

ທ່ານໝໍ ມາ​ວິ​ງກາ ລູຊາ​ລາ (Mavinga Lusala) ​ເວົ້າວ່າ:
“ຫລາຍ​ຄົນ​ມາ​ຮອດໜີ້ ແມ່ນ​ຊ້າ​ເກີນ​ໄປ​ແລ້ວ ​ແລະ​ກໍ​ຂາດ​ນໍ້າ​ຢ່າງໜັກສຸດ​ຂີດ​ເລີຍ.
​ເມື່ອ​ເຈົ້າ​ເອົາ​ນໍ້າ​ຊີຣອມ​ເຂົ້າ​ໃສ່​ໃນ​ຮ່າງກາຍ​ຂອງ​ພວກ​ເຂົາ​ເຈົ້າ ​ເຂົາ​ເຈົ້າກໍ​ຈະເສຍ​ຊີວິດ
​ໄປ ​ເພາະວ່າ​ຕອນຢູ່​ເຮືອນຂອງ​ເຂົາ​ເຈົ້າຫັ້ນ ພວກ​ເຂົາ​ເຈົ້າ​ໄດ້​ເສຍ​ນໍ້າ​ໄປ​ຫລາຍ​ແລ້ວ
​ແລະ​ກໍ​ບໍ່ສາມາດ​ທີ່​ຈະ​ທົດ​ແທນ​ນໍ້າທີ່​ເສຍ​ໄປ​ນັ້ນ ດ້ວຍ​ການ​ດື່ມນໍ້າ ຫລື​ວ່າ​ດ້ວຍ​ການ
​ສົ່ງ​ເຂົ້າທາງ​ຖົງ​ນໍ້າ​ຊີຣອມ."

ນາງ ​ໂຄ​ນາ (Kona) ລູກ​ສາວ​ຂອງ​ຄົນ​ເຈັບ​ຄົນ​ນຶ່ງ​ເວົ້າວ່າ: "​ແມ່​ຂອງ​ຂ້ອຍ​ມາ​ຢູ່ບ່ອນ
ໜີ້ຕັ້ງ​ແຕ່​ມື້ວານ​ນີ້. ຂ້ອຍ​ຈົນ​ບໍ່ສາມາດທີ່​ຈະ​ຫລຽວ​ເບິ່ງ​ລາວ​ໄດ້, ລາວ​ຊຸດ​ໂຊມ​ລົງ
ພາຍ​ໃນ​ຄືນ​ດຽວ​ເລີຍ. ລາວ​ຮາກ ​ແລະ​ກໍ​ຖອກທ້ອງຢ່າງໜັກ ​ແລະ​ພວກ​ເຮົາກໍບໍ່
ຮູ້ວ່າ​ ພວກ​ເຮົາ​ອາດຈະ​ສູນເສຍ​ລາວ​ໄປ​ຫລືບໍ່. ພວກ​ເຮົາ​ເປັນ​ຫ່ວງ​ແມ່ຂອງ​ພວກ​
ເຮົາ​ຫລາຍ."


ພວກ​ເຈົ້າໜ້າທີ່​ສາທາລະນະ​ສຸກ​ເວົ້າວ່າ ພະຍາດ​ດັ່ງກ່າວ ​ດຽວນີ້​ ໄດ້​ແຜ່​ລະບາດ​ໄປ​
ທົ່ວ​ຫລາຍໆ​ເມືອງ ​ຢູ່​ໃນ​ນະຄອນຫລວງກິນຊາ​ຊາ (Kinshasa).

ທ່ານ ​ໂອ​ລີ່ ລັງກາ (Oli Lunga), ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ກ່າວ​ວ່າ
"ມີສູນ​ສາທາ​ລະນະ​ສຸກ​ຂອງ​ເມືອງ​ຢູ່ 35 ​ແຫ່ງ ​ຢູ່​ໃນ​ນະຄອນຫລວງກິນຊາ​ຊາ
(Kinshasa) ​ແລະ​ເພາະສະນັ້ນ ການ​ສູ້​ຊົນ ​ໃນ​ນີ້ກໍ​ຄື ​ການ​ເຮັດ​ໃຫ້ສູນສາທາ​ລະ
ນະ​ສຸກ ​ຂອງ​ເມືອງທັງຫລາຍ ຢູ່​ໃນ​ທ່າເ​ຝົ້າລະວັງ​ໃນ​ລະດັບ​ສູງ​ທີ່​ສຸດ. ​ຍ້ອນ​ວ່າມີ
ນໍ້າ​ຖ້ວມ, ຝົນຕົກໜັກ ​ແລະ​ສິ່ງ​ທັງຫລາຍ ທັງ​ປວງ​ເຫລົ່ານີ້ ພວກ​ເຮົາ​ຕ້ອງ​ສະ​ກັດ​
ກັ້ນ ການ​ແຜ່​ລະບາດ​ຂອງ​ໂຣກອະຫິວາ​ໃຫ້​ໄດ້ແທ້ໆ. ສະນັ້ນ ສໍາລັບ​ດຽວນີ້ ​ໃນສູນ​ສາທາລະນະ​ສຸກ 35 ​ແຫ່ງ​ ຢູ່​ນະຄອນຫລວງກິນຊາ​ຊາໜີ້ ​ໄດ້​ມີ​ລາຍ​ງານ​ວ່າ​ມີ​ຄົນ
​ເປັນ​ພະຍາດ​ນີ້ ຢູ່ສູນ​ສາທາລະນະ​ສຸກ 12 ​ແຫ່ງ​ແລ້ວ."


ພວກເຈົ້າໜ້າທີ່​ຂອງ​ອົງການ​ອະນາ​ໄມ​ໂລກ​ເວົ້າວ່າ ຈໍານວນ​ຄົນ​ທີ່​ຕ້ອງ​ອົບ​ພະຍົບອອກ
​ຈາກ​ບ້ານ​ເຮືອນ​ຂອງເຂົາ​ເຈົ້າ ​ເປັນ​ຈໍານວນ​ຫລວງຫລາຍ ຢູ່​ໃນສາທາລະນະ​ລັດ ປະຊາ
ທິປະ​ໄຕຄອງ​ໂກ ຫລື DRC ນັ້ນ ​ເຮັດ​ໃຫ້​ສະພາບ​ການ​ທີ່​ຂີ້ຮ້າຍ​ຢູ່​ແລ້ວນັ້ນ ກັບ​ຮ້າຍ​ແຮງ
​ຂຶ້ນກວ່າ​ເກົ່າ.

ທ່ານ ຄຣິສຕຽນ ລາຍ​ມິ​ເອີ (Christian Lindmier) ຈາກ​ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ:
"ສະນັ້ນ ການ​ຕອບ​ໂຕ້​ຕໍ່ການລະບາດ​ຂອງ​ໂຣກອະຫິວາ ກັບ​ມີ​ບັນຫາ​ສັບສົນ​ຂຶ້ນ
ຍ້ອນ​ວິ​ກິດ​ການດ້ານ​ມະນຸດສະ​ທໍາ ​ທີ່​ກໍາລັງເກີດ​ຢູ່​ໃນ DRC ​ໃນ​ເວລາ​ນີ້. ມາ​ຮອດ
ທ້າຍເດືອ​ນທັນວາ ປີ 2017 ​ທີ່​ຜ່ານ​ມານີ້ ມີ​ຄົນ​ອົບ​ພະຍົບ ​ໄປ​ຢູ່​ບ່ອນ​ອື່ນ ​ພາຍ​ໃນ​
ປະ​ເທດປະມານ 4 ລ້ານ 5 ​ແສນ​ຄົນ ຊຶ່ງ​ເປັນປະ​ເທດ​ດຽວ ຢູ່​ໃນ​ທະວີບອາ​ຟຣິກາ​ທີ່​
ມີ​ຄົນ​ອົບ​ພະຍົບ​ໄປ​ຢູ່​ບ່ອນ​ອື່ນ​ ພາຍ​ໃນ​ປະ​ເທດ ຫລາຍ​ທີ່​ສຸດ."

ພວກ​ເຈົ້າໜ້າທີ່​ຍັງ​ເວົ້າອີກ​ວ່າ ການ​ຕໍ່ສູ້ກັນ​ຢູ່​ໃນ​ຂົງ​ເຂດ ​ທີ່​ມີ​ການລະບາດ​ຂອງ​ພະຍາດ​ນີ້
ຍັງ​ໄດ້​ຜັກ​ດັນ​ໃຫ້ເກືອບ​ຮອດ 60 ​ເປີ​ເຊັນ​ຂອງສູນ​ສາທາລະນະ​ສຸກທັງໝົດອັດປະຕູ​ໄວ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG