ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຈະສືບຕໍ່ ປັບປຸງລະບົບບໍລິການ ດ້ານສາທາລະນະສຸກ ເພື່ອຮັບໃຊ້ ປະຊາຊົນ


ການສັກຢາກັນພະຍາດໃຫ້ເດັກນ້ອຍ
ການສັກຢາກັນພະຍາດໃຫ້ເດັກນ້ອຍ

ລັດຖະມົນຕີລາວຢືນຢັນວ່າ ຈະສືບຕໍ່ການພັດທະນາ ປັບປຸງລະບົບການໃຫ້ບໍລິການ
ດ້ານສາທາລະນະສຸກ ສໍາລັບປະຊາຊົນລາວທຸກຄົນໃຫ້ໄດ້ ຢ່າງທົ່ວເຖິງກັນ ນັບຕັ້ງ
ແຕ່ໄວເດັກຈົນຮອດຜູ້ສູງອາຍຸ.

ທ່ານບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຖະແຫລງຢືນ
ຢັນວ່າ ການປະຕິຮູບຂະແໜງສາທາລະນະສຸກໃນຊ່ວງປີ 2016-2020 ໄດ້ເນັ້ນໜັກ
ໃນ 5 ຂົງເຂດດ້ວຍກັນ ຊຶ່ງກໍຄືການພັດທະນາຊັບພະຍາກອນມະນຸດ, ການເງິນສາ
ທາລະນະສຸກ, ຄຸນນະພາບການບໍລິການ ການບໍລິຫານຈັດການ ແລະຂໍ້ມູນຂ່າວສານ
ສາທາລະນະສຸກ ໂດຍແນໃສ່ການຮັບປະກັນດ້ານສຸຂະພາບ ອະນາໄມສໍາລັບປະ
ຊາຊົນ ໃຫ້ໄດ້ຢ່າງທົ່ວເຖິງ ນັບຕັ້ງແຕ່ໄວເດັກຈົນຮອດຜູ້ສູງອາຍຸ ດັ່ງທີ່ທ່ານບຸນກອງ
ໄດ້ເນັ້ນຢໍ້າວ່າ:

Mr. Bounkong Sihavong, ລັດຖະມົນຕີກະຊວງສາທາລະນະສຸກ
Mr. Bounkong Sihavong, ລັດຖະມົນຕີກະຊວງສາທາລະນະສຸກ

ປະຕິຮູບສາທາລະນະສຸກຮອບດ້ານ ສ້າງລະບົບບໍລິການ ສຸຂະພາບທີ່ດີ ຖືເອົາ ຄົນເປັນໃຈກາງ ໂດຍການໃຫ້ການບໍລິການທີ່ມີຄຸນນະພາບ ແລະມີຈາຣິຍະທໍາ. ສ້າງລະບົບປ້ອງກັນສັງຄົມ ດ້ານສຸຂະພາບ ທົ່ວເຖິງ ເພື່ອເຮັດໃຫ້ສັງຄົມເຂັ້ມແຂງ ແລະຊ່ວຍເຫລືອຊຶ່ງກັນແລະກັນ ດ້ວຍຫລັກປະກັນສຸຂະພາບ ທົ່ວປວງຊົນ ປົກ ປ້ອງສັງຄົມດ້ານສຸຂະພາບ ສົ່ງເສີມສຸຂະພາບ ແລະປິ່ນປົວ ເຮັດໃຫ້ປະຊາຊົນມີ ສຸຂະພາບດີຂຶ້ນ ນັບແຕ່ເດັກຢູ່ໃນທ້ອງ ຈົນເຖິງຜູ້ສູງອາຍຸ.

ທັງນີ້ ໂດຍການສໍາຫລວດກ່ຽວກັບການຄໍ້າປະກັນດ້ານສະບຽງອາຫາ ແລະໂພສະນາ
ການ ໃນແຂວງສາລະວັນ, ເຊກອງ, ອັດຕະປື, ຫລວງນໍ້າທາ, ແລະອຸດົມໄຊ ເມື່ອບໍ່ນານ
ມານີ້ ພົບວ່າ ອັດຕາການຂາດສານອາຫານຊໍາເຮື້ອຂອງເດັກນ້ອຍຕໍ່າກວ່າ 5 ປີ ໄດ້
ຫລຸດລົງຈາກ 44% ໃນປີ 2011 ມາເປັນ 36% ໃນປັດຈຸບັນ.

ແຕ່ຢ່າງໃດກໍຕາມ ອັດຕາການຂາດສານອາຫານຊໍາເຮື້ອທັງໃນ 5 ແຂວງດັ່ງກ່າວ ກໍ
ຍັງເປັນອັດຕາ ທີ່ມີຄວາມແຕກໂຕນກັນຫລາຍ ໂດຍສະເພາະແມ່ນ ຖ້າປຽບທຽບກັບ
ເຂດນະຄອນວຽງຈັນ ທີ່ມີເດັກນ້ອຍອາຍຸຕໍ່າກວ່າ 5 ປີ ຄິດເປັນອັດຕາສ່ວນສະເລ່ຍພຽງ
ແຕ່ 16% ເທົ່ານັ້ນ ທີ່ປະເຊີນກັບບັນຫາການຂາດສານອາຫານຊໍາເຮື້ອ ໃນຂະນະທີ່
ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ຢູ່ແຂວງອຸດົມໄຊທີ່ປະເຊີນກັບບັນຫາ ຂາດສານອາຫານ
ຊໍາເຮື້ອນັ້ນ ຄິດເປັນອັດຕາສ່ວນເກີນກວ່າ 54% ທັງຍັງເປັນອັດຕາສ່ວນຂາດສານ
ອາຫານຊໍາເຮື້ອທີ່ສູງສຸດ ໃນ 5 ແຂວງດັ່ງກ່າວອີກດ້ວຍ.

ກ່ອນໜ້ານີ້ ກະຊວງສາທາລະນະສຸກລາຍງານວ່າ ການປະຕິບັດເປົ້າໝາຍ ສະຫັດ
ສະຫວັດໃນການພັດທະນາ ດ້ານສາທາລະນະສຸກໃນລາວ ຍັງມີບັນຫາທ້າທາຍໃນ
ຫລາຍດ້ານ ທີ່ເປັນອຸປະສັກຕໍ່ການຍົກລະດັບຄຸນນະພາບໃນການໃຫ້ບໍລິການປະຊາ
ຊົນລາວທີ່ໄດ້ມາດຕະຖານດຽວກັນກັບປະເທດ ສະມາຊິກໃນກຸ່ມອາຊ່ຽນດ້ວຍກັນພາຍ
ໃນປີ 2020.

ຕົວຢ່າງກໍຄືບັນຫາການຂາດສານອາຫານຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີ ກໍເປັນສາ
ເຫດ ທີ່ເຮັດໃຫ້ການຫລຸດຈໍານວນເດັກນ້ອຍທີ່ໂຕເຕ້ຍ ສາມາດດໍາເນີນການໄດ້ຢ່າງຊັກ
ຊ້າ ກໍຄືສາມາດຫລຸດລົງ ໄດ້ຈາກອັດຕາວະເລ່ຍ 40% ໃນປີ 2006 ມາເປັນ 38% ໃນ
ປັດຈຸບັນນີ້. ໝາຍຄວາມວ່າ ຫລຸດລົງ ພຽງ 2% ເທົ່ານັ້ນ ໃນໄລຍະ 10 ປີ ຜ່ານມາ. ສ່ວນ
ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ທີ່ມີນໍ້າໜັກຕໍ່າກວ່າເກນ ກໍຍັງສູງເຖິງ 32% ໃນຂະນະທີ່ເປົ້າ
ໝາຍສະຫັດສະຫວັດໄດ້ວາງໄວ້ ທີ່ອັດຕາສະເລ່ຍບໍ່ເກີນ 22% ຂອງຈໍານວນເດັກນ້ອຍ
ທີ່ມີອາຍຸຕໍ່າກວ່າ 5 ປີ ໃນທົ່ວປະເທດ ເປັນຕົ້ນ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍໄດ້ຕົກລົງກັບອົງການສະຫະປະຊາຊາດເມື່ອບໍ່
ນານຈະຈັດຕັງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງ (SDG) ໃຫ້ບັນລຸເປົ້າ
ໝາຍ ພາຍໃນປີ 2030 ໃຫ້ໄດ້ໃນ 18 ດ້ານ ທີ່ປະກອບດ້ວຍ ການລົບລ້າງຄວາມທຸກ
ຍາກ ລົບລ້າງຄວາມອຶດຫີວ ຮັບປະກັນ ສຸຂະພາບທີ່ດີ ຮັບປະກັນຄວາມສະເໝີພາບ ດ້ານການສຶກສາ ຄວາມສະເໝີພາບດ້ານຍິງ-ຊາຍ ຕອບສະໜອງນໍ້າສະອາດ ພະ
ລັງງານສະອາດ ຮັບປະກັນ ການມີວຽກເຮັດງານທໍາ ຊຸກຍູ້ອຸດສະຫະກໍາຍືນຍົງ
ຫລຸດຜ່ອນຄວາມບໍ່ເທົ່າທຽມກັນ ສ້າງຕັ້ງເຂດທີ່ຢູ່ອາໄສທີ່ປອດໄພ ຕອບສະໜອງ
ຄວາມຕ້ອງການ ໃນຊີວິດຢ່າງພຽງພໍ ສະກັດກັ້ນພາວະໂລກຮ້ອນ ນໍາໃຊ້ຊັບພະຍາ
ກອນຢ່າງຍືນຍົງ ຟື້ນຟູປ່າໄມ້ ແລະ ລະບົບນິເວດ ສົ່ງເສີມຄວາມຍຸຕິທໍາທາງສັງຄົມ ປະກອບສ່ວນເຂົ້າໃນການພັດທະນາຢ່າງຍືນຍົງ ແລະ ຫລຸດຜ່ອນຜົນກະທົບຈາກ
ລະເບີດບໍ່ທັນແຕກ (UXO) ຕົກຄ້າງໃນລາວ ຢ່າງເປັນຮູບປະທໍາ.

XS
SM
MD
LG