ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໖ ຕຸລາ ໒໐໒໔

ການຜ່າຕັດ ເອົາອຸປະກອນ ໃສ່ໃນສະໝອງ ອາດຊ່ວຍໃຫ້ ພວກໄດ້ຮັບບາດເຈັບ ທາງສະໝອງ ສາມາດປາກເວົ້າ ຄືນໄດ້


ນາງຊາຣາ ເມຊັນ (Sara Mason), ຜູ້ຊ່ວຍນັກຄົ້ນຄວ້າ ເອົາອຸປະກອນຕິດໃສ່ຫົວຂອງທ້າວ ເຄວິນ ຣີລ (Kevin Real) ເພື່ອນຮ່ວມງານຂອງນາງ ເພື່ອຈັບເບິ່ງ ການເຄື່ອນໄຫວ ຂອງສະໝອງ ຂອງລາວ ຢູ່ສູນກາງຄົ້ນຄວ້າກ່ຽວກັບສະໝອງ, ຊີວະວິທະຍາ ແລະການປະພຶດ ຂອງມະຫາວິທະຍາໄລເນບຣັສກາ (Nebraska)
ນາງຊາຣາ ເມຊັນ (Sara Mason), ຜູ້ຊ່ວຍນັກຄົ້ນຄວ້າ ເອົາອຸປະກອນຕິດໃສ່ຫົວຂອງທ້າວ ເຄວິນ ຣີລ (Kevin Real) ເພື່ອນຮ່ວມງານຂອງນາງ ເພື່ອຈັບເບິ່ງ ການເຄື່ອນໄຫວ ຂອງສະໝອງ ຂອງລາວ ຢູ່ສູນກາງຄົ້ນຄວ້າກ່ຽວກັບສະໝອງ, ຊີວະວິທະຍາ ແລະການປະພຶດ ຂອງມະຫາວິທະຍາໄລເນບຣັສກາ (Nebraska)

ການຜ່າຕັດເອົາອຸປະກອນໃສ່ໄປໃນສະໝອງເພື່ອໃຫ້ຖອດເອົາສັນຍານການປາກ
ເວົ້າອອກສຽງ ທີ່ສະຫຼັບສັບຊ້ອນນັ້ນ ອາດຈະກາຍມາເປັນຄວາມຈິງໃນອີກບໍ່ດົນນີ້,
ຊຶ່ງຈະເຮັດໃຫ້ຜູ້ຄົນ ທີ່ສູນເສຍຄວາມສາມາດ ໃນການປາກເວົ້າ ກັບມາມີພະລັງອຳ
ນາດຄືນ ໃຫ້ຄົນອື່ນ ໄດ້ຍິນສຽງຂອງຕົນປາກເວົ້າ. ເຟດ ລັບພິດັສ (Faith Lapidus),
ນັກຂ່າວຂອງວີໂອເອ ມີລາຍລະອຽດກ່ຽວກັບເລື່ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະ
ເໜີທ່ານໃນອັນດັບຕໍ່ໄປ.

ພວກນັກຄົ້ນຄວ້າ ໄດ້ສ້າງລະບົບປະສານງານຫລາຍໆແບບທີ່ຕໍ່ສະໝອງໃສ່ກັບ
ເຄື່ອງຄອມພິວເຕີ ທີ່ຄວບຄຸມອຸປະກອນທີ່ໃຊ້ໃນການຊ່ວຍເຫລືອເຮັດໃຫ້ຮ່າງກາຍ
ສາມາດເຄື່ອນໄຫວເໜັງຕີງໄດ້ ຫລາຍປະເພດ. ມັນຊ່ວຍເຮັດໃຫ້ຄົນທີ່ເປັນອໍາມະ
ພາດສາມາດເໜັງມືຂອງຕົນໄດ້ ແລະກໍເຮັດໃຫ້ພວກທີ່ແຂນກຸດ ສາມາດຄວບຄຸມ
ແຂນ ແລະມືທຽມຂອງພວກເຂົາເຈົ້າໄດ້.

ມາບັດນີ້ ທີມນັກຄົ້ນຄວ້າຢູ່ໃນປະເທດສະເປນ ກໍາລັງພາກັນຫາວິທີຜ່າຕັດເອົາ
ອຸປະກອນມາໃສ່ໃນສະໝອງ ເພື່ອໃຫ້ພວກທີ່ສະໝອງໄດ້ຮັບບາດເຈັບສາມາດ
ປາກເວົ້າຄືນໄດ້ອີກ.

ດຣ. ໂຮເຊ ກາຣິກໂດ (Jose Garrido) ຈາກສະຖາບັນວິທະຍາສາດແລະເທັກ
ໂນໂລຈີນາໂນ ໃນເຂດຄາຕາໂລເນຍ ໃຫ້ຄໍາເຫັນວ່າ

“ສິ່ງທີ່ພວກເຮົາກໍາລັງພັດທະນາຢູ່ ກໍຄືລະບົບປະສານງານທາງສະໝອງ ຊຶ່ງ
ເປັນລະບົບປະສານງານທາງສະໝອງແບບໃໝ່ ໂດຍອີງໃສ່ຕາໜ່າງກຣາບຟີນ
ທີ່ສາມາດອ່ານແລະຮູ້ຈັກວ່າ ມີການເຄື່ອນໄຫວຂອງສະໝອງຢູ່ບ່ອນໃດ ໂດຍໃນ
ທີ່ສຸດ ກໍແມ່ນແນໃສ່ເຮັດໃຫ້ຄົນເຈັບທີ່ພິການໃນດ້ານການປາກເວົ້າຢ່າງສາຫັດ
ສາມາດກັບມາສື່ສານ ແລະປາກເວົ້າໄດ້ຄືນອີກ.”

ຕາໜ່າງກຣາບຟີນ, ວັດຖຸທີ່ໜ້າອັດສະຈັນ ທີ່ມີຄວາມໜາພຽງແຕ່ 1 ອາຕອມເທົ່ານັ້ນ
ແມ່ນມີຄວາມແຂງແກ່ນ, ຍືດຍຸ່ນໄດ້ຫລາຍທີ່ສຸດ, ສາມາດເປັນຕົວນໍາກະແສໄຟຟ້າ
ໄດ້ ແລະສ່ອງຊອດໄດ້ ຊຶ່ງເຮັດໃຫ້ມັນສາມາດຕີຄວາມໝາຍຮູບແບບຂອງການ
ເຄື່ອນໄຫວທາງສະໝອງໄດ້ດີທີ່ສຸດ.

ດຣ. ໂຮເຊ ກາຣິກໂດກ່າວເພີ້ມວ່າ “ຈຸດປະສົງກໍຄື ໃຫ້ສາມາດຖອດລະຫັດຂໍ້ຄວາມ
ກ່ຽວກັບການເຄື່ອນໄຫວຢູ່ໃນເປືອກນອກຂອງສະໝອງ ເຂດສັ່ງການທີ່ກ່ຽວຂ້ອງກັບ
ການອອກສຽງ - ກ່ຽວຂ້ອງກັບການເວົ້ານັ້ນ ຄືນໄດ້ອີກ - ແລະກໍສາມາດທີ່ຈະຖອດລະ
ຫັດສັນຍານດັ່ງກ່າວນັ້ນໄດ້ ແລະຫລັງຈາກນັ້ນ ກໍສົ່ງມັນໄປຫາຕົວປະສົມປະສານສຽງ.”

ການທົດລອງທີ່ເຮັດກັບສັດ ທີ່ຜ່ານມາ ແມ່ນເຮັດໃຫ້ໜູ ທີ່ໄດ້ຮັບບາດເຈັບທາງສະໝອງ
ສາມາດຟື້ນຄືນ ລະບົບການເປັ່ງສຽງອອກມາໄດ້. ການຕີຄວາມໝາຍສັນຍານ ຢູ່ໃນສະ
ໝອງຂອງຄົນແມ່ນສັບສົນຫລາຍກວ່ານັ້ນອີກ ແຕ່ວ່າພວກນັກຄົ້ນຄວ້າເວົ້າວ່າ ຈະເລີ້ມ
ຕົ້ນໃຫ້ມີການທົດລອງ ຢູ່ໃນຄລີນິກ ໃນອີກ 3 ປີຕໍ່ໜ້ານີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG