ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມົນ​ລະ​ພິດ​ ເປັນອັນ​ຕະລາຍ ຕໍ່ຊີວິດ​ນໍ້າ​ເບີ້ 1 ຂອງໂລກ


ພວກຜູ້ຄົນພາກັນເດີນທາງຜ່ານຄວັນໝອກທີ່ໜາ ໃນນະຄອນຫລວງນີວເດລີ ຂອງອິນເດຍ ໃນວັນທີ 31 ຕຸລາ, 2016.
ພວກຜູ້ຄົນພາກັນເດີນທາງຜ່ານຄວັນໝອກທີ່ໜາ ໃນນະຄອນຫລວງນີວເດລີ ຂອງອິນເດຍ ໃນວັນທີ 31 ຕຸລາ, 2016.

ການ​ສຶກສາຄົ້ນຄວ້າ​ບັ້ນ​ໃໝ່ເວົ້າວ່າ ມົນ​ລະ​ພິດ​ເປັນອັນ​ຕະລາຍຕໍ່ຊີວິດ​ນໍ້າ​ເບີ້ 1 ຂອງ
ໂລກ ຊຶ່ງ​ເຮັດ​ໃຫ້​ຄົນ​ເສຍ​ຊີວິດກ່ອນ​ເວລາ​ອັນ​ຄວນ​ຫລາຍ​ກວ່າ ສົງຄາມ, ການກໍ່ການ​
ຮ້າຍ, ໄພ​ຫາຍຍະນະທາງ​ທໍາ​ມະ​ຊາດ, ຢາສູບ ​ແລະ​ພະຍາດຕ່າງໆ ນັ້ນ​ອີກ.

ການ​ຄົ້ນຄວ້າ​ບັ້ນ​ໃໝ່ ທີ່​ພິມ​ເຜີຍ​ແຜ່​ຢູ່​ໃນ​ວາລະສານ​ການ​ແພດ Lancet ​ເວົ້າວ່າ ມົນ​
ລະ​ພິດ ທັງ​ຢູ່​ນອກ ​ແລະ​ຢູ່​ໃນ​ອາຄານ ໄດ້​ສັງຫານ​ຊີວິດ​ຂອງ​ຄົນ​ປະມານ 9 ລ້ານ​ຄົນ
​ ໃນ​ປີ 2015, ຫລື ​ໃນ​ຈໍ​ນວນ​ຫົກ​ຄົນ​ໃດ​ທີ່​ຕາຍ ແມ່ນມີຜູ້​ນຶ່ງ​ທີ່ຕາຍ​ຍ້ອນມົນ​ລະ​ພິດ.

ທ່ານ Karti Sandilya ຜູ້​ຂຽນຮ່ວມ​ຄົນ​ນຶ່ງ​ເວົ້າວ່າ "ມົນ​ລະ​ພິດ​ແມ່ນ​ເປັນ​ໄພ​ຂົ່ມຂູ່​ຕໍ່ສິດ
ທິ​ມະນຸດ​ພື້ນຖານ ​ເຊັ່ນສິດ​ໃນ​ການ​ມີ​ຊີວິດ, ສິດດ້ານ​ການ​ຮັກສາສຸຂະພາບ, ສິດ​ໃນ
​ການມີ​ສຸຂະພາບ​ດີ, ມີ​ການ​ເຮັດ​ວຽກທີ່​ປອດ​ໄພ ພ້ອມ​ທັງການໃຫ້ການ​ປົກ​ປ້ອງ​ແກ່​ເດັກ
ນ້ອຍ​ແລະ ​ແກ່​ຜູ້​ທີ່​ໄດ້​ຮັບໄພ​ອັນຕະລາຍ​ງ່າຍ​ທີ່​ສຸດ."

ການຄົ້ນຄວ້າ​ດັ່ງກ່າວ​ຍັງ​ເວົ້າອີກ​ວ່າ ການ​ຕາຍ​ທີ່​ກ່ຽວຂ້ອງ​ກັບ​ມົນ​ລະ​ພິດ​ເປັນຕົ້ນ​ເຫດ
ສ່ວນ​ໃຫຍ່​ ແມ່ນ​ຢູ່​ໃນ​ບັນດາ​ປະ​ເທດ​ກໍາລັງ​ພັດທະນາ ຊຶ່ງ​ຜູ້​ຂຽນ​ເວົ້າວ່າ ເປັນບ່ອນ​ທີ່​
ຜູ້​ນໍາ​ປະ​ເທດ ​ເປັນ​ຫ່ວງ​ຕໍ່ການ​ສ້າງສາເສດຖະກິດ​ ​ແລະ​ພື້ນຖານ​ໂຄງ​ລ່າງ ຫລາຍ​ກວ່າ
ລະບຽບການ​ດ້ານ​ສະພາບ​ແວດ​ລ້ອມອີກ.

ບັງ​ກລາແດັສ, ຈີນ, ​ເຮ​ຕິ, ປາ​ກິ​ສຖານ, ​ເກົາຫລີ​ເໜືອ, ​ແລະ​ຊູ​ດານ​ໃຕ້ແມ່ນ​ບັນດາປະ​
ເທດທີ່​ນອນ​ຢູ່​ໃນ​ຈໍານວນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ທີ່​ສຸດ.

​ແຕ່ທ່ານ Richard Fuller ຜູ້​ຂຽນບົດ​ລາຍ​ງານ​ກ່ຽວກັບ​ການຄົ້ນຄວ້ານັ້ນ ອີກຜູ້​ນຶ່ງ​ເວົ້າ
ວ່າມົນ​ລະ​ພິດ​ມີ​ການ​ຕິດ​ພັນ​ກັບ​ການ​ພັດທະນາ​ປະ​ເທດ​ທີ່​ຊັກ​ຊ້າ ທັງ​ຢູ່​ໃນ​ປະ​ເທດ​ທີ່
​ຮັ່ງມີ ​ແລະທຸກ​ຈົນ​.

ທ່ານ Fuller ກ່າວ​ເພີ້ມອີກວ່າ "ມີ​ຕໍານານ​ທີ່​ບັນດາ​ລັດຖະມົນຕີ​ກະຊວງ​ການ​ເງິນ​ທັງ
ຫລາຍ​ຍັງ​ເຊື່ອ​ກັນ​ຢູ່​ວ່າ ​ເຮົາ​ຕ້ອງ​ປ່ອຍ​ໃຫ້​ຂະ​ແໜງອຸດ​ສະຫະ​ກໍາ​ປ່ອຍ​ມົນ​ລະ​ພິດ​
ອອກ​ມາ ຖ້າ​ບໍ່ດັ່ງ ນັ້ນ​ແລ້ວ ກໍ​ຈະ​ບໍ່ມີ​ການ​ພັດທະນາ​ເລີ​ຍ. ​ແຕ່​ຄົນທັງຫລາຍ​ບໍ່ຮູ້ຈັກ​
ເລີຍ​ວ່າ ..ຄົນ​ທີ່​ປ່ວຍ ​ແລະ​ເສຍ​ຊີວິດ ​ແມ່ນ​ບໍ່ສາມາດ​ປະກອບສ່ວນ​ສ້າງສາ​ເສດຖະກິດ
​ໄດ້. ພວກ​ເຂົາ​ຕ້ອງການ​ໃຫ້​ມີ​ການ​ດູ​ແລ​ປິ່ນປົວ.”

ການຄົ້ນຄວ້າດັ່ງກ່າວ​ເວົ້າອີກ​ວ່າ ຕົວ​ເລກ 9 ລ້ານ​ຄົນຕໍ່ປີ ​ທີ່​ເສຍ​ຊີວິດ​ກ່ອນເວລາ​ອັນ​
ຄວນ ​ແມ່ນ​ຕົວ​ເລກຄາດ​ຄະ​ເນ​ຢ່າງ​ຕໍ່າໆແລະເວົ້າວ່າ ຕົວ​ເລກ​ທີ່​ແທ້​ຈິງ​ອາດ​ຈະ​ຫລາຍ​
ກວ່າ​ນັ້ນອີກ.

ການຄົ້ນຄວ້າ​ບັ້ນ​ນຶ່ງ​ອີກ​ຕ່າງຫາກ ​ທີ່​ດໍາ​ເນີນ​ໂດຍ​ທະນາຄານ​ໂລກ​ໄດ້​ເວົ້າວ່າ ການ​ຫລຸດ
ຜ່ອນ​ລະດັບ​ຂອງ​ມົນ​ລະ​ພິດ​ລົງ ​ເປັນ​ບູລິ​ມະ​ສິດ​ອັນ​ນຶ່ງ ​ໂດຍ​ເວົ້າອີກ​ວ່າ ການ​ແກ້​ໄຂ​
ບັນຫາ​ດັ່ງກ່າວ​ນີ້ ຈະ​ນໍາ​ໄປ​ສູ່​ການ​ແກ້​ໄຂ​ວິ​ກິດ​ການ​ອັນ​ອື່ນ ລວມທັງສະພາວະ​ໂລກ​ຮ້ອນ
​ແລະໂຣກຂາດ​ອາຫານນຳດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້

Pollution is the World’s No. 1 Killer
please wait

No media source currently available

0:00 0:00:40 0:00

XS
SM
MD
LG