ພົນລະເມືອງຢູ່ໃນເກາະໃຫຍ່ ຂອງລັດຮາວາຍ ຍັງຄົງຢູ່ໃນພາວະລະມັດລະວັງເປັນຢ່າງ
ສູງ ຫຼັງຈາກ ພູໄຟ ຄີໂລເວອາ (Kilauea) ໄດ້ສົ່ງລາວາ ຫຼືຕົມຮ້ອນອອກມາຕື່ມອີກ ຢູ່
ຟາກກ້ຳຕາເວັນອອກ ຂອງເກາະດັ່ງກ່າວ ເຊິ່ງໄດ້ກົດດັນໃຫ້ ປະຊາຊົນຍົກຍ້າຍອອກ
ຈາກພື້ນທີ່ອີກ.
ອົງການຂ່າວເອພີ ລາຍງານວ່າ ຢ່າງໜ້ອຍເຮືອນຫ້າຫຼັງ ໄດ້ຖືກທຳລາຍ ໂດຍລາວາ
ຮ້ອນທີ່ພົ່ນອອກມາ ຈາກຊ່ອງປາກຂອງພູໄຟ.
ຫໍສັງເກດການພູໄຟຂອງຮາວາຍ ໄດ້ແຈ້ງເຕືອນ ໃນວັນເສົາວານນີ້ ວ່າ “ຄວັນຈາກໄຟ
ໄໝ້ເຮືອນ ແລະຢາງໝາກຕອຍ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ຄວນຫລີກເວັ້ນ
ບໍ່ໃຫ້ຢູ່ໃກ້.”
ບໍ່ມີລາຍງານຂອງການເສຍຊີວິດ ຫຼື ການບາດເຈັບແຕ່ຢ່າງໃດໆ. ບັນດາເຈົ້າໜ້າທີ່ ໄດ້
ເຕືອນໃນວັນສຸກມື້ກ່ອນ ວ່າ ພວກເພິ່ນໄດ້ກວດພົບວ່າ ມີແກັສຈາກມາດ ຫຼື ໂຊລເຟີຣ
ໃນລະດັບສູງ ຢູ່ໃນອາກາດ ທີ່ອາດເປັນໄພຂົ່ມຂູ່ຕໍ່ພວກຜູ້ເຖົ້າ ແລະ ພວກຄົນທີ່ມີບັນຫາ
ທາງລະບົບຫາຍໃຈ.
ລາວາແຫຼວພົ່ນອອກມາເປັນໄລຍະໆ ພ້ອມກັບຫີນແຫຼວ ແລະ ແກັສຄວັນພິດ ໄດ້ສືບຕໍ່
ສ້າງຄວາມເສຍຫາຍຕໍ່ພື້ນທີ່ ຄຸ້ມບ້ານຕ່າງໆ ຫຼັງຈາກໄດ້ເກີດແຜ່ນດິນໄຫວ ຄວາມແຮງ
6.9 ໃນວັນສຸກມື້ກ່ອນ ເຊິ່ງເປັນການສັ່ນສະເທືອນ ທີ່ໃຫຍ່ທີ່ສຸດຂອງເກາະ ໃນຮອບ
ຫຼາຍກວ່າ 40 ປີ. ອົງການສໍາຫລວດທໍລະນີສາດຂອງ ສະຫະລັດ ກ່າວວ່າ ແຜ່ນດິນ
ໄຫວເກີດຂຶ້ນ ເວລາ 12 ໂມງ 32 ນາທີ ຕອນບ່າຍ ຕາມເວລາທ້ອງຖິ່ນ ຫຼື ປະມານ 22
ໂມງ 32 ນາທີ ຕາມເວລາມາດຕະຖານສາກົນ ໃກ້ໆກັບເຂດພາກໃຕ້ຂອງພູໄຟດັ່ງກ່າວ.
ແຜ່ນດິນໄຫວອີກເທື່ອນຶ່ງ ທີ່ມີຄວາມແຮງ 5.7 ໄດ້ເກີດຂຶ້ນຢູ່ເກາະດັ່ງກ່າວ ໃນວັນສຸກມື້
ກ່ອນນີ້ ແລະພວກເຈົ້າໜ້າທີ່ກ່າວວ່າ ເຂົາເຈົ້າຄາດວ່າ ຈະມີແຜ່ນດິນໄຫວເກີດຂຶ້ນຕື່ມອີກ.
ທ່ານນາງ ແຈນເນັດ ບາບ ໂຄສົກຂອງຫໍສັງເກດການພູໄຟຂອງຮາວາຍ ໄດ້ບອກອົງການ
ຂ່າວຣອຍເຕີ ໃນການສຳພາດ ຜ່ານທາງໂທລະສັບ ວ່າ ການລະເບີດຂຶ້ນ ຂອງພູໄຟ
ອາດມີຢູ່ຕໍ່ເນື່ອງ “ເປັນເວລາ ຫຼາຍອາທິດ ຫຼື ຫຼາຍເດືອນ.”
ຮູບພາບຈາກເຮືອບິນໂດຣນ ແລະວີດີໂອອື່ນໆໄດ້ສະແດງໃຫ້ເຫັນ ລາວາແຫຼວສີນໍ້າໝາກ
ກ້ຽງ ໄຫຼອອກມາຈາກພື້ນດິນທີ່ແຕກແຫງ ແລະໄຫຼເຂົ້າສູ່ບໍລິເວນເຂດປ່າໄມ້.
ການລະເບີດຂຶ້ນ ຂອງພູໄຟ ທີ່ໄດ້ເລີ້ມຂຶ້ນ ໃນວັນພະຫັດຜ່ານມານີ້ ໄດ້ກົດດັນໃຫ້
ປະຊາຊົນ ເກືອບ 1,500 ຄົນ ຕ້ອງໜີອອກຈາກເຮືອນຊານພວກເຂົາເຈົ້າ ທີ່ຕັ້ງຢູ່ເນີນພູ.
ພວກເຈົ້າໜ້າທີ່ກ່າວວ່າ ຢ່າງໜ້ອຍ 100 ຄົນ ໄດ້ພາກັນໄປອາໄສຢູ່ບ່ອນຫລົບໄພ ໃນ
ວັນສຸກຜ່ານມານີ້ ແລະພວກຜູ້ຍົກຍ້າຍສ່ວນໃຫຍ່ ແມ່ນໄປອາໄສ ຢູ່ກັບຄອບຄົວ ແລະ
ພວກເພື່ອນມິດ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
Residents of Hawaii's Big Island remain on high alert after the Kilauea volcano gushed more lava on the island's eastern side, forcing more evacuations.
The Associated Press reports at least five homes have been destroyed by lava shooting out of openings in the ground.
The Hawaiian Volcano Observatory warned Saturday that"smoke from burning houses and burning asphalt is a health concern and should be avoided."
There have been no reports of deaths or injuries. Officials warned Friday that they have detected high levels of sulfur gas in the air that could threaten the elderly and people with breathing problems.
Sputtering lava, molten rock and toxic gases continued to plague area neighborhoods following Friday's magnitude-6.9 earthquake, the island's largest tremor in more than 40 years. The U.S. Geological Survey said the quake struck at 12:32 p.m. local time (22:32 GMT) near the southern part of the volcano.
Another 5.7-magnitude earthquake hit the island earlier Friday and authorities said they expect more seismic activity.
Janet Babb, a spokeswoman for the observatory, told Reuters in a telephone interview that the eruptions could carry on "for weeks or months."
Drone and other video footage showed orange magma oozing from cracks in the ground and snaking through a wooded area.
The eruption that began Thursday has already forced nearly 1,500 people to flee from their mountainside homes. Officials said at least 100 people were staying in shelters Friday, with most evacuees staying with family and friends.