ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປົ້າໝາຍໃນຢູໂຣບຂອງ ທນ ແຮຣິສ ແມ່ນດ້ານການທູດ ເສີມກຳລັງທາງກ້ຳຕາເວັນອອກ ຂອງ ອົງການເນໂຕ້


ຮອງປະທານາທິບໍດີ ສະຫະລັດ ທ່ານນາງ ຄາມາລາ ແຮຣິສ ກຳລັງຍ່າງລົງຂັ້ນໄດເຮືອບິນປະຈຳຕຳແໜ່ງ Air Force Two ໃນຂະນະເດີນທາງຮອດສະໜາມບິນ ໂຊປິນ ໃນນະຄອນຫຼວງວໍຊໍ ຂອງໂປແລນ, ວັນທີ 9 ມີນາ 2022.
ຮອງປະທານາທິບໍດີ ສະຫະລັດ ທ່ານນາງ ຄາມາລາ ແຮຣິສ ກຳລັງຍ່າງລົງຂັ້ນໄດເຮືອບິນປະຈຳຕຳແໜ່ງ Air Force Two ໃນຂະນະເດີນທາງຮອດສະໜາມບິນ ໂຊປິນ ໃນນະຄອນຫຼວງວໍຊໍ ຂອງໂປແລນ, ວັນທີ 9 ມີນາ 2022.

ຮອງປະທານາທິບໍດີ ສະຫະລັດ ຄາມາລາ ແຮຣິສ ກຳລັງເດີນທາງໄລຍະສາມວັນ ໄປຍັງປະເທດໂປແລນ ແລະໂຣມາເນຍ ເພື່ອປຸກລະດົມບັນດາພັນທະມິດອົງການເນໂຕ້ ຕໍ່ຕ້ານການຮຸກຮານຂອງຣັດເຊຍ. ແຕ່ກ່ອນອື່ນທ່ານນາງ ຕ້ອງໄດ້ແກ້ໄຂຄວາມເຂົ້າໃຈຜິດ ກ່ຽວກັບຂໍ້ສະເໜີຂອງວໍຊໍ ທີ່ຈະນຳເອົາຝຸງເຮືອບິນລົບອາຍພົ່ນ MiG-29 ຂອງຕົນນັ້ນ ມອບໃຫ້ແກ່ຢູເຄຣນ.

ລັດຖະບານຂອງທ່ານໄບເດັນ ບໍ່ໄດ້ຮູ້ເລື້ອງຂອງຂໍ້ສະເໜີດັ່ງກ່າວເລີຍ ຊຶ່ງໂປແລນ ເມື່ອວັນອັງຄານຜ່ານມານີ້ ໄດ້ເປີດເຜີຍຕໍ່ສາທາລະນະວ່າ ຈະບໍລິຈາກເຮືອບິນລົບຍຸກສະໄໝໂຊຫວຽດ ແກ່ສະຫະລັດ ເພື່ອທີ່ພວກເຂົາສາມາດໂອນໄປໃຫ້ຢູເຄຣນ. ທຳນຽບຫ້າແຈ ໃນທັນທີໄດ້ຄັດຄ້ານຕໍ່ການເຄື່ອນໄຫວນີ້ ໂດຍໃຫ້ຄຳອະທິບາຍວ່າ ມັນເປັນ “ຄວາມສ່ຽງສູງ” ແລະ “ບໍ່ສາມາດທີ່ຈະຮັກສາແລະປົກປ້ອງໄດ້.” ໃນວັນພຸດວານນີ້ ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ໄດ້ຍອມຮັບວ່າ “ມີການຂັດຂ້ອງຊົ່ວຄາວ ໃນການສື່ສານກັນ” ກັບວໍຊໍ.

ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສ໌ກີ ໄດ້ຮ້ອງຂໍເຮືອບິນລົບອາຍພົ່ນ ຊຶ່ງນັກບິນຂອງທ່ານນັນຮູ້ວິທີບິນມັນ. ທ່ານຍັງໄດ້ຮຽກຮ້ອງຕໍ່ອົງການເນໂຕ້ ໃຫ້ປະກາດເຂດຫ້າມບິນ ເທິງເຂດນ່ານຟ້າຂອງປະເທດຕົນ ເພື່ອປົກປ້ອງຈາກການໂຈມຕີທາງອາກາດຂອງຣັດເຊຍ.

ໂຄສົກທຳນຽບຂາວ ຊາກີ ໄດ້ກ່າວໃນວັນພຸດວານນີ້ວ່າ “ແນ່ນອນ ຮອງປະທາ ນາທິບໍດີ ແມ່ນພວມເດີນທາງໄປທີ່ນັ້ນ ບໍ່-ບໍ່ກ່ຽວຂ້ອງສະເພາະກັບເລື້ອງນີ້ ຊຶ່ງຈະໄດ້ເຮັດວຽກຜ່ານຊ່ອງທາງດ້ານການທະຫານ.”

ຖະແຫລງການຂອງທ່ານນາງຊາກີ ນັ້ນແມ່ນກົງກັນຂ້າມຕໍ່ສິ່ງທີ່ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງຄະນະລັດຖະບານ ທີ່ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານຜ່ານມານີ້ ເມື່ອຖືກຖາມກ່ຽວກັບເຮືອບິນອາຍພົ່ນນັ້ນ ວ່າ ສະຫະລັດພວມເຈລະ ຈາກັບຝ່າຍໂປແລນ ມາໄລຍະນຶ່ງແລ້ວກ່ຽວກັບວິທີທີ່ດີສຸດ ໃນການສະໜອງການຊ່ອຍເຫຼືອທາງດ້ານຄວາມປອດໄພຫຼາຍປະເພດແກ່ຢູເຄຣນ ແລະວ່າ ການເຈລະຈານັ້ນ “ຈະດຳເນີນຕໍ່ໄປຢ່າງແນ່ນອນແລະເປັນສ່ວນນຶ່ງໃນການເດີນທາງຂອງຮອງປະທານາທິບໍດີ.”

ເຈົ້າໜ້າທີ່ທ່ານນີ້ ໄດ້ປະຕິເສດທີ່ຈະຄາດຄະເນຕື່ມອີກວ່າ ຍ້ອນສາເຫດຫຍັງທີ່ ລັດຖະບານຂອງປະທານາທິບໍດີໂປແລນ ອານເດຣັຈ ດູດາ (Andrzej Duda) ຈຶ່ງໄດ້ເປີດເຜີຍແຜນການ ຕໍ່ສາທາລະນະ ໂດຍປາດສະຈາກການປະສານງານກັບວໍຊິງຕັນ.

ທ່ານໄມໂກລ ບາຣາໂນບສ໌ກີ ຜູ້ອຳນວຍການສຳນັກງານກອງທຶນມາໂຊລເຢຍ ຣະມັນຂອງວໍຊໍ ໄດ້ກ່າວໄປວ່າ ເລື້ອງເຮືອບິນ MiG ແມ່ນຄວາມເຂົ້າໃຈຜິດທີ່ບໍ່ຈຳເປັນເລີຍ ທ່າມກາງ​ທີ່​ເກີດວິກິດການ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG