ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ແຮຣິສ ກ່າວຢໍ້າເຖິງ ການແກ້ໄຂ ສາເຫດຕົ້ນຕໍ ຂອງການຍົກຍ້າຍຖິ່ນຖານ


ຮອງປະທານາທິບໍດີ ຄາມາລາ ແຮຣິສ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຢູ່ທຳນຽບແຫ່ງຊາດ ໃນນະຄອນຫຼວງ ກົວເຕມາລາ, ປະເທດ ກົວເຕມາລາ. 7 ມິຖຸນາ, 2021.
ຮອງປະທານາທິບໍດີ ຄາມາລາ ແຮຣິສ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຢູ່ທຳນຽບແຫ່ງຊາດ ໃນນະຄອນຫຼວງ ກົວເຕມາລາ, ປະເທດ ກົວເຕມາລາ. 7 ມິຖຸນາ, 2021.

ຮອງປະທານາທິບໍດີ ສະຫະລັດ ທ່ານນາງ ຄາມາລາ ແຮຣິສ ໄດ້ກ່າວຢໍ້າເຖິງຄວາມສຳຄັນ ກ່ຽວ ກັບ ການແກ້ໄຂ “ຕົ້ນເຫດ” ຂອງການຍົກຍ້າຍຖິ່ນຖານໃນລະຫວ່າງການກ່າວຄຳປາໄສຄັ້ງສຸດ ທ້າຍຂອງທ່ານນາງ ໃນລະຫວ່າງການ ເດີນທາງໄປປະເທດ ເມັກຊິໂກ ແລະ ເຂດອາເມຣິກາງ ເພື່ອແກ້ໄຂການເພີ່ມຂຶ້ນຂອງຜູ້ຍົກຍ້າຍຖິ່ນຖານຢູ່ເຂດຊາຍແດນພາກຕາເວັນຕົກສຽງໃຕ້ ຂອງ ສະຫະລັດ.

ທ່ານນາງ ແຮຣິສ ໄດ້ກ່າວຕໍ່ບັນດານັກຂ່າວໃນຕອນເຊົ້າວັນອັງຄານວານນີ້ວ່າ “ຂ້າພະເຈົ້າຢາກໃຫ້ຄວາມກະຈ່າງແຈ້ງວ່າ ບັນຫາຢູ່ເຂດຊາຍແດນສ່ວນໃຫຍ່, ຖ້າບໍ່ແມ່ນທັງໝົດນັ້ນ, ແມ່ນເກີດມາ ຈາກບັນຫາຕ່າງໆໃນບັນດາປະເທດທີ່ວ່ານີ້.”

“ຂ້າພະເຈົ້າບໍ່ສາມາດເວົ້າອອກມາໝົດ ຄົນສ່ວນຫຼາຍບໍ່ຢາກໜີອອກຈາກບ້ານ. ແລະ ເວລາທີ່ເຂົາເຈົ້າໜີ, ປົກກະຕິແລ້ວມັນມີນຶ່ງໃນສອງເຫດຜົນ: ນຶ່ງແມ່ນເຂົາເຈົ້າໜີຈາກອັນຕະລາຍ ຫຼື ຢູ່ບ້ານໝາຍຄວາມວ່າເຂົາເຈົ້າບໍ່ພໍໃຈກັບຄວາມຕ້ອງ ການພື້ນຖານສຳລັບຄອບຄົວຂອງເຂົາເຈົ້າ.”

ທ່ານນາງ ແຮຣິສ ໄດ້ກ່າວຢໍ້າເຖິງການສົນທະນາທີ່ທ່ານນາງໄດ້ມີ ກັບບັນດາ ເຈົ້າໜ້າທີ່ ກົວເຕມາ ລາ ເຊິ່ງໄດ້ມີຂໍ້ຕົກລົງສຳລັບ ສະຫະລັດ ທີ່ຈະໃຫ້ທຶນແກ່ໂຄງການເພື່ອກຳຈັດການສໍ້ລາດບັງ ຫຼວງ, ເສີມຂະຫຍາຍສິດທິຂອງກຳມະການ ແລະ ຊາວນາ, ມອບອຳນາດໃຫ້ບັນດາແມ່ຍິງ ແລະ ອື່ນໆ.

ໃນຕອນເຊົ້າຂອງວັນອັງຄານວານນີ້, ທ່ານນາງ ແຮຣິສ ໄດ້ພົບປະກັບປະທາ ນາທິບໍດີ ເມັກຊິໂກ ທ່ານ ແອນເດຣສ ມານູແອລ ໂລເປສ ໂອຍຣາດໍ ໃນນະຄອນຫຼວງ ເມັກຊິໂກ ຊີຕີ້ ເພື່ອປຶກສາຫາລື ກ່ຽວກັບ ການສະໜັບສະໜູນສະພາບເສດຖະກິດໃນອາເມຣິກາກາງ.

ເມື່ອຖືກຖາມໂດຍບັນດານັກຂ່າວວ່າ ສະຫະລັດ ໄດ້ໃຫ້ຄຳໝັ້ນສັນຍາທີ່ສະເພາະເຈາະຈົງເພື່ອຂະຫຍາຍເສັ້ນທາງດ້ານກົດໝາຍຕໍ່ການຍົກຍ້າຍຖິ່ນຖານ ລວມທັງໃບອະນຸຍາດເຮັດວຽກຫຼືບໍ່ນັ້ນ, ທ່ານນາງ ແຮຣິສ ໄດ້ກ່າວວ່າມັນໄດ້ມີການປຶກສາຫາລືກັນ ແຕ່ “ບໍ່ໄດ້ມີການໃຫ້ຄຳສັນຍາ.”

ທ່ານນາງ ແຮຣິສ ແລະ ທ່ານ ໂລເປສ ໂອບຣາດໍ ໄດ້ເປັນສັກຂີພິຍານ ໃນຂະນະທີ່ບັນດາຜູ້ຊ່ວຍໄດ້ເຊັນ “ບັນທຶກຄວາມເຂົ້າໃຈ” ເພື່ອ “ສ້າງຕັ້ງຄູ່ຮ່ວມແຜນຍຸດທະສາດ ເພື່ອຮ່ວມມືໃນໂຄງການພັດ ທະນາຕ່າງໆໃນສາມຫຼ່ຽມພາກເໜືອ” ໄດ້ແກ່ປະເທດ ກົວເຕມາລາ, ແອລ ຊາລວາດໍ ແລະ ຮອນດູຣາສ.

ປະຊາຊົນຂອງເຂົາເຈົ້າ ຫຼາຍສິບພັນຄົນ ໄດ້ໜີອອກຈາກບ້ານ ເພື່ອຍ່າງຜ່ານ ເມັກຊິໂກ ໂດຍພະ ຍາຍາມເຂົ້າມາໃນ ສະຫະລັດ ເມື່ອສອງສາມເດືອນທີ່ຜ່ານມາ, ດ້ວຍຜູ້ຍົກຍ້າຍຖິ່ນຖານຫຼາຍກວ່າ 178,000 ຄົນໄດ້ໄປຮອດເຂດຊາຍແດນ ສະຫະລັດ ໃນເດືອນເມສາ, ເກືອບເຄິ່ງນຶ່ງແມ່ນມາຈາກອາເມຣິກາກາງ.

ທ່ານນາງໄດ້ມີຂໍ້ຄວາມທີ່ຊັດເຈນສຳລັບຜູ້ຍົກຍ້າຍຖິ່ນຖານຈາກ ລາຕິນ ອາເມຣິກາ ໃນວັນຈັນທີ່ ຜ່ານມາໃນຂະນະທີ່ທ່ານນາງໄດ້ໄປຢ້ຽມຢາມປະເທດ ກົວເຕມາລາວ່າ: “ບໍ່ຕ້ອງມາ.” ທ່ານນາງໄດ້ກ່າວວ່າ ສະຫະລັດ “ບໍ່ໄດ້ຢ້ານ” ທີ່ຈະບັງຄັບໃຊ້ກົດໝາຍຄົນເຂົ້າເມືອງຂອງເຂົາເຈົ້າ ແລະ ຢຸດຄົນຢູ່ເຂດຊາຍແດນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG