ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ພືດພັນໃນຂົ້ວ​ໂລກ​ໃຕ້ ທົນທານຕໍ່ແສງ​ແດດ ultraviolet ​​ຢ່າງໃດແດ່


Hardy Antarctic Plants and Their Sunscreen Potential
please wait

No media source currently available

0:00 0:01:48 0:00

ອົງການ​ອະນາ​ໄມ​ໂລກ ຫຼື World Health Organization ລາຍ​ງານ​ວ່າ ມີ​ປະມານ
2 – 3 ລ້ານ ກໍລະນີໂຣກມະ​ເຮງຜີວ​ໜັງ ຊື່ melanoma ທີ່​ຖືກລາຍ​ງານແຕ່ລະ​ປີ.
ຄຣີມທາ​ກັນ​ແດດ ​ແມ່ນເປັນ​ສ່ວນ​ໃຫຍ່ ໃນການທາປ້ອງ​ກັນ​ພວກ​ມະເຮງດັ່ງ​ກ່າວ ​
ແຕ່​ສານ​ເຄມີ​ທີ່ຢູ່ໃນ ຄຣີມທາ​ກັນ​ແດດນັ້ນ ກໍ​ແມ່ນ​ມີ​ສ່ວນເສຍຫາຍແຝງຢູ່. ​ເພາະສະ​ນັ້ນ
​ພວກ​ນັກ​ວິທະຍາ​ສາດ ​ຈຶ່ງພາກັນວິ້ງເຕັ້ນຄົ້ນຄວ້າຫາ ຢູ່ໃນໂລກ​ທຳ​ມະ​ຊາດ​ ເພື່ອຢາກ
ຮູ້ວ່າ​ ​ພວກ​ພືດຜັກຕົ້ນ​ໄມ້​ທັງຫຼາຍ ມັນ​ປ້ອງ​ກັນຕົວ​ຂອງມັນ​ເອງແບບໃດຈາກ​ການ​ຖືກ
​ທຳລາຍດ້ວຍ​ແສງ​ແດດ ultraviolet ຊຶ່ງ​ວັນນະສອນ ຈະມີ​ລາຍ​ງານ​ຈາກ Kevin
Enochs ​ນັກ​ຂ່າວ​ຂອງ VOA ມາສະ​ເໜີ​ທ່ານ.

ຖ້າຈະເວົ້າໃຫ້ຖືກແທ້ໆແລ້ວກໍແມ່ນວ່າ ຂົ້ວ​ໂລກ​ໃຕ້ ​ບໍ່​ແມ່ນ​ເປັນບ່ອນທີ່ປາດສະຈາກ
​ຊີວະນາໆ​ພັນ ​ເລີຍ. ​ພວກ​ພືດພັນ ​ແລະສັດສາ​ວາ​ສິ່ງຫຼາຍຊະນິດ ​ພາກັນຖືວ່າທະວີບ
ທີ່ໜາວເຢັນທີ່ສຸດນີ້ ເປັນ​ບ້ານເຮືອນ​ຕົນ.

ພວກ​ນັກວິ​ທະຍາ​ສາດຊາວ ຊີເລ ກຳລັງພາກັນສຶກສາເບິ່ງ​ພວກ​ພື​ດພັນບາງຢ່າງ​ ​
ວ່າມັນຈະມີ​ປະຕິກິລິຍາແບບໃດ ຕໍ່ແສງ​ແດດລະດູ​ຮ້ອນ ultraviolet ທີ່ເຜົາຜານ
​ຢູ່ຕະຫຼອດນັ້ນ.

ທ່ານ Gustavo Zuniga ຈາກ​ມາ​ຫາ​ວິທະຍາ​ໄລ Santiago ກ່າ​ວ​ເປັນ​ພາສາ
ສະ​ເປ​ນວ່າ “​...​ພວກ​ເຮົາ​ໄດ້​ຄົ້ນ​ພົບ​ວ່າ ທັງ​ພືດພັນແລະສິ່ງທີ່ມີຊິວິດອື່ນໆ
​ຢູ່ແຫ່ງນີ້ ​ວ່າມີຄວາມ​ທົນ​ທານ ຕໍ່​ລັດສະໝີ ultraviolet ແບບໃດ.”

ທ່ານ Zuniga ກຳລັງທຳ​ການ​ສຶກສາ​ພວກພື​ດ​ເຫຼົ່າ​ນີ້ເບິ່ງຢູ່ວ່າ ພວກມັນພາກັນ​ປ້ອງກັນບໍ່ໃຫ້ລັດສະໝີ ultraviolet ຫຼື UV ຈຳນວນມະຫາສານທີ່ກໍ່ເປັນໂຣກ
ມະເຮັງໃນມະນຸດ ບໍ່ໃຫ້ເຂົ້າ​ໃກ້ຕົນ ໄດ້ຢ່າງໃດ. ຄວາມ​ຫວັງ​ກໍ​ແມ່ນ​ວ່າ​ ສ່ວນ​ປະກອບ
ອັນດຽວກັນ​ທີ່​ປົກ​ປ້ອງ​ພວກ​ພືດ​ນັ້ນ ກໍຈະ​ສາມາດ​ປົກ​ປ້ອງມວນ​ມະນຸດເຮົາ​ໄດ້ ​
ເຊັ່ນ​ກັນ.

ທ່ານ Zuniga ກ່າວ​ວ່າ “​ເວົ້າໂດຍ​ສະ​ເພາະ ​ໃນ​ກໍລະນີ ຂອງຈຳພວກພືດ
Colobanthus ນັ້ນ ພວກ​ເຮົາ ໄດ້ພົບເຫັນຈຳພວກວັດຖຸນ້ອຍໆທີ່ເອີ້ນວ່າໂມ​ລິ​ກູລ
ທີ່​ເອົາບົດ​ບາດ​ເປັນ​ເຄື່ອງ​ກັ່ນ​ກອງ​ແສງພະອາທິດ ​ແລະ​ນັ້ນ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ
ຫຼາຍ ຍ້ອນ​ວ່າ ​ແນ່ນອນ ຜູ້​ໃດກໍເຂົ້າ​ໃຈ​ດີ ວ່າສະພາບ​ແວດ​ລ້ອມບ່ອນ​ທີ່ພືດ
​ດັ່ງກ່າວເຕີບ​ໂຕນັ້ນ ຍາມລະດູບານໃໝ່ຕໍ່ໃສ່ລະດູຮ້ອນ ຄວາມຮ້ອນຂອງແສງ
ແດດ ຢູວີ ຈະກ້າຫຼາຍ. ພວກ​ພືດພັນເຫຼົ່ານັ້ນ ພາກັນມີຍຸດທະສາດຕ່າງໆເພື່ອຫຼີກ
ເວັ້ນ​ ການຖືກ​ທຳລາຍ​ດ້ວຍແສງກຳ​ມັນ​ຕະພາບ​ລັງສີພວກນີ້.”

ນັບ​ຕັ້ງ​ແຕ່​ຍຸກ​ອຸດສາຫະກຳເປັນຕົ້ນມາ ການສູນເສຍຊັ້ນ ​ຂອງ​ໂອ​ໂຊນບາງສ່ວນ
ພາໃຫ້ແສງ UV ຕົກມາຮອດມາເຖິງໜ້າ​ດິນສູງຂຶ້ນ​ 30 ​ເປີ​ເຊັນ ອີງ​ຕາມ ອົງການ​
ອະ​ວະ​ກາດ​ຫຼື NASA ​ເຖິງ​ແມ່ນ​ວ່າ​ລະດັບ​ດັ່ງກ່າວ​ຈະທຸ່ນທ່​ຽງ​ແດ່​ແລ້ວ ​ໃນ​ຊ່ວງ
ຮອບ​ຫຼາຍ​ປີຜ່ານມາ​ນີ້ກໍ​ຕາມ. ນອກຈາກນີ້ແລ້ວ ການ​ຄົ້ນ​ຄ້ວາ​ຂອງ ທ່ານ Zuniga
ຍັງ​ອາດສາມາດ ພົບເຫັນວິທີປ້ອງກັນພວກ​ພືດພັນ ແລະ​ເພີ່ມພູນເຄື່ອງປູກຂອງ
ຝັງນຳອີກ. ​

ທ່ານ Zuniga ກ່າວ​ວ່າ “ນອກນັ້ນແລ້ວມັນຍັງຊ່ອຍໃຫ້ພວກເຮົາເຂົ້າໃຈເຖິງການ
ໂຕ້ຕອບຂອງພວກພືດພັນ ຕໍ່ແສງແດດ ຢູວີ ນຳ ໂດຍການຄົ້ນຄິດ​ວ່າ ໃນ​ອະນາ​
ຄົດ​ອັນ​ໃກ້​ນີ້ ​ຂໍ້​ມູນ​ພວກ​ນີ້ ຈະນຳ​ມາໃຊ້ໄດ້​ ​ແລະ​ປະກອບເຂົ້າໃສ່​ຜົນປະໂຫຽດ
ທາງດ້ານ​ເສດຖະກິດກະເສດສາດ ທີ່ຫຼີກບໍ່ມົ້ມ​ກຳ​ມັນຕະ​ພາບ​ລັງສີ​ນັ້ນ.”

​ປັດຈຸບັນ ທ່ານ Zuniga ​ແລະ​ມະຫາວິທະຍາ​ໄລດັ່ງກ່າວ ​ກຳລັງ ຊອກຫາຄູ່ຮ່ວມ
ງານ​ຢູ່ ເພື່ອຈະ​ຊ່ອຍພວກ​ເຂົາ​ເຈົ້າ​ ໃນ​ການ​ພັດທະນາຜົນຜະລິດ ທີ່ອີງໃສ່ການ
​ຄົ້ນຄວ້າ​ຂອງ​ພວກ​ເຂົາ​ເຈົ້າ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG