ການຍົກລະດັບການພົວພັນລະຫວ່າງສະຫະລັດ ແລະຫວຽດນາມ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ສະແດງໃຫ້ເຫັນລະດັບຜົນປະໂຫຍດຮ່ວມກັນ ທີ່ເພີ້ມຂຶ້ນລະຫວ່າງ 2 ປະເທດ. ແຕ່ການພົວພັນທີ່ແໜ້ນແຟ້ນຫຼາຍຂື້ນ ບໍ່ໄດ້ໝາຍຄວາມວ່າ ຮ່າໂນຍ ກຳລັງຈະຫ່າງໄກຈາກປັກກິ່ງ, ເຊິ່ງເປັນຄູ່ຮ່ວມມືດັ້ງເດີມຂອງຕົນ, ບັນດານັກວິເຄາະກ່າວວ່າ.
ສອງປະເທດໄດ້ຍົກລະດັບການພົວພັນສອງຝ່າຍ ໃນເວລາທີ່ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ພົບປະກັບເລຂາທິການໃຫຍ່ພັກຄອມມີວນິສຫວຽດນາມ ທ່ານ ຫງວຽນ ຟູ ຈອງ ຢູ່ ຮາໂນ່ຍ ໃນຕົ້ນເດືອນກັນຍາ. ໃນລະຫວ່າງວັນທີ 25 ກໍລະກົດ 2013, ຈົນເຖິງວັນທີ 10 ກັນຍາ 2023, ທັງສອງປະເທດໄດ້ສະແດງລັກສະນະການພົວພັນຂອງພວກເຂົາໃນຖານະຄູ່ຮ່ວມມືຮອບດ້ານ, ເຊິ່ງເປັນລະດັບການພົວພັນດ້ານການທູດໃນລະດັບທີ່ຕ່ຳກວ່າ.
"ຜູ້ນຳສອງປະເທດໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຮັດແໜ້ນສາຍພົວພັນທາງດ້ານການເມືອງ ແລະການທູດ ໃຫ້ເລິກເຊິ່ງຕໍ່ໄປ, ແລະຈະຊຸກຍູ້ການແລກ ປ່ຽນຄະນະຜູ້ແທນແລະການຮ່ວມມືໃນທຸກລະດັບຢ່າງເປັນປະຈຳ ເພື່ອເພີ່ມທະວີຄວາມເຂົ້າໃຈຮ່ວມກັນ ແລະເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ." .ທຳນຽບຂາວກ່າວໃນຖະແຫຼງການ ກ່ຽວກັບການພົບປະລະຫວ່າງທ່ານໄບເດັນ ແລະ ທ່ານ ຈອງ ໃນວັນທີ 10 ກັນຍາ ຢູ່ທີ່ນະຄອນຫຼວງຮາໂນ່ຍ.
ການຍົກລະດັບທາງດ້ານການທູດສະທ້ອນໃຫ້ເຫັນເຖິງຄວາມຮັບຮູ້ຮ່ວມກັນລະຫວ່າງວໍຊິງຕັນ ແລະ ຮາໂນ່ຍ ວ່າທັງສອງຈະໄດ້ຮັບຜົນປະໂຫຍດ ຈາກການເພີ່ມທະວີການຮ່ວມມື ໃນຂະນະທີ່ປັກກິ່ງກາຍເລີ້ມການຮຸກຮານຫຼາຍຂຶ້ນໃນພາກພື້ນ, ອີງຕາມການກ່າວຂອງບັນດານັກວິເຄາະ ແລະ ສໍານັກຂ່າວສານອິດສະຫຼະ.
ໜັງສືພິມ New York Times ໄດ້ອະທິບາຍວ່າ ຈີນເປັນ “ບົດຄວາມຍ່ອຍທີ່ສຳຄັນ” ໃນການຍົກລະດັບ, ເພາະວ່າ ທ່ານໄບເດັນ “ທຳການສ້າງເຄືອຂ່າຍຄູ່ຮ່ວມມືໃນພາກພື້ນ ເພື່ອຕອບໂຕ້ການກະທຳໃນຮູບແບບການຮຸກຮານ” ຂອງຈີນ.