ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານ​ຮາ​ໂນ່ຍ ຕັດ​ສິນ​ລົງ​ໂທດ ​ນັກ​ຂ່າວ​ຊື່​ດັງຫວຽດ​ນາມ ​ໃຫ້ຕິດ​ຄຸກ 10 ປີ


ແຜນ​ທີ່​ປະ​ເທດ​ຫວຽດ​ນາມ.
ແຜນ​ທີ່​ປະ​ເທດ​ຫວຽດ​ນາມ.

ສານ​ທີ່​ນະ​ຄອນ​ຫຼວງ​ຮາ​ໂນ່ຍ​ໄດ້​ຕັດ​ສິນ​ລົງ​ໂທດ ນັກ​ຂ່າວ​ແລະ​ຜູ້​ຂຽນ​ຂ່າວ​ລົງ​ອິນ​ເຕີ​ແນັດ
​ຊື່​ດັງ ເຈືອງ ດຸຍ ຫຍັດ ໃຫ້​ຕິດ​ຄຸກ​ເປັນ​ເວ​ລາ 10 ປີ ຍ້ອນ​ຕົວ​ະ​ລັດ​ຖະບານ ໃນ​ລະ​ຫວ່າງ
ທີ່​ເຮັດ​ວຽກ ​ໃຫ້​ໜັງ​ສື​ພິມ​ຂອງ​ລັດ​ຖະ​ບານ​ທີ່​ເມືອງ​ດາ​ນັງ ໃນ​ພາກ​ກາງຫວຽດ​ນາມ ເມື່ອ
​ປີ 2004.

ທະ​ນາຍ​ຄວາມ​ຂອງ​ທ່ານ​ຫຍັດ ທ່ານດັງ ດິນ ໝັ້ນ (Dang Dinh Manh) ໄດ້ ກ່າວ​ຕໍ່​ວີ​ໂອ
​ເອພ​າກ​ພາ​ສາ​ຫວຽດ​ນາມ​ວ່າ ລູກ​ຄວາມ​ຂອງ​ລາວ​ບໍ່​ໄດ້ໃຫ້​ການ​ສາ​ລະພາບຕໍ່​ການກະ​ທຳ
ຜິດ​ໃດໆ ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ຄະ​ດີ​ເປັນ​ເວ​ລາ​ເຄິ່ງມື້ ຊຶ່ງມີ​ອົງ​ການ​ຂ່າວ​ຕ່າງ​ປະ​ເທດ
ແລະ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ​ຈຳ​ນວນ​ນຶ່ງ ເອີ້ນ​ວ່າ ເປັນການ​ປຸກ​ລະ​ດົມ​ທາງ​ການ​ເມືອງ ເພື່ອ​
ປິດ​ປາກ​ປິດ​ສຽງ​ພວກ​ນັກ​ຂ່າວ.

ທ່ານ​ໝັ້ນ ກ່າວ​ວ່າ “ການ​ຕັດ​ສິນ​ລົງ​ໂທດນີ້ບໍ່​ມີ​ຄວາມ​ຍຸ​ຕິ​ທຳ​ເລີຍ ຍ້ອນ​ມີ​ຫຼາຍໆຢ່າງ​ທີ່​ໄອ​
ຍະ​ການ​ບໍ່​ສາ​ມາດ​ພິ​ສູດ​ໄດ້” ແລະ​ທ່ານ​ກ່າວ​ຕື່ມ​ວ່າ ທ່ານ​ຫຍັດ​ໄດ້​ໃຊ້​ຄຳ​ຖະ​ແຫຼງ​ມ້ວນ​ທ້າຍ
​ການ​ດຳ​ເນີນ​ຄະ​ດີ​ຢູ່​ທີ່​ສານ ປະ​ນາມ​ການ​ຕັດ​ສິນ​ດັ່ງ​ກ່າວນີ້ວ່າ “ເປັນ​ການ​ແກ້​ແຄ້ນ​ທາງການ​ເມືອງ​ທີ່​ຕ່ຳ​ຊ້າ.”

ອີງ​ຕາມ​ອົງ​ການ​ຂ່າວ​ຂອງ​ທາງ​ການ​ຫວຽດ​ນາມ​ແລ້ວ ທ່ານ​ຫຍັດຊຶ່ງ​ເປັນ​ຫົວ​ໜ້າຫ້ອງ​ການ​
ຂອງ​ໜັງ​ສື​ພິມ Dai Doan Ket ຫຼື​ສາ​ມະ​ຄີ​ອັນ​ຍິ່ງ​ໃຫຍ່ ປະ​ຈຳ​ເມືອງ​ດານັງ ແຕ່​ປີ 1998
ຫາປີ 2011 “ໄດ້​ໃຊ້​ອິດ​ທິ​ພົນ​ຂອງ​ຕົນ” ກັບ​ຄະ​ນະ​ກຳ​ມະການ​ປະ​ຊາ​ຊົນ​ເມືອງ​ດາ​ນັງ
ໃນ​ປີ 2004 ໄດ້ຊື້​ດິນ​ຂອງເພື່ອ​ປຸກ​ສຳ​ນັກ​ງານ​ໃຫຍ່​ຂອງ​ໜັງ​ສື​ພິມ​ດັ່ງ​ກ່າວ.

ອີງ​ຕາມ​ສຳ​ນວນ​ຟ້ອງ​ແລ້ວ ດິນ​ດັ່ງ​ກ່າວ​ແມ່ນ​ໄດ້​ມາ​ຕ່ຳ​ກວ່າ​ລາ​ຄາ​ທີ່​ເປັນ​ຈິງ​ຊຶ່ງ​ເຮັດ​ໃຫ້​ລັດ
​ຖະ​ບານ​ຕ້ອງ​ເສຍ​ເງິນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ ແລະ​ໃນ​ເວ​ລານີ້​ກະ​ປະ​ມານ​ວ່າ ມີ
​ມູນ​ຄ່າ​ຫຼາຍກວ່າ 500,000 ໂດ​ລາ.


A Hanoi court has sentenced well-known journalist and blogger Truong Duy Nhat to 10 years in prison for defrauding the public while working for a state-owned newspaper in the central city of Danang in 2004.

Nhat's attorney, Dang Dinh Manh, told VOA's Vietnamese Service that his client did not confess to any crime during the half-day trial, which numerous international press advocacy organizations are calling a politically motivated campaign to silence the reporter.

"The conviction was completely unjust because there were so many details [prosecutors failed to prove]," said Manh, adding that Nhat used his final statement before the court to condemn that ruling as "vile political revenge."

According to Vietnam's state-run press, Nhat, as bureau chief of the Dai Doan Ket (Great Unity) newspaper in Da Nang city from 1998 to 2011, "used his influence" with the Da Nang People's Committee in 2004 to buy public land for use as a newspaper headquarters.

According to the indictment, the land was acquired at less than its proper value, for which the state incurred a loss, Vietnamese officials say, and it is now estimated at more than $500,000.

XS
SM
MD
LG