ສະຫະປະຊາຊາດກ່່າວໃນວັນສຸກວານນີ້ວ່າ ມີອົບພະຍົບໂຣຮິງຢາ 589,000 ຄົນ ໄດ້
ຫລົບໜີຈາກມຽນມາເຂົ້າໄປໃນບັງກລາແດັສ ນັບແຕ່ວັນທີ 25 ສິງຫາທີ່ຜ່ານມາ.
ໂຄສົກສະຫະປະຊາຊາດ ທ່ານ Farhan Haq ໄດ້ກ່າວຕໍ່ບັນດານັກຂ່າວວ່າ ຫຼາຍກວ່າ
ເຄິ່ງນຶ່ງຂອງເຂົາເຈົ້າ ແມ່ນພັກອາໄສ ຢູ່ທີ່ສູນ Kutupalong Ex-pansion ບ່ອນທີ່ອົງ
ການທີ່ເປັນຄູ່ຮ່ວມງານ ພວມໃຫ້ການຊ່ວຍເຫລືອ ເພື່ອປັບປຸງການບໍລິການພື້ນຖານ
ໂຄງລ່າງ ແລະຖະໜົນຫົນທາງໄປຍັງສະຖານທີ່ດັ່ງກ່າວ.
ປະທານກຸ່ມໃຫ້ການຊ່ວຍເຫຼືອອົບພະຍົບສາກົນທ່ານ Eric Paul Schwartz ໄດ້ຢ້ຽມ
ຢາມບັງກລາແດັສໃນເດືອນແລ້ວນີ້. ທ່ານກ່າວວ່າ ໃນຕົ້ນເດືອນກັນຍາ ແມ່ນໄດ້ເປັນທີ່
ແຈ້ງຂາວແລ້ວ ຈາກການສົນທະນາກັບພວກອົບພະຍົບວ່າ ສະ ຖານນະການໄດ້ກາຍ
ມາເປັນການຂ້າລ້າງເຜົ່າພັນແລະການກໍ່ໂທດກຳຕ້ານມະ ນຸດຊາດໄດ້ເກີດຂື້ນ.
ທ່ານ Schwartz ໄດ້ກ່າວຕໍ່ບັນດາຜູ້ຟັງທີ່ສະພາຄວາມສຳພັນຕ່າງປະເທດ ໃນນະຄອນ
New York ວ່າ “ອັນທີ່ເປັນຕາຢ້ານ ແມ່ນສະພາບ ທີ່ສອດຄ່ອງກັນ ໃນການສົນທະນາ
ທີ່ພວກເຮົາໄດ້ມີກັບຜູ້ຄົນ ກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນ.” ທ່ານ ກ່າວວ່າ ທະຫານມຽນມາໄດ້ວາງລະເບີດຈູດເຜົາໝູ່ບ້ານຕ່າງໆ ທີ່ບໍ່ມັກປະກາດລ່ວງໜ້າ ຫລືປາດສະຈາກການເຕືອນ
ແລະໃນຂະນະທີ່ພວກພົນລະເຮືອນພາ ກັນຫຼົບໜີ ທະຫານກໍໄດ້ຍິງເຂົາເຈົ້າຢ່າງບໍ່ເລືອກ
ໜ້າ.
ທ່ານກ່າວວ່າ “ຜູ້ຄົນ ຄົນແລ້ວຄົນເລົ່າ ໄດ້ບອກພວກເຮົາ ກ່ຽວກັບເລື້ອງລາວ ແບບດຽວ
ກັນ. ທ່ານກ່າວເພີ້ມອີກວ່າ “ຖ້າຫາກທ່ານຢາກຂັບໄລ່ 580,000 ຄົນອອກຈາກປະເທດ
ໃນຫົກອາທິດ ນັ້ນແມ່ນສິ່ງທີ່ທ່ານຕ້ອງເຮັດ. ທ່ານຕ້ອງໄດ້ ເຮັດເຂົາເຈົ້າຢ້ານກົວແບບ
ຕື່ນຕົກໃຈ.”
ສະຫະປະຊາຊາດແລະຄູ່ຮ່ວມງານສາກົນກຳລັງດິ້ນລົນໃນການສະໜອງຄວາມ ຕ້ອງ
ການ ຕໍ່ພວກອົບພະຍົບ ທີ່ພວມເພີ້ມຂຶ້ນຢ່າງບໍ່ຂາດໄລຍະ. ກອງປະຊຸມສາກົນຮ້ອງຂໍ
ການຊ່ວຍເຫລືອຈະມີຂຶ້ນໃນວັນຈັນຈະມານີ້ ທີ່ນະຄອນ Geneva ຊຶ່ງຈະແນໃສ່ເພື່ອ
ຊອກຫາເງິນ 434 ລ້ານໂດລາມາຊ່ວຍເຫລືອ ອົບພະຍົບ 1 ລ້ານ 2 ແສນຄົນ ໄປຈົນ
ຮອດເດືອນກຸມພາປີ 2018.
ເກືອບ 60 ເປີເຊັນຂອງອົພບພະຍົບແມ່ນພວກເດັກນ້ອຍແລະອົງການກອງທຶນ ເດັກ
ນ້ອຍຂອງສະຫະປະຊາດຊາດ ຫລື UNICEF ກ່າວວ່າ ພວກເດັກນ້ອຍໂດຍສະເພາະ
ແລ້ວ ໄດ້ຖືກຂົ່ມຂູ່ຈາກສະພາບການເປັນຢູ່ທີ່ຍາກລຳບາກ ແລະພະຍາດທີ່ມານຳນໍ້າ.