ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຈະຕັດສິນໃຈວ່າ ອີຣ່ານ ຍັງປະຕິບັດ ຕາມເງື່ອນໄຂ ຂອງ ຂໍ້ຕົກລົງ ນິວເຄລຍ ຫຼືບໍ່


ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ Nikkey Haley ກ່າວຄຳປາໄສ ກ່ຽວກັບ ຂໍ້ຕົກລົງນິວເຄລຍ ທີ່ສະຖາບັນວິສາຫະກິດ ອາເມຣິກັນ ໃນນະຄອນຫຼວງ ວໍຊິງຕັນ. 5 ກັນຍາ, 2017.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ Nikkey Haley ກ່າວຄຳປາໄສ ກ່ຽວກັບ ຂໍ້ຕົກລົງນິວເຄລຍ ທີ່ສະຖາບັນວິສາຫະກິດ ອາເມຣິກັນ ໃນນະຄອນຫຼວງ ວໍຊິງຕັນ. 5 ກັນຍາ, 2017.

ເຈົ້າໜ້າທີ່ອາວຸໂສຂອງ ສະຫະລັດ ຄົນໜຶ່ງ ໄດ້ກ່າວໃນວັນອັງຄານ ວານນີ້ວ່າ ຖ້າປະທາ
ນາທິບໍດີ ດໍໂນລ ທຣຳ ຕັດສິນທີ່ຈະບໍ່ຮັບຮອງ ການປະຕິບັດຕາມຂໍ້ຕົກລົງນິວເຄລຍປີ
2015 ຂອງ ອີຣ່ານ ນັ້ນ, ມັນບໍ່ໄດ້ໝາຍຄວາມວ່າ ສະຫະລັດ ຈະຖອນຕົວຈາກຂໍ້ຕົກລົງ
ຫຼາຍຝ່າຍນີ້.

ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ Nikkey
Haley ໄດ້ກ່າວວ່າ “ສິ່ງນີ້ ແມ່ນມີຄວາມສຳຄັນ ເປັນຢ່າງຍິ່ງ, ແລະ ເກືອບວ່າຈະຖືກ
ມອງຂ້າມຢ່າງສິ້ນເຊີງ.”

ທ່ານ ທຣຳ ຄາດວ່າຈະລາຍງານຕໍ່ສະພາສູງທຸກໆ 90 ວັນວ່າ ອີຣ່ານ ຍັງຄົງປະຕິບັດ
ຕາມເງື່ອນໄຂຂອງຂໍ້ຕົກລົງນິວເຄລຍຫຼືບໍ່ ເຊິ່ງໄດ້ບັນລຸກັບ ສະຫະລັດ ແລະ ປະເທດ
ມະຫາອຳນາດອື່ນໆໃນປີ 2015, ແຜນປະຕິບັດການຮ່ວມຮອບດ້ານ ຫຼື JCPOA.
ການຮັບຮອງໃນຄັ້ງຕໍ່ໄປຂອງປະທານາທິບໍດີ ແມ່ນມີກຳນົດຈະມີຂຶ້ນໃນເດືອນໜ້ານີ້.

ທ່ານນາງ Haley ໄດ້ກ່າວຕໍ່ພວກຜູ້ຟັງທີ່ສະຖາບັນວິສາຫະກິດ ອາເມຣິກັນ ທີ່ມີຫ້ອງ
ການຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ ໃນວັນອັງຄານວານນີ້ວ່າ “ຖ້າປະທານາທິບໍດີເລືອກ
ທີ່ຈະບໍ່ໃຫ້ການຮັບຮອງ ກ່ຽວກັບການປະຕິບັດຂອງ ອີຣ່ານ ນັ້ນ, ມັນກໍບໍ່ໄດ້ໝາຍຄວາມ
ວ່າ ສະຫະລັດ ຈະຖອນຕົວອອກຈາກແຜນການ JCPOA.”

ທ່ານນາງ Haley ໄດ້ກ່າວເພີ່ມເຕີມວ່າ “ການຖອນຕົວອອກຈາກຂໍ້ຕົກ ລົງແມ່ນຖືກ
ຄວບຄຸມໂດຍເງື່ອນໄຂຂອງແຜນການ JCPOA."

Haley: If Trump Does Not Certify Iran Deal, Doesn't Mean US Withdrawal
please wait

No media source currently available

0:00 0:01:34 0:00

ການບັງຄັບ​ໃຫ້ປະທານາທິບໍດີ ສະຫະລັດ ໃຫ້ການຮັບຮອງ ທຸກໆ 90​ ວັນວ່າ ອີຣ່ານ
ຍັງຄົງປະຕິບັດຕາມແຜນການ JCPOA ຫຼື ປະກາດວ່າເຂົາເຈົ້າບໍ່ໄດ້ປະຕິບັດຕາມນັ້ນ
ມັນບໍ່ແມ່ນພາກສ່ວນຂອງຂໍ້ຕົກລົງຫຼາຍຝ່າຍ, ແຕ່ໃນທາງກົງກັນຂ້າມ ແມ່ນຂໍ້ຕົກລົງ
ຮ່ວມກັນຕ່າງຫາກທີ່ ໄດ້ມີການບັນລຸລະຫວ່າງ ອະດີດປະທານາທິບໍດີ ບາຣັກ ໂອບາມາ
ແລະ ສະພາສູງ ສະຫະລັດ.

ຂໍ້ຕົກລົງປີ 2015 ມີຈຸດມຸ່ງ​ໝາຍທີ່ຈະຮັບປະກັນວ່າ ອີຣ່ານ ບໍ່ພັດທະນາອາວຸດນິວ
ເຄລຍ. ສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ 5 ປະເທດ, ບວກກັບ ເຢຍຣະມັນ,
ໄດ້ເຈລະຈາຂໍ້ຕົກລົງດັ່ງກ່າວກັບ ລັດຖະບານ ເຕຫະຣ່ານ.

ການຮັບຮອງ ກ່ຽວ​ກັບການປະຕິບັດຕາມ​ເງື່ອນ​ໄຂຂອງຂໍ້ຕົກລົງໂດຍ ອີຣ່ານ ໄດ້ສົ່ງຜົນ
ໃຫ້ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຍົກເລີກມາດຕະການລົງໂທດດ້ານ
ການເງິນຂອງສາກົນຈຳນວນໜຶ່ງ ທີ່ໄດ້ມີມາເປັນເວລາຫຼາຍປີ ໃນປີກາຍນີ້, ແລະ ການ
ປ່ອຍເງິນທຶນໃຫ້ ອີຣ່ານ ຫຼາຍພັນລ້ານໂດລາ ເຊິ່ງຖືກຍຶດໄວ້ໂດຍທະນະຄານຫຼາຍແຫ່ງ
ໃນ ປະເທດຕາເວັນຕົກ ແລະ ລັດຖະບານຕ່າງໆ.

ທ່ານນາງ Haley ໄດ້ກ່າວວ່າ ຂໍ້ຕົກລົງປີ 2015 “ມີຂໍ້ບົກຜ່ອງ ແລະ ຂໍ້ຈຳກັດຫຼາຍຢ່າງ,”
ແຕ່ທ່ານນາງບໍ່ໄດ້ສະເໜີໃຫ້ມີການຍົກເລີກມັນ. ແນວໃດກໍຕາມ, ທ່ານນາງໄດ້ກ່າວ
ເພີ່ມເຕີມວ່າ, ຖ້າປະທານາທິບໍດີຕັດສິນໃຈທີ່ຈະປະຕິເສດຂໍ້ຕົກລົງດັ່ງກ່າວໃນຕອນນີ້,
ທ່ານ “ກໍຍັງມີຜູ້ໜູນຫຼັງຢູ່.”

ປະທານາທິບໍດີ ທຣຳ ໄດ້ກ່າວສະ​ແດງ​ຄວາມສົງໄສ ກ່ຽວກັບ ຂໍ້ຕົກລົງດັ່ງກ່າວ. ໃນລະ
ຫວ່າງ ການໂຄສະນາຫາສຽງເພື່ອການເລືອກຕັ້ງໃນປີກາຍນີ້, ທ່ານໄດ້ກ່າວວ່າ ມັນ
ແມ່ນຂໍ້ຕົກລົງ “ຂີ້ຮ້າຍ”, ແລະ ວ່າທ່ານຈະຈີກມັນຖິ້ມ ຫຼືບໍ່ກໍເຈລະຈາກັນໃໝ່ ຖ້າທ່ານ
ຖືກເລືອກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Haley: Iran Nuclear Deal Flawed
please wait

No media source currently available

0:00 0:00:38 0:00

XS
SM
MD
LG