ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ອົງ​ການ​ປົກ​ປ້ອງ​ ສິດ​ທິ​ແມ່​ຍິງ ​ຂອງ​ເຮ​ຕີ ຮຽກ​ຮ້ອງຂໍ ຄວາມ​ຍຸ​ຕິ​ທຳ ສຳ​ລັບ ພວກ​ນັກ​ໂທດ ​ແມ່​ຍິງ ທີ່​ຖືກ​ຂົ່ມ​ຂືນ


ທ່ານ​ນາງ ປ​ເຣີ​ດີ​ກາ ຊັງ, ​ຜູ້​ປະ​ສານ​ງານ​ຂອງ​ອົງ​ການ LIFAR ​ຊຶ່ງ​ເປັນ​ອົງ​ການ​ພັນ​ທະ​ມິດ ​ເພື່ອ​ສິດ​ທິ​ຂອງ​ແມ່​ຍິງ​ຊາວເຮ​ຕີ ກ່າວ​ຖະ​ແຫລງ ຢູ່​ນະ​ຄອນຫຼວງ ປອກ​ໂອ​ແປ​ຣງ ຂອງ​ເຮ​ຕີ. (VOA Creole Matiado Vilme)
ທ່ານ​ນາງ ປ​ເຣີ​ດີ​ກາ ຊັງ, ​ຜູ້​ປະ​ສານ​ງານ​ຂອງ​ອົງ​ການ LIFAR ​ຊຶ່ງ​ເປັນ​ອົງ​ການ​ພັນ​ທະ​ມິດ ​ເພື່ອ​ສິດ​ທິ​ຂອງ​ແມ່​ຍິງ​ຊາວເຮ​ຕີ ກ່າວ​ຖະ​ແຫລງ ຢູ່​ນະ​ຄອນຫຼວງ ປອກ​ໂອ​ແປ​ຣງ ຂອງ​ເຮ​ຕີ. (VOA Creole Matiado Vilme)

“ພໍ​ແລ້ວ ພວກ​ເຮົາ​ບໍ່​ສາ​ມາດ​ຮັບ​ມື​ກັບ​ເລື້ອງນີ້​ ໄດ້​ອີກ​ຕໍ່​ໄປ” ນັ້ນ​ແມ່ນ​ຄຳ​ເວົ້າ​ທີ່ເປັນ​ຕາ​ໜ່າຍ​ຂອງທ່ານ​ນາງ ປ​ເຣີ​ດີ​ກາ ຊັງ ຜູ້​ປະ​ສານ​ງານ​ຂອງສະ​ຫະ​ພັນ​ແມ່​ຍິງ​ຊາວ​ເຮ​ຕີ​ເພື່ອການ​ຟື້ນ​ຟູ ​ຄືນໃໝ່ ຫຼືເອີ້ນ​ຫຍໍ້​ວ່າ LIFAR ທີ່​ໄດ້​ກ່າວ​ໄປ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ທີ່​ນະ​ຄອນຫຼວງ ປອກ​ໂອ​ແປ​ຣັງ ຂອງ​ເຮ​ຕີ.

ທ່ານ​ນາງ​ຊັງ ໄດ້​ກ່າວ​ຕື່ມ​ວ່າ “ພວກ​ເຮົາຂໍ​ຮ້ອງເຖິງນັກ​ການ​ເມືອງ​ທຸກໆ​ຄົນ ຜູ້​ທີ່ເປັນ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ ໃຫ້​ແກ້​ໄຂ​ສະ​ຖາ​ນະ​ການນີ້​ຢ່າງວ່ອງ​ໄວ ເພື່ອ​ທີ່​ພວກ​ເຮົາ​ສາ​ມາດ​ມີ​ປະ​ເທດ ບ່ອນ​ທີ່​ພວກ​ເຮົາ​ສາ​ມາດ​ມີ​ຊີ​ວິດ​ການ​ເປັນ​ຢູ່​ຢ່າງ​ສະ​ຫງົບ​ສຸກ ແລະ​ປອດ​ໄພ ບ່ອນ​ທີ່​ສິດ​ທິ​ຂອງ​ພວກ​ແມ່​ຍິງ ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື.”

ທ່ານ​ນາງ ຊັງ ໄດ້​ກ່າວ​ປະ​ນາມ ການ​ຂົ່ມ​ຂືນ​ຊຳ​ເລົາໝູ່ພວກ​ນັກ​ໂທດ​ແມ່​ຍິງຈຳ​ນວນ 12 ຄົນ​ ໂດຍພວກ​ນັກ​ໂທດ​ຜູ້​ຊາຍ ທີ່​ພະ​ຍາ​ຍາມ​ຈະ​ຫລົບ​ໜີ​ອອກ​ຈາກ​ຄຸກ ຢູ່​ໃນ​ເມືອງ​ໂກ​ແນບ​ສ໌ ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ເມື່ອ​ສັບ​ປະ​ດາ​ແລ້ວນີ້. ທ່ານ​ນາງ ໄດ້​ຂໍ​ຮ້ອງ​ໃຫ້​ນຳ​ເອົາ​ພວກ​ນັກ​ໂທດ​ທັງຫຼາຍ​ມາ​ລົງ​ໂທດ ແລະຊົດ​ໃຊ້​ຄ່າ​ເສຍ​ຫາຍ ​ໃຫ້​ແກ່​ພວກ​ແມ່​ຍິງ​ທັງ​ໝົດ ຜູ້​ທີ່​ໄດ້​ຖືກລ່ວງ​ລະ​ເມີດ.

ພວກ​ນັກ​ໂທດ​ຜູ້​ຊາຍ ປະ​ມານ 430 ຄົນ ບໍ່​ພໍ​ໃຈ​ກັບ​ສະ​ພາບ​ການ​ເປັນ​ຢູ່​ທີ່​ຂີ້​ຮ້າຍ ໄດ້​ແຫກ​ຄຸກ ໃນ​ລະ​ຫວ່າງວັນ​ທີ 7 ​ຫາ 8 ​ຂອງເດືອນ​ພະ​ຈິກ​ຜ່ານ​ມານີ້.

ມີ​ລາຍ​ງານວ່າ ພວກ​ເຂົາໄດ້​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ທີ່​ແອ​ອັດ ໂດຍ​ປາດ​ສະ​ຈາກ​ອາ​ຫານ ແລະ​ນ້ຳ​ດື່ມ. ພວກ​ເຂົາ​ສາ​ມາດ​ປົດ​ອາ​ວຸດ​ຂອງ​ ​ເຈົ້າ​ໜ້າ​ທີ່​ຍາມ​ຄຸກຄົນ​ນຶ່ງ ແລ້ວພາ​ກັນ​ພັງ​ປະ​ຕູ​ອອກ​ມາ. ເມື່ອ​ອອກ​ມາ​ໄດ້​ແລ້ວ ພວກ​ເຂົາ​ກໍ​ໄປ​ຊອກ​ຫາ​ພວກ​ນັກ​ໂທດ​ແມ່​ຍິງ ຢູ່​ໃນຄຸກ​ອີກ​ຟາກ​ນຶ່ງ​ຕ່າງ​ຫາກ ອີງ​ຕາມ​ພວກ​ພະ​ຍານ​ທີ່​ເຫັນ​ເຫດ​ການ ແລະ​ໄດ້​ພາ​ກັນ​ຂົ່ມ​ຂືນ​ພວກ​ເຂົາ​ເຈົ້າ ຊ້ຳ​ແລ້ວ​ຊ້ຳ​ອີກ ຈົນ​ກວ່າ​ຕຳຫຼວດ​ໄດ້​ເດີນ​ທາງ​ມາ​ເຖິງ ແລະ​ໄດ້​ຍິງ​ແກັ​ສ​ນ້ຳ​ຕາ​ເຂົ້າ​ໃສ່​ເພື່ອ​ຢຸດຢັ້ງ​ການໂຈມ​ຕີ​ດັ່ງ​ກ່າວນັ້ນ.

ທ່ານ​ນາງ​ຊັງ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວນັກ​ໂທດ​ແມ່​ຍິງຄົນ​ນຶ່ງ ໃນ​ທັນ​ທີ ຜູ້​ທີ່​ຍັງ​ຕິດ​ຄຸກ​ຢູ່ນັ້ນ ເຖິງ​ແມ່ນ​ວ່າ ນາງ​ມີ​ກຳ​ນົດ​ຈະ​ຖືກ​ປ່ອຍ​ຕົວ​ກ່ອນ​ໜ້າ​ການ​ໂຈມ​ຕີ ກໍ​ຕາມ.

ທ່ານ​ນາງ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ພວກ​ເຂົາ​ເຈົ້າ​ໄດ້​ອ້າງວ່າ ພວກ​ເຂົາ​ບໍ່​ເຫັນ​ເອກ​ກະ​ສານ​ປ່ອຍ​ຕົວ ແລະ​ໄດ້​ຄວບ​ຄຸມ​ຕົວ​ນາງ​ໄວ້​ຢູ່​ໃນ​ຄຸກ ບ່ອນ​ທີ່​ນາງ​ຕົກ​ເປັນ​ຜູ້​ເຄາະ​ຮ້າຍ​ໃນ​ການ​ຖືກ​ຂົ່ມ​ຂືນ.”

ຜູ້​ປະ​ສານ​ງານ​ຂອງ​ອົງ​ການ LIFAR ໄດ້​ກ່າວ​ອ້າງ​ເຖິງ ສົນ​ທິ​ສັນ​ຍາ​ເຈ​ນີ​ວາ ແລະ​ກົດ​ໝາຍ​ສາ​ກົນ​ອື່ນໆ ທີ່​ຮຽກ​ຮ້ອງ​ໃຫ້ ພວກ​ນັກ​ໂທດ​ສົງ​ຄ​າມ ພ້ອມ​ດ້ວຍ ​ພວກນັກ​ໂທດ​ທີ່​ເປັນ​ພົນ​ລະ​ເຮືອນ ​ຄວນ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລຢ່າງ​ມີ​ມະ​ນຸດ​ສະ​ທຳ. ທ່ານ​ນາງ​ຊັງ​ເວົ້າ​ວ່າ “ກົດ​ໝາຍ​ເຫຼົ່າ​ນີ້ ແມ່ນ​ໄດ້​ຖືກ​ລະ​ເມີດ ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຮົາ.”


ອ່ານ​ຂ່າວນີ້ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG