ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ບານ ໄທ ຕົກ​ລົງ​ຈະ​ຮັບ​ຊື້​ພະ​ລັງ​ງານ​ໄຟ​ຟ້າ​ຈາກ​ລາວ​ເພີ່ມ​ຂຶ້ນ​ເປັນ 10,500 ເມ​ກະ​ວັດ​ພາຍ​ໃນ​ປີ 2035


ພາບນີ້​ສະ​ແດງ​ໃຫ້​ເຫັນ​ເສົາ​ໄຟ​ຟ້າ​ ທີ່​ນຳ​ສົ່ງ​ກະ​ແສ​ໄຟ​ຟ້າ​ໄປ​ຕ່າງ​ໄທ.
ພາບນີ້​ສະ​ແດງ​ໃຫ້​ເຫັນ​ເສົາ​ໄຟ​ຟ້າ​ ທີ່​ນຳ​ສົ່ງ​ກະ​ແສ​ໄຟ​ຟ້າ​ໄປ​ຕ່າງ​ໄທ.

ລັດ​ຖະ​ບານ ໄທ ຕົກ​ລົງ​ຈະ​ຮັບ​ຊື້​ພະ​ລັງ​ງານ​ໄຟ​ຟ້າ​ຈາກ​ລາວ​ເພີ່ມ​ຂຶ້ນ​ເປັນ 10,500 ເມ​ກະ​ວັດ​ພາຍ​ໃນ​ປີ 2035 ໂດຍ​ລາວ​ຈະ​ມີ​ແຫຼ່ງ​ຜະ​ລິດ​ໄຟ​ຟ້າ​ເກີນ 100 ແຫ່ງ​ມີ​ກຳ​ລັງ​ຕິດ​ຕັ້ງ 13,000 ເມ​ກະ​ວັດ​ໃນ​ທ້າຍ​ປີນີ້.

ການ​ຕົກ​ລົງ​ຂອງ​ລັດ​ຖະ​ບານ​ໄທ ກ່ຽວ​ກັບ​ການ​ຮັບ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ທີ່​ຈະ​ເພີ່ມ​ຂຶ້ນ​ຈາກ 9,000 ເປັນ 10,500 ເມ​ກະ​ວັດ​ພາຍ​ໃນ​ປີ 2035 ມີ​ຂຶ້ນ​ໃນ​ໂອ​ກາ​ດ​ທີ່​ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ປະ​ເທດ ໄທ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 1-2 ມິ​ຖຸ​ນາ 2022 ຊຶ່ງ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ ລາວ-ໄທ ໃນ​ຖາ​ນະ​ທີ່​ເປັນ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ເພື່ອ​ການ​ຈະ​ເລີນ​ເຕີບ​ໂຕ ແລະ ການ​ພັດ​ທະ​ນາ​ຢ່າງ​ຍືນ​ຍົງ​ນັ້ນ ດັ່ງ​ທີ່​ທ່ານ ພັນ​ຄຳ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ສ​ປ​ປ ລາ​ວ​ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ເຫັນ​ວ່າ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ​ລາວ-ໄທ, ໄທ-ລາວ ໄດ້​ຖືກ​ຍົກ​ລະ​ດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ເພື່ອ​ການ​ຈະ​ເລີ​ນ​ເຕີບ​ໂຕ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ ອັນ​ນີ້​ເປັນ​ສັກ​ກະ​ລາດ​ໃໝ່​ຂອງ​ການ​ພົວ​ພັນ​ຂອງ 2 ຊາດ​ພວກ​ເຮົາ​ດ້ານ​ພະ​ລັງ​ງານ 2 ຝ່າຍ​ເຫັນ​ວ່າ​ເປັນ​ສ່ວນ​ສຳ​ຄັນ​ທີ່​ຕິດ​ພັນ​ກັບ​ການ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ໂດຍ​ສະ​ເພາະ​ການ​ຮ່ວມ​ມື​ທາງ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ​ໃຫ້​ບັນ​ລຸ​ເຖິງ 10,500 ເມ​ກະ​ວັດ ອັນ​ນີ້​ຈະ​ສ້າງ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ພະ​ລັງ​ງານ​ໃຫ້​ແກ່ 2 ປະ​ເທດ​.”

ໃນ​ປັດ​ຈຸ​ບັນ ລາວ​ມີ​ແຫຼ່ງ​ຜະ​ລິດ​ໄຟ​ຟ້າ 90 ແຫ່ງ​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ​ເກືອບ​ເຖິງ 11,000 ເມ​ກະ​ວັດ ໃນ​ນີ້ 72 ເປີ​ເຊັນ​ເປັນ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ ແລະ 28 ເປີ​ເຊັນ​ຕອບ​ສະ​ໜອງ​ການ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ ໂດຍ​ໃນ​ເຂດ​ຕົວ​ເມືອງ, ເຂດ​ເທດ​ສະ​ບານ ແລະ ເຂດ​ນະ​ຄອນ​ນັ້ນ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ​ຢ່າງ​ຄົບ​ຖ້ວນ​ທັງ 100 ເປີ​ເຊັນ ແລະ 93 ເປີ​ເຊັນ​ຂອງ​ຈຳ​ນວນ​ບ້ານ​ທັງ​ໝົດ ກໍ​ໄດ້​ຊົມ​ໃຊ້​ໄຟ​ຟ້າ​ແລ້ວ ຈຶ່ງ​ຍັງ​ເຫຼືອ​ພຽງ 7 ເປີ​ເຊັນ​ຂອງ​ບ້ານ​ທັງ​ໝົດ​ໃນ ລາວ ທີ່​ຈະ​ໄດ້​ຊົມ​ໃຊ້​ໄຟ​ຟ້າ​ຢ່າງ​ຄົບ​ຖ້ວນ​ພາຍ​ໃນ​ປີ 2025.

ແຕ່​ຢ່າງ​ໃດ​ກໍ່​ຕາມ ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ ລາວ (EDL) ກໍ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂ​າດ​ສະ​ພາບ​ຄ່ອງ​ທາງ​ການ​ເງິນ​ຢ່າງ​ຮຸນ​ແຮງ​ໃນ​ປັດ​ຈຸ​ບັນ ຊຶ່ງ​ມີ​ສາ​ເຫດ​ສຳ​ຄັນ​ມາ​ຈາກ​ການ​ມີ​ພາ​ລະ​ໜີ້​ສິນ​ສູງ​ທີ່​ສົມ​ທົບ​ດ້ວຍ​ການ​ຂາດ​ທຶນ​ຈາກ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ຕໍ່​ເນື່ອງ ເພາະ​ການ​ບໍ​ລິ​ຫານ​ງານ​ມີ​ປະ​ສິດ​ທິ​ພາບ​ຕໍ່າ ແລະ ເຮັດ​ໃຫ້ EDL ມີ​ພາ​ລະ​ໜີ້​ສິນ​ເກີນກວ່າ 2,000 ລ້ານ​ໂດ​ລາ​ຈຶ່ງ​ຈະ​ຕ້ອງ​ມີ​ກາ​ນ​ປັບ​ຂຶ້ນ​ອັດ​ຕາ​ຄ່າ​ຊົມ​ໃຊ້​ໄຟ​ຟ້າ​ໃນ​ໄວໆ​ນີ້ ໂດຍ​ໃນ​ປັດ​ຈຸ​ບັນ​ຍັງ​ລໍ​ຖ້າ​ພຽງ​ການ​ຕົກ​ລົງ​ອະ​ນຸ​ມັດ​ຈາກ​ຄະ​ນະ​ລັດ​ຖະ​ບານ ລາວ ເທົ່າ​ນັ້ນ.

ທັງ​ນີ້​ການ​ກຳ​ນົດ​ອັດ​ຕາ​ຄ່າ​ໄຟ​ຟ້າ​ໃນ​ລາວ​ຈະ​ພິ​ຈາ​ລະ​ນາ​ຈາກ​ຕົ້ນ​ທຶນ​ການ​ຜະ​ລິດ​ທີ່​ເປັນ​ຈິງ​ເພາະ​ວ່າ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ສ່ວນ​ໃຫຍ່​ໃນ​ລາວ ເປັນ​ການ​ລົງ​ທຶນ​ຂອງ​ບໍ​ລິ​ສັດ​ຕ່າງ​ຊາດ ທີ່​ມຸ່ງ​ຜົນ​ປະ​ໂຫຍດ​ຈາກ​ການ​ລົງ​ທຶນ​ເປັນ​ດ້ານຫຼັກ​ຊຶ່ງ​ລັດ​ຖະ​ບານ ລາວ ບໍ່ສາ​ມາດ​ທີ່​ຈະ​ໃຊ້​ອຳ​ນາດ​ເຂົ້າ​ແຊກ​ແຊງ​ທາງ​ທຸ​ລະ​ກິດ​ເພື່ອ​ກຳ​ນົດ​ລາ​ຄາ​ໄຟ​ຟ້າ​ທີ່​ຜ​ະ​ລິດ​ໂດຍ​ບັນ​ດາ​ເຂື່ອນ​ທີ່​ບໍ​ລິ​ສັດ​ຕ່າງ​ຊາດ​ເປັນ​ຜູ້​ລົງ​ທຶນ​ໄດ້​ເລີຍ​ນັ້ນ​ເອງ.

ສ່ວນ​ທ່ານ ຈັນ​ທະ​ບູນ ສຸກອາລຸນ ຜູ້​ອຳ​ນວຍ​ການ​ໃຫຍ່ EDL ຖະ​ແຫຼງວ່າ​ການຫຼຸດ​ຜ່ອນ​ບັນ​ຫາ​ຂາດ​ສະ​ພາບ​ບົກ​ຜ່ອງ​ດ້ານ​ການ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ EDL ໃນ​ໄລ​ຍະ​ຕໍ່​ໄປ​ນີ້​ຈະ​ເນັ້ນ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ຜູ້​ລົງ​ທຶນ​ກໍ່​ສ້າງ​ເຂື່ອນ​ໃນ​ລາວ ເພື່ອ​ຂໍ​ໃຫ້​ຍອມ​ຮັບ​ການ​ຊຳ​ລະ​ລາ​ຄາ​ພະ​ລັງ​ງານ​ໄຟ​ຟ້າ​ດ້ວຍ​ເງິນ​ກີບ​ໃນ​ສັດ​ສ່ວນບໍ່​ໜ້ອຍກວ່າ 30 ເປີ​ເຊັນ​ຂອງ​ມູນ​ຄ່າ​ພະ​ລັງ​ງານ​ໄຟ​ຟ້າ​ທັງ​ໝົດ​ທີ່ EDL ຊື້​ຈາກ​ທຸກ​ໂຄງ​ການ​ເຂື່ອນ​ໃນ ລາວ ຊຶ່ງ​ລວມ​ເຖິງ​ໂຄງ​ການ​ທີ່​ກຳ​ລັງ​ກໍ່​ສ້າງ ແລະ ໂຄງ​ການ​ທີ່​ຈະ​ລົງ​ທຶນ​ໃນ​ໄລ​ຍະ​ຕໍ່​ໄປ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ່​ຕາມ EDL ໄດ້​ຈັດ​ຕັ້ງ​ບໍ​ລິ​ສັດ​ຜະ​ລິດ​ໄຟ​ຟ້າ​ລາວ (ມະ​ຫາ​ຊົນ) ຈຳ​ກັດ (EDL-GEN) ຂຶ້ນ​ເພື່ອ​ລະ​ດົມ​ເງິນ​ທຶນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເມື່​ອ​ທ້າຍ​ປີ 2010 ອັນ​ເປັນ​ແນວ​ທາງ​ນຶ່ງ​ຂອງ​ການ​ແກ້​ບັນ​ຫາ​ດ້ານ​ໜີ້​ສິນ​ດັ່ງ​ກ່າວ​ລວມ​ເຖິງ​ການ​ປັບ​ປຸງ​ການ​ບໍ​ລິ​ຫານ​ງານ​ໃຫ້​ຄ່ອງ​ຕົວຫຼາຍ​ຂຶ້ນ​ຊຶ່ງ​ຜ່ານ​ມາ EDL-GEN ໄດ້​ລະ​ດົມ​ທຶນ​ຈາກ​ຕະຫຼາດຫຼັກ​ຊັບ​ແຫ່ງ​ປະ​ເທດ​ໄທ​ເຖິງ 34,050 ລ້ານ​ບາດ ໃນ​ນີ້​ໄດ້​ຄົບ​ກຳ​ນົດ ແລະ ຊຳ​ລະ​ຄືນ​ແລ້ວ 5,030 ລ້ານ​ບາດ​ໃນ​ປີ 2021 ທີ່​ຜ່ານ​ມາ.

ສຳ​ລັບ​ແຫຼ່ງ​ຜ​ະ​ລິດ​ໄຟ​ຟ້າ 90 ແຫ່ງ​ໃນ ລາວ ກໍ​ມີ​ພຽງ​ແຕ່ 10 ແຫ່ງ​ທີ່​ເປັນ​ຂອງ EDL-GEN ສ່ວນນອກ​ນັ້ນ​ເປັນ​ການ​ລົງ​ທຶນ​ຂອງ​ຕ່າງ​ຊາດ ແລະ ກຳ​ລັງ​ກໍ່​ສ້າງ 12 ໂຄງ​ການ​ຈະ​ແລ້ວ​ສຳ​ເລັດ​ໃນ​ປີ 2022 ອັນ​ຈະ​ເຮັດ​ໃຫ້​ລາວ​ມີ​ແຫຼ່ງ​ຜ​ະ​ລິດ​ໄຟ​ຟ້າກວ່າ 100 ແຫ່ງ, ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 13,000 ເມ​ກະ​ວັດ, ຜະ​ລິດ​ໄຟ​ຟ້າ​ໄດ້​ເຖິງ 67,000 ລ້ານ​ກິ​ໂລ​ວັດ/ໂມງ​ຕໍ່​ປີ ໃນ​ນີ້ 85 ເປີ​ເຊັນ​ຈະ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ​ເປັນຫຼັກ.

XS
SM
MD
LG