ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Hagel ຈະເດີນທາງໄປ ຢ້ຽມຢາມ ເອເຊຍ ຕາເວັນອອກ (ວີດີໂອ)


Hagel Prepares for Week Focused on Asia
please wait

No media source currently available

0:00 0:02:48 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Chuck Hagel ​
ເລີ້ມ​ຕົ້ນ ສັບປະດາ​ແຫ່ງ​ການ​ປະຊຸມ​ໜັກ ​ໃນ​ວັນ​ອັງ​ຄານ​ມື້​ນີ້
ທີ່​ຈະ​ເນ້ນ​ຢ້ຳ​ເຖິງ​ການ​ຫັນ ປ່ຽນ​ທາງ​ຍຸ​ທະ​ສາດ​ຂອງ​ສະຫະລັດ ​
ໄປ​ຍັງ​ຂົງ​ເຂດ​ເອ​ເຊຍ. ​ໃນ​ມື້​ນີ້ ຄື​ອີກ​ປະມານ 6 ຊົ່ວ​ໂມງ​ຂ້າງ​
ໜ້າ​ນີ້ ທ່ານຈະ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ຮ່ວມ ກັບບັນດາລັດ
ຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ຈາກສະມາຄົມ​ກຸ່ມ​ປະ​ເທດເອ​ເຊຍ​
ຕາ​ເວັນ​ອອກສຽງ​ໃຕ້ ຫລື ອາ​ຊ່ຽນ ຢູ່​ທີ່​ລັດ​ຮາ​ວາຍ ກ່ອນ​ຈະ​
ອອກ​ເດີນທາງ​ໄປ​ຍັງ​ຍີ່ປຸ່ນ ​ແລະຈີນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Colin
Lovett ມີ​ລາຍ​ງານ ຊຶ່ງ​ດາຣາຈະ​ນຳ​ມາ ສະ​ເໜີ​ທ່ານ.

ສະຫະລັດ​ໄດ້​ເອີ້ນ​ການ​ກະທຳ​ບາງ​ຢ່າງ​ຂອງ​ຈີນ ຢູ່​ໃນ​ເຂດ​ນ່ານນ້ຳ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ກັບ​ຫລາຍໆ​ປະ​ເທດ​ເພື່ອນ​ບ້ານ​ ຢູ່​ນອກ​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ​ ແລະທິດ​ໃຕ້​ຂອງ​ຕົນ​ນັ້ນ​ວ່າ ​ເປັນ​ການ​ເກາະ​ຜິດ ​ເຊັ່ນ​ການ​ເຝິກ​ແອບ​ທາງ​ທະຫານ​ຂອງ​ຈີນ ຢູ່​ໃນເຂດທະ​ເລ​ຈີນ​ຕາ​ເວັນ​ອອກ ບ່ອນ​ທີ່​ ປີ​ກາຍ​ນີ້ ຈີນ​ໄດ້​ປະກາດ​ໃຫ້​ເ​ປັນ​ເຂດ​ປ້ອງ​ກັນ​ທາງ​ອາກາດຂອງ​ຕົນ ຫລື Air Defense Identification Zone ​ເອີ້ນ​ຫຍໍ້​ວ່າ ADIZ ກໍ​ຄື​ເຂດທີ່​ເຮືອບິນ​ທຸກ​ລຳ​ທີ່​ຈະ​ບິນ​ຜ່ານ​ໄປນັ້ນ ຕ້ອງໄດ້ແຈ້ງ​ໃຫ້​ຮູ້​ວ່າ​ເປັນ​ເຮືອ​ບິນ​ຊະນິດ​ໃດ​ແລະ​ຂອງ​ຊາດ​ໃດ ຊຶ່ງການ​ປະກາດ​ດັ່ງກ່າວ​ ໄດ້​ກາຍມາ​ເປັນ​ຫົວ​ຂໍ້​ຜີ​ດຖຽງ​ກັນ​.

​ໃນ​ເດືອນ​ທັນວາ​ຜ່ານ​ມາ ສະຫະລັດ​ກ່າວ​ວ່າ ​ເຮືອ​ລົບ​ລຳ​ນຶ່ງ​ຂອງ​ຕົນ ຕ້ອງ​ໄດ້​ຫັນ​ເຫ​ອອກ
ຈາກ​ເສ້ນ​ທາງທີ່​ກຳລັງ​ແລ່ນ​ໄປ ​ເພື່ອ​ຫລີກ​ລ່ຽງ ການ​ຕຳ​ກັນກັບ ກຳ​ປັ່ນລຳ​ນຶ່ງ​ຂອງ​ກອງ
ທັບ​ເຮືອ​ຈີນ ທີ່​ແລ່ນ​ເຂົ້າ​ມາ​ຫາກົງໆ. ​ເຫດການ​ເຫລົ່າ​ນີ້​ແລະ​ເຫດການ​ອື່ນໆ​ອີກໄດ້​ເກີດ​ຂຶ້ນ ​ແມ່ນ​ແຕ່​ໃນ​ຂະນະ​ທີ່​ ສະຫະລັດ​ພະຍາຍາມ​ທີ່​ຈະເພັ່ງ​ເລັງ​ນະ​ໂຍບາຍ​ຕ່າງປະ​ເທດ
ກັບ​ການ​ຄ້າ ​ໄປ​ຍັງ​ເຂດ​ເອ​ເຊຍ.

​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ວໍ​ຊິງ​ຕັນ​ປີ​ກາຍ​ນີ້ ລັດ​ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຈີນ ທ່ານ​
Chang Wanquan ​ໄດ້​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ ​ເຫດຜົນຂອງ​ອັນທີ່​ເອີ້ນ​ວ່າ “ການ​ຫັນກັບ​
ໄປ​ຍັງ​ເອ​ເຊຍ” ຂອງ​ສະຫະລັດ​ນັ້ນ.

ທ່ານ​ Chang ​ເວົ້າ​ວ່າ: “ຂ້າພະ​ເຈົ້າ​ຫວັງ​ວ່າ ການ​ສ້າງ​ຄວາມ​ສົມ​ດູ​ນ ຄືນ​ໃໝ່ ​
ໂດຍ​ຫັນໄປ​ຍັງ​ເຂດເອ​ເຊຍ​ທີ່​ວ່ານີ້ ບໍ່​ໄດ້​ແນ​ໃສ່​ຈີນ ຫລື​ແນ​ໃສ່​ເພື່ອ ເຮັດ​ໃຫ້​
ຈີນອ່ອນ​ແອ​ລົງ.”


ທ່ານ​ Chang ຈະ​ພົບ​ປະກັບທ່ານ Hagel ​ເວລາ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ
ຢຸດ​ແວ່​ທີ່​ປະ​ເທດ​ຈີນ ​ໃນ​ລະຫວ່າງການ​ເດີນທາງ ຢ້ຽມຢາມ​ຂົງ​ເຂດ​ປາຊີ​ຟິກ ​ເປັນເວລາ
​ນຶ່ງ​ອາທິດ​ນັ້ນ.

​ໂຄສົກ​ທຳນຽບຫ້າ​ແຈ ພົນ​ເຮືອ​ຕີ John Kirby ບອກ​ພວກ​ນັກ​ຂ່າວ ​ເມື່ອ​ວັນ​ພະຫັດ​
ຜ່ານ​ມາ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ Hagel ​ແມ່ນ​ເປັນ​ຮ່ອງ​ຮອຍ​ບອກ​ເຖິງ ການ​ຮື້​ຟື້ນ​
ຄວາມ​ໝັ້ນ​ໝາຍ​ຂອງ​ວໍ​ຊິງ​ຕັນ ຕໍ່​ຂົງ​ເຂດ​ນັ້ນ​ຄືນ​ໃໝ່.

ພົນ​ເຮືອ​ຕີ Kirby ​ເວົ້າ​ວ່າ: “ມັນ​ເປັນ​ຫລັກ​ຖານ​ເພີ້​ມຕື່ມ​ຂອງ​ຄວາມ​ໝາຍ​ໝັ້ນ​
ລສ່ວນ​ໂຕ ຂອງ​ທ່ານ​ລັດຖະມົນຕີ ຕໍ່​ການ​ສ້າງ​ຄວາມ​ສົມ​ດູ​ນຄືນ​ໃໝ່​ຂອງ​
ທ່ານ​ປະທາ​ນາ​ທິບໍດີ ໂດຍ​ຫັນໄປ​ຍັງ​ຂົງ​ເຂດ​ເອ​ເຊຍ​
ປາຊີ​ຟິກ.”

​ຢູ່​ໃນ​ກອງປະຊຸມເມື່ອ​ເດືອນ​ສິງຫາ​ປີ​ກາຍ​ນີ້ ບັນດາ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​
ອາ​ຊ່ຽນ ​ໄດ້ສົນທະນາ​ກັນ ເລື້ອງ​ການ​ຂັດ​ແຍ້​ງຜິດ​ຖຽງ​ກັນກ່ຽວ​ກັບ​ເຂດ​ນ້ຳ​ແດນ​ດິນທາງ
ທະເລ​ຢູ່​ໃນ​ຂົງເຂດ​ດັ່ງກ່າວ. ການ​ຫາລື​ກັນ​ຢູ່​ທີ່​ລັດ​ຮາ​ວາຍໃນ​ອາທິດ​ນີ້ ກໍ​ຈະສຸມ​ໃສ່​ບັນ
ຫາ​ດຽວກັນນັ້ນ ​ໂດຍ​ສະເພາະ​ການ​ເອົາ​ທ່າ​ທີ​ແຮງ​ກ້າ​ຂຶ້ນ​ຂອງ​ຈີນ ​ເພື່ອ​ຢືນຢັນ​ການກ່າວ​
ອ້າງ​ເອົາ​ກຳມະສິດ​ຂອງ​ຕົນ​ ​ເໜືອ​ຫລາຍໆ​ເກາະ​ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຫ້ ທີ່ຫວຽດນາມ
ມາເລເຊຍ ບຣູໄນ ກັບຟີລິບປີນ ຕ່າງ​ກໍ​ອ້າງ​ເອົາ​ກຳມະສິດ ​ເຊັ່ນ​ກັນ​ນັ້ນ.

ຫລັງ​ຈາກປະຊຸມ​ກັບບັນດາ​ຄູ່​ຕຳ​ແໜ່​ງຈາກ​ອາ​ຊ່ຽນ​ແລ້ວ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​
ສະຫະລັດ ກໍຈະ​ເດີນທາງ​ຈາກ​ລັດ​ຮາ​ວາຍ ​ໄປ​ຍັງ​ຍີ່ປຸ່ນ ຊຶ່ງ​ກໍ​ມີ​ການ​ຂັດ​ແຍ້​ງຜິດ​ຖຽງກັນ
ເລື້ອງ​ດິນ​ແດນ​ທາງ​ທະ​ເລກັບ​ຈີນ​ ຄື​ກັນ. ​ແຕ່​ວ່າ​ບັນຫາ​ໝູ່​ເກາະ Senkaku ທີ່​ຈີນ​ເອີ້ນວ່າ
"Diaoyu" ນັ້ນ ຈະ​ບໍ່​ແມ່ນ​ເລື້ອງ​ດຽວ ​ທີ່​ຄອບ​ງຳ​ການ​ສົນທະນາ​ຫາລື​ກັນ.

​ເລື້ອງ​ໂຄງການ​ອາວຸດ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ ກໍ​ຈະ​ຮວມຢູ່​ໃນ​ຫົວ​ຂໍ້​ປະຊຸມ​ ຢູ່​ໂຕກຽວ​
ເຊັ່ນ​ກັນ ​ແລະ​ຢູ່​ປັກ​ກິ່ງ​ນຳ ຫລັງ​ຈາກ​ທີ່​ເກົາຫລີ​ເໜືອ​ໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ໄລຍະກາງ​
ຫລາຍ​ລູກ ​ເມື່ອ​ບໍ່​ເທົ່າ​ໃດ​ວັນ​ຜ່ານ​ມາ​ນີ້.

​ໃນ​ຕອນ​ໄປ​ໃຫ້ການ​ຕໍ່​ລັດຖະສະພາ​ເມື່ອ​ບໍ່​ນານ​ມາ​ນີ້ ຫົວໜ້າ​ກອງ​ບັນຊາ​ການ​ເຂດ​ປາຊີ
​ຟິກຂອງ​ສະຫະລັດ ພົນ​ເຮືອ​ເອກ Samuel Locklear ກ່າວ​ວ່າ ຈີນ​ຍັງ​ສືບ​ຕໍ່​ໃຫ້ການ​
ສະ​ໜັບສະ​ໜຸນ​ທາງ​ທະຫານ​ແກ່​ເກົາຫລີ​ເໜືອ​ຢູ່ຕໍ່​ມາ ຊຶ່ງ​ທ່ານ​ເວົ້າ​ວ່າ ການ​ກະທຳແບບ
​ນີ້​ບໍ່​ເປັນ​ປະ​ໂຫຍ​ດ ຕໍ່​ສັນຕິພາບ​ແລະສະ​ເຖຍລະ​ພາບ​ຂອງ​ຂົງ​ເຂດ ​ແຕ່​ປະກາ​ນ​ໃດເລີຍ.

ພົນ​ເຮືອ​ເອກ Locklear ​ເວົ້າ​ວ່າ: “​ເກົາຫລີ​ເໜືອ​ເປັນ​ພັນທະ​ມິດ​ຂອງ​ຈີນ ​ແລະ​
ໃນ​ແງ່​ຂອງ​ທະຫານ​ແລ້ວ ກໍ​ແມ່ນ​ວ່າ​ເຂົາ​ເຈົ້າ​ເປັນ​ພັນທະ​ມິດ​ກັນ​ຢ່າງ​ໃກ້ຊິດ ​
ແລະ​ກໍ​ໄດ້​ເປັນ​ມາ ​ໄດ້ຫລາຍ​ປີ​ແລ້ວ. ຄວາມ​ຮູ້ສຶກ​ຂອງ​ຂ້າພະ​ເຈົ້າ​ກໍ​ແມ່ນ​ວ່າ ​
ທັງ​ສອງ​ປະ​ເທດ​ມີ ກໍ​ຄື​ໄດ້​ມີ​ສາຍ​ພົວພັນ​ອັນ​ໃກ້ຊິດ ​ໃນ​ເລື້ອງ​ຄວາມ​ສາມາດ​
ດ້ານ​ທະຫານ​ແລະ​ອຸບປະກອນ​ການ​ທະຫານ ມາ​ໄດ້​ໄລຍະ​ນຶ່ງ​ແລ້ວ ​ແລະ​ກໍ​
ຈະ​ມີ​ສືບ​ຕໍ່​ໄປ.”


​ເຖິງ​ແມ່ນລັດຖະມົນຕີ Hagel ​ເຄີຍ​ໄດ້​ເດີນທາງ​ໄປ​ເອ​ເຊຍ​ມາ​ກ່ອນ​ແລ້ວ​ກໍ​ຕາມ ​ແຕ່​ເທື່ອ​ນີ້​ແມ່ນ​ເປັນ​ເທື່ອ​ທຳ​ອິດ ທີ່​ທ່ານ​ຈະ​ໄປ​ຢ້ຽມຢາມ​ປະ​ເທດ​ຈີນ ຊຶ່ງ​ການ​ຢ້ຽມຢາມ​ນີ້ ​ກໍ​ແມ່ນ​ຕິດຕາມ​ມາ​ ລຸນ​ຫລັງ​ການ​ພົບ​ປະກັນ ລະຫວ່າງ​ປະທານາທິບໍດີ​ໂອ​ບາ​ມາ ກັບ​ທ່ານ Xi Jinping ປະທານ​ປະ​ເທດ​ຈີນ ຢູ່​ກອງ​ປະຊຸມ​ສຸດ​ຍອດ​ເລື້ອງ​ນິວ​ເຄລຍ ທີ່​ນະຄອນ Hague ​ເມື່ອ​ວັນ​ຈັນ​ອາທິດ​ແລ້ວ​ນີ້.

ຢ່າງ​ໃດ​ກໍ​ຕາມ ທັງໆທີ່​ຍັງ​ມີ​ຄວາມ​ເຄ່ງ​ຕຶງ​ຢູ່​ໃນ​ເຂດ​ທະ​ເລ ບັນດາ​ເຈົ້າ​ໜ້າ​ທີ່​ຝ່າຍ​ປ້ອງກັນ​
ຈາກ​ທັງ​ສອງ​ປະ​ເທດ ​ກໍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ພະຍາຍາມ​ຈະ​ໃຫ້​ມີການ​ຕິດ​ຕໍ່​ສື່ສານ​ກັນ
ຫລາຍ​ຂຶ້ນລະຫວ່າງ​ທະຫານ​ກັບ​ທະຫານ ​ເພື່ອ​ກຳຈັດ​ຄວາມ​ເຂົ້າ​ໃຈ​ຜິດແລະຫລຸດຜ່ອນ
​ຄວາມ​ສ່ຽງ​ຕໍ່​ການ​ລົງຄວາ​ມ​ເຫັນ​ທີ່​ຜິດໆ ທີ່​ອາດ​ນຳ​ໄປ​ສູ່​ການ​ເຄື່ອນ​ໄຫວ​ທີ່​ຜິດພາດໄດ້ນັ້ນ.
XS
SM
MD
LG