ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ Loya Jirga ຊຸກຍູ້ໃຫ້ ປະທານາທິບໍດີ ອັຟການີສຖານ ເຊັນສັນຍາ ກັບ ສຫລ (ວີດີໂອ)


ທ່ານ Chuck Hagel ລມຕ ປ້ອງກັນປະເທດ ສະຫະລັດ
ທ່ານ Chuck Hagel ລມຕ ປ້ອງກັນປະເທດ ສະຫະລັດ
ທ່ານ Chuck Hagel ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ກ່າວ​ວ່າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອັຟກາ​ນີສຖານ​ໄດ້​ຮັບຮອງ​ກັບ​ທ່ານວ່າ ສົນທິສັນຍາ​ຄວາມ​ໝັ້ນຄົງ​ກັບ​ສະຫະລັດ​ ທີ່ປະທານາທິບໍດີ​ອັຟການີສຖານ ທ່ານ ຮາ​ມິດ ກາ​ຊາຍ ຍັງ​ບໍ່​ໄດ້​ເຊັນ​ລົງ​ນາມ​ເທື່ອນັ້ນ ຈະຖືກເຊັນ​ໃນ​ເວລາ​ອັນ​ຄວນ.

ທ່ານ Hagel ​ໄດ້​ພົບ​ປະ​ກັບ​ທ່ານ Bismillah Khan Mohammad ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອັຟກາ​ນີສຖານ ຢູ່​ເມືອງຫຼວງກາ​ບູນ ​ເມື່ອ​ວັນ ​ເສົາ​ວານ​ນີ້. ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ເວົ້າ​ວ່າ ທ່ານ​ບໍ່​ມີ​ແຜນ​ທີ່​ຈະ​ພົບ​ປະ ​ກັບ​ປະທານາທິບໍດີກາ​ຊາຍ.
ທ່ານ Hagel ​ກ່າວວ່າ ສະພາ​ສູງ​ສຸດ​ຂອງ​ອັຟກາ​ນີສຖານ ຫຼືສະພາ Loya Jirga ​ໄດ້​ຮຽກຮ້ອງ​ໃຫ້​ທ່ານກາ​ຊາຍ ເຊັນຮັບຮອງ​ເອົາ​ສົນທິສັນຍາ ດັ່ງກ່າວ ທ່ານ Hagel ​ເວົ້າ​ຕື່ມ​ວ່າ:

“ສະພາ Loya Jirga ​ໄດ້​ອອກ​ມາສະ​ແດງ​ຄວາມ​ເຫັນ​ດີ​ ນໍາຢ່າງ​ຖ້ວມ​ລົ້ນ ​ແລະຢ່າງ​ແຈ້ງ​ຂາວ ​ໂດຍ​ແນະ​ນໍາ​ ໃຫ້ປະທານາ​ທິບໍດີ ລົງ​ນາມໃນສັນຍາ ຄວາມ​ໝັ້ນຄົງສອງ​ຝ່າຍ​ດັ່ງກ່າວ​ກັບ​ສະຫະລັດ​. ຄະນະ​ສະມາຊິກ​ສະພາ​ຍັງ​ໄດ້​ເນັ້ນ​ຢໍ້າ ຢູ່​ໃນ​ຄໍາ​ແນະ​ນໍາ​ຕໍ່​ປະທານາທິບໍ​ດີນັ້ນວ່າ ສັນຍາ​ຄວນຈະ​ຖືກ​ ລົງ​ນາມ​ໃນ ​ເວລາ​ອັນ​ເໝາະ​ສົມ​ທີ່​ສຸດ.”

ທ່ານ ກາ​ຊາຍ ​ໄດ້​ປະຕິ​ເສດ​ບໍ່​ຍອມ​ເຊັນ​ສັນຍາ​ຄວາມ​ໝັ້ນຄົງ​ດັ່ງກ່າວ ທີ່​ອະນຸຍາດໃຫ້​ກໍາລັງ​ທະຫານ​ສະຫະລັດບາງ​ໜ່ວຍ​ ​ຍັງ​ຢູ່​ໃນ​ອັຟກາ​ນີສຖານ ຕໍ່​ໄປ ຫຼັງຈາກ​ປີ 2014 ​ເພື່ອ​ຊ່ວຍເຝິກອົບ​ລົມ​ທະຫານ​ອັຟກາ​ນີສຖານ ​ໃນ​ການ​ຕໍ່ສູ້​ກັບ​ກຸ່ມ​ຕາ​ລິ​ບານ​ນັ້ນ.

ທ່ານ​ກາ​ຊາຍເວົ້າ​ໄວ້​ວ່າ ທ່ານ​ຕ້ອງການ​ໃຫ້​ຜູ້​ມາ​ສືບ​ຕໍາ​ແໜ່​ງ​ແທນ​ທ່ານ ​ເປັນ​ຜູ້​ຕັດສິນ​ໃຈໃນ​ຂໍ້​ຕົກລົງ​ຄວາມ​ໝັ້ນຄົງ ຫຼັງຈາກ​ການ​ເລືອກ​ຕັ້ງ​ປະທາ ນາທິບໍດີ​ຂອງ​ປະ​ເທດ​ໃນ​ເດືອນ​ເມສາ ປີໜ້າ.

ສະຫະລັດ​ເວົ້າ​ວ່າ ທ່ານກາ​ຊາຍ ຈະ​ຕ້ອງ​ເຊັນ​ສັນຍາ​ ​ພາຍໃນ​ທ້າຍ​ປີ​ນີ້ ຖ້າ​ບໍ່​ດັ່ງນັ້ນ ສະຫະລັດ​ກໍ​ບໍ່​ມີ​ທາງ​ເລືອກ ນອກຈາກ​ຈະ​ຖອນ​ທະຫານ​ທັງ ໝົດອອກ​ຈາກ​ອັຟກາ​ນີສຖານ ຫຼັງຈາກ​ປີ 2014.

Hagel Visits Afghanistan as Karzai Hesitates on Security Accord
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ


Hagel Given Assurances on Afghan Security Deal

U.S. Defense Secretary Chuck Hagel says Afghanistan's defense minister has assured him a security pact with the United States that Afghan President Hamid Karzai has not yet signed will be signed in a "timely manner."

Hagel met with Defense Minister Bismillah Khan Mohammad in Kabul Saturday. The U.S. defense secretary said he had no plans to meet with President Karzai.

Hagel said Afghanistan's grand assembly, or Loya Jirga, has urged Karzai to sign the pact.

"The Loya Jirga came forward in a rather overwhelming and clearly pronounced way, recommending that the bilateral security agreement with the United States be signed by the president. They also emphasized in that recommendation to the president that it be signed very timely," said Hagel.

Karzai has refused to sign the security pact, which calls for some U.S. troops to stay in Afghanistan after 2014 to help train Afghan forces in their fight against the Taliban.

Karzai has said he wants his successor to decide on the security agreement after his country's presidential election in April.

The U.S. has said Karzai must sign the pact by the end of this year, or the U.S. will have no choice but to withdraw all troops after 2014.
XS
SM
MD
LG