ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ António Guterres ສາບານໂຕ ເຂົ້າຮັບຕຳແໜ່ງ ຫົວໜ້າອົງການ UN ຄົນໃໝ່


ເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ ໄດ້ກຳນົດ ໃຫ້ ທ່ານ Antonio Guterres, ຊ້າຍ, ສາບານໂຕ ຕໍ່ໜ້າ ທ່ານ Peter Thomson, ປະທານກອງປະຊຸມຫຼວງ ອົງການສະຫະ
ປະຊາຊາດ, ຢູ່ທີ່ສຳນັກງາຍໃຫຍ່ ຂອງ U.N., ວັນທີ 12 ທັນວາ 2016.
ເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ ໄດ້ກຳນົດ ໃຫ້ ທ່ານ Antonio Guterres, ຊ້າຍ, ສາບານໂຕ ຕໍ່ໜ້າ ທ່ານ Peter Thomson, ປະທານກອງປະຊຸມຫຼວງ ອົງການສະຫະ ປະຊາຊາດ, ຢູ່ທີ່ສຳນັກງາຍໃຫຍ່ ຂອງ U.N., ວັນທີ 12 ທັນວາ 2016.

ທ່ານ Antonio Guterres ຈາກ Portugal ໄດ້ສາບານໂຕເຂົ້າຮັບຕຳແໜ່ງ ເປັນ
ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຄົນທີ 9 ໃນວັນຈັນວານນີ້.

ທ່ານ Guterres ໄດ້ກ່າວຕໍ່ບັນດາສະມາຊິກປະເທດຕ່າງໆ ວ່າ “ອົງການສະຫະ
ປະຊາຊາດ ຕ້ອງເປັນອົງການທີ່ ຫລັກແຫລມ ມີຄວາມປາດເປື້ອງ ແລະ ມີປະສິດ
ທິຜົນ. ທ່ານກ່າວຕື່ມວ່າ “ມັນຈະຕ້ອງສຸມໃສ່ການຊ່ວຍເຫຼືອໃຫ້ຫຼາຍຂຶ້ນ ແລະ ໃຫ້ ຫລຸດຜ່ອນການດຳເນີນວຽກງານ ສຸມໃສ່ພວກຄົນໃຫ້ຫຼາຍຂຶ້ນ ແລະ ຫລຸດຜ່ອນ ລະບົບທາງການ.”

ທ່ານ Guterres ອາຍຸ 67 ປີ ເຄີຍເປັນ ນາຍົກລັດຖະມົນຕີ ຈາກປີ 1995 ຫາ 2002
ແລະ ເຄີຍເປັນຜູ້ນຳພາອົງການອົບພະຍົບ ສະຫະປະຊາຊາດ ຈາກປີ 2005 ຫາ
2015 ເອົາຊະນະ ຜູ້ສະໝັກຄົນອື່ນໆ ຫຼາຍກວ່າ 12 ຄົນ ໃນລະຫວ່າງ ຂະບວນການ
ແບບເປີດເຜີຍ ໄລຍະ 10 ເດືອນ ເພື່ອໃຫ້ເປັນຜູ້ນຳພາ ອົງການດັ່ງກ່າວ.

ໃນຂະນະທີ່ໂລກກຳລັງປະເຊີນໜ້າກັບ ບັນຫາອົບພະຍົບ ແລະ ວິກິດການໆຍົກຍ້າຍ ຖິ່ນຖານ ອັນຍິ່ງໃຫຍ່ ຕັ້ງແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ ບັນຫາຂັດແຍ່ງໂດຍກຸ່ມ ປະກອບອາວຸດ ຢູ່ຕາເວັນອອກກາງ ແລະ ອາຟຣິກາ ໄພຂົ່ມຂູ່ຈາກກຸ່ມກໍ່ການຮ້າຍ
ແລະ ຜົນກະທົບຈາກການປ່ຽນແປງ ຂອງດິນຟ້າອາກາດ ຢູ່ນັ້ນ ທ່ານ Guterres ຈະ ໄດ້ຮັບເອົາບັນຫາທັງໝົດດັ່ງກ່າວ ໃນເວລາທ່ານເຂົ້າຮັບໜ້າທີ່ ຈາກທ່ານ Ban Ki-moon ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຜູ້ທີ່ກຳລັງຈະອອກໄປ
ໃນວັນທີ 1 ມັງກອນ ຈະມາເຖິງນີ້.

“ອົງການສະຫະປະຊາຊາດ ຕ້ອງກຽມພ້ອມທີ່ຈະປ່ຽນແປງ” ນັ້ນແມ່ນຄຳເວົ້າຂອງ
ທ່ານ Guterres. ທ່ານກ່າວຕໍ່ໄປວ່າ “ຂໍ້ບົກພ່ອງທີ່ເສຍຫາຍຂອງພວກເຮົາ ແລະ
ຢູ່ແຫ່ງນີ້ ຂ້າພະເຈົ້າໝາຍເຖິງ ປະຊາຄົມນາໆຊາດທັງໝົດ ທີ່ພວກເຮົາບໍ່ສາມາດ ປ້ອງກັນບໍ່ໃຫ້ເກີດວິກິດການຕ່າງໆໄດ້.”

ທ່ານກ່າວຕື່ມວ່າ “ອົງການສະຫະປະຊາຊາດ ເກີດຂຶ້ນມາຍ້ອນສົງຄາມ. ມື້ນີ້ ພວກ
ເຮົາຕ້ອງມາຢູ່ນະທີ່ນີ້ ກໍເພື່ອສັນຕິພາບ.”

ທ່ານ Guterres ກ່າວວ່າ ທ່ານຈະເອົາການກີດກັນບັນຫາຂັດແຍ່ງ ເປັນບຸລິມະສິດ ທີ່ສູງສຸດ ຂອງທ່ານ. “ບ່ອນໃດ ທີ່ການກີດກັນໄດ້ລົ້ມແຫລວ ພວກເຮົາຈະຕ້ອງ ເຮັດວຽກໃຫ້ຫຼາຍຂຶ້ນ ເພື່ອແກ້ໄຂບັນຫາຂັດແຍ່ງໃຫ້ໄດ້” ນັ້ນແມ່ນຄຳເວົ້າຂອງ
ທ່ານ ແລະ ທ່ານເວົ້າຕື່ມວ່າ ທ່ານຈະໃຊ້ ການບໍລິຫານທີ່ດີຂອງທ່ານ ໂດຍພົວພັນ ເປັນສ່ວນຕົວ ໃນການແກ້ໄຂບັນຫາຂັດແຍ່ງ ບ່ອນທີ່ຈະນຳມາຊຶ່ງ “ຄຸນນະທຳ
ຕື່ມອີກ.”
ນອກນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ ມີການໄກ່ເກ່ຍກັນ ການຕັດສິນໃນດ້ານ ຕຸລາການ ແລະ ໃນດ້ານການທູດທີ່ສ້າງສັນ ເພື່ອຮັບມືກັບ ວິກິດການຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG