ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກມືປືນ ຈຳນວນນຶ່ງ ໄດ້ລັກພາໂຕ ວິສະວະກອນ ຊາວອິນເດຍ ໃນອັຟການິສຖານໄປ


ແຜນທີ່ແຂວງ ແບກແລນ ໃນອັຟການິສຖານ
ແຜນທີ່ແຂວງ ແບກແລນ ໃນອັຟການິສຖານ

ພວກມືປືນບໍ່ຊາບວ່າຝ່າຍໃດ ໄດ້ລັກພາໂຕ ວິສະວະກອນ 7 ຄົນໄປ ຢູ່ໃນແຂວງ
ແບກແລນ ທາງພາກເໜືອ ຂອງອັຟການິສຖານ ສ່ວນໃຫຍ່ແລ້ວຈະເປັນຊາວອິນເດຍ.

ພວກທີ່ຖືກລັກພາໂຕໄປ ໄດ້ເຮັດວຽກຢູ່ທີ່ ສະຖານີຍ່ອຍ ແຈກກະແສໄຟຟ້າ ຢູ່ໃນທະເລ
ຊາຍ ຄາຈາ ອາລວານ ແລະ ພວກເຂົາ ກຳລັງເດີນທາງໄປເຮັດວຽກ ໃນຕອນເຊົ້າວັນ
ອາທິດມື້ນີ້ ໃນເວລາ “ພວກມືປືນ” ໄດ້ຊຸ້ມດັກຈູ່ໂຈມພວກເຂົາເຈົ້າ ແລະ ໄດ້ນຳເອົາ
ພວກເຂົາໄປ ອີງຕາມ ໂຄສົກຕຳຫຼວດແຂວງ ທີ່ໄດ້ບອກວີໂອເອ.

ທ່ານ ຊາບີອູລາ ຊູຈາ ກ່າວວ່າ ວິສະວະກອນ ຊາວອັຟການິສຖານ ສອງຄົນ ແມ່ນລວມ
ຢູ່ໃນພວກທີ່ຖືກຈັບໄປ ເປັນໂຕປະກັນ. ເຖິງຢ່າງໃດກໍຕາມ ສື່ມວນຊົນ ລາຍງານໂດຍ
ອ້າງອີງເຖິງຄຳເວົ້າຂອງພວກເຈົ້າໜ້າທີ່ ທີ່ກ່າວວ່າ ພວກຊາວອິນເດຍ 6 ຄົນ ແມ່ນ
ລວມຢູ່ໃນພວກທີ່ຫາຍສາບສູນໄປ.

ພວກຜູ້ເຄາະຮ້າຍ ຕາມການກ່າວອ້າງ ແມ່ນເປັນພະນັກງານຂອງບໍລິສັດອິນເດຍ
ທີ່ດຳເນີນການ ຢູ່ສະຖານີໄຟຟ້າຍ່ອຍດັ່ງກ່າວ ຕັ້ງຢູ່ໃກ້ໆກັບເມືອງເອກ ປູລ ອີ ໂຄມຣີ
ຂອງແຂວງ.

ບໍ່ມີການອ້າງເອົາຄວາມຮັບຜິດຊອບ ໃນທັນທີເທື່ອ ສຳລັບເຫດການດັ່ງກ່າວ ໃນແຂວງ
ທີ່ວ່ານີ້ ຂອງອັຟການິຖານ ບ່ອນທີ່ກຸ່ມພວກກະບົດຕາລີບານ ຕໍ່ສູ້ເອົາການຄວບຄຸມ
ໃນຫຼາຍຕົວເມືອງ.

ພວກສາຍສົ່ງກະແສໄຟຟ້າ ແລະ ສະຖານທີ່ແຈກກະແສໄຟຟ້າ ຢູ່ໃນແຂວງແບກແລນ
ແມ່ນນຳໃຊ້ ເພື່ອສະໜອງໄຟຟ້າທີ່ນຳເຂົ້າມາຈາກປະເທດເພື່ອນບ້ານ ໃນເອເຊຍກາງ
ເຊັ່ນ ຕາຈີກິສຖານ ແລະ ອູເບັກກິສຖານ ໄປຍັງແຂວງພາກເໜືອຂອງອັຟການິສຖານ
ລວມທັງນະຄອນຫຼວງ ກາບູລນຳ.

ເມື່ອເດືອນແລ້ວນີ້ ກຸ່ມຕາລີບານ ໄດ້ທຳລາຍ ຫໍຄອຍທີ່ສຳຄັນ ໃນລະຫວ່າງການສູ້ລົບ
ກັນກັບກຳລັງຂອງອັຟການິສຖານ ໂດຍເຮັດໃຫ້ເມືອງຫຼວງຂອງປະເທດ ແລະ ພື້ນທີ່
ກວ້າງຂວາງ ຢູ່ພາກເໜືອຂອງອັຟການິສຖານ ຕົກຢູ່ໃນຄວາມມືດ ເປັນເວລາ ຫຼາຍມື້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Unknown gunmen have kidnapped seven engineers, mostly Indian nationals, in the restive northern Baghlan province of Afghanistan.

The abductees were working at an electricity substation in the Khaja Alwan desert and were traveling to work Sunday morning when "armed men" ambushed them and took them away, a provincial police spokesman told VOA.

Zabihullah Shuja said two Afghan engineers were also among the hostages.Media reports however quoted other officials as saying six Indians were among the missing people.

The victims were said to be employees of an Indian company that runs the substation located near the provincial capital of Pul-e-Khomri.

There were no immediate claims of responsibility for the incident in an Afghan province where Taliban insurgents contest several districts.

Transmission lines and installations in Baghlan are used to supply electricity imported from the neighboring Central Asian countries of Tajikistan and Uzbekistan to northern Afghan provinces, including Kabul.

Last month, the Taliban destroyed a key tower during fighting with Afghan forces, plunging the national capital and a vast area in northern Afghanistan into darkness for several days.

XS
SM
MD
LG