ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສານລັດຖະທໍາມະນູນ ຂອງ ກົວເຕມາລາ ຕັດສິນ ໃຫ້ຫົວໜ້າ ກໍາມາທິການ ຕ້ານການ ໃຫ້ສິນບົນ ກັບຄືນເຂົ້າມາ ປະເທດໄດ້


ພວກເດີນຂະບວນພາກັນປະທ້ວງ ປະທານາທິບໍດີ ຈິມມິ
ໂມຣາເລສ (Jimmy Morales) ແລະການຕັດສິນໃຈ
ຂອງທ່ານ ທີ່ປິດ ກໍາມາທິການສາກົນ ຕ້ານການຍົກເວັ້ນ
ບໍ່ໃຫ້ມີການລົງໂທດ ຫລື CICIG ໄວ້ ຢູ່ໃນນະຄອນກົວເຕ
ມາລາ ຂອງປະເທດກົວເຕມາລາ ໃນວັນທີ 1 ກັນຍາ, 2018.
ພວກເດີນຂະບວນພາກັນປະທ້ວງ ປະທານາທິບໍດີ ຈິມມິ ໂມຣາເລສ (Jimmy Morales) ແລະການຕັດສິນໃຈ ຂອງທ່ານ ທີ່ປິດ ກໍາມາທິການສາກົນ ຕ້ານການຍົກເວັ້ນ ບໍ່ໃຫ້ມີການລົງໂທດ ຫລື CICIG ໄວ້ ຢູ່ໃນນະຄອນກົວເຕ ມາລາ ຂອງປະເທດກົວເຕມາລາ ໃນວັນທີ 1 ກັນຍາ, 2018.

ສານລັດຖະທໍາມະນູນຂອງກົວເຕມາລາ ໄດ້ຕັດສິນວ່າ ປະທານາທິບໍດີຂອງປະເທດນັ້ນ
ຕ້ອງອະນຸຍາດໃຫ້ກໍາມາທິການດ້ານການຕ້ານການໃຫ້ສິນບົນ ທີ່ໄດ້ຮັບການໜູນຫລັງ
ຈາກອົງການສະຫະປະຊາຊາດ ກັບເຂົ້າມາໃນປະເທດໄດ້ອີກ.

ສານດັ່ງກ່າວ ໄດ້ທໍາການຕັດສິນ ໃນທ້າຍວັນອາທິດວານນີ້ວ່າ ປະທານາທິບໍດີ ຈິມມິ
ໂມຣາເລສ (Jimmy Morales) ຈະຕ້ອງອະນຸຍາດໃຫ້ທ່ານອີວານ ເວລັສເຄ (Ivan
Velasquez) ຫົວໜ້າກໍາມາທິການສາກົນ ຕ້ານການຍົກເວັ້ນບໍ່ໃຫ້ມີການລົງໂທດ ຢູ່
ໃນກົວເຕມາລາ ຫລື CICIG ນັ້ນ ກັບຄືນໄປປະເທດໄດ້.

ທ່ານປະທານາທິບໍດີ ໄດ້ຖືກນາໆຊາດປະນາມ ເມື່ອທ່ານປະກາດໃນເດືອນນີ້ວ່າ ທ່ານ
ກໍາລັງອັດ CICIG ລົງ ແລະຫ້າມທ່ານເວລັສເຄເຂົ້າໄປໃນປະເທດ.

ພວກຊາວໜຸ່ມພາກັນຮ້ອງຄໍາຂວັນຕ້ານຄະນະລັດຖະບານຂອງ ປ. ຈິມມິ ໂມຣາເລສ ໃນກົວເຕມາລາ ໃນວັນທີ 1 ກັນຍາ, 2018
ພວກຊາວໜຸ່ມພາກັນຮ້ອງຄໍາຂວັນຕ້ານຄະນະລັດຖະບານຂອງ ປ. ຈິມມິ ໂມຣາເລສ ໃນກົວເຕມາລາ ໃນວັນທີ 1 ກັນຍາ, 2018

ທ່ານ ເວລັສເຄ ໄດ້ດໍາເນີນການສືບສວນການສໍ້ລາດບັງຫລວງຂອງ ພວກເຈົ້າໜ້າທີ່
ລະດັບສູງ ຊຶ່ງລວມທັງການສືບສວນ ທ່ານປະທານາ ທິບໍດີ ທີ່ຍັງຄ້າງຄາຢູ່.

ທ່ານໂມຣາເລສ ເວົ້າວ່າ ທ່ານ ເວລັສເຄ "ເປັນຄົນໂຈມຕີຄໍາສັ່ງ ແລະໂຈມຕີການ
ຮັກສາຄວາມປອດໄພຂອງຊາດ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG