ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ກ່າວວ່າ ຕົນໄດ້ຮັບ ການສະໜັບສະໜູນ ຈາກທົ່ວໂລກ ເພື່ອຍັບຍັ້ງ ເກົາຫຼີເໜືອ


ກຳປັ່ນກອງທັບເຮືອ ສະຫະລັດ ຈອດຢູ່ທ່າເຮືອ ອາປຣາ ໃນຖານທັບນາວິກະໂຍທິນ ສະຫະລັດ, ເກາະ ກວາມ. 5 ມີນາ, 2016.
ກຳປັ່ນກອງທັບເຮືອ ສະຫະລັດ ຈອດຢູ່ທ່າເຮືອ ອາປຣາ ໃນຖານທັບນາວິກະໂຍທິນ ສະຫະລັດ, ເກາະ ກວາມ. 5 ມີນາ, 2016.

ສະຫະລັດ ກ່າວວ່າ ການກົດດັນຂອງຕົນຕໍ່ ເກົາຫຼີເໜືອ ເພື່ອເຮັດໃຫ້ຜູ້ນຳຂອງປະ​ເທດ
ດັ່ງກ່າວຍົກເລີກ ໂຄງການອາວຸດນິວເຄລຍນັ້ນແມ່ນໄດ້ຮັບການໜູນຫຼັງຈາກປະເທດ
ຕ່າງໆ. ການປະເຊີນໜ້າກັນດ້ວຍຄຳເວົ້າ ລະຫວ່າງ ປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ແລະຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ໃນສັບປະດານີ້ ໄດ້ກໍ່ໃຫ້ເກີດ
ຄວາມເຫັນຫ່ວງເພີ່ມຂຶ້ນ ກ່ຽວກັບ ຄວາມເປັນໄປໄດ້ໃນການປະເຊີນໜ້າກັນທາງທະ
ຫານ ທີ່ອາດຈະສ້າງຄວາມບໍ່ໝັ້ນຄົງໃນແຫຼມເກົາຫຼີ. ນັກຂ່າວວີໂອເອ Zlatica Hoke
ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບ
ຕໍ່ໄປ.

ກະຊວງການຕ່າງປະເທດ ສະຫະລັດ ໃນວັນພຸດທີ່ຜ່່ານມາ ໄດ້ກ່າວປ້ອງກັນຄຳສັນຍາ
ຂອງທ່ານທຣຳ ທີ່ວ່າ ສະຫະລັດ ຈະຕອບໂຕ້ການຂົ່ມຂູ່ຂອງ ເກົາຫຼີເໜືອ ທີ່ຈະໂຈມຕີ
ເກາະ Guam ເຊິ່ງເປັນດິນ ແດນຂອງ ສະຫະລັດ ນັ້ນ ດ້ວຍ “ໄຟ ແລະ ຄວາມດຸຮ້າຍ.”
ເກາະ Guam ແມ່ນ​ເປັນ​ທີ່​ຕັ້ງຂອງຖານທັບຍຸດທະສາດ ສະຫະລັດ ສອງແຫ່ງ.

ທ່ານນາງ Heather Nauert ໂຄສົກກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວວ່າ
“ເຮົາມາພິຈາລະນາເບິ່ງວ່າແມ່ນຫຍັງເປັນຕາຢ້ານ. ສິ່ງທີ່ເປັນຕາຢ້ານກໍແມ່ນການທົດ
ລອງລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM ສອງລູກໃນໄລຍະບໍ່ເຖິງເດືອນ,
ການທົດລອງລະເບີດນິວເຄລຍສອງລູກ ທີ່ໄດ້ເກີດຂຶ້ນໃນປີກາຍນີ້. ແທ້ຈິງແລ້ວ, ໃນ
ເວລາທີ່ເກີດແຜ່ນດິນໄຫວໃນ ຈີນ ນັ້ນຂ້າພະເຈົ້າໄດ້ຮັບອີເມລຫຼາຍສະບັບ ແລະ ໂທ
ສະສັບຈາກພວກເຈົ້າທຸກຄົນຖາມວ່າ “ມັນແມ່ນການທົດລອງລະເບີດນິວເຄລຍອີກບໍ?
ນັ້ນແມ່ນຄວາມໃຫຍ່ ຂອງບັນຫານີ້, ມັນເກີດຫຍັງຂຶ້ນກັນແທ້.”

ໂຄສົກກະຊວງການຕ່າງປະເທດໄດ້ກ່າວວ່າ ອາວຸດນິວເຄລຍຂອງ ເກົາຫຼີເໜືອ ແມ່ນ​
ເປັນໄພຂົ່ມຂູ່ຕໍ່ປະຊາຄົມນາໆຊາດ, ບໍ່ແມ່ນພຽງແຕ່ ຕໍ່ ສະຫະລັດ ເທົ່ານັ້ນ.

ລັດຖະບານ ຝຣັ່ງ ໃນວັນພຸດທີ່ຜ່ານມາ ໄດ້ຍົກຍ້ອງ ການຕອບໂຕ້ທີ່ໜັກແໜ້ນຂອງ
ທ່ານ ທຣຳ ຕໍ່ໄພຂົ່ມຂູ່ຂອງ ເກົາຫຼີເໜືອ ຕໍ່ດິນແດນ ສະຫະລັດ, ແຕ່ໄດ້ຮຽກຮ້ອງໃຫ້ມີ
ການແກ້ໄຂບັນຫາຢ່າງສັນຕິເຊັ່ນກັນ.

ຮູບພາບຖານທັບ ສະຫະລັດ ໃນເກາະ ກວາມ ຖ່າຍຈາກອາກາດ. 20 ກັນຍາ, 2016.
ຮູບພາບຖານທັບ ສະຫະລັດ ໃນເກາະ ກວາມ ຖ່າຍຈາກອາກາດ. 20 ກັນຍາ, 2016.

ທ່ານ Christophe Castaner ໂຄສົກລັດຖະບານ ຝຣັ່ງ ໄດ້ກ່າວວ່າ “ຝຣັ່ງ ແມ່ນພ້ອມ
ແລ້ວ ທີ່ຊ່ວຍເຫຼືອປະເທດອື່ນໆ ດັ່ງນັ້ນ ພວກເຮົາຈຶ່ງຈະສາມາດຊອກຫາການແກ້ໄຂ
ຢ່າງສັນຕິໄດ້ ຍ້ອນຄວາມສ່ຽງທີ່ຍັງມີຢູ່, ແລະ ຄວາມຕັ້ງໃຈຂອງປະທານາທິບໍດີ ອາເມ
ຣິກັນ ໃນຂະນະທີ່ສິ່ງທີ່ ເຂົາເຈົ້າໄດ້ກ່າວ ໃນຄໍ່າຄືນທີ່ຜ່ານມາ ແມ່ນຂໍ້ຄິດເຫັນອັນດຽວ
ກັບທີ່ປະ ທານາທິບໍດີ ອາເມຣິກັນ ທຸກຄົນຄົງຈະມີ, ຍ້ອນວ່າ ພວກເຂົາເຈົ້າບໍ່ສາ ມາດ
ຍອມຮັບທີ່ດິນແດນສ່ວນໃດສ່ວນໜຶ່ງຂອງເຂົາເຈົ້າ ອາດຕົກເປັນເປົ້າໝາຍໃນການ
ໂຈມຕີດ້ວຍລູກສອນໄຟຂີປະນາວຸດ.”

ຍີ່ປຸ່ນ ໄດ້ກ່າວວ່າ ພວກເຂົາເຈົ້າໄດ້ທຳ​ການຝຶກຊ້ອມຮ່ວມທາງອາກາດ ​ລະຫວ່າງເຮືອ
ບິນຮົບຂອງເຂົາເຈົ້າ ແລະ ເຮືອບິນຖິ້ມລະເບີດໄວກວ່າສຽງຂອງ ສະຫະລັດ ໃນນ່ານຟ້າ
ຂອງ ຍີ່ປຸ່ນ ໃກ້ກັບແຫຼມເກົາຫຼີ ໃນວັນອັງຄານທີ່ຜ່ານມາ.

ການສະ​ແດງ​ກຳລັງທະຫານດັ່ງກ່າວໄດ້ກໍ່ໃຫ້ມີຄວາມເປັນຫ່ວງ ໃນບັນດາປະຊາຊົນ
ເກົາຫຼີໃຕ້.

ຜູ້​ຊາຍເກົາຫຼີໃຕ້ຄົນ​ໜຶ່ງກ່າວວ່າ “ໃນຖານະເປັນຜູ້ທີ່ກຳລັງຈະເຂົ້າຮ່ວມການເກນທະ
ຫານ, ໃນຖານະບາງຄົນ ຜູ້ທີ່ມີຄວາມຮັບຜິດຊອບອັນແທ້ຈິງ ໃນການປະຕິບັດ ແລະ
ປະກອບສ່ວນເຂົ້າໃນບັນຫາທີ່ກຳລັງດຳເນີນ ຢູ່ນີ້, ແນ່ນອນມັນເປັນຕາຢ້ານ."

ສ່ວນແມ່ຍິງ​ເກົາຫຼີ​ໃຕ້​ຄົນ​ໜຶ່ງ​ເວົ້າ “ແຟນຂອງຂ້າພະເຈົ້າເປັນທະຫານໃນກອງທັບທີ່
ປົກປ້ອງປະເທດນີ້. ດັ່ງນັ້ນຂ້າພະເຈົ້າຈຶ່ງຮູ້ສຶກເປັນຫ່ວງຍ້ອນວ່າ ຜູ້ທີ່ມີຄວາມໃກ້ຊິດ
ກັບຂະພະເຈົ້າໄດ້ໄປມີສ່ວນຮ່ວມ. ແລະ ໃນຖະນາເປັນປະຊາຊົນ ທີ່ເບິ່ງຂ່າວແນວນັ້ນ
ມັນເຮັດໃຫ້ຂ້າພະເຈົ້າກັງວົນໃຈຂຶ້ນຕື່ມ.”

ຣັດເຊຍ ໄດ້ຮຽກຮ້ອງໃຫ້ມີການແກ້ໄຂທາງການທູດ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດັ່ງ
ກ່າວ. ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ທີ່ກຳລັງເດີນ
ທາງໄປເກາະ Guam ໄດ້ກ່າວວ່າ “ຜູ້ນຳເກົາຫຼີເໜືອເບິ່ງຄືວ່າ ຈະບໍ່ເຂົ້າໃຈພາສາ
ທາງການທູດ.”

Guam: Small But Important Piece of US Territory in the Pacific
please wait

No media source currently available

0:00 0:00:45 0:00

((INTRO)) [[The United States says its pressure on North Korea to get its leadership to abandon its nuclear arms program is backed by other nations. The verbal confrontation between U.S. President Donald Trump and North Korean leader Kim Jong Un this week has raised concerns about a possible military confrontation that could destabilize the Korean peninsula. VOA's Zlatica Hoke reports.]]

((NARRATOR))
The U.S. State Department on Wednesday defended Trump's pledge that the U.S. will respond with "fire and fury" to North Korea's threat that it could strike the U.S. island territory of Guam. Guam is home to two strategic US military bases.

(( HEATHER NAUERT, US STATE DEPARTMENT SPOKESPERSON))
"Let's consider what is alarming.What is alarming (is) two ICBM tests in less than a month, two nuclear tests that took place last year.As a matter of fact, when there's an earthquake in China I get many e-mails and calls from all of you asking: 'Was it another nuclear test?' That is how big of a deal this is, what is going on."

((NARRATOR))
The State Department spokesperson said North Korea's nuclear arms are a threat to the international community, not just the United States.

The French government on Wednesday praised Trump's firm response to the North Korean threat to the U.S. territory, but also urged a peaceful solution.

((CHRISTOPHE CASTANER, FRENCH GOVERNMENT SPOKESMAN (in French)))
"France is ready to put its good offices at their disposal so that we can find a peaceful solution because the risk exists, and the determination of the American president as it was voiced last night is the same determination as any American president would have because they cannot accept that part of their territory could be the target of ballistic missile attacks."

((NARRATOR))
Japan said it had conducted joint air drills with its jet fighters and U.S. supersonic bombers in Japanese skies close to the Korean peninsula on Tuesday.

The saber rattling has sparked some concern among South Koreans.

((SOUTH KOREANS, VOX POP))
((MAN)) "As someone who's just about to join the national service, as someone who's actually got a real possibility of having to serve and contribute to this ongoing issue, yes it is scary."((WOMAN in Korean)) "My boyfriend is in the military protecting this nation as a soldier. So I feel more worried because someone close to me is involved. And as a citizen watching such news just makes me more nervous."

((NARRATOR))
Russia has called for a diplomatic solution to ease the tensions. U.S. Secretary of State Rex Tillerson, on his way to Guam, said the North Korean leader does not seem to understand the language of diplomacy.

XS
SM
MD
LG