ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫ​ລ ​ລົງ​ໂທດ​​ ບໍ​ລິ​ສັດນຶ່ງອ​ີກ ທີ່​ສະ​ໜັບ​ສຸ​ໜຸນ ລະ​ບອບ​ການ​ປົກ​ຄອງ ມາ​ດູ​ໂຣ ໃນ​ເວ​ເນ​ຊູ ເອ​ລາ


ທ່ານນີ​ໂຄ​ລັ​ສ ມາ​ດູ​ໂຣ (ຊ້າຍ) ຟັງ ທ່ານ Igor Sechin, ຫົວ​ໜ້າ​ບໍ​ລິ​ຫານ (CEO) ຂອງບໍ​ລິ​ສັດ Rosneft ກ່າວ​ຄຳ​ປ​າ​ໄສຢູ່​ໃນ​ພິ​ທີ ທີ່​ຕັ້ງ​ຊື່ຖະ​ໜົນ​ສາຍ​ນຶ່ງຕາມ​ຊື່​ຂອງອະ​ດີດປະ​ທາ​ນາ​ທິ​ບໍ​ດີ Hugo Chavez ຢູ່​ນະ​ຄອນ​ມົ​ສ​ກູ​ຂອງ​ຣັດ​ເຊຍໃນ​ວັນ​ທີ 2 ກໍ​ລະ​ກົດ, 2013
ທ່ານນີ​ໂຄ​ລັ​ສ ມາ​ດູ​ໂຣ (ຊ້າຍ) ຟັງ ທ່ານ Igor Sechin, ຫົວ​ໜ້າ​ບໍ​ລິ​ຫານ (CEO) ຂອງບໍ​ລິ​ສັດ Rosneft ກ່າວ​ຄຳ​ປ​າ​ໄສຢູ່​ໃນ​ພິ​ທີ ທີ່​ຕັ້ງ​ຊື່ຖະ​ໜົນ​ສາຍ​ນຶ່ງຕາມ​ຊື່​ຂອງອະ​ດີດປະ​ທາ​ນາ​ທິ​ບໍ​ດີ Hugo Chavez ຢູ່​ນະ​ຄອນ​ມົ​ສ​ກູ​ຂອງ​ຣັດ​ເຊຍໃນ​ວັນ​ທີ 2 ກໍ​ລະ​ກົດ, 2013

ສະ​ຫະ​ລັດ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ບໍ​ລິ​ສັດ​ທີ່​ເປັນ​ສາ​ຂາ​ຂອງ​ບໍ​ລິ​ສັດ ນ້ຳ​ມັນໂຣ​ສ​ເນັ​ຟ (Rosneft Oil) ທີ່​ຄວບ​ຄຸມ​ໂດຍ​ລັດ​ຖະ​ບານ​ຣັດ​ເຊຍທີ່​ໃຫ້​ການ​ຊ່ວຍ​ເຫລືອ​ທາງ​ການ​ເງິນ​ແກ່​ລະ​ບອບ​ການ​ປົກ​ຄອງ​ຂອງທ່ານນີ​ໂຄ​ລັ​ສ ມາ​ດູ​ໂຣ (Nicolas Maduro) ໃນ​ເວ​ເນ​ຊູ​ເອ​ລານັ້ນ.

ບໍ​ລິ​ສັດ Trading International S.A. ຫລື TNK, ຊຶ່ງ​ເປັນ​ສາ​ຂາ​ນຶ່ງ​ຂອງບໍ​ລິ​ສັດນ້ຳ​ມັນໂຣ​ສ​ເນັ​ຟ (Rosneft) ທີ່ຕັ້ງຢູ່​ໃນ​ປະ​ເທດ​ສະ​ວິດ​ເຊີ​ແລນທີ່ດຳ​ເນີນ ທຸ​ລະ​ກິດ​ຢູ່​ໃນຂະ​ແໜງ​ນ້ຳ​ມັນໃນເສດ​ຖະ​ກິດ​ຂອງເວ​ເນ​ຊູ​ເອ​ລາ ແມ່ນ​ມີ​ສ່ວນ​ກ່ຽວພັນ​ໂດຍ​ກົງ​ກັບ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ ​ເພື່ອຊ່ວຍບໍ​ລິ​ສັດການ​ຄ້າ Rosneft Trading S.A. ຫລື RTSA ໃຫ້ຫລີກ​ລ້ຽງ​ຈາກ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ, ອີງ​ຕາມ​ຄຳ​ເວົ້າ​ຂອງລັດ​ຖະ​ບານ​ສະ​ຫະ​ລັດ​ໃນ​ວັນ​ພະ​ຫັດ​ວານນີ້.

"ບໍ​ລິ​ສັດ TNK Trading International S.A. ກໍ​ແມ່ນ​ສາ​ຂາຂອງ​ບໍ​ລິ​ສັດໂຣ​ສ​ເນັ​ຟ (Rosneft) ອີກ​ສາ​ຂານຶ່ງ ​ທີ່​ເປັນ​ນາຍ​ໜ້າ​ໃຫ້​ແກ່​ການ​ຂາຍ ແລະ​ຂົນ​ສົ່ງ​ນ້ຳ​ມັນ​ດິບ​ໃຫ້​ແກ່​ເວ​ເນ​ຊູ​ເອ​ລາ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານສຕິບເຟັນ ມ​ນຸດ​ຈິນ (Steven Mnuchin), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ​ທີ່​ກ່າວ​ຢູ່​ໃນ​ຖະ​ແຫລງ​ການສະ​ບັບ​ນຶ່ງ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ລັດ​ຖະ​ບານ​ທ່ານທ​ຣຳ ຍັງ​ມຸ້ງ​ໝັ້ນ​ຕໍ່​ການ​ເລັງ​ເປົ້າ​ໝາຍ​ໃສ່​ພວກ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນແກ່​ການ​ຂູດ​ຮີດ​ນ້ຳ​ມັນທີ່​ເປັນຊັ​ບ​ສິນຂອງ​ເວ​ເນ​ຊູ​ເອ​ລາຂອງ​ລະ​ບອບ​ການ​ປົກ​ຄອງ​ທີ່ສໍ້​ລາດ​ບັ​ງ​ຫລວງນັ້ນ.”

ບໍ​ລິ​ສັດ TNK ໄດ້​ຊື້​ນ້ຳ​ມັນ​ດິບ​ເກືອບ​ຮອດ 14 ລ້າ​ນຖັງ ຈາກ​ບໍ​ລິ​ສັດ Petroleos de Venezuela ຫລື PdVSA ພຽງ​ແຕ່ໃນ​ເດືອນ​ມັງ​ກອນ 2020 ເທົ່າ​ນັ້ນ, ອີງ​ຕາມຄຳ​ເວົ້າ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ.

​ມາດ​ຕະ​ການ​ທີ່​ມີ​ຕໍ່​ບໍ​ລິ​ສັດ TNK ແມ່ນ​ປະ​ຕິ​ບັດ​ຕາມ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດຕໍ່​ບໍ​ລິ​ສັດ Rosneft Trading S.A. ໃນ​ວັນ​ທີ 18 ກຸມ​ພາ, 2020 ຢູ່​ການ​ກ່າວ​ອ້າງ​ທີ່​ຄ້າຍ​ຄື​ກັນ​ນີ້.

"ປະ​ຊາ​ຊົນ​ເວ​ເນ​ຊູ​ເອ​ລາ, ປະ​ທາ​ນາ​ທິ​ບໍ​ດີ​ໄລ​ຍະ​ຂ້າມ​ຜ່ານ ຮວນ ກວ​າ​ອີ​ໂດ (Juan Guaido) ແລະ​ສະ​ພາ​ແຫ່ງ​ຊາດ ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ແບບ​ມີ​ປະ​ຊາ​ທິ​ປະ​ໄຕ ຕ້ອງ​ໄດ້​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນແກ່​ບັນ​ດາ​ປະ​ເທດ​ທີ່​ເປັນຄູ່ພາ​ຄີໃນ​ສາ​ກົນ​ຂອງ​ພວກ​ເຮົາ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ໄມ​ຄ໌ ພອມ​ພຽວ (Mike Pompeo) ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ​ທີ່​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບນຶ່ງ. ທ່ານ​ກ່າວ​ອີກວ່າ "ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົ​ມ​ສາ​ກົນ​ພາ​ກັນ​ໃຊ້ ການ​ກົດດັນ​ແຮງ​ຂຶ້ນ ​ຕໍ່​ທ່ານ ມາ​ດູ​ໂຣ ກັບອະ​ດີດລະ​ບອບ​ການ​ປົກ​ຄອງ​ທີ່ສໍ້​ລາດ​ບັງ​ຫລວງ​ຂອງ​ທ່ານ ຮ່ວມ​ກັບ​ພວກ​ເຮົາເພື່ອ​ໃຫ້​ທ່ານ​ສະ​ລະ​ການ​ກຳ​ອຳ​ນາດ​ທີ່ບໍ່​ຊອບ​ທຳ​ຂອງ​ຕົນ​ໃນເວ​ເນ​ຊູ​ເອ​ລາ."

​ໃນ​ເດືອນ​ມັງ​ກອນ 2019, ສະ​ຫະ​ລັດ​ໄດ້​ຮັບ​ຮູ້​ວ່າ ທ່ານ ກວາ​ອີ​ໂດ (Guaido) ເປັນ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ໄລ​ຍະຂ້າມ​ຜ່ານທີ່​ຖືກ​ຕ້ອງຊອບ​ທຳຂອງ​ປະ​ເທດ​ທີ່​ເປັນ​ສະ​ມາ​ຊິກອົງ​ການ OPEC ແຫ່ງນັ້ນ ແລະ​ນັບ​ແຕ່ນັ້ນ​ມາ​ປະ​ເທດ​ດັ່ງ​ກ່າວ​ກໍ​ໄດ້​ເພີ້ມ​ການ​ກົດ​ດັນ​ທາງ​ເສດ​ຖະ​ກິດ ແລະ​ການ​ທູດ​ຂອງ​ຕົນ​ເພື່ອ​ໂຄ່ນ​ລົ້ມ​ລະ​ບອບ​ປົກ​ຄອງ​ຂອງ​ທ່ານ​ມາ​ດູ​ໂຣ.

ປະ​ມານ 60 ປະ​ເທດ​ ທີ່​ຮັບ​ຮູ້​ຜູ້​ນຳຝ່າຍ​ຄ້ານ​ລັດ​ຖະ​ບານ, ທ່ານ​ຮວນ ກວາ​ອີ​ໂດ ໃນ​ປີ​ກາຍນີ້ ວ່າ​ເປັນຜູ້​ນຳ​ທີ່​ຖືກ​ຕ້ອງຊອບ​ທຳຂອງເວ​ເນ​ຊູ​ເອ​ລາ ແລະ​ຖືວ່າ​ທ່ານ ມາ​ດູ​ໂຣບໍ່ຖືກ​ຕ້ອງຊອບ​ທຳ.

ອ່າ​ນ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG