ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄວາມຄາດຫວັງວ່າ ວິກິດການ ທາງການເງິນ ໃນເຂດຢູໂຣ ໃກ້ຈະ ຍຸດຕິລົງແລ້ວ (ວີດີໂອ)


Growth Forecast Prompts Optimism Euro Crisis is Fading
please wait

No media source currently available

0:00 0:03:19 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບ ລາຍງານນີ້.

ສະຫະພາບ​ຢູ​ໂຣບ ຫຼື​ອີ​ຢູ ​ໄດ້​ປັບສູງ​ຂຶ້ນ ​ການ​ທໍາ ນາຍກ່ຽວ​ກັບ​
ການ​ເຕີບ​ໂຕ ທາງ​ເສດຖະກິດ​ຂອງ​ຕົນ. ຂ່າວ​ນີ້ມີ​ຂຶ້ນໃນ​ຂະນະ
​ທີ່​ປະ​ເທດກຣີສພະຍາຍາມ ຈະ​ໃຫ້​ໄດ້​ຮັບເງິນຊ່ວຍ​ເຫຼືອ ​ເພື່ອ
​ຟື້ນ​ຟູ​ເສດຖະກິດ​ຂອງ​ຕົນ ອີກ​ກ້ອນ​ນຶ່ງຈາກ ​ອີ​ຢູ ຫຼັງ​ຈາກ​ມີ​ເງິນ
​ເຫຼືອ​ງົບປະມານ​ໃນ​ປີ​ກາຍ​ນີ້. ສ່ວນ​ທີ່ປະ​ເທດ​ອິຕາ​ລີ​ນັ້ນ ລັດຖະ
ບານຊຸດ​ໃໝ່​ກໍໄດ້​ໃຫ້​ຄໍາ​ ໝັ້ນ​ສັນຍາວ່າ ຈະ​ປັບປຸງ​ເສດຖະກິດ
​ທີ່​ຊົບ​ເຊົານັ້ນ ໃຫ້​ດີ​ຂຶ້ນ. ນີ້​ຄື​ຈຸດ​ເລີ່​ມຕົ້ນ​ຂອງ​ການ​ສິ້ນ​ສຸດລົງ​
ຂອງ​ວິ​ກິດ​ການການ​ເງິນ​ຂອງຢູ​ໂຣບ ຫຼືແນວ​ໃດ? ນັກວິ​ເຄາະ
ຫຼາຍໆ​ຄົນ​ຄິດ​ວ່າ ​ບໍ່​. Henry Ridgewell ລາຍ​ງານ​ມາຈາກ
ລອນ​ດອນ ຊຶ່ງ​ດາຣາຈະ​ນໍາ​ມາສະ​ເໜີ​ທ່ານ.


ບັນດາ​ຜູ້​ກວດກາເງິນ​ຊ່ວຍ​ເຫຼືອຈາກກຸ່ມ​ທີ່​ເອີ້ນ​ກັນ​ວ່າ ສາມ​ອົງ​ການ​ໃຫ້​ເງິນ​ກູ້​ຢືມ​ນາໆ
ຊາດ ກໍ​ຄື ສະຫະພາບ​ຢູ​ໂຣບ, ກອງ​ທຶນສາກົນ ​ແລະ​ທະນາຄານ​ກາງຂອງຢູ​ໂຣບນັ້ນ ​
ໄດ້​ຮັບການ​ຕ້ອນຮັບ​ແບບບໍ່​ເປັນ​ມິດປານ​ໃດ​ ຢູ່ນະຄອນຫຼວງ Athens ຂອງປະ​ເທດກຣີສ.

​ແຕ່ ກຣີສ​ຕ້ອງການ​ເງິນ​ຊ່ວຍ​ເຫຼືອງວດ​ຕໍ່​ໄປ​ຂອງ​ອີ​ຢູຫຼາຍ​ທີ່​ສຸດ ​ເພື່ອເອົາ​ມາຊໍາ ລະ​ໜີ້ສິນ ​
ໃນ​ເດືອນ​ພຶດສະພາ​ຕໍ່ໜ້າ​ນີ້ ​ຊຶ່ງ​ຕົກ​ເປັນ​ຈໍາ ນວນທັງ​ໝົດ 12.800 ​ລ້ານ​ໂດ​ລ່າ.

ການ​ເຈລະຈາ​ກັນ​ໄດ້​ຢຸດ​ຊະ​ງັກລົງ​ເປັນ​ເວລາ​ຫຼາຍ​ເດືອນມາ​ແລ້ວ ຍ້ອນ​ການກ່າວ​ຫາ​
ທີ່ວ່າ Greece ຊັກ​ຊ້າ ​ໃນການ​ຈັດ​ຕັ້ງ​ປະຕິບັດ​ການປະຕິ​ຮູບ​ດ້ານ ແຮງ​ງານ​ຂອງ​ຕົນ.

ພວກ​ປະ​ທ້ວງ​ ພາກັນຮ້ອງ​ໂຮ​ໃສ່​ຄະນະກວດກາວ່າ “ພວກ​ເຮົາ​ເວົ້າ​ເຖິງ​ຊີວິດ​ຂອງ​
ມະນຸດ ​ແຕ່​ພວກ​ທ່ານ​ເວົ້າ​ເຖິງ​ກໍາ​ ໄລ ​ແລະ​ການ​ຂາດທຶນ​.”

ນັບ​ຕັ້ງ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ ​ເສດຖະກິດ​ຂອງ​ກຣີສ ​ໄດ້ຫົດ​ຕົວ​ເຂົ້າ ​ເກືອບ​ນຶ່ງ​ສ່ວນ​ສີ່.
ອັດຕາ​ການ​ຫວ່າງ​ງານ​ ກໍສູງ​ຮອດ 28 ​ເປີ​ເຊັນ.

ມາ​ບັດ​ນີ້ ກຣີສມີ​ເງິນເຫຼືອ​ງົບປະມານ ​ໃນ​ຈໍາ ນວນ​ເທົ່າ​ກັບ ນຶ່ງ​ເປີ​ເຊັນ​ເຄິ່ງ ຂອງມູນ​ຄ່າ​
ຜະລິດ​ຕະພັນ​ລວມພາຍ​ໃນ​ປະ​ເທດ ຫຼື GDP ຊຶ່ງ​ນັບ​ວ່າ​ເປັນ​ຂ່າວ​ດີ ຫຼັງ​ຈາກໄດ້ຈັດ​ຕັ້ງ​
ປະຕິບັດ​ມາດ​ຕະການ​ປະຍັດ​ມັດທະຍັດ​ຢ່າງ​ເຄັ່ງ​ຄັດ​ ​ມາ​ເປັນ​ເວລາ​ຫຼາຍປີ ​ແຕ່ກຣີສ​ກໍ​ຍັງ​
ຈະ​ຕ້ອງ​ໄດ້​ປະ​ຍັດ​ອີກ​ຫຼາຍຢູ່ ອິງ​ຕາມນັກວິ​ເຄາະ Simon Tilford ປະ​ຈໍາ​ ສູນ​ກາງເພື່ອ
ການ​ປະຕິ​ຮູບຢູ​ໂຣບ ທີ່​ມີ​ສໍາ ນັກ​ງານ​ຢູ່ ລອນດອນ ​ປະ​ເທດ​ອັງກິດ ທີ່ກ່າວວ່າ:

“​ແນ່ນອນ​ວ່າ ບໍ່​ມີ​ປະ​ເທດ​ໃດທີ່​ຈະ​ເລີ​ນ​ແລ້ວ ຫຼື​ແມ່ນແຕ່​ປະ​ເທດ​ໃນ​ໂລກທີສອງ
​ປະ​ເທດ​ໃດ ທີ່ສາມາດ​ປັບງົບປະມານ​ຂອງ​ຕົນ​ໃຫ້​ຍັງ​ເຫຼືອ ​ໄດ້​ຫຼາຍ​ເທົ່າ​ກັບທີ່​
ກຣີສ​ເຮັດໄດ້​. ​ແຕ່ກຣີສບໍ່​ຕ້ອງການ​ແຕ່ພຽງ​ໃຫ້​ມີເງິນເຫຼືອງົບປະມານ​ເທົ່າ​ນັ້ນ ​
ແຕ່​ຕ້ອງໃຫ້​ມີ​ເຫຼືອ​ໃນ​ຈໍາ ນວນມະຫາສານ ​ຈຶ່ງ​ຈະ​ໃຊ້ໜີ້​ສິນຂອງ​ຕົນ​ໄດ້ໝົດ.”


ສະຫະພາບ​ຢູ​ໂຣບ​ໄດ້​ອອກ​ຄໍາ​ ຖະ​ແຫຼງ ປັບ​ການ​ທໍາ ນາຍກ່ຽວ​ກັບການ​ເຕີບ​ໂຕທາງ
ເສດຖະກິດ ເມື່ອເດືອນແລ້ວ​ນີ້ ​ໂດຍ​ຊີ້​ແນະ​ວ່າ ​ເຂດຢູ​ໂຣ ຈະ​ມີ​ການ​ເຕີບ​ໂຕ 1.2 ​ເປີ​ເຊັນ
​ໃນ​ປີ​ນີ້ ​ແລະ 1.8​ ​ເປີ​ເຊັນ​ໃນ​ປີ 2015.

ທ່ານ Olli Rehn ​ຫົວໜ້າ​ ຝ່າຍ​ກິດ​ຈະ​ການ​ເສດຖະກິດແລະ​ການ​ເງິນ ​ຂອງ​ອີ​ຢູ ເວົ້າວ່າ:

“ການ​ຟື້ນ​ຕົວ​ຄືນ​ຢູ່​ໃນ​ສະຫະພາບ​ຢູ​ໂຣບນັ້ນ ກໍາາ ລັງ ດີ​ຂຶ້ນ ​ແລະ​ແຜ່​ຜາຍໄປ​
ທົ່ວ​ປະ​ເທດ​ຕ່າງໆ ​ເຖິງ​ແມ່ນ​ວ່າ​ມັນຍັງ​ຄົງ​ຢູ່​ໃນ​ລະດັບຕໍ່າ​ ຢູ່ກໍ​ຕາມ. ​ແລະ​ກໍ
​ເປັນ​ຂ່າວ​ດີ​ອີກ ທີ່​ວ່າ​ກິດຈະກໍາ​ ດ້ານເສດຖະກິດ ​
ໄດ້ເລີ່​ມເຂັ້ມ​ແຂງ​ຂຶ້ນ ຢູ່​ໃນ​
ພວກປະ​ເທດທີ່​ອ່ອນ​ແອ​ທັງ​ຫຼາຍ.”


ອິຕາ​ລີກໍຈັດ​ຢູ່​ໃນ ບັນດາປະ​ເທດ​ສະມາຊິກທີ່​ອ່ອນ​ແອ ​ຂອງ​ເຂດ Eurozone.

​ທ່ານ Matteo Renzi ​ໄວ 39 ປີ ອະດີດ​ເຈົ້າຄອງ​ກໍາ​ ແພງນະຄອນ ​ Florence ​ໄດ້ກາຍ
​ເປັນ​ນາຍົກລັດຖະມົນຕີທີ່ໜຸ່ມທີ່​ສຸດ​ຂອງ​ອິຕາ​ລີ ​ເມື່ອ​ທ້າຍ​ເດືອນ​ກຸມພາ​ຜ່ານ​ມາ ຫຼັງຈາກ
​ໂຄ່ນ​ລົ້ມ​ຄູ່​ແຂ່ງ​ຈາກ​ພັກ​ຂອງ​ທ່ານ​ເອງ​. ​ໃນ​ຄໍາ​ ປາ​ໄສຕໍ່​ສະພາ​ຕໍ່າ ນັ້ນ ທ່ານໄດ້​ໃຫ້​ຄໍາ​ ໝັ້ນ​
ສັນຍາ​ວ່າ ຈະ​ຕັດ​ຄ່າ​ໃຊ້​ຈ່າຍແລະ​ພາສີ​ລົງ ​ແລະ​ປະຕິ​ວັດ​ເສດຖະກິດ​ຂອງອິຕາ​ລີ ​ໃຫ້​ໄດ້.
ນາຍົກລັດຖະມົນຕີ Renzi ​ເວົ້າ​ວ່າ:

“ຢູ່​ນອກ​ສະພາ​ຫຼັງນີ້ ບໍ່​ມີ​ໃຜ​ເຊື່ອອີກ​ ຕໍ່​ໄປແລ້ວວ່າ​ ພວກນັກ​ການ​ເມືອງ​ຈະເຮັດ​
ຫຍັງໄດ້ສໍາ​ ເລັດ​. ​ເພາະສະ​ນັ້ນ ພວກ​ເຮົາ​ຈຶ່ງໄດ້​ໃຫ້​ຄໍາ​ ໝັ້ນ​ສັນຍາ​ ທີ່​ຈະເລັ່ງ
ລັດ​ດໍາ​ ເນີນ​ຂັ້ນ​ຕອນຈັດ​ຕັ້ງ​ປະຕິບັດ​ການ​ປະຕິ​ຮູບ​ ພາຍ​ໃນກໍາ ນົດ​ເສ້ນ​ຕາຍ
​ອັນ​ແນ່ນອນ ຕໍ່ໜ້າ​ການ​ສ່ຽງ​ຢ່າງ​ສູງ.”


ທ່ານ Simon Tilford ປະ​ຈໍາ​ ສູນ​ກາງ​ເພື່ອ​ກາ​ນປະຕິ​ຮູບຢູ​ໂຣບ ​ໃຫ້​ຄວາມ​ເຫັນ​ອີກ​ວ່າ ຈາກການ​ປ່ຽນ​ແປງທາງ​ການ​ເມືອງ​ຢູ່​ໃນ​ອິຕາ​ລີ ​ແລະການ​ເລີ້ມ​ຟື້ນ​ຕົວ​ຄືນ​ຢູ່​ໃນເຂດ Eurozone ນັ້ນ ກໍປະກົດ​ວ່າ​ມີນັກການ​ເມືອງ​ບາງ​ຄົນ ​ໃນສະຫະພາບ​ຢູ​ໂຣບ ທີ່​ພາກັນ​
ເຊື່ອ​ວ່າ ນີ້​ຄື​ຈຸດ​ເລີ່​ມຕົ້ນ​ຂອງ​ການ​ສິ້ນ​ສຸດ ລົງ​ຂອງ​ວິ​ກິດ​ການ​ຢູ​ໂຣແລ້ວ. ທ່ານ ເວົ້າ​ວ່າ​:

“ຂ້າພະ​ເຈົ້າຄິດ​ວ່າ ມັນມີ​ຄວາມ​ສ່ຽງ​ທີ່​ວ່າ ຄວາມ​ພຶງ​ພໍ​ໃຈນໍາ​ ການ​ກັບ​ຄືນ​ມາ​
ຂອງການ​ເຕີບ​ໂຕ ​ແລະ​ສະພາບ​ການ​ທີ່​ຂ້ອນ​ຂ້າງສະຫງົບ​ງຽບ​ແດ່ຢູ່ໃນ​ຕະຫຼາດ​
ການ​ເງິນນັ້ນ ກໍາ ລັງ​ຊຸກຍູ້ໃຫ້​ບັນດາຜູ້​ກໍາ ນົດ​ນະ​ໂຍບາຍ​ທັງຫຼາຍ​ຂ​ອງຢູ​ໂຣບ ​
ເຊື່ອ​ວ່າພວກ​ເຂົາ​ເຈົ້າ​ບໍ່​ຈໍາ​ ເປັນ​ທີ່​ຈະ​ຕ້ອງ​ທໍ​າການ​ປະຕິ​ຮູບ​ດ້ານສະ​ຖາ​ບັນ​ທີ່
​ສໍາ ຄັນ​ໃດໆ​ໃນເຂດ
Eurozone.”

ນັກວິ​ເຄາະ​ຫຼາຍ​ຄົນຢ້ານວ່າ ​ຖ້າບໍ່​ມີ​ການ​ປ່ຽນ​ແປງ​ເຫຼົ່າ​ນັ້ນ ຢູ​ໂຣບກໍຈະບໍ່​ສາມາດແກ້​ໄຂ​ບັນຫາຫຼັກໆ ທີ່​ຢູ່​ໃນ​ແກນ​ກາງຂອງ​ເຂດ Eurozone ​ໄດ້. ​ແຕ່​ຂ່າວທີ່​ວ່າ ​ແມ່ນ​ແຕ່​ພວກ​ເສດຖະກິດ​ທີ່​ອ່ອນ​ແອ​ ກໍ​ກໍາາ ລັງ​ສະ​ແດງ​ໃຫ້​ເຫັນ​ຮ່ອງ​ຮອຍ​ທີ່​ດີ​ຂຶ້ນ​ນັ້ນ ແມ່ນພວມໄດ້​ຮັບ
​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນຈາກ​ຊາວ​ຢູ​ໂຣບ ຫຼັງ​ຈາກ​ເວລາ​ເຈັດ​ປີ​ຂອງ​ການ​ຮັດເຂັມຄັດ ​
ແລະ​ເສດຖະກິດ​ບໍ່​ມີ​ການ​ຂະຫຍາຍ​ໂຕນັ້ນ.
XS
SM
MD
LG