ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດ ຂອງຢູໂຣບ ດີຂຶ້ນ ໃນປີ 2013 ແຕ່ກໍຍັງມີ ການທ້າທາຍ ຫຼາຍຢ່າງຢູ່ (ວີດີໂອ)


Europe’s Economy Improves in 2013, but Challenges Remain
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ປີ 2013 ​ຖືວ່າ​ເປັນ​ປີ​ທີ່​ດີ​ຂຶ້ນ ​ສໍາລັບ​ສະພາບ​ການ
​ເສດຖະກິດ​ໃນພາກ​ພື້ນຢູ​ໂຣບ ຊຶ່ງ​ເປັນ​ຜູ້​ຊື້​ລາຍ​ສໍາຄັນ​ຂອງ​ສິນ
ຄ້າ​ສົ່ງ​ອອກຈາກ​ທົ່ວໂລກ. ​ແຕ່​ຕາມ​ທີ່​ຜູ້​ສື່​ຂ່າວ​ວີ​ໂອ​ເອ Al
Pessin ລາຍ​ງານ​ມາ​ນັ້ນ ກໍ​ແມ່ນ​ວ່າ ວິ​ກິດການທາງ​ການ​ເງິນ
​ທີ່ໄດ້​ຄຸກຄາມ​ທະວີບຢູ​ໂຣບມາ​ຕັ້ງແຕ່​ປີ 2008 ນັ້ນ ຍັງ​ບໍ່​ມີ​ທ່າ​ທີ
ວ່າ​ຈະຍຸຕິ​ລົງ​ເທື່ອ. ດາຣາຈະ​ນໍາເອົາ​ລາຍລະ​ອຽດ​ ມາສະ​ເໜີ
​ທ່ານ.


ອິງ​ຕາມ​ສະຖິຕິນັ້ນ ວິ​ກິດ​ການ​ເສດຖະກິດ​ຂອງ​ພາກ​ພື້ນ​ຢູ​ໂຣບ
ຍັງ​ດື້​ດຶງແກ່ ຍາວ​ມາເປັນ​ປີ​ທີ່​ຫົກ​ແລ້ວ ​ແຕ່ທ່ານ​ຈະ​ບໍ່​ຮູ້ສຶກ​ເລີຍ
ຖ້າ​ທ່ານ​ໄປຢູ່​ທີ່ຖະໜົນ Oxford ​ໃນນະຄອນຫຼວງ​ລອນ​ດອນ
ຂອງ​ອັງກິດ ​ໃນ​ຊ່ວງ​ອາທິດ​ກ່ອນ​ວັນ​ຄຣີສມັສນັ້ນ.

ທ້າວໂຣ​ເບີດ ຊ່ຽວຊານຝ່າ​ຍ​ສື່ສານ​ລະຫວ່າງ​ບໍລິສັດ​ ​ເວົ້າ​ວ່າ:

“​ຂ້ອຍ​ຮູ້ສຶກ​ຢ່າງ​ແນ່ນອນ​ວ່າ​ ປີ​ນີ້​ດີ​ຂຶ້ນຫຼາຍ ສົມ​ທຽບ​ໃສ່​ສອງ​ສາມ​ປີຜ່ານມາ
ຂ້ອຍ​ຄິດ​ວ່າ ​ປະຊາຊົນ​ມີຄວາມ​ຮູ້ສຶກ​ວ່າ ພວກເຂົ​າ​ເຈົ້າສາມາດ​ລ້ຽງ​ດູ​ຕົນ​ເອງ ​
ແລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ ​ໄດ້ດີ​ຂື້ນ​ໜ້ອຍ​ນຶ່ງ​ໃນ​ປີ​ນີ້.”


ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ສ່ວນນາງ ​ແຊນ​ດຣາ ພະນັກງານຂາຍ​ຊ໊ອບ​ແວຄອມ​ພິວ​ເຕີ ​ເວົ້າ​ວ່າ

“ຂ້ອຍຄິດ​ວ່າ​ ​ປີ​ນີ້​ເປັນ​ປີ​ທີ່ດີຫລາຍແທ້ໆ ​ແລະຂ້ອຍ​ກໍ​ຍັງ​ຄິດ​ອີກ​ວ່າ ລອນ​ດອນ
ກໍ​ດີຂຶ້ນມາ​ແດ່​ແລ້ວ ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ແມ່ນ​ຖື​ວ່າ​ດີ​ຫຼາຍ​ຢູ່​ໃນ​ລອນ​ດອນເວລານີ້ ​
ແຕ່​ຖ້າເຮົາ​ອອກ​ຈາກ​ລອນ​ດອນ​ໄປ​ຍັງ​ຫົວ​ເມືອງ​ອື່ນໆ​ໃນ​ຢູ​ໂຣບ ມັນ​ອາດ​ບໍ່​ຄື​ກັນ
ປານ​ໃດ​.”


ນາງ ​ແຊນ​ດຣາ ​ເວົ້າ​ຖືກແລ້ວ. ​ອັງກິດແມ່ນຮວມຢູ່ໃນ​ພວກເສດຖະກິດ​ ທີ່​ເຂັ້ມ​ແຂງ​ທີ່​ສຸດ​
ຢູ່ໃນ​ພາກ​ພື້ນ​ຢູ​ໂຣບ ​ແລະ​ຢູ່​ທີ່​ນີ້ ​ພວກ​ຮ້ານ​ຄ້າ​ຍ່ອຍ​ທັງຫຼາຍ​ກໍພາກັນ​ຫຼຸດດ​ລາຄາສິນຄ້າ​
ຂອງ​ຕົນ​ຢ່າງໃຫຍ່​ ກ່ອນ​ວັນ​ຄຣີສມັສ. ​ໃນ​ຫຼາຍໆ​ປະ​ເທດ​ທີ່​ໃຊ້​ເງິນຕາ​ຢູ​ໂຣນັ້ນ ສະພາບ​
ເສດຖະກິດ​ຕົກ​ຕໍ່າ​ຈະ​ສັງ​ເກດ​ເຫັນ​ໄດ້​ຫຼາຍກ່ວາ ອິງ​ຕາມ ທ່ານ Ben May ນັກ​ວິ​ເຄາະ​
ປະ​ຈໍາ​ບໍລິສັດ Capital Economics ທີ່ກ່າວວ່າ:

“ໜີ້​ສິນແລະ​ອັດຕາ​ການ​ວ່າງ​ງານ​ ຍັງ​ສູງ​ຢູ່. ບາງ​ປະ​ເທດ​ນັ້ນ​ຍັງ​ຈໍາ​ເປັນ​ຈະຕ້ອງ
ໄດ້ໃຊ້​ມາດ​ຕະການ​ປະຢັດ​ມັດທະຍັດ​ ຕຶ່ມອີກຢູ່ ​ແລະ​ກໍ​ມີ​ຄວາມບໍ່​ເຕັມໃຈ​ຫຼາຍ​
ຂຶ້ນ​ໄປ​ນັບ​ມື້ ​ໃນ​ໝູ່​ປະຊາຊົນທີ່​ບໍ່​ຍອມ ຮັບ​ເອົາ​ມາດຕະການ​ດັ່ງກ່າວ​ນັ້ນ​.”


ຄວາມ​ບໍ່​ເຕັມ​ໃຈ​ທີ່​ວ່າ​ນັ້ນ ​ໄດ້​ສະທ້ອນອອກ​ມາ​ໃຫ້​ເຫັນ​ໃນ​ການ​ປະ​ທ້ວງຢູ່ໃນ​ຫລາຍໆ
ປະ​ເທດ ຄື​ກັນກັບ​ການ​ປະ​ທ້ວງ​ຢູ່​ໃນ​ປະ​ເທດ​ກຣີສ ​ແລະ​ຢູ່​ທີ່ຫີບປ່ອນບັດ​ເລືອກ​ຕັ້ງ ຊຶ່ງ​
ພວກ​ມີ​ສິດ​ເລືອກ​ຕັ້ງ​ໃນ​ບາງ​ປະ​ເທດພາກັນ​ປ່ອນບັດ ເອົາລັດຖະບານທີ່ຕໍ່ຕ້ານມາດ​ຕະ
ການ​ຮັດເຂັມຄັດ​.

ມາດ​ຕະການຮັດເຂັມຄັດນັ້ນເປັນ​ເລຶ່ອງທີ່​ໂຕ້​ແຍ້​ງກັນ ​ແມ່ນ​ແຕ່ຢູ່​ໃນ​ກຸ່ມນັກເສດຖະສາດ
ຍ້ອນ​ວ່າມັນຖ່ວງ​ດຶງການ​ເຕີບ​ໂຕຂອງ​ເສດຖະກິດ. ​ນັກວິ​ເຄາະ ​ເບັນ ​ເມ ເວົ້າອີກ​ວ່າ
ການ​ເຕີບໂຕຂອງ​ເສດຖະກິດໃນ​ພາກ​ພື້ນ​ຢູ​ໂຣບ ຍັງ​ຈະ​ສືບ​ຕໍ່​ອ່ອນ​ແອ ​ໃນ​ປີ 2014 ນີ້ ​ໃນໄລຍະທີ່​ທ່ານ​ເອີ້ນ​ວ່າ ​ ການ​ຟື້ນ​ຕົວ​ຄືນ ທີ່ບອບ​ບາງ​ແລະ​ແຕກຫັກ​ງ່າຍ​. ທ່ານເວົ້າ​ວ່າ​:

“ສະຖານະ​ການ​ແມ່ນ​ດີ​ຂຶ້ນ ຢູ່​ໃນ​ກຸ່ມ​ປະ​ເທດ​ໃຊ້ເງິນ​ຢູ​ໂຣ ​ແຕ່​ຂ້າພະ​ເຈົ້າ​ກໍ​ຄິດ​ວ່າ
ຍັງ​ມີ​ຫຼາຍ​ບັນຫາ​ຢູ່ ​ແລະ​ກໍ​ມີຫຼາຍໆ​ດ້ານ​ ທີ່​ຈະພາ​ໃຫ້​ຂົງ​ເຂດ​ດັ່ງກ່າວ ກັບ​ຄືນ​ສູ່​
ວິ​ກິດ​ການໄດ້.”


ເຖິງ​ຢ່າງ​ໃດ​ກໍ​ຕາມ ​ແມ່ນ​ແຕ່​ຢູ່​ນອກ​ວົງ​ເຂດ​ຂອງ​ເສດຖະກິດ​ຂອງ​ອັງກິດ ​ແລະເຢຍຣະມັນ
ທີ່​ຂ້ອນ​ຂ້າງ​ເຂັ້ມ​ແຂງ​ນັ້ນ ກໍ​ຍັງ​ມີເຫດຜົນ​ທີ່​ໃຫ້​ຄວາມ​ຫວັງ​ຢູ່. ສາ​ສະ​ດາ​ຈານ Iain Begg
ທີ່​ໂຮງຮຽນ​ເສດຖະກິດ​ແຫ່ງ​ກຸງ​ລອນ​ດອນ ​ເວົ້າ​ວ່າ ຮ່ອງຮອຍ​ໃນທາງ​ບວກ​ປະການ​ນຶ່ງ​ ກໍ​ຄື
​ການເວົ້າ​ກັນ​ເຖິງ​ເລຶ່ອງການ​ພັງ​ທະລາ​ຍລົງຂອງ​ລະບົບ​ຢູ​ໂຣນັ້ນ ​ເກືອບວ່າໄດ້​ຍຸຕິ​ລົງ​ແລ້ວ​. ທ່ານ ​ເບັ​ກ ​ເວົ້າ​ວ່າ​:

“ຂ້າພະ​ເຈົ້າຂໍ​ເວົ້າ​ວ່າ ມັນ​ເປັນ​ປີນຶ່ງ ທີ່​ບັນດາ​ຜູ້​ນໍາພາກ​ພື້ນ​ຢູ​ໂຣບຈະ​ພາກັນເບິ່ງ​
ຢ້ອນຫຼັງ​ ​ດ້ວຍຄວາມບໍ່​ເຖິງ​ຂັ້ນ​ພູມ​ໃຈ ​ແຕ່ຢ່າງ​ໜ້ອຍ​ ກໍ​ດ້ວຍຄວາມ​ພໍ​ໃຈ​ແດ່ ທີ່​
ສະພາບ​ການ​ໄດ້ດີ​ຂຶ້ນ ​ແຕ່​ຕອນນີ້ ມັນຍັງ​ບໍ່​ທັນຊຶມ​ເຂົ້າ​ເຖິງ​ ຄວາມ​ຮູ້ສຶກ​ຂອງ​
ປະຊາຊົນບົນທ້ອງຖະໜົນ​ເທື່ອ ຍ້ອນ​ວ່າລາຍ​ໄດ້ຍັງ​ຊົບ​ເຊົາ ​ແລະ​ອັດຕາ​ການ​
ວ່າງ​ງານ​ກໍຍັງ​ສູງຢູ່ນັ້ນ​ເອງ​.”


ນັ້ນແມ່ນ​ແລ​ເຫັນ​ໄດ້​ຢ່າງ​ແຈ້ງ ຢູ່​ຕາມ​ຖະໜົນ Oxford ບ່ອນ​ທີ່​ຫຼາຍ​ຄົນ​ເວົ້າ​ວ່າ ພວກເຂົາ​
ເຈົ້າ​ຍັງ​ເປັນ​ຫ່ວງ​ອະນາຄົດ​ກັນ​ຢູ່ ​ແມ່ນ​ແຕ່​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ໃຊ້​ຈ່າຍເງິນ​ ​ຊື້​ຂອງ
ຂວັນ​ ສໍາລັບ​ Christmas ກໍ​ຕາມ. ຊາຍ​ຄົນ​ນຶ່ງທີ່​ຫາ​ເລາະ​ຊື້​ເຄຶ່ອງ​ເວົ້າ​ວ່າ:

“ຂ້ອຍ​ຈະ​ບໍ່​ໃຊ້​ຈ່າຍ​ເງິນຫຼາຍ​ເປັນ​ບ້າ​ເປັນ​ຫລັງ​ດອກ ຂ້ອຍ​ພຽງ​ແຕ່​ຊື້ເຄຶ່ອງຂອງ​
ພໍດີ​ພໍງາມ​ໃຫ້​ລູກ​ໃຫ້​ເມຍ ​ໃຫ້​ຄອບຄົວ​ຂ້ອຍ​ນໍາ ​ຂອງຂວັນເລັກໆນ້ອຍໆ ພໍ​ເປັນ
ເຄື່ອງໝາຍ​ບອກວ່າ ສຸກ​ສັນ​ວັນຄຣີສມັສນັ້ນ​ກໍໄດ້​ແລ້ວ ​ແຕ່​ຂ້ອຍ​ຈະ​ບໍ່​ຈ່າຍ​ເງິນ
​ພິລຶກ​ປານ​ນັ້ນ​.”


ຄໍາ​ເວົ້າ​ຂອງ​ລາວ​ແມ່ນສະທ້ອນເຖິງ​ທັດສະນະ​ຂອງ​ຊາວ​ຢູ​ໂຣບຫຼາຍໆ​ຄົນ ຂະນະ​ທີ່ທະວີບ
ຢູ​ໂຣບກໍາລັງໂຜ່​ໂຕ​ອອກມາ​ຈາກ​ເວລາຫ້າ​ປີຂອງວິ​ກິດ​ການ ​ໄປ​ສູ່ຄໍາ​ໝັ້ນ​ສັນຍາ​ຫລື​ຜົນ
ປະ​ໂຫຍ​ດ ຂອງຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ ທີ່​ຫຼາຍ​ຄົນ​ຍັງ​ບໍ່​ທັນເຫັນ ​ແລະ​ກໍ​ບໍ່​ໝັ້ນ​ໃຈວ່າ​ ມັນ​ຈະມາ​ເຖິງ.
XS
SM
MD
LG