ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຄ້າທີ່ກຳລັງ ເຕີບໂຕລະຫວ່າງ ອິນເດຍ ກັບ ຫວຽດນາມ ເຮັດໃຫ້ ການເພິ່ງພາອາໄສ ຈີນ ຫຼຸດໜ້ອຍລົງ


ປະທານປະເທດ ຫວຽດນາມ ທ່ານ ທ່ານ ເຈິ່ນ ດ້າຍກວ່າງ ຍົກມືທັກທາຍສື່ມວນຊົນ ໃນຂະນະທີ່ທ່ານລໍຖ້າການເດີນ
ທາງຮອດ ຂອງນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ທີ່ທຳນຽບປະທານາທິບໍດີໃນນະຄອນຫຼວງ ຮາໂນ່ຍ, ຫວຽດນາມ. 16 ມັງກອນ, 2017.
ປະທານປະເທດ ຫວຽດນາມ ທ່ານ ທ່ານ ເຈິ່ນ ດ້າຍກວ່າງ ຍົກມືທັກທາຍສື່ມວນຊົນ ໃນຂະນະທີ່ທ່ານລໍຖ້າການເດີນ ທາງຮອດ ຂອງນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ທີ່ທຳນຽບປະທານາທິບໍດີໃນນະຄອນຫຼວງ ຮາໂນ່ຍ, ຫວຽດນາມ. 16 ມັງກອນ, 2017.

ທຸລະກິດຂອງ ອິນເດຍ ຈຳນວນຫຼວງຫຼາຍໃນປະເທດ ຫວຽດນາມ ທີ່ກຳລັງເຕີບໂຕຢ່າງ
ໄວວານັ້ນ ໄດ້ເຮັດໃຫ້ສາຍພົວພັນການຄ້າມີຄວາມແຂງແກ່ນ ເພື່ອຊ່ວຍເຫຼືອ ຮາໂນ່ຍ
ປັບປຸງການເປັນພັນທະມິດກັນກັບປະເທດທີ່ມີອຳນາດໃນທະວີບ ເອເຊຍ ແລະ ຊົດ
ເຊີຍການເພິ່ງພາອາໄສຄູ່ແຂ່ງຂັນໃນປະຫວັດສາດຂອງເຂົາເຈົ້າ, ຄື ຈີນ ທີ່ມີຂະໜາດ
ໃຫຍ່ໂຕກວ່າ.

ການລົງທຶນຂອງ ອິນເດຍ ໃນ ຫວຽດນາມ ໄດ້ເພີ່ມຂຶ້ນ 2 ພັນລ້ານໂດລາ ແລະ ການຄ້າ
ສອງຝ່າຍ ໄດ້ບັນລຸ 10 ຕື້ໂດລາ ໃນທ້າຍປີ ແລະກໍຈະຮອດ 15 ຕື້ໂດລາ ໂດຍປີ 2020,
ອີງຕາມການກ່າວຂອງທ່ານ Radha Krishnan, ຮອງປະທານຂອງສະພາທຸລະກິດ
ອິນເດຍ ແຫ່ງ ຫວຽດນາມ.

ທ່ານ Krishnan ກ່າວວ່າ “ຈົນຮອດຕອນນີ້ ມັນສາມາດບັນລຸເປົ້າໝາຍໄດ້ງ່າຍຫຼາຍ.
ມັນໄດ້ເກີດແຮງຜັກດັນ ຈາກການສົ່ງອອກຈາກ ຫວຽດນາມ ຫາ ອິນເດຍ ເມື່ອສາມປີ
ທີ່ຜ່ານມາ.”

ປິີກາຍນີ້ ທັງສອງປະເທດ ໄດ້ຕົກລົງທີ່ຈະປັບປຸງ “ແຜນຍຸດທະສາດການຮ່ວມມືກັນ,”
ເຮັດໃຫ້ ຫວຽດນາມ ສາມາດເຂົ້າເຖິງຕະຫຼາດຂອງ ອິນເດຍ ໄດ້ຫຼາຍຂຶ້ນ, ແລະ ເຂົາ
ເຈົ້າກໍຈະຍົກເລີກພາສີນຳເຂົ້າໃນປີ 2022 ໃນພາກສ່ວນຂອງຂໍ້ຕົກລົງການຄ້າກັບກຸ່ມ
ປະເທດເອເຊຍຕາເວັນອອກສຽງໃຕ້.

ທັງໝົດນັ້ນ ແມ່ນທຽບໃສ່ແຫຼ່ງການລົງທຶນມາແຕ່ດົນນານຂອງ ຫວຽດນາມ ໄດ້ຍາກ
ເຊັ່ນ ໄຕ້ຫວັນ, ເກົາຫຼີໃຕ້ ແລະ ຈີນ. ແຕ່ການເຕີບໂຕຂອງເຂົາເຈົ້າກໍໄດ້ເຮັດໃຫ້ ຫວຽດ
ນາມ ມີເສັ້ນສາຍເຂົ້າເຖິງປະເທດທີ່ໃຫຍ່ເປັນອັນດັບສອງຂອງໂລກ, ເປັນການຊ່ວຍ
ຫຼຸດຜ່ອນການເພິ່ງພາອາໄສ ຈີນ, ເຊິ່ງແມ່ນປະເທດທີ່ມີເສດຖະກິດໃຫຍ່ເປັນອັນດັບ
ສອງຂອງໂລກ ແລະ ເປັນຄູ່ຮ່ວມການຄ້າທີ່ໃຫຍ່ທີ່ສຸດຂອງ ຫວຽດນາມ.

ຈີນ ແລະ ຫວຽດນາມ ໄດ້ຕັ້ງເປົ້າໝາຍໄວ້ໃຫ້ໄດ້ 100 ຕື້ໂດລາ ໃນປີ 2016, ແຕ່ທັງ
ສອງປະເທດໄດ້ມີຄວາມຂັດແຍ້ງກັນ ກ່ຽວກັບ ທະເລຈີນໃຕ້. ການຂັດແຍ້ງຂອງເຂົາ
ເຈົ້າໄດ້ກໍ່ໃຫ້ເກີດການປະທະກັນໃນປີ 1974, 1988 ແລະ 2014.

A flood of Indian business in fast-growing Vietnam has solidified commercial ties to help Hanoi upgrade an alliance with a powerful Asian neighbor and offset dependence on its historic rival, the more massive China.

Indian investment in Vietnam has reached $2 billion and bilateral trade hit $10 billion over the year ending in March on its way to $15 billion by 2020, said Radha Krishnan, vice chairman of the Indian Business Chamber of Vietnam.

"As of now that is very easily achievable," Krishnan said. "The last three for years exports from Vietnam to India have picked up momentum."

Vietnam has many trade partners

Last year the two countries agreed to upgrade a "strategic partnership," giving Vietnam more Indian market access, and they will drop import tariffs in 2022 as part of a trade deal with a bloc of Southeast Asian countries.

Those totals hardly match those of Vietnam's long-time investment sources such as Taiwan, South Korea and China. But their growth offers Vietnam a line to the world's second largest country, helping to reduce dependence on China, which is the world's second largest economy and Vietnam's biggest trading partner.

China-Vietnam set a trade target of $100 billion in 2016, but the pair disputes a swathe of the South China Sea. Their dispute sparked clashes in 1974, 1988 and 2014.

XS
SM
MD
LG