ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະຊາຄົມ ຊາວອາເມຣິກັນ ເຊື້ອສາຍເອເຊຍ ອາດມີອິດທິພົນ ຕໍ່ການເລືອກຕັ້ງ ສຫລ


Growing Asian-American Community Could Influence US Elections
please wait

No media source currently available

0:00 0:03:07 0:00

ຈຳນວນຜູ້ມີສິດປ່ອນ ທີ່ເປັນຊາວອາເມຣິກັນ ເຊື້ອສາຍເອເຊຍ ກຳລັງເພີ້ມຂຶ້ນ ຢູ່ໃນ ສະຫະລັດ ກໍບໍ່ໝາຍຄວາມວ່າ ຈະມີອິດທິພົນທາງການເມືອງ​ໃນການເລືອກຕັ້ງ ຂອງ ສະຫະລັດສະເໝີໄປ. ຫຼາຍໆຄົນ ທີ່ມີສິດປ່ອນ​ບັດ ແມ່ນຈະບໍ່ມີສ່ວນຮ່ວມໃດໆເລີຍ. ດັ່ງທີ່ຜູ້ສື່ຂ່າວຂອງວີໂອເອ Kane Farabaugh ລາຍງານມາວ່າ ອົງການໜຶ່ງ ຢາກຍົກ ເອົາສິ່ງກີດຂວາງຕ່າງໆ ທີ່ພວກເຂົາເຈົ້າ ກ່າວວ່າ ເປັນສິ່ງທີ່ກີດກັນ ຊາວອາເມຣິກັນ ເຊື້ອສາຍເອເຊຍ ບໍ່​ໃຫ້ໄປໃຊ້ສິດ​ໃຊ້ສຽງນັ້ນ ອອກໄປ ໂດຍຫວັງຈະຕ່າວປີ້ນ ຈຳນວນ ຂອງຜູ້​ໄປ​ປ່ອນ​ບັດ ທີ່ມີ​ບໍ່​ຫຼາຍ ນັ້ນ. ໄຊຈະເລີນສຸກ ມີລາຍລະອຽດກ່ຽວກັບເລື່ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ນາງ Ma Zin ຊຶ່ງ​ເປັນອົບພະຍົບມາຈາກມຽນມາ ໄດ້ຕັ້ງຖິ່ນຖານ ຢູ່ໃນເມືອງ Fort Wayne ລັດ Indiana ເມື່ອປີ 2004 ຫຼັງຈາກໄດ້ຫລົບໜີ ເປັນເວລາຫຼາຍປີ ຈາກ ການກົດຂີ່ ຂອງອຳນາດການປົກຄອງ ທະຫານມຽນມາ.

12 ປີຜ່ານມາ ນາງກໍຍັງພະຍາຍາມປັບປຸງ ຄວາມຊຳນິຊຳນານ ດ້ານພາສາອັງກິດ ຂອງນາງຢູ່ ແຕ່ອັນນັ້ນ ກໍບໍ່ໄດ້ຢຸດຢັ້ງນາງ ຈາກການກາຍເປັນພົນລະເມືອງ ຂອງ ສະຫະລັດ ຊຶ່ງເປັນຄວາມຮັບຜິດຊອບ ທີ່ນາງເທີດທູນຖະນຸຖະໜອມ.

ນາງ Cynthia Ameli, ກາງ, ຄົນອາເມຣິກັນ ເຊື້ອສາຍຈີນ, ໄປເອົາເຄື່ອງຂອງຈາກນາງ Sarah Gibson ກ່ອນຈະອອກໄປຕິດຕາມຫາ ຜູ້ສະໝັກເປັນປະທານາທິບໍດີ ທ່ານນາງ Hillary Clinton ໃນນະຄອນ Las Vegas, ວັນທີ 12 ກຸມພາ 2016.
ນາງ Cynthia Ameli, ກາງ, ຄົນອາເມຣິກັນ ເຊື້ອສາຍຈີນ, ໄປເອົາເຄື່ອງຂອງຈາກນາງ Sarah Gibson ກ່ອນຈະອອກໄປຕິດຕາມຫາ ຜູ້ສະໝັກເປັນປະທານາທິບໍດີ ທ່ານນາງ Hillary Clinton ໃນນະຄອນ Las Vegas, ວັນທີ 12 ກຸມພາ 2016.

ນາງ Ma Zin ເວົ້າວ່າ “ຍ້ອນວ່າ ພວກເຮົາໄດ້ກາຍເປັນພົນລະເມືອງຂອງອາເມຣິກາ ແລ້ວ ມັນເປັນສິ່ງທີ່ສຳຄັນ ທີ່ພວກເຮົາເລືອກເອົາປະທານາທິບໍດີ ເພາະວ່າ ໃນຂະນະ ທີ່ເປັນພົນລະເມືອງຄົນໜຶ່ງ ພວກເຮົາຄວນຢາກຮູ້ວ່າ ປະທານາທິບໍດີ ສາມາດເຮັດ ຫຍັງ ໃຫ້ແກ່ພວກເຮົາໄດ້.”

ການເລືອກຕັ້ງປະທານາທິບໍດີ ປີ 2016 ນີ້ ຈະເປັນປະສົບການຄັ້ງທຳອິດຂອງນາງ Zin ທີ່ນາງຈະມີສ່ວນຮ່ວມນຳ ໃນຂະບວນການປະຊາ ທິປະໄຕ ເພື່ອເລືອກເອົາຜູ້ນຳ ອັນ ເປັນເສັ້ນທາງທີ່ນາງກຳລັງເດີນຢູ່ ແລະໃນຂະນະດຽວກັນ ການປະຕິຮູບດ້ານປະຊາ ທິປະໄຕ ແມ່ນກຳລັງເກີດຂຶ້ນຢູ່ໃນມຽນມາ ທີ່ເປັນບ້ານເກີດເມືອງນອນຂອງນາງ.

ທັງສອງຢ່າງນີ້ ກໍບໍ່ແມ່ນວ່າ ບໍ່ກ່ຽວຂ້ອງກັບນາງ Zin.

ນາງ Zin ກ່າວວ່າ “ທ່ານນາງ Hillary Clinton ແລະ ທ່ານນາງ Aung San Suu Kyi ທັງສອງທ່ານມີຄວາມກ່ຽວພັນກັນ ສຳລັບການປ່ຽນແປງ ແລະ ການນຳ​ເອົາປະຊາທິ ປະໄຕ​ ໄປ​ສູ່ມຽນມາ. ອັນ ນັ້ນ ແມ່ນເຫດຜົນອັນໜຶ່ງວ່າ ເປັນຫຍັງ ຂ້າພະເຈົ້າ ຈຶ່ງຢາກ ເຫັນ ທ່ານນາງ Hillary ກາຍເປັນປະທານາທິບໍດີ.”

ໃນຂະນະທີ່ ນາງ Zin ຄອຍຖ້າທີ່ຈະປ່ອນບັດເທື່ອທຳອິດຢູ່​ນັ້ນ ອັນນີ້ ກໍບໍ່ແມ່ນໂອກາດ ທຳອິດ ທີ່ຈະປະກອບສ່ວນ ໃນການເລືອກຕັ້ງໃນສະຫະລັດ. ເຖິງແມ່ນວ່າ ນາງມີສິດ ປ່ອນ​ບັດ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ນາງບໍ່ໄດ້ລົງທະບຽນເພື່ອໃຊ້ສິດອອກສຽງ ໃນການເລືອກຕັ້ງປະທານາທິບໍດີ ເມື່ອສອງຄັ້ງທີ່ຜ່ານມາ ຍ້ອນກຳແພງທີ່ຖ້ວມລົ້ນ ດ້ານພາສາ ແລະ ຂັ້ນຕອນ​ດັ່ງກ່າວ.

ທ່ານນາງ Kristina Tendilla ຈາກ ກຸ່ມຊາວອາເມຣິກັນ ເຊື້ອສາຍເອເຊຍ ເພື່ອ​ຄວາມກ້າວໜ້າດ້ານຄວາມຍຸຕິທຳ ກ່າວວ່າ “ບໍ່ມີຂໍ້ມູນພຽງພໍ ທີ່ວ່າ ພວກຄົນເຫຼົ່ານັ້ນ ບໍ່ຮູ້ຈັກ ວິທີນຳທາງ ໃນລະບົບການເລືອກຕັ້ງ.”

ທ່ານນາງ Tendilla ຊຶ່ງເປັນຜູ້ຈັດຕັ້ງປະຊາ​ຄົມ ໃຫ້ແກ່ກຸ່ມບໍ່ຫວັງຜົນກຳໄລ ຊາວ ອາເມຣິກັນ ເຊື້ອສາຍເອເຊຍ ເພື່ອຄວາມກ້າວໜ້າດ້ານຄວາມຍຸຕິທຳ ກ່າວວ່າ ທາງ ໜຶ່ງທີ່ຈະຊ່ອຍພວກທີ່ອາດເປັນຜູ້ມີສິດປ່ອນ​ບັດ ໂດຍສະເພາະແລ້ວ ຢູ່ໃນລັດ Illinois ທີ່ໃກ້ຄຽງນັ້ນ ກໍແມ່ນວ່າ ການຂຶ້ນທະບຽນຜູ້ມີສິດປ່ອນ​ບັດ ແມ່ນເປັນໄປຢ່າງອັດຕະໂນມັດ ປະກອບໄປກັບ ການຍື່ນຂໍ ໃບຂັບຂີ່ ຫຼື ບັດປະຈຳຕົວ.

ທ່ານນາງ Tendilla ກ່າວວ່າ “ຊຶ່ງໂດຍພື້ນຖານແລ້ວ ການຂຶ້ນທະ ບຽນພວກຄົນຜູ້ທີ່ ມີສິດປ່ອນ​ບັດຢ່າງອັດຕະໂນມັດ ໃນເວລາ ທີ່ພວກເຂົາເຈົ້າ ພົວພັນກັບ ລັດຖະມົນຕີ ຕ່າງປະເທດ ຫຼື ກົມຈາລະຈອນ.”

ຊາວອາເມຣິກັນເຊື້ອສາຍເອເຊຍ ເປັນຕົວແທນຂອງພວກ​ຄົນ​ເຂົ້າ​ເມືອງ ທີ່ກຳລັງ​ເພີ້ມ ຈຳນວນຂຶ້ນ ຢ່າງວ່ອງໄວ ຢູ່ໃນສະຫະລັດ.....

ທ່ານນາງ Tendilla ເວົ້າວ່າ “ໃນ​ໄລຍະ 10 ປີທີ່ຜ່ານມາຍີ້ ປະຊາຄົມຂອງພວກເຮົາ ແມ່ນໄດ້ເພີ້ມຂຶ້ນ ຫຼາຍກວ່າ 40 ເປີເຊັນ.”

ແລະ ໄດ້ເພີ້ມຂຶ້ນຈົນຮອດ ຕົວເລກ ທີ່ທ່ານນາງ Tendilla ກ່າວວ່າ ສາມາດມີອິດທິພົນ ຫຼາຍຂຶ້ນຕໍ່ຜົນທີ່ຈະອອກມາ ບໍ່ພຽງແຕ່ຕໍ່ການເລືອກຕັ້ງແຫ່ງຊາດເທົ່ານັ້ນ ແຕ່ການເລືອກ ຕັ້ງຂັ້ນທ້ອງຖິ່ນ ນຳດ້ວຍ.

ທ່ານນາງ Tendilla ກ່າວອີກວ່າ “ການເລືອກຕັ້ງທັງຫຼາຍ ອາດໄດ້ຮັບໄຊຊະນະ ດ້ວຍ ຄະແນນສຽງ 100 ຫຼື 200 ຄະແນນ ຊຶ່ງເປັນສິ່ງບໍ່ໜ້າເຊື່ອແທ້ໆ ແລະ ເປັນໂອກາດດີ ສຳລັບ ປະຊາຄົມຂອງພວກເຮົາ ທີ່ຈະສ້າງຄວາມປ່ຽນແປງໄດ້.”

ນາງ Ma Zin ຍັງຕ້ອງການທີ່ຈະຂຶ້ນທະບຽນ ເພື່ອລົງຄະແນນສຽງ ສຳລັບການເລືອກຕັ້ງ ປະທານາທິບໍດີ ປີນີ້ ທີ່ຈະມີຂຶ້ນໃນເດືອນພະຈິກ.

ໃນປະຊາຄົມຊາວມຽນມາທີ່ໃຫຍ່ ຢູ່ໃນເມືອງ Fort Wayne ບ່ອນທີ່ນາງ Zin ອາໄສຢູ່ນັ້ນ ໄດ້ມີການສະໜັບສະໜູນ ຢ່າງກວ້າງຂວາງໃຫ້ແກ່ ຜູ້ນຳ ທ່ານນາງ Aung San Suu Kyi. ນາງ Zin ມີຄວາມພາກພູມໃຈ ທີ່ແມ່ຍິງຄົນໜຶ່ງ ມີບົດບາດເປັນຜູ້ນຳ ທີ່ໂດດເດັ່ນ ຫຼາຍເຊັ່ນນັ້ນ ຢູ່ໃນບ້ານເກີດເມືອງນອນຂອງນາງ ແລະ ຢາກຈະມີສ່ວນຮ່ວມ ໃນຊ່ວງ ເວລາຂອງ​ການ​ປ່ຽນ​ແປງ ຢູ່ໃນປະເທດໃໝ່ຂອງນາງ.

ນາງ Zin ກ່າວວ່າ “ພວກເຮົາມີຄວາມພາກພູມໃຈ ນຳສິ່ງນັ້ນແທ້ໆ. ດຽວນີ້ ອາເມຣິກາ ຫວັງວ່າ ຈະມີປະທານາທິບໍດີ ທີ່ເປັນແມ່ຍິງ.”

ທ່ານນາງ Hillary Clinton ກຳລັງເດີນຕາມເສັ້ນທາງທີ່ຈະສ້າງປະ ຫວັດສາດ ໃນຖານະ ທີ່ເປັນແມ່ຍິງຄົນທຳອິດ ທີ່ສະໝັກແຂ່ງຂັນເປັນປະທານາທິບໍດີ ຂອງພັກການເມືອງໃຫຍ່ ແລະຍ້ອນ​ຜູ້​ມີ​ສິດ​ປ່ອນ ບັດ ເຊັ່ນ ນາງ Ma Zin ທີ່ຈະກ້າວໄປສູ່​ເສັ້ນທາງ ທີ່ເປັນປະຫວັດ ສາດ ໃນຄ່ຳຄືນການເລືອກຕັ້ງ ໃນເດືອນພະຈິກຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG